ສານສະເໝີຕົ້ນສະເໝີປາຍກ່ຽວກັບເລື່ອງຢືດໝັ້ນການຮັກສາເສດຖະກິດມະຫາພາໃຫ້ເປັນປົກກະຕິ

(VOVWORLD) -ພື້ນຖານເສດຖະກິດ ຫວຽດນາມ ມີລະດັບເປີດຢ່າງໃຫຍ່ຫຼວງ, ຍອດວົງເງິນນຳເຂົ້າ - ສົ່ງອອກຄາດວ່າບັນລຸ 750 ຕື້ USD, ຫຼາຍທົມ 2 ເທົ່າ GDP.
ສານສະເໝີຕົ້ນສະເໝີປາຍກ່ຽວກັບເລື່ອງຢືດໝັ້ນການຮັກສາເສດຖະກິດມະຫາພາໃຫ້ເປັນປົກກະຕິ - ảnh 1(ພາບປະກອບ: tapchitaichinh.vn)

        ເວທີປາໄສເສດຖະກິດ - ສັງຄົມ ຫວຽດນາມ 2022 ດ້ວຍຫົວຂໍ້ “ປັບປຸງພື້ນຖານເສດຖະກິດມະຫາພາກ, ຊຸກຍູ້ການຟື້ນຟູ ແລະ ພັດທະນາແບບຍືນຍົງ” ເຊິ່ງດຳເນີນໄປໃນທ້າຍອາທິດຜ່ານມາ, ຢູ່ ຮ່າໂນ້ຍ. ເວທີປາໄສໄດ້ສົ່ງສານສຳຄັນທີ່ວ່າ: ເພີ່ມທະວີພື້ນຖານເສດຖະກິດມະຫາພາກ, ເພີ່ມທະວີຄວາມສາມາດຕ້ານຢັນ ແລະ ຄວາມເຂັ້ມແຂງດ້ວຍຕົນເອງຂອງພື້ນຖານເສດຖະກິດ ຍາມໃດກໍ່ແມ່ນເປົ້າໝາຍແຖວໜ້າ.

ຫວຽດນາມ ພວມຄວບຄຸມເສດຖະກິດມະຫາພາກເປັນຢ່າງດ

        ໃນສະພາບການໂລກມີການເຕີບໂຕຕ່ຳ, ແຕ່ ຫວຽດນາມ ຍັງເຕີບໂຕສູງ. ໂລກເກີດໄພເງິນເຟີ້ສູງນັ້ນ ຫວຽດນາມ ຍັງຮັກສາລະດັບເງິນເຟີ້ຕ່ຳ. ພື້ນຖານເສດຖະກິດ ຫວຽດນາມ ມີລະດັບເປີດຢ່າງໃຫຍ່ຫຼວງ, ຍອດວົງເງິນນຳເຂົ້າ - ສົ່ງອອກຄາດວ່າບັນລຸ 750 ຕື້ USD, ຫຼາຍທົມ 2 ເທົ່າ GDP. ຫວຽດນາມ ກໍ່ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ, ໄພທຳມະຊາດ. ຄວາມກົດດັນທາງດ້ານເສດຖະກິດມະຫາພາກແມ່ນໃຫຍ່ຫຼວງທີ່ສຸດ. ແຕ່ ຫວຽດນາມ ຄວບຄຸມເສດຖະກິດມະຫາພາກໄດ້ເປັນຢ່າງດີ. ບັນດາອົງການຈັດອັນດັບຄວາມໄວ້ວາງໃຈສາກົນຄື WB, IMF, ADB… ໄດ້ຍົກລະດັບຄວາມໄວ້ວາງໃຈສຳລັບ ຫວຽດນາມ, ຄາດຄະເນການເຕີບໂຕ GDP ປີ 2022 ຂອງ ຫວຽດນາມ ບັນລຸລະດັບແຕ່ 6,7 – 7,5%, ໄພເງິນເຟີ້ຕ່ຳກວ່າ 4%... ບັນດາອົງການຈັດຕັ້ງປີ 2022, ຫວຽດນາມ ມີຫຼາຍນະໂຍບາຍປີການເງິນທີ່ໄດ້ຮັບການປະຕິບັດໂດຍບໍ່ເຄີຍມີມາກ່ອນ. ເລື່ອງໜູນຊ່ວຍການຫຼຸດພາສີ, ໜູນຊ່ວຍປີການເງິນ, ບ້ວງເງິນໜູນຊ່ວຍທີ່ກ່ຽວຂ້ອງເຖິງການໜູນຊ່ວຍວິສາຫະກິດຈຳນວນໜຶ່ງ ກໍຄືໜູນຊ່ວຍຜູ້ອອກແຮງງານ ໄດ້ປະກອບສ່ວນຮັກສາເສດຖະກິດ, ສັງຄົມໃຫ້ເປັນປົກກະຕິ, ແກ້ໄຂວຽກເຮັດງານທຳ. ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃຫ້ຮູ້ວ່າ:

        “ສິ່ງພິເສດທີ່ສຸດນັ້ນແມ່ນ, ໂດຍຕ່າວປິ້ນກັບພາຍນອກ, ເສດຖະກິດ ຫວຽດນາມ ໄດ້ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດຂອງໄລຍະ ໂລກລະບາດໂຄວິດ-19 ທີ່ແຜ່ລະບາດຢ່າງຮ້າຍແຮງຢູ່ ຫວຽດນາມ ແລະ ໃນເວລາເກືອບ 9 ເດືອນຜ່ານມາ ຫວຽດນາມ ສາມາດຮັກສາໄດ້ທ່າເຕີບໂຕທີ່ປະທັບໃຈ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຢ່າງມີປະສິດທິຜົນ, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນໂດຍພື້ນຖານ ແລະ ໄດ້ຮັບການຄາດຄະເນມີລະດັບເຕີບໂຕທີ່ໜ້າປະເອີບໃຈໃນປີ 2022”.

ຂ້ໍກຸນແຈເພື່ອໃຫ້ເສດຖະກິດ ຫວຽດນາມ ສືບຕໍ່ເຕີບໂຕຕາມທິດຍືນຍົງ

        ການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ພ້ອມທັງເປັນເຈົ້າການໃນການຮັບມື, ມີໄຫວພິບ ສຳລັບການປ່ຽນແປງຢ່າງວ່ອງໄວແມ່ນຂໍ້ກຸນແຈເພື່ອໃຫ້ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ “ຕ່າວປິ້ນ” ບັນລຸຜົນສຳເລັດ ແລະ ຮັກສາທ່າເຕີບໂຕ ໃນສະພາບການທີ່ໂລກ ແລະ ພາກພື້ນມີການຜັນແປຫຼາຍຢ່າງ. ສະພາບຕົວຈິງໄດ້ສະແດງໃຫ້ເຫັນແຈ້ງວ່າ ເມື່ອບັນດາດັດຊະນີມະຫາພາກຮັກສາເປັນປົກກະຕິນັ້ນ, ພື້ນຖານເສດຖະກິດຈຶ່ງເຕົ້າໂຮມກຳລັງຄວາມສາມາດຕ້ານທານຢ່າງພຽງພໍ, ເປັນເຈົ້າການຮັບມືກັບບັນດາການຜັນແປທີ່ເກີດຂຶ້ນໃໝ່ ແລະ ຟື້ນຟູຢ່າງໄວພາຍຫຼັງບັນດາການຜັນແປນັ້ນໄດ້ຢ່າງມີປະສິດທິຜົນ.

        ເລື່ອງສຸມໃສ່ສ້າງກອບລະບອບລະບຽບການ, ກົດໝາຍກ່ຽວກັບການຄຸ້ມຄອງທີ່ດິນ ແລະ ຕະຫຼາດອະສັງຫາລິມະຊັບໃຫ້ສົມບູນແບບ ຈະສາມາດຂຸດຄົ້ນໜຶ່ງໃນບັນດາແຫຼ່ງກຳລັງສຳຄັນຂອງພື້ນຖານເສດຖະກິດໃຫ້ບັນລຸປະສິດທິຜົນ. ກ່ຽວກັບບັນຫາດັ່ງກ່າວ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈີນຮົ່ງຮ່າ ໃຫ້ຮູ້ວ່າ:

        “ຕ້ອງປ່ຽນແປງໃໝ່ວິທີການ, ເນື້ອໃນ, ຮູບແບບຂອງວຽກງານວາງແຜນກຳນົດ, ເພື່ອຈັດແບ່ງແຫຼ່ງກຳລັງຊັບພະຍາກອນພິເສດ, ລ້ຳຄ່າ ແລະ ສຳຄັນນີ້. ເນື້ອໃນປ່ຽນແປງໃໝ່ຈະຮັບປະກັນຄວາມຍຸຕິທຳ, ສະເໝີພາບໃຫ້ແກ່ບັນດາຝ່າຍ, ແກ້ໄຂຄວາມຕ້ອງການນຳໃຊ້ທີ່ດິນ, ແກ້ໄຂບັນດາບັນຫາໃນອະດີດ, ປະຈຸບັນ ແລະ ອະນາຄົດ. ທີ 2 ແມ່ນຊອກຫາວິທີຮັດແຄບໄລຍະຫ່າງລະຫວ່າງການກຳນົດລາຄາທີ່ດິນ ແລະ ການເງິນທີ່ດິນ. ທີ 3 ແມ່ນ ຄວນສ້າງແຫຼ່ງຂໍ້ມູນທີ່ດິນ, ຊຸກຍູ້ການຫັນເປັນດີຈີຕອນໃນຂົງເຂດດັ່ງກ່າວ”.

        ບັນດາຕະຫຼາດຫຼັກຊັບ, ພັນທະບັດວິສາຫະກິດ, ພັນທະບັດລັດຖະບານ, ເງິນຕາ, ອະສັງຫາລິມະຊັບ…, ລ້ວນແຕ່ແມ່ນສາຍເລືອດຂອງພື້ນຖານເສດຖະກິດ. ຍ້ອນເຫດນັ້ນ ຕ້ອງຮັບປະກັນການຈໍລະຈອນທີ່ໂປ່ງໃສ, ພັດທະນາແບບຍືນຍົງ. ທ່ານ ຫງວຽນດຶກຈີ, ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ, ກະຊວງມີການກຳນົດທິດ, ມາດຕະການແກ້ໄຂເພື່ອໃຫ້ພັນທະບັດວິສາຫະກິດກາຍເປັນຊ່ອງລະດົມທຶນຮອນໄລຍະກາງ ແລະ ໄລຍະຍາວຢ່າງມີປະສິດທິຜົນ.

        “ສືບຕໍ່ສ້າງກອບນິຕິກຳຕະຫຼາດໃຫ້ສົມບູນແບບ, ສຳຫຼວດກວດກາບັນດາກົດໝາຍທີ່ກ່ຽວຂ້ອງໂດຍກົງເຖິງສິດໄດ້ຈຳໜ່າຍພັນທະບັດວິສາຫະກິດ, ລະດົມທຶນ (ກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍວ່າດ້ວຍຫຼັກຊັບ). ໃນນັ້ນ, ມີ 3 ໝວດບັນຫາຕ້ອງພິຈາລະນາເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ, ລວມມີ: ເງື່ອນໄຂສຳລັບວິສາຫະກິດຈ່າວຂາຍພັນທະບັດ; ເງື່ອນໄຂສຳລັບນັກລົງທຶນທີ່ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມການລົງທຶນພັນທະບັດຂອງບັນດາວິສາຫະກິດ; ວິທີຈຳໜ່າຍພັນທະບັດລາຍຍ່ອຍ ແລະ ຈຳໜ່າຍພັນທະບັດອອກສູ່ມະຫາຊົນ. ທີ 2 ແມ່ນ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ປັບປຸງຄວາມຕ້ອງການລົງທຶນໃສ່ພັນທະບັດວິສາຫະກິດ. ທີ 3 ແມ່ນຍົກສູງຄຸນນະພາບຂອງບັນດານັກການເງິນເປັນກາງເຂົ້າຮ່ວມວິວັດການຈຳໜ່າຍພັນທະບັດວິສາຫະກິດ”.

        ບົດຮຽນຕົວຈິງຜ່ານໄລຍະ 35 ປີແຫ່ງການປ່ຽນແປງໃໝ່, ນັບທັງໃນໄລຍະຫຍຸ້ງຍາກ, ການທົດສອບທີ່ຮ້າຍແຮງຄືໃນໄລຍະ 2 ປີຜ່ານມາ, ເລື່ອງຮັບປະກັນເສດຖະກິດມະຫາພາກເປັນປົກກະຕິແມ່ນປັດໄຈ “ຄົງຕົວ” ເພື່ອຮັບມືກັບ “ການປ່ຽນແປງ” ຂອງສະພາບການເສດຖະກິດສາກົນ. ເລື່ອງຢືດໝັ້ນຮັກສາພື້ນຖານເສດຖະກິດມະຫາພາກເປັນປົກກະຕິນັ້ນ ຈະຊ່ວຍໃຫ້ ຫວຽດນາມ ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ