ສາຍລົມໃໝ່ບົນເວທີການເມືອງຝະລັ່ງ

ສາຍລົມໃໝ່ບົນເວທີການເມືອງຝະລັ່ງ - ảnh 1
ປະທານາທິບໍດີ​ຄົນ​ໃໝ່ຂອງຝະລັ່ງ ທ່ານ Francois Hollande
(ພາບ: AL)


(vovworld) ວັນ​ທີ 17/5, ກອງ​ປະຊຸມ​ຄະນະ​ລັດຖະບານ​ຄັ້ງ​ທຳ​ອິດ​ຂອງ​ລັດຖະບານ​ໃໝ່​ໂດຍ​ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ​ຝະລັ່ງ ທ່ານ Jean- Marc Ayraurt ​ເປັນ​ປະທານ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ​ໂດຍ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ພາຍຫຼັງ​ທີ່​ປະທານາທິບໍດີ​ຄົນ​ໃໝ່ ທ່ານ Francois Hollande ສາບານ​ຕົວ​ເຂົ້າ​ດຳລົງ​ຕຳ​ແໜ່​ງ, ​ແລະ ​ເປັນ​ຜູ້​ທີ່​ຈົ່ງ​ຮັກ​ພັກດີ​ກັບປະທານາທິບໍດີ​ຄົນ​ໃໝ່ Francois Hollande, ທ່ານ Jean- Marc Ayraurt ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບຸກຄົນ​ທີ່​ສຳຄັນ​ເພື່ອ​ໃຫ້ ປະທານາທິບໍດີ​ຄົນ​ໃໝ່ Francois Hollande ຫັນບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​​ໃນ​ອາຍຸ​ການ​ຂອງ​ຕົນ, ນັບ​ທັງ​ການ​ພົວພັນ​ພາຍ​ໃນ ​ແລະ ພົວພັນ​ກັບພາຍ​ນອກ.

     ກ່ອນ​ທີ່​ກົງຈັກ​ລັດຖະບານ​ໃໝ່ອອກ​ສະ​ເໜີ​ຕົວຢ່າງ​ເປັນ​ທາງ​ການ, ນາຍົກ   ລັດຖະມົນຕີຄົນ​ໃໝ່​ຂອງ​ຝະລັ່ງ ທ່ານ Jean- Marc Ayraurt ​ແລະ ປະທານາ ທິບໍດີ​ຄົນ​ໃໝ່ Francois Hollande ​ໄດ້​ມີ​ການ​ປຶກສາ​ຫາລື​ເປັນ​ເວລາ 4 ຊົ່ວ​ໂມງກ່ຽວກັບບັນດາ​ບັນດາ​ຕ່ຳ​ແໜ່​ງ​ໃນ​ກົງຈັກ​ລັດຖະບານ​. ​ໂດຍ​ຖືກ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ ປະທານາທິບໍດີ​ Francois Hollande, ​ແມ່ຍິງ​ກວມ​ເອົາ​ເຄິ່ງໜຶ່ງ​ຈຳນວນ​ທີ່​ນັ່ງ​ໃນ​ຄະນະ​ລັດຖະບານ​ໃໝ່. ​ໃນ​ຈຳນວນ 34 ​ຕຳ​ແໜ່​ງລັດຖະມົນຕີ, ມີ 17ຕຳ​ແໜ່​ງ​ໄດ້​ຖືກ​ມອບ​ໃຫ້​ແກ່​ແມ່ຍິງ, ​ໃນ​ນັ້ນ​ມີ​ບັນດາ​ຂົງ​ເຂດ​ຍຸດຕິ​ທຳ, ວັດທະນະທຳ, ຊີວະ​ວິທະຍາ ​ແລະ ກິລາ. ມີ​ບາງ​ຕຳ​ແໜ່​ງ​ໃນ ຄະນະ​ລັດຖະບານ​ກໍ​ຖືກ​ສະຫງວນ​ໃຫ້​ແກ່​ບັນດາ​ຜູ້​ເປັນທີ່​ປຶກສາ​ທີ່​​ໃກ້ຊິດ​ກັບ ປະທານາທິບໍດີຄົນ​ໃໝ່ Francois Hollande. ຫົວໜ້າ​ຜູ້​ຈັດການ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ ປະທານາທິບໍດີ​ Francois Hollande ທ່ານ PierreMoscovici ​ໄດ້​ຮັບ​ການ​ບົ່ງ​ຕົວ​ເປັນ​ລັດຖະມົນຕີ ກະຊວງ​ການ​ເງິນ ​ແລະ ອະດີດນາຍົກລັດຖະມົນຕີ Laurent Fabius ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ທາງ​ຊ່ອງ​ໂທລະພາບ France 2 , ທ່ານ Jean- Marc Ayraurt ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ​ຝະລັ່ງ ຢືນຢັນ​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ແມ່ນ​ລັດຖະບານ​ທີ່​ມີ​ການ​ປະຕິ​ຮູບ​ຢ່າງ​ເລິກ​ເຊິ່ງ ​ແລະ ນີ້​ແມ່ນ​ການ​ປ່ຽນ​ແປງ​ທີ່​ປະ​ເທດ​ຝະລັ່ງ​ມີ​ຄວາມ​ຫວັງ.

 ໂດຍ​ແມ່ນ​ຜູ້​ທີ່​ເຄີຍ​ຮຽງ​ບ່າ​ຮຽງ​ໄຫຼ່​ກັບປະທານາທິບໍດີ​ຄົນ​ໃໝ່Francois Hollande ​ໃນ​ຕະຫຼອດ​​ໄລຍະ​ດຳ​ເນີນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ ​ໃນ​ຖານ​ະ​ເປັນ​ທີ່​ປຶກສາ​ພິ​ເສດ, ທ່ານ Jean- Marc Ayraurt ມີ​ທັດສະນະ​ອັນ​ດຽວ​ກັນ​ກັບ ປະທານາທິບໍດີ​Francois Hollande ​ໃນ​ຫຼາຍ​ບັນຫາ. ນັ້ນ​ແມ່ນ​ແຜນ​ນະ​ໂຍບາຍ​ສາມັກຄີ​ພາຍ​ໃນ, ​ໄກ່​ເກັ່ຍປອງ​ດອງ​ຊາດ, ຮື້​ຟື້ນ​ພື້ນຖານ​ເສດຖະກິດ​ຝະລັ່ງ ​ແລະ ​ແກ້​ໄຂ​ວິ​ກິດ​ການ​ໃນ​ພາກ​ພື້ນ.

   ​​ໂດຍ​ໄດ້​ເຂົ້າຮ່ວ​ມການ​ເຄື່ອນ​ໄຫວ​ດ້ານການ​ເມືອງ​ນັບ​ແຕ່​ໄລຍະ​ເປັນນັກ​ສຶກສາ, ທ່ານ Jean- Marc Ayraurt ​ເປັນ​ທີ່​ຮູ້ຈັກ​ແມ່ນ​ບຸກຄົນ​ທີ່ຖ່ອມຕົວຄຽມຄົມ, ມີ​ໄຫວ​ພິບ. ປີ 1977 ທ່ານ​ໄດ້​ກາຍ​ເປັນ​ເຈົ້າ​ຄອງ​ນະຄອນ Saint-Herblain ທີ່​ໜຸ່ມ​ກ່ວາ​ໝູ່​ຂອງ​ປະ​ເທດ​ຝະລັ່ງ. ຮອດ​ປີ 1986 ທ່ານ​ໄດ້​ຮັບ​ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ ​ແລະ ​ຕໍ່​ມາໃນ​ປີ 1989 ທ່ານ​ດຳລົງ​ຕຳ​ແໜ່​ງ​ເປັນ​ເຈົ້າຄອງ​ນະຄອນ Nantes ​ແລະ​ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ ທ່ານ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​​ຈາກ​ມະຫາຊົນຄືນ​ໃໝ່ ໃນ​ຖານະ​ຕຳ​ແໜ່​ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ​ເຈົ້າຄອງ​ນະຄອນ. ​ໂດຍ​ແມ່ນ​ນັກ​ປະຕິ​ຮູບ​ທີ່​ມີ​ຄວາມ​ລະມັດລະວັງ, ບໍ່​ມີ​ທັດສະນະ​ຄຳ​ພີຕາ​ຍຕົວ, ນາຍົກ ລັດຖະມົນຕີຄົນ​ໃໝ່​ Jean- Marc Ayraurt ​ໄດ້​ຮັບ​ຖື​ວ່າ ​​ແມ່ນ​ບຸກຄົນ​ທີ່​ມີ​ຄວາມ​ສາມາດ​ໃຈ້​ແຍກ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ, ຮູ້ຈັກ​ວິທີ​ຊັບຊ້ອນ​ວຽງ​ງານ, ຮູ້​ມອງ​ກ້ວາງ​ເຫັນ​ໄກ, ຮູ້​ວິທີ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຢ່າງ​ຄອງ​ແຄ້ວ ​ແຕ່​ຍາມ​ໃດ​ກໍ​ກ້າວ​ເດີນ​ຢ່າງ​ຖືກ​ທິດ. ການ​ພົວພັນ​ລະຫວ່າງທ່ານ Francois Hollande ​ແລະ ທ່ານ Jean- Marc Ayraurt ​ໄດ້​ມີ​ຂຶ້ນ​ນັບ​ແຕ່​ປີ 1997 ຂະນະ​ທີ່ທ່ານ Francois Hollande​ ເລີ່​ມດຳລົງຕຳ​ແໜ່​ງຜູ້ນຳ​ພັກ​ສັງຄົມ. ວົງ​ການ​ນັກ​ໃຈ້​ແຍກ​ໃຫ້​ຂໍ້​ສັງ​ເກດ​ວ່າ ສຳລັບທ່ານ Jean- Marc Ayraurt​ ແລ້ວ, ປະທານາທິບໍດີ​ຄົນ​ໃໝ່ Francois Hollande ອາດຈະ​ໄວ້​ເນື້ອ​ເຊື່ອ​ໃຈ ປຽບ​ເໝືນບ່ອນ​ອີງ​ຢ່າງ​ໝັ້ນ​ແກ່ນ. ຍ້ອນ​ ທ່ານ Jean- Marc Ayraurt ​ເປັນ​ຜູ້​ກຳ​ແໜ້ນ​ການ​ເຄື່ອນ​ໄຫວ​ດ້ານ​ນິຕິບັນຍັດ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ຍິ່ງ​ກ່ວາ​ນັ້ນ​ທ່ານ​ຍັງ​ຮູ້​​ພາສາ​ເຢັຍລະ​ມັນດີ ​ແລະ ມີ​​ການ​ພົວພັນ​ທີ່​ດີ​ກັບ​ບັນດາ​ຜູ້ນຳ​ເຢັຍລະ​ມັນ, ດັ່ງ​ນັ້ນ ທ່ານ Jean- Marc Ayraurt ສາມາດ​ໜູນ​ຊ່ວຍ ປະທານາທິບໍດີ​ຄົນ​ໃໝ່ Francois Hollande ​ໃນ​ບັນຫາ​ພົວພັນ​ພາຍ​ໃນ ກໍ​ຄື​ຊ່ວຍ​ຊຸກຍູ້​ການ​ພົວພັນ​ລະຫວ່າງ Paris-Berlin ​ໃຫ້​ດີ​​ຂຶ້ນ ​ໃນ​ສະພາວະ​ທີ່ 2 ຝ່າຍ​ພວມ​ມີ​ທັດສະນະ​ແຕກ​ຕ່າງ​ກັນ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ໜິ້ສິນ​ແຫ່ງ​ລັດ​ຢູ່​ເອີ​ລົບ. ​ແຜນ​ນະ​ໂຍບາຍ​ຂອງ ນາຍົກລັດຖະ ມົນຕີ Jean- Marc Ayraurt ​ແມ່ນ​ອຳນາດ​ການ​ປົກຄອງ​ຂອງ ປະທານາທິບໍດີ​ Francois Hollande ຕ້ອງ​ປະຕິບັດ​ໄດ້​ທຸກ​ສິ່ງ​ທີ່ ທ່ານ Francois Hollande ​ໄດ້​ໝັ້ນໝາຍ​ເມື່ອ​ເຂົ້າ​ຮ່ວມ ບັ້ນ​ຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີ. ​ແຕ່​ຫາງ​ສຽງ​ຖື​ວ່າ ​ໄລຍະ​ທາງ​​ໃນຕໍ່ໜ້າ​ຂອງ ທ່ານ Jean- Marc Ayraurt ກໍ​ບໍ່​​ແມ່ນສະດວກ​ສະບາຍ.

   ຫວນ​ຄືນ​ໄລຍະ​ເວລາ​ທີ່​ຜ່ານ​ມາ, ​ໃນ​ອາຍຸ​ການ 5 ປີຂອງ​ຕົນ, ທ່ານ Sakozy ບໍ່​ສາມາດ​ບັນລຸ​ຜົນງານ​ພໍ່​ເທົ່າ​ໃດ. ອັດຕາ​ໜິ້ສິນ​ແຫ່ງ​ລັດ, ອັດຕາ​ໄພ​ວາງ​ງານ​ເພີ່ມ​ຂຶ້ນ​ສູງ, ລະດັບ​ການ​ເຕີບ​ໂຕ​ຫຼຸດ​ລົງ, ສັງຄົມ​ຂາດ​ສະຖຽນ​ລະ​ພາບ. ປີ 2011 ການ​ຂາດດູນ​ງົບປະມານ​ຂອງ​ຝະລັ່ງ​ຢູ່​ໃນ​ລະດັບ 5,2% GDP. ​ໃນ​ຂະນະ​ນັ້ນ, ​ເມື່ອ​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຝະລັ່ງ, ປະທານາທິບໍດີ​ Francois Hollande ​ໄດ້​ວາງ​ແຜນການ​ຟື້ນ​ຟູ​ເສດຖະກິດ​ຂອງ​ຝະລັ່ງ​ເທື່ອ​ລະ​ກ້າວ, ​ໃນ​ນັ້ນ​ເປັນ​ໜ້າ​ສົນ​ໃຈ ​ແມ່ນ​ຄຳ​ໝັ້ນ​ໝາຍ​ຈະ​ຫຼຸດ 30% ລະດັບ​ເງິນ​ເດືອນ​ຂອງ​ປະທາ ນາທິບໍດີ ​ແລະ ບັນດາ​ສະມາຊິກ​ລັດຖະບານ, ​ເພີ່ມ 25% ​ເງິນ​ອຸດ​ໜູນ​ໃຫ້​ແກ່​ນັກຮຽນ​ໃນ​ຕົ້ນ​ສົກ​ຮຽນ​ໃໝ່, ຕໍ່ສູ້​ຕ້ານ​ສະພາບ​ຂາດຄວາມສະ​ເໝີພາບ​ໃນ​ສັງຄົມ ​ແລະ ອື່ນໆ.

    ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ສິ່ງ​ທ້າ​ທາຍ​​ໃນສະ​ເພາະໜ້າຂອງ​ຄະນະ​ລັດຖະບານ​ໃໝ່​ຂອງ​ຝະລັ່ງ​ແມ່ນບໍ່​ໜ້ອຍ. ​ແນ່ນອນ​ວ່າ​ຈະ​ບໍ່ປະກົດ​ມີ​ເລື່ອງ​ປະຕິ​ຫານ​ໃດໆ ຖ້າ​ຫາກ​ວ່າ​ບໍ​ມີ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ​ກັນ​ຢູ່​ພາຍ​ໃນ. ​ໃນ​ຈຸດ​ເວລາ​ປະຈຸ​ບັນ, ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວມ​ເກີດ​ຂຶ້ນ​ນັ້ນ, ຫາງສຽງ​ພວມ​ຝາກ​ຄວາມ​ຫວັງ​ຕໍ່ ສາຍ​ລົມ​ໃໝ່​ບົນ​ເວທີ​ການ​ເມືອງ​ຝະລັ່ງ ຈະ​ນຳ​ມາ​ເຊິ່ງການ​ປ່ຽນ​ແປງ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ