ສານສະຫະລັດຂອງປະທານາທິບໍດີ Barack Obama:ສ້າງທ່າໄດ້ປຽບໃຫ້ບັ້ນຫາສຽງເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະ

(vovworld)- ສານ​ສະ​ຫະ​ລັດ​ສຸດ​ທ້າຍ​ໃນ​ຖາ​ນະ​ເປັ​ນປະ​ທາ​ນາ​ທິ​ບໍ​ດີ ຂອງ​ທ່ານ Barack Obama ໃນ​ວັນ​ທີ 12/1 (ຕາມ​ເວ​ລາ​ອາ​ເມ​ລິ​ກາ) ໄດ້​ເນັ້ນ​ຫນັກຢ່າງ​ແຮງ​ເຖິງ​ບັນ​ດາ​ຜົນ​ງານ​ໃນ​ສອງ​​ອາ​ຍຸ​ການ​ຜ່ານ​ມາ, ຍົກ​ອອກ​ບັນ​ດາ​ສິ່ງ​ທ້າ​ທາຍ ຊື່ງ​ປະ​ເທດ ອາ​ເມ​ລິ​ກາ ຕ້ອງ​ປະ​ເຊີນ​ຫນ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ 44 ຂອງ​ ອາ​ເມ​ລິ​ກາ ກໍ​ໄດ້​ນຳ​ໃຊ້​ສານ​ສະ​ຫະ​ລັດ​ຢ່າງ​ສຸດ​ຂີດ​ເພື່ອ​ສ້າງ​ທ່າ​ໄດ້​ປ​ຽບ​ໃຫ້​ພັກ​ປະ​ຊາ​ທິ​ປະ​ໄຕ​ໃນ​ການ​​ຊ່ວງ​ເສັງເຂົ້າ​ທຳ​ນ​ຽບ​ຂາວຈະ​ມາ​ເຖິງ.
ສານສະຫະລັດຂອງປະທານາທິບໍດີ Barack Obama:ສ້າງທ່າໄດ້ປຽບໃຫ້ບັ້ນຫາສຽງເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ Barack Obama ອ່ານ​ສານ​ສະ​ຫະ​ລັດ
ພາບ:dantri.com.vn

        ສານ​ສະ​ຫະ​ລັດ​ປີ 2016 ຂອງ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ສຸມ​ຂອງ​ຊີ​ວິດ​ການ​ເມືອງ​ປະ​ເທດ​ອາ​ເມ​ລິ​ກາ ໃນ​ຕົ້ນ​ປີ 2016 ແລະ ກຳ​ນົດ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ ນັບ​ແຕ່ນີ້​ຈົນ​ເຖິງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປີ 2016.

        ເມື່ອ​ເນັ້ນ​ຫນັກ​ເຖິງ​ບັນ​ດາ​ຜົນ​ງານ​ໃນ 2 ອາ​ຍຸ​ການ​ຜ່ານ​ມາ ແລະ ວາງ​ອອກ​ບັນ​ດາ​ຄຳ​ຖາມ​ໃຫຍ່ ຊື່ງ​ປະ​ເທດ ອາ​ເມ​ລິ​ກາ ຕ້ອງມີ​ຄຳ​ຕອບ, ສານ​ສະ​ຫະ​ລັດ​ສຸດ​ທ້າຍ​ຂອງ​ທ່ານ Barack Obama ໃນ​ຖາ​ນະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະ​ຊາ​ຊົນ ອາ​ເມ​ລິ​ກາ ກໍ​ຄື​ຫລາຍ​ປະ​ເທດ​ໃນ​ໂລກ.

        ຢ້ຳ​ຄື​ນ​ຄຳ​ຂວັນ​ໃນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ເມື່ອ​ປີ 2008

       ໃນ​ສານ​ສະ​ຫະ​ລັດ​ປີ 2016, ປະ​ທາ​ນາ​ທິ​ບໍ​ດີ Barack Obama ອີກ​ຄັ້ງ​ຫນຶ່ງ​ໄດ້​ຢ້ຳ​ຄືນ​ຄຳ​ຂວັນ “ປ່ຽນ​ແປງ” ຊື່ງ​ທ່ານ​ໄດ້​ນຳ​ໃຊ້​ໃນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ເມື່ອ​ປີ 2008. ທ່ານ​ເນັ້ນ​ຫນັກ​ຢ່າງ​ແຮງວ່າ: ໃນ​ກວ່າ 7 ປີ​ຜ່ານ​ມາ, ປະ​ເທດ​ອາ​ເມ​ລິ​ກາ ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ດ້ານ. ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ອາ​ເມ​ລິ​ກາ ໄດ້​ຜ່ານ​ຜ່າ​ວິ​ກິດ​ການ​ເສດ​ຖະ​ກິດ​ໄລ​ຍະ 2007- 2009. ມາ​ຮອດ​ປະ​ຈຸ​ບັນ, GDP ໃນ ປີ 2015 ໄດ້​ເພີ່ມ​ຂຶ້ນ 2%. ນີ້​ອາ​ດ​ຈະ​ແມ່ນ​ຜົນ​ງານ​ສຳ​ຄັນ​ທີ່​ສຸດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama. ການ​ເຕີບ​ໂຕນີ້​ໄດ້​ຊ່ວຍ​ໃຫ້​ອາ​ເມ​ລິ​ກາ​ມີ​ຄວາມ​ເຊື່ອ​ໝັ້ນ​ດ້ວຍ​ຕົນ​ເອງ​ເພື່ອ​ເພີ່ມ​ອັດ​ຕາ​ດອກ​ເບ້ຍ ພາຍ​ຫລັງ​ເກືອບ 7 ປີ​ຮັກ​ສາ​ຢູ່​ໃນ​ລະ​ດັບ​ເກືອບຄື​ວ່າ​ແມ່ນ 0. ແລະ ສ້າງວຽກ​ເຮັດ​ງານ​ທຳ​ໃຫມ່​ໃຫ້​ແກ່​ຄົນ​ງານ 14 ລ້ານ​ຄົນ, ອັດ​ຕາ​ຫວ່າງ​ງານ​ຫລຸດ​ລົງ​ແຕ່ 10% ເມື່ອ​ປ​ີ 2009 ລົງ​ເຫລືອ​ພຽງ​ເກືອບ 5% ຄື​ປະ​ຈຸ​ບັນ ແລະ ນັບ​ມື້​ນັບ​ມີ​ປະ​ຊາ​ຊົນ ອາ​ເມ​ລິ​ກາ ຫລາຍ​ຄົນ​ໄດ້​ຊົມ​ໃຊ້​ປະ​ກັນ​ສຸ​ຂະ​ພາບ, ຈຳ​ນ​ວນ​ເດັກ​ນ້ອຍ​ໄດ້​ສຳ​ຜັດ​ກັບ​ກາ​ລະ​ໂອ​ກາດ​ການ​ສຶກ​ສາ​ກໍ​ເພີ່ມ​ຂຶ້ນ.

        ສານ​ສະ​ຫະ​ລັດ​ກໍ​ໄດ້​ເຕື້ອງ​ເຖິງ​ບັນ​ດາ​ຜົນ​ງານ​ທ​ີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ກຳ​ອຳ​ນາດ ແຕ່​ການ​ສຳ​ຜັດ​ຂອງ​ທ່ານ Barack Obama ແມ່ນ​ມີ​ຄວາມ​ຄ່ອງ​ແຄ້ວ​ດ້ວຍ​ການ​ຍົກ​ອອກ​ບັນ​ດາ​ຄາດ​ໝາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບັນ​ດາ​ຄາດ​ໝາຍນີ້​ກໍ​ແມ່ນ​ຈຸດ​ປະ​ສົງ ຊື່ງ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຈຳ​ນວນ​ຫນຶ່ງ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ມຸ້ງ​ໄປ​ເຖິງ.  ໃນ​ບັນ​ຫາ​ການ​ເມືອງ, ການ​ເລືອກ​ຕັ້ງ, ປະ​ທາ​ນາ​ທິ​ບໍ​ດີ Barack Obama ໄດ້​ເນັ້ນ​ຫນັກ​ວ່າ: ອາ​ເມ​ລິ​ກາ ຄວນ​ຫລຸດ​ຜ່ອນ​ຄວາ​ມ​ຜົນ​ສະ​ທ້ອນ​​ຂອງເງິນ​ຕາ​ຕໍ່ການ​ເມືອງ ພ້ອມ​ທັງ ກ່າວ​ປະ​ນາມ​ສະ​ພາບ​ລະ​ບົບ​ການ​ເມືອງ ພວມ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດ​າ​ຜູ້​ຮັ່ງ​ມີ ແລະ ຜູ້​ມີ​ສິດ​ອຳ​ນາດ. ທ່ານ Barack Obama ກໍ​ຢືນ​ຢັນ​ວ່າ: ​ຖ້າ​ມີ​ການ​ຮ່ວມ​ມື​ນຳ​ກັນ, ​ອະ​ນາ​ຄົດ​ຂອງ​ປະ​ເທດ ອ​າ​ເມ​ລິ​ກາ ​ອາດຈະ​ບັນ​ລຸ​ໄດ້​ຄື​ດັ່ງ​ຄວາມ​ຫວັງ. ປະ​ທາ​ນາ​ທິ​ບໍ​ດີ Barack Obama ຮຽກ​ຮ້ອງ​ສະ​ພາ​ແຫ່ງ​ຊາດ ຮ່ວມ​ມື​ນຳ​ກັນ ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP, ປິດ​ປະ​ຕູ​ຄຸກ​ການ​ທະ​ຫານ​ຂອງ​ອາ​ເມ​ລິ​ກາ ຢູ່ ອ່າວ Guantanamo ຫລື ຍົກ​ເລີກ​ການ​ຂວຳ​້​ບາດ​ຕໍ່​ກູ​ບາ, ຊຸກ​ຍູ້​ຂໍ້​ຕົກ​ລົງ​ການ​ເມືອງ​ໃຫ້​ແກ່​ບັນ​ຫາ ຊີ​ຣີ, ປະ​ຕິ​ບັດ​ຂໍ້​ຕົກ​ລົງ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ອີ​ຣານ ທີ​່​ບັນ​ລຸ​ໄດ້​ເມື່ອ​ເດືອນ 7/2015.

        ຕຳ​ຫ​ນິ​ຕິ​ຕຽນ​ທາງ​ອ້ອມ​​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງຂອງ​ພັກ​ສາ​ທາ​ລະ​ນະ

        ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ບໍ່​ສະ​ແດງ​ການ​ສະ​ຫນັບ​ສະ​ຫນູນ​ໂດຍ​ກົງ​ຕໍ່ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ໃນ​ສານ​ສະ​ຫະ​ລັດ ແຕ່​ທ່ານ​ພັດ​ສະ​ແດງ​ການ​ຄັດ​ຄ້ານ​ຢ່າງ​ແຮງ ເພື່ອ​ເລັ່ງ​ໃສ່​ບັນ​ດາ​ຜູ້​ອອກ​ສະ​ຫມັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ສາ​ທາ​ລະ​ນະ. ຜູ້​ອອກ​ສະ​ຫ​ມັກ​ຮັບ​ເລືອກ​ຕັ້ງ 2 ທ່ານ ຂອງ​ພັກ​ສາ​ທາ​ລະ​ນະ ຊື່ງ​ທ່ານ Barack Obama ໄດ້​ກ່າວ​ປະ​ນາມ​ຫລາຍ​ສຸດນັ້ນ​ແມ່ນ ສະ​ມາ​ຊິກ​ສະ​ພາ​ສູງ Ted Cruz ແລະ ເສດ​ຖີ​ເງິນ​ຕຶ້ Donald Trump. ເຖິງວ່າບໍ່​ຍົກ​ຊື່​ຂອງ​ຜູ້​ຖືກ​ຕຳ​ຫນິ​ຕິ​ຕ​ຽນ​ກໍ​ຕາມ ແຕ່​ໃນ​ສານ​ສະ​ຫະ​ລັດ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ໄດ້​ຕຳ​ຫນິ​ຕິ​ຕຽນ​​ໂດຍທາງ​ອ້ອມ​ແກ່​ບັນ​ດາ​ຖະ​ແຫລງ​ການ​ທີ່ກໍ່​ຄວາມ​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ ແລະ ອິດ​ສະ​ລາມ ຂອງ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແຖວ​ຫນ້າ​ຂອງ​ພັກ​ສາ​ທາ​ລະ​ນະ Donald Trump. ຕາມ​ທ່ານ Barack Obama ແລ້ວ, ເມື່ອ​ບັນ​ດາ​ນັກ​ການ​ເມືອງ ໄດ້​ແຕະ​ຕ້ອງ ຊາວ​ມຸດ​ສະ​ລີມ, ເມື່ອ​ໂບດ​ອິ​ດ​ສະ​ລາມ​ແຫ່ງ​ຫນຶ່ງ​ຖືກ​ທຳ​ລາຍ ສິ່ງນັ້ນ​ບໍ່​ເຮັດ​ໃຫ້​ອາ​ເມ​ລິ​ກາ ມີ​ຄວາມ​ປອດ​ໄພ​ກວ່າ. ທ່ານ Barack Obama ຢືນ​ຢັນ “ນັ້ນ​ແມ່ນ​ການ​ກະ​ທຳ​ທີ່​ຜິດ​ພາດ, ມັນເຮັດ​ໃຫ້​ພວກ​ເຮົາ​​ອ່ອນ​ນ້ອຍ​ລົງ​ໃນ​ແວວ​ຕາ​ຂອງ​ປະ​ຊາຄົມ​ສາ​ກົນ​​. ມັນ​ເຮັດ​ໃຫ້​ພວກ​ເຮົາ​ຍາກ​ທີ່ຈະ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ໄດ້​ກໍ​ຄືສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄຸນ​ຄ່າ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ”. ທ່ານ Barack Obama ເນັ້ນ​ຫນັກ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ: “ພວກ​ເຮົາ​​ຈຳ​ເປັນ​ຕ້ອງປະ​ຕິ​ເສດ​ບັນ​ຫາ​ການ​ເມືອງ​ທີ່​ເລັ່ງ​ໃສ່​ຜູ້​ອື່ນ ເພື່ອ​ເຊື້ອ​ຊາດ​ຜິວ​ພັນ ຫລື ສາ​ສະ​ຫນາ”.

        ສຳ​ລັບ​ຄຳ​ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ບຸກ​ໂຈມ​ຕີ​ຂອງ​ອົງ​ການ​ລັດ​ອິດ​ສະ​ລາມ​ຂະ​ຫນານ​ນາມ​ເອງ IS ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ Ted Cruz, ໂດຍບໍ່​ຫົວ​ຊາ​ຕໍ່​ຊີ​ວິດ​ອີນ​ຊີ​ຂອງ​ສາ​ມັນ​ຊົນ, ປະ​ທາ​ນາ​ທິ​ບໍ​ດີ Barack Obama ຕຳ​ຫນິ​ຕິ​ຕຽນ​ວ່າ ບໍ່​ຄວນເວົ້າ​​ແບບແຂງ​ກະ​ດ້າງ ຫລື ຮຽກ​ຮ້ອງ​ການ​​ຖີ້ມ​ລະ​ເບີດ IS ໂດຍບໍ່​ຫົວ​ຊາ​ຕໍ່​ສາ​ມັນ​ຊົນ​ຊີ​ຣີ ທາງ​ໂທ​ລ​ະ​ພາບ ເພາະ​ວ່າ ບັນ​ດາ​ຄຳ​ເວົ້ານີ້​ພຽງ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ນັ້ນ ​ຫາກບໍ່​ມີ​ຄວາມ​ໝາຍ​ໃນ​ເວ​ທີ​ສາ​ກົນ.

        ທ່ານ Barack Obama ກໍ​ໄດ້​ປະ​ຕິ​ເສດ​ທ​ັດ​ສະ​ນະ​ຂອງ​ນັກ​ການ​ເມືອງ​ພັກ ສາ​ທາ​ລະ​ນະ ຫລາຍ​ທ່ານ​ໂດຍ​ຖື​ວ່າ ຊາວ​ອົບ​ພະ​ຍົບ​ໄດ້​ເຮັດ​ໃຫ້ ອາ​ເມ​ລິ​ກາ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ.

        ສ້າງ​​ຜົນ​ສະ​ທ້ອນ​ທີ່​ດີ​ຕໍ່​ຫາງ​ສຽງ

       ຕາມ​ໝາກ​ຜົນ​​ຈາກ​ການ​ຢັ່ງ​ຫາງ​ສຽງໂດຍ ສຳ​ນັກ​ຂ່າວ ອາ​ເມ​ລິ​ກາ CNN/ORC ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 13/1, ສານ​ສະ​ຫະ​ລັດສຸດ​ທ້າຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Barack Obamaໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກຫາງ​ສຽງ​ເມື່ອ​ປຽບ​ທຽບ​ກັບ​ບັນ​ດາ​ຄຳ​ກ່າວ​ປາ​​ໄສ​ກ່ອນນັ້ນ. ມີ 53% ​ຈຳ​ນວນຜູ້​ຖືກ​ຖາມ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ຫນ້າ​ຕໍ່​ສານ​ສະ​ຫະ​ລັດ​ສະ​ບັບ​ນີ້. ຜູ້​ຖືກ​ຖາມ​ສ່ວນ​ຫລາຍ​ຢືນ​ຢັນ​ວ່າ: ບັນ​ດາ​ນະ​ໂຍ​ບາຍ ຊື່ງ​ທ່ານ Obama ສະ​ເຫນີ ຈະ​ນຳ​ປະ​ເທດ ອາ​ເມ​ລິ​ກາ ໄປ​ຖືກ​ທິດ. ສິ່ງ​ດັ່ງ​ກ່າວ​ແມ່ນ​ກົງ​ກັບ​ຂ້າມ​ກັບ​ການ​ຕຳ​ຫນິ​ຕິ​ຕຽນ​ຢ່າງ​ແຮງ​ຈາກ​ພັກ​ສາ​ທາ​ລະ​ນະ ເມື່ອ​ຖື​ວ່າ ບົດ​ກ່າວ​ປາ​ໄສ​ຂອງ​ທ່ານບໍ່​ມ​ີ​ຈຸດ​ສຸມ ດ້ວຍ​ເນື້ອ​ໃນ​ເກົ່າ​ບໍ່​ກຽມພ້ອມ​ ແລະ ບໍ່​ສາ​ມາດ​ຍົກ​ອອກ​ມາດ​ຕະ​ການ​ລະ​ອຽດ​ໃຫ້​ບັນ​ຫາ​ທີ່​ຍັງ​ຄົງ​ຂ້າງ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ.

ສານ​ສະ​ຫະ​ລັດ ໄດ້​ຮັບ​ຖື​ວ່າ ແມ່ນ​ຈຸດ​ສຸມ​ຂອງ​ຊີ​ວິດ​ດ້ານ​ການ​ເມືອງ ອາ​ເມ​ລິ​ກາ ຕົ້ນ​ປີ 2016. ປະ​ທາ​ນາ​ທິ​ບໍ​ດີ Obama ໄດ້​ຍາດ​ແຍ່ງ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ຕໍ່​ສານ​ສະ​ບັບ​ນີ້​ເພື່ອ​ໂຄ​ສະ​ນາ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ ນັບ​ແຕ່ນີ້​ຈົນ​ເຖິງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ 2016, ສ້າງ​ທ່າ​ໄດ້​ປຽບໂດຍ​ທາງ​ອ້ອມ​ໃຫ້​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ