ສາມ​​ບຸກ​ທະ​ລຸ​ຍຸດ​ທ​ະ​ສາດ - ຈຸດ​ສຸມ​ພ​ັດ​ທະ​ນາ​ຂອງ ຫວຽດ​ນາມ ໃນ 10 ປີ ຈະ​ມາ​ເຖິງ

(VOVWORLD) -ຮ່າງເອກະສານສະບັບຕ່າງໆທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ພວມດຳເນີນຂັ້ນຕອນເອົາຄຳເຫັນປະກອບໃນທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນເພື່ອປະຕິບັດ ໃຫ້ສຳເລັດສົມບູນແບບ. ສາມບຸກທະລຸຍຸດທະສາດທີ່ໄດ້ຍົກອອກມາໃນຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ ໄລຍະ 2011  2020, ສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ ໄລຍະ 2021  2030 ແມ່ນ: ສ້າງລະບອບລະບຽບການເສດຖະກິດການຕະຫຼາດໃຫ້ສົມບູນແບບ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດຕາມທິດທັນສະໄໝໂດຍໄວ ເຊິ່ງບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ມີຄວາມສົນໃຈ ແລະ ໃຫ້ການປະກອບຄຳເຫັນ.

ໃນຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ ແຕ່ 2011-2020, ສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ 2021 -  2030 ໄດ້ກຳນົດສາມບຸກທະລຸຍຸດທະສາດຂອງ ຫວຽດນາມ ໃນ 10 ປີ ຈະມາເຖິງ. ນັ້ນແມ່ນສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບຂອງລະບອບລະບຽບການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມໃຫ້ຄົບຖ້ວນ, ຄົບຊຸດ, ທັນສະໄໝ ແລະ ເຊື່ອມໂຍງສາກົນ. ປ່ຽນແປງໃໝ່ການບໍລິຫານປະເທດຊາດຕາມທິດທັນສະໄໝ, ໂດຍສະເພາະແມ່ນຄຸ້ມຄອງການພັດທະນາ ແລະ ຄຸ້ມຄອງສັງຄົມ.  ສືບຕໍ່ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງເສດຖະກິດ, ສັງຄົມໃຫ້ຄົບຊຸດ, ທັນສະໄໝ, ຈຸດສຸມແມ່ນບຸລິມະສິດພັດທະນາພື້ນຖານໂຄງລ່າງສຳຄັນກ່ຽວກັບທາງດ້ານຄົມມະນາຄົມ, ພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຕົວເມືອງໃຫຍ່, ພື້ນຖານໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນບັນດາບາດກ້າວບຸກທະລຸຍຸດທະສາດທີ່ມີລັກສະນະຍາວນານ ແລະ ສຳຄັນໃນໄລຍະຈະມາເຖິງ. ທ່ານ ບຸ່ຍວັນເກືື່ອງ, ສະມາຊິກສະພາແຫ່ງຊາດແຂວງ ດັກລັກ ຖືວ່າ:

        “ທັງ 3 ປະການແມ່ນມີຄວາມສຳຄັນທີ່ສຸດ. ບຸກທະລຸກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, ລະບອບລະບຽບການ. ລະບອບລະບຽບການເພື່ອເຮັດໃຫ້ການຄຸ້ມຄອງລັດ, ສັງຄົມດີກວ່າເກົ່າ. ສ່ວນກ່ຽວກັບແຫຼ່ງຊັບພະຍາກອນມະນຸດແມ່ນເພື່ອໃຫ້ສະມັດຕະພາບແຮງງານສູງກວ່າ ແລະ ຊຸກຍູ້ການເຕີບໂຕ ແລະ ການບຸກທະລຸກ່ຽວກັບພື້ນຖານໂຄງລ່າງ, ໂດຍສະເພາະແມ່ນພື້ນຖານໂຄງລ່າງທາງຄົມມະນາຄົມເພື່ອສ້າງຄວາມສະດວກ ແລະ ສ້າງກຳລັງໜູນໃຫ້ແກ່ການພັດທະນາ”.

ສາມ​​ບຸກ​ທະ​ລຸ​ຍຸດ​ທ​ະ​ສາດ - ຈຸດ​ສຸມ​ພ​ັດ​ທະ​ນາ​ຂອງ ຫວຽດ​ນາມ ໃນ 10 ປີ ຈະ​ມາ​ເຖິງ - ảnh 1ທ່ານ ໂດະວັນຊິງ, ສະມາຊິກສະພາແຫ່ງຊາດແຂວງກວ໋າງຈິ (ພາບ: baotintuc.vn)

ບຸກທະລຸກ່ຽວກັບລະບອບລະບຽບການໄດ້ກຳນົດວ່າແມ່ນສຳຄັນທີ່ສຸດໃນ 3 ບຸກທະລຸຍຸດທະສາດ. ບຸກທະລຸກ່ຽວກັບລະບອບລະບຽບການ ເພື່ອເຮັດແນວໃດຈຶ່ງຈະສາມາດດຶງດູດ ແລະ ນຳໃຊ້ບັນດາແຫຼ່ງກຳລັງໄດ້ດີທີ່ສຸດ. ການບຸກທະລຸກ່ຽວກັບລະບອບລະບຽບການສາມາດແກ້ໄຂບັນຫາຈັດແບ່ງຂັ້ນ, ແບ່ງສິດອຳນາດໄດ້ດີກວ່າ, ຄວບຄຸມສິດອຳນາດໄດ້ແໜ້ນແຟ້ນກວ່າ. ບຸກທະລຸກ່ຽວກັບລະບອບລະບຽບການ ເພື່ອສືບຕໍ່ສ້າງສະພາບແວດລ້ອມຜະລິດ, ດຳເນີນທຸລະກິດໄດ້ຢ່າງສະດວກ ແລະ ປອດໃສກວ່າ. ທ່ານ ໂດະວັນຊິງ, ສະມາຊິກສະພາແຫ່ງຊາດແຂວງກວ໋າງຈິ ກ່າວວ່າ:

        “ພວກເຮົາຕ້ອງສຳຫຼວດກວດຄືນກົດໝາຍທຸກສະບັບເພື່ອປະຕິບັດຕາມເນື້ອໃນຈິດໃຈຂອງເສດຖະກິດການຕະຫຼາດ. ເສດຖະກິດການຕະຫຼາດ ໂດຍຕະຫຼາດດັດສົມ ສະນັ້ນກົດໝາຍຕ້ອງເຮັດຕາມ. ທີສອງແມ່ນ, ຕ້ອງມີຄວາມໂປ່ງໃສຢ່າງແທ້ຈິງ ເພື່ອສ້າງເງື່ອນໄຂແກ້ໄຂບັນດາແຫຼ່ງກຳລັງ. ໃນກົດໝາຍຕ້ອງກຳນົດການສ້າງກົນໄກສະດວກໃຫ້ຕະຫຼາດດັດສົມ”.

        ກ່ຽວກັບການບຸກທະລຸແຫຼ່ງຊັບພະຍາກອນມະນຸດ, ໃນຄັ້ງນີ້ ຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ ໄດ້ເນັ້ນໜັກເຖິງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ບຸລິມະສິດໃຫ້ແກ່ການນຳ, ພະນັກງານຄຸ້ມຄອງ ແລະ ບັດາຂົງເຂດທີ່ສຳຄັນ. ແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງຕິດພັນກັບການຍົກສູງຄຸນນະພາບການສຶກສາບຳລຸງສ້າງ, ຍູ້ແຮງການໝູນໃຊ້ການຖ່າຍທອດວິທະຍາສາດເຕັກໂນໂລຢີ ແລະ ສ້າງການພັດທະນາວັດທະນະທຳ; ເສີມຂະຫຍາຍຄຸນຄ່າວັດທະນະທຳ, ກຳລັງແຮງຂອງຊາວຫວຽດນາມ.

ສາມ​​ບຸກ​ທະ​ລຸ​ຍຸດ​ທ​ະ​ສາດ - ຈຸດ​ສຸມ​ພ​ັດ​ທະ​ນາ​ຂອງ ຫວຽດ​ນາມ ໃນ 10 ປີ ຈະ​ມາ​ເຖິງ - ảnh 2 ທ່ານ ເລແທັງເວິນ, ສະມາຊິກສະພາແຫ່ງຊາດແຂວງ ກາເມົາ (ພາບ: quochoi.vn)

ທ່ານ ເລແທັງເວິນ, ສະມາຊິກສະພາແຫ່ງຊາດແຂວງ ກາເມົາ ໄຈ້ແຍກວ່າ:

        “ປັດຈຸບັນ, ພວກເຮົາຍັງບໍ່ທັນເອົາໃຈໃສ່ເຖິງການຈັດປະເພດພະນັກງານຕາມແຕ່ລະຂົງເຂດ, ເພື່ອສັບຊ້ອນໃຫ້ເໝາະສົມກັບກຳລັງຄວາມສາມາດ. ແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງແມ່ນມີຄວາມສຳຄັນທີ່ສຸດ, ສຳຄັນຢູ່ບ່ອນວ່າ: ແຫຼ່ງກຳລັງດັ່ງກ່າວແມ່ນເຈົ້າກຳໃນການສ້າງນະໂຍບາຍ, ຖືກທິດຖືກຕາມກົດເກນ ແລະ ໄປທັນກັບຍຸກສະໄໝ. ແຫຼ່ງກຳລັງດັ່ງກ່າວກໍແມ່ນແຫຼ່ງກຳລັງສ້າງບັນດາກົດແຫ່ງການປະພຶດຂອງບັນດາກົດໝາຍຂຶ້ນມາເພື່ອໃຫ້ຈັດຕັ້ງປະຕິບັດ. ເຂົາເຈົ້າແມ່ນບັນດາບຸກຄົນທີ່ຈັດຕັ້ງປະຕິບັດໄດ້ດີທີ່ສຸດ, ນັ້ນແມ່ນຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດ.”

      ບຸກທະລຸກ່ຽວກັບພື້ນຖານໂຄງລ່າງ, ຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄດ້ເນັ້ນເຖິງບາງກິດຈະກຳລະດັບຊາດ ແລະ ຈຸດສຸມ ກ່ຽວກັບຄົມມະນາຄົມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແຕ່ບຸລິມະສິດພັດທະນາພື້ນຖານໂຄງລ່າງດີຈີຕອນເພື່ອປະຕິບັດການຫັນເປັນດີຈີຕອນແຫ່ງຊາດ, ສ້າງພື້ນຖານດີຈີຕອນ ແລະ ສັງຄົມດີຈີຕອນເທື່ອລະກ້າວ. ຕາມທ່ານ ບຸ້ຍແທັງຕຸ່ງ, ສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ແລ້ວ, ຕ້ອງສຸມໃສ່ການບຸກທະລຸກ່ຽວກັບການກໍ່ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງຢ່າງຄົບຊຸດຕາມທິດທັນສະໄໝ, ສຸມໃສ່ການພັດທະນາລະບົບໂຄງປະກອບທີ່ສຳຄັນ.

        ປະຕິບັດ 3 ບຸກທະລຸຍຸດທະສາດ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ. ການເຊື່ອມຊຶມເນື້ອໃນ 3 ບຸກທະລຸຍຸດທະສາດດັ່ງກ່າວໃຫ້ເລິກເຊິ່ງ ແມ່ນການເພີ່ມທະວີການນຳພາ, ສ້າງຄວາມເປັນເອກະພາບນັບທັງຄວາມຮັບຮູ້ ແລະ ທັງການກະທຳຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ທຸກຂັ້ນ, ທຸກຂະແໜງການເພື່ອຜັນຂະຫຍາຍການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນ 10 ປີ ຈະມາເຖິງຢ່າງມີປະສິດທິຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ