ສານສະຫະພັນລັດເຊຍ: ແກ້ໄຂບັນດາບັນຫາພົ້ນເດັ່ນຂອງປະເທດລັດເຊຍ

(VOVWORLD) -ວັນທີ 20 ກຸມພາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ກ່າວສານສະຫະພັນທຳອິດ ໃນອາຍຸການເປັນປະທານາທິບໍດີຄັ້ງທີ 4 ຂອງຕົນ, ຕໍ່ໜ້າສະພາສູງ ແລະ ສະພາຕ່ຳລັດເຊຍ.

ສານສະຫະພັນລັດເຊຍ: ແກ້ໄຂບັນດາບັນຫາພົ້ນເດັ່ນຂອງປະເທດລັດເຊຍ - ảnh 1

ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ກ່າວສານສະຫະພັນ 

(ພາບ: AFP/TTXVN)

ໂດຍມີຄວາມແຕກຕ່າງກັບສານສະຫະລັດ 3 ຄັ້ງກ່ອນ, ໃນຄັ້ງນີ້, ຜູ້ນຳໜ້າປະເທດລັດເຊຍ ໄດ້ເນັ້ນໜັກເປັນພິເສດເຖິງການແກ້ໄຂບັນດາບັນຫາພາຍໃນ ເພື່ອໃຫ້ລັດເຊຍ ພັດທະນາກ້າວຂຶ້ນ. ທ່ານປະທານາທິບໍດີ Vladimir Putin ກໍ່ໄດ້ສົ່ງສານຂອງລັດເຊຍ ທີ່ວ່າ ຢາກເຈລະຈາ, ຮ່ວມມືກັບໂລກ.

        ໃນເວລາເກືອບ 1 ປີຜ່ານມາ (ພາຍຫຼັງຮັບດຳລົງຕຳແໜ່ງເປັນປະທານາທິບໍດີອາຍຸການທີ 4), ພ້ອມກັບບັນດາບົດບາດທີ່ບໍ່ອາດປະຕິເສດໄດ້ໃນບັນດາບັນຫາຮ້ອງເຮັ່ງຂອງສາກົນຄື: ຊີຣີ, ອີຣານ, ປະເທດລັດເຊຍ ຍັງຖືກປິກລ້ອມ ຍ້ອນບັນດານະໂຍບາຍລົງໂທດດ້ານເສດຖະກິດຈາກຝ່າຍຕາເວັນຕົກ, ເຊິ່ງເຮັດໃຫ້ການດຳລົງຊີວິດຂອງປະຊາຊົນຍັງບໍ່ທັງໄດ້ຮັບການປັບປຸງຄືດັ່ງຄວາມລໍຄອຍເທື່ອ. ຖ້າຫາກໃນສານສະຫະພັນປີ 2018, ທ່ານປະທານາທິບໍດີລັດເຊຍ ໄດ້ເຕື້ອງເຖິງໜ້າທີ່ພັດທະນາບຸກທະລຸນັບທັງເວທີສາກົນ ແລະ ພາຍໃນປະເທດ, ປີນີ້, ປະຊາຊົນລັດເຊຍ ລໍຖ້າບາດກ້າວກະໂດດຂັ້ນຕໍ່ໄປ, ແທດຈິງກວ່າ, ນັ້ນແມ່ນມີບາດກ້າວກະໂດດຂັ້ນທາງດ້ານເສດຖະກິດ, ໃນການພັດທະນາສັງຄົມ, ພັດທະນາມະນຸດ.

ສຸມໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ

        ຂຶ້ນຕົ້ນສານສະຫະພັນ 2019, ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ, ເລື່ອງແກ້ໄຂບັນດາບັນຫາຢູ່ພາຍໃນປະເທດ ເພື່ອແນໃສ່ນຳປະເທດລັດເຊຍ ກ້າວຂຶ້ນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໃນນັ້ນຈຸດສູມແມ່ນການຮັບປະກັນເຮືອນຢູ່, ເງິນອຸດໜູນແກ່ການປະສູດ, ຮັບປະກັນການເບິ່ງແຍງສະຂະພາບນັບທັງຢູ່ເຂດຫ່າງໄກ່ຊອກຫຼິກ, ເຄົາລົບມະນຸດ… ໜຶ່ງໃນບັນດາມາດຕະການເພື່ອຕ້ານຄວາມອຶດຫິວ, ທຸກຍາກ, ຕາມທ່ານ V.Putin ແລ້ວ, ຕ້ອງສ້າງຕັ້ງບັນດາສັນຍາສັງຄົມໃຫ້ໄດ້ ເຊິ່ງສຳລັບເປົ້າໝາຍຊົມໃຊ້ແມ່ນປະຊາຊົນປະມານ 9 ລ້ານຄົນ. ຜູ້ນຳໜ້າປະເທດລັດເຊຍ ເນັ້ນໜັກວ່າ, ສິ່ງສຳຄັນທີ່ສຸດແມ່ນປະຊາຊົນທຸກຄົນຕ້ອງເຫັນປະຈັກຕາໄດ້ບັນດາການປັບປຸງນັ້ນ. ເວົ້າແລ້ວອື່ນແມ່ນ, ທຸກໆນະໂຍບາຍສັງຄົມລ້ວນແຕ່ມີປະສິດທິຜົນຢ່າງແທດຈິງ ຜ່ານເລື່ອງນຳມາເຊິ່ງຄວາມວັດທະນາຖາວອນໃຫ້ປະຊາຊົນລັດເຊຍ ແລະ ນັ້ນແມ່ນຈຸດປະສົງສູງສຸດ.

        ອາດຈະເຫັນໄດ້ວ່າ, ສານສະຫະພັນ ຂອງຜູ້ນຳໜ້າປະເທດລັດເຊຍ ໄດ້ສຸມໃສ່ຫຼາຍແງ່ມູມເຖິງວ່າແມ່ນຂຶ້ນນ້ອຍສຸດກໍ່ຕາມຄື: ໂດຍໃຊ້ຈ່າຍຈຳນວນເງິນກວ່າ 260 ລ້ານ USD ເພື່ອສ້າງ ແລະ ບຸລະນະບັນດາໂຮງວັດທະນະທຳຢູ່ເຂດຊົນນະບົດ, ດຳເນີນລາຍການສົ່ງທ່ານໝໍ, ຄູໜຸ່ມເຖິງເຂດຊົນນະບົດ. ອິນເຕີແນັດຄວາມໄວສູງຈະໄດ້ຕິດຕັ້ງຢູ່ບັນດາໂຮງຮຽນສາມັນລັດເຊຍ ໃນປີ 2021…

        ຜູ້ນຳໜ້າລັດເຊຍ ກໍ່ໄດ້ວາງອອກເປົ້າໝາຍເຕີບໂຕດ້ານເສດຖະກິດແມ່ນ 3% ໃນປີ 2021, ດ້ວຍ 4 ບຸລິມະສິດແຖວໜ້ານັ້ນແມ່ນ: ເພີ່ມສະມັດຕະພາບການອອກແຮງງານ, ເພີ່ມການສົ່ງອອກວັດສະດຸບໍ່ເປັນວັດຖຸ; ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ; ຍົກເລີກບັນດາຮົ້ວກີດຂວາງທາງດ້ານເສດຖະກິດ; ບຳລຸງສ້າງບຸກຄະລາກອນ. ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ, ປະເທດລັດເຊຍ ໄດ້ວາງອອກເປົ້າໝາຍຮອດປີ 2025, ແມ່ນຖືກຈັດເຂົ້າບັນຊີລາຍຊື່ບັນດາປະເທດແຖວໜ້າໃນໂລກກ່ຽວກັບເຕັກໂນໂລຊີແຊນ ແລະ ຂໍ້ມູນຂ່າວສານ.

ສານສະຫະພັນເຈລະຈາ, ຮ່ວມມືຈາກລັດເຊຍ

        ທ່ານປະທານາທິບໍດີ Vladimir Putin ໄດ້ເນັ້ນໜັກໃນສານສະຫະພັນວ່າ, ບັນດາບຸລິມະສິດຂອງນະໂຍບາຍການຕ່າງປະເທດຂອງມົດສະກູ ແມ່ນພັດທະນາການຮ່ວມມື. ປະເທດລັດເຊຍ ພ້ອມແລ້ວທີ່ຈະເຈລະຈາ ແລະ ຮ່ວມມືບົນພື້ນຖານສະເໝີພາບ ແລະ ເຄົາລົບເຊິ່ງກັນແລະກັນ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນຢ່າງລະອຽດຜ່ານເລື່ອງ ລັດເຊຍ ຈະເອົາໃຈໃສ່ເຖິງການພົວພັນກັບ 2 ປະເທດບ້ານໃກ້ເຮືອນຄຽງທີ່ສຸດແມ່ນ ເບລາຣຸດ ແລະ ຢູແຫຼນ. ໃນຂະນະນັ້ນ, ການພົວພັນກັບຈີນ, ອິນເດຍ, ຍີ່ປຸ່ນ ໄດ້ຮັບການຢັ້ງຢືນວ່າແມ່ນບັນດາການກຳນົດສຳຄັນ. ທ່ານ Vladimir Putin ຢືນຢັນວ່າ, ມົດສະກູ ຍັງພວມຊອກຫາບັນດາຊ່ອງທາງເພື່ອລົງນາມໃນສົນທິສັນຍາສັນຕິພາບກັບ ໂຕກຽວ. ໃນການພົວພັນກັບສະຫະພາບເອີລົບ, ຜູ້ນຳໜ້າປະເທດລັດເຊຍ ສະແດງຄວາມປາດຖະໜາວ່າ, ສະຫະພາບເອີລົບ ຈະປະຕິບັດບັນດາບາດກ້າວເດີນລະອຽດ ເພື່ອຟື້ນຟູການພົວພັນດ້ານເສດຖະກິດ ແລະ ການເມືອງເປັນປົກກະຕິກັບລັດເຊຍ ຄືນໃໝ່.

        ເມື່ອເຕື້ອງເຖິງບັນດາສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດໃນປະຈຸບັນສຳລັບປະເທດລັດເຊຍ, ນັ້ນແມ່ນ ການພົວພັນກັບອາເມລິກາ ແລະ ເລື່ອງຮັບປະກັກຳລັງຄວາມສາມາດດ້ານປ້ອງກັນຊາດ ໃນສະພາບສົນທິສັນຍາກ່ຽວກັບບັນດາກຳລັງນິວເຄຼຍໄລຍະກາງ (INF), ທີ່ຈິງແລ້ວໄດ້ຢຸດຕິແລ້ວ, ການນຳລັດເຊຍ ປາດຖະໜາຢາກສ້າງການພົວພັນສະເໝີພາບ, ໃກ້ຊິດສະໜິດສະໜົມ ແລະ ຄົບຖ້ວນກັບອາເມລິກາ, ພ້ອມນັ້ນກໍ່ພ້ອມແລ້ວທີ່ຈະເຈລະຈາເມື່ອຄູ່ຮ່ວມມືກໍ່ສະແດງໃຫ້ເຫັນຄວາມກຽມພ້ອມນັ້ນ.

        ອາຍຸການທີ 4 ຂອງທ່ານ Vladimir Putin (2018 - 2024) ໄດ້ຮັບການຄາດຄະເນວ່າແມ່ນອາຍຸການທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກ, ການພັດທະນາເສດຖະກິດ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງກັບຝ່າຍຕາເວັນຕົກ, ນັ້ນແມ່ນສິ່ງທ້າທາຍໃຫຍ່ 3 ຢ່າງຕ້ອງໄດ້ຮັບການແກ້ໄຂ. ຫາງສຽງຫວັງວ່າ, ດ້ວຍບັນດາການກຳນົດທິດທີ່ໄດ້ວາງອອກໃນສານສະຫະພັນ ໃນວັນທີ 20 ກຸມພາ ນັ້ນ, ປະເທດລັດເຊຍ ຈະແກ້ໄຂບັນດາຄວາມຫຍຸ້ງຍາກຢູ່ພາຍໃນປະເທດຢ່າງມີປະສິດທິຜົນ, ສືບຕໍ່ປັບປຸງທີ່ຕັ້ງບົດບາດບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ