ສາມັກຄີ ເພື່ອພ້ອມກັນສ້າງສາປະເທດຊາດ

(VOVWORLD) - ມະຫາສາມັກຄີທົ່ວປວງຊົນທັງຊາດ ຍາມໃດກໍ່ຮັກສາທີ່ຕັ້ງສຳຄັນພິເສດ, ສະເຫມີຕົ້ນສະເຫມີປາຍ ແລະ ລຸລ່ວງໃນແນວທາງ, ແຜນນະໂຍບາຍຂອງພັກ,ນະໂຍບາຍກົດໝາຍຂອງລັດ ຫວຽດນາມ. ບໍ່ວ່າຈະຢູ່ໃນໄລຍະພັດທະນາໃດຂອງປະເທດຊາດ, ໃນບໍ່ວ່າຜົນງານໃດກໍ່ລ້ວນແຕ່ມີຈິດໃຈສາມັກຄີຂອງກຳມະກອນ, ຊາວນາ, ປັນຍາຊົນ, ນັກທຸລະກິດ, ປະຊາຊົນບັນດາເຜົ່າ, ສາສະຫນາຕ່າງໆ … ເຂົາເຈົ້າປະຕິບັດຕາມບັນດາແຜນນະໂຍບາຍ, ລັດຖະນະໂຍບາຍຂອງພັກ, ລັດ ພ້ອມກັນມຸ່ງໄປເຖິງເປົ້າໝາຍລວມ:ນຳປະເທດຊາດໃຫ້ນັບມື້ນັບພັດທະນາ.

ສາມັກຄີ ເພື່ອພ້ອມກັນສ້າງສາປະເທດຊາດ - ảnh 1ສາມັກຄີເພື່ອພ້ອມກັນສ້າງສາປະເທດຊາດ. ພາບປະກອບ: dangcongsan.vn

ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນມູນເຊື້ອອັນລ້ຳຄ່າ ທີ່ຍາມໃດກໍ່ໄດ້ແຜ່ກະຈາຍ, ເສີມຂະຫຍາຍໃນຕະຫລອດໄລຍະປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ. ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນແຫລ່ງກຳລັງແຮງ, ແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະຂອງພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດໃນທຸກສະໄຫມ.

ພ້ອມກັນສູ້ຊົນເພື່ອການພັດທະນາຂອງປະເທດຊາດ

ຫວຽດນາມ ພວມຢືນຢູ່ຕໍ່ຫນ້າບັນດາກາລະໂອກາດໃຫຍ່ ເພື່ອພັດທະນາປະເທດຊາດຢ່າງວ່ອງໄວ, ໝັ້ນຄົງກວ່າ. ນີ້ແມ່ນກາລະໂອກາດຄວນກຳແຫນ້ນເພື່ອຮັດແຄບຊ່ອງຫວ່າງການພັດທະນາດ້ວຍຫລາຍປະເທດຢູ່ພາຍໃນ ແລະ ນອກພາກພື້ນ.ປະຈຸບັນ ພວກເຮົາເຄີຍພົບເຫັນຮູບພາບກຳມະກອນ ສຸມໃສ່ຍົກສູງທັກສະອາຊີບ, ທຳຄວາມລຶ້ງເຄີຍກັບຕ່ອງໂສ້ການຜະລິດທັນສະໄຫມ, ມີຄວາມສາມາດປະດິດຄິດສ້າງ ວິທະຍາສາດ ເຕັກໂນໂລຊີໃນບາງຂະແຫນງຄື: ນ້ຳມັນອາຍແກັດ, ການບິນ, ເອເລັກໂຕນິກ ຄອມພິວເຕີ, ໄປສະນີໂທລະຄົມມະນາຄົມ..

ໃນຂົງເຂດກະສິກຳ, ຊາວກະສິກອນ ໄດ້ມີການຫັນປ່ຽນສຳຄັນກ່ຽວກັບຈິນຕະນາການການຜະລິດ, ດຳເນີນທຸລະກິດ; ເປັນເຈົ້າການ, ໝູນໃຊ້ຄວາມກ້າວຫນ້າ ວິທະຍາສາດ ເຕັກໂນໂລຊີເຂົ້າໃນການຜະລິດກະສິກຳ, ກາຍເປັນເຈົ້າຂອງໃນການສ້າງຊົນນະບົດໃຫມ່, ພັດທະນາກະສິກຳ ແລະ ເສດຖະກິດຊົນນະບົດຕາມທິດທັນສະໄຫມ.

ຖັນແຖວປັນຍາຊົນ ຕັ້ງຫນ້າເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4 ໃນຫລາຍຂະແຫນງ ແລະຂົງເຂດ, ມີປັນຍາຊົນພາກສ່ວນຫນຶ່ງ ບັນລຸລະດັບຄວາມຮູ້ເທົ່າທຽມກັບລະດັບຄວາມຮູ້ບັນດາປະເທດພັດທະນາ. ໃນຂະນະນັ້ນ ຊາວຫນຸ່ມ ຫວຽດນາມ ໄດ້ກາຍເປັນກຳລັງມີຄວາມຂະຫຍັນຂັນເຄື່ອນ, ມີຄວາມໄຝ່ຝັນ, ເຂົ້າເຖິງພູມປັນຍາຂອງຍຸກສະໄຫມຢ່າງວ່ອງໄວ. ຖັນແຖວນັກທຸລະກິດນັບມື້ນັບເພີ່ມຂຶ້ນເປັນຈຳນວນຫລວງຫລາຍ, ມີມານະຈິດສ້າງຄວາມຮັ່ງມີ, ນຳຫນ້າໃນການປ່ຽນແປງໃຫມ່, ສ້າງຫລາຍວຽກເຮັດງານທຳ.

         ຊາວຊົນເຜົ່າສ່ວນຫນ້ອຍ ຍາມໃດກໍ່ຍົກສູງຈິດໃຈສາມັກຄີ, ບືນຕົວຂຶ້ນໃນການພັດທະນາເສດຖະກິດ ສັງຄົມ,ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ,ສ້າງປະຊາຄົມ,ຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳ ແລະ ມູນເຊື້ອອັນດີງາມ. ປະຊາຊົນເຊື່ອຖືສາສະຫນາ ຍາມໃດກໍ່ຕັ້ງຫນ້າຮ່ວມເດີນທາງພ້ອມກັບຊາດ. ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ອ່ວາຍຫນ້າເມືອຫາປະເທດຊາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ກາຍເປັນຫນຶ່ງໃນບັນດາແຫລ່ງກຳລັງແຮງພັດທະນາປະເທດຊາດ.

ບໍ່ພຽງແຕ່ປະຕິບັດບົດບາດຂອງຕົນເປັນຢ່າງດີ, ຫາກປະຊາຊົນທຸກຊັ້ນວັນນະ ຍັງຕັ້ງຫນ້າຕອບສະຫນອງບັນດາຂະບວນການໂດຍບັນດາອົງການມີຫນ້າທີ່ຮັບຜິດຊອບປຸກລະດົມຄື: ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃຫມ່ ແລະຕົວເມືອງອັດສະລິຍະ, ການເຄື່ອນໄຫວສະຫວັດດີສັງຄົມ..ທັງໝົດກໍ່ລ້ວນແຕ່ປາດຖະຫນາຢາກໃຫ້ປະເທດຊາດນັບມື້ນັບພັດທະນາກວ່າ.

ຈິດໃຈສາມັກຄີ ແມ່ນກຳລັງແຮງໃຫຍ່ສຸດຂອງຊາວຫວຽດນາມ

ຫວຽດນາມ ພວມໃນໄລຍະສຳຄັນ ເພື່ອຫັນປ່ຽນພັດທະນາຢ່າງວ່ອງໄວ ແລະຍືນຍົງ, ຮັບປະກັນການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10ປີ ແຕ່ປີ 2021 – 2030 ແລະ ແຜນການພັດທະນາເສດຖະກິດ ສັງຄົມໄລຍະ5 ປີ ຄືແຕ່ ປີ 2021 – 2025 ເປັນຢ່າງດີ.

          ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄັ້ງທີ XIIIປີ 2021 ໄດ້ກຳນົດເປົ້າໝາຍຂອງການປະຕິວັດ ຫວຽດນາມໃນໄລຍະປະຈຸບັນ ແມ່ນ “ເສີມຂະຫຍາຍເຈດຈຳນົງ ແລະກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດສົມທົບກັບກຳລັງແຮງຂອງຍຸກສະໄຫມ; ຍູ້ແຮງຢ່າງຮອບດ້ານ, ຄົບຊຸດໃນພາລະກິດແຫ່ງການປ່ຽນແປງໃຫມ່, ຫັນເປັນອຸດສາຫະກຳ,ທັນສະໄຫມ, ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງຫນັກແຫນ້ນ, ຮັກສາສະພາບແວດລ້ອມສັນຕິດພາບ, ສະຖຽນລະພາບ; ສູ້ຊົນເພື່ອຮອດກາງສັດຕະວັດທີ XXI, ຫວຽດນາມກາຍເປັນປະເທດພັດທະນາ ຕາມການກຳນົດທິດສັງຄົມນິຍົມ.

         ທີ່ກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XIII ຫວ່າງແລ້ວນີ້ (ເດືອນ ຕຸລາປີ 2023), ສູນກ າງ ກໍ່ມີບົດສະຫລຸບ: ໃນໄລຍະພັດທະນາໃຫມ່, ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ປຸກລຸກຈິດໃຈຮັກຊາດຢ່າງແຮງກ້າ, ມີເຈດຈຳນົງເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈຊາດ, ຄວາມເຊື່ອໝັ້ນ ຄວາມຄາດຫວັງຢາກໄດ້ອຸທິດສ່ວນ, ປະກອບສ່ວນປະຕິບັດເປົ້າໝາຍຮອດປີ 2030 ຫວຽດນາມກາຍເປັນປະເທດພວມພັດທະນາຢ່າງສຳເລັດຜົນ, ມີອຸດສາຫະກຳທັນສະໄຫມ,ລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ຕາມການກຳນົດທິດສັງຄົມນິຍົມ.

          ຈິດໃຈສາມັກຄີ ແມ່ນກຳລັງແຮງໃຫຍ່ສຸດຂອງຊາວ ຫວຽດນາມ.ກາລະໂອກາດ ແລະສິ່ງທ້າທາຍສຳລັບການພັດທະນາປະເທດຊາດ ພວມໃຫຍ່ຫລວງຢູ່ ເປັນຕົ້ນໃນໄລຍະປະຈຸບັນ. ດ້ວຍຈິດໃຈມະຫາສາມັກຄີ ໄດ້ຮັບການເສີມຂະຫຍາຍ ຈະຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະສົບຜົນສຳເລັດ, ບັນລຸບັນດາເປົ້າໝາຍພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ