ຫັນປ່ຽນຢ່າງຕັ້ງຫນ້າດ້ວຍວິໄສທັດຍຸດທະສາດຈາກກອງປະຊຸມວັດທະນະທຳ

(VOVWORLD) -ຫນຶ່ງປີ ພາຍຫລັງກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີ 2, ວັນທີ 24 ພະຈິກ ປີ 2021, ໄດ້ມີການຫັນປ່ຽນຢ່າງຕັ້ງຫນ້າຫລາຍຢ່າງ ຈາກຄວາມຮັບຮູ້ຕະຫລອດຮອດການກະທຳຂອງທຸກຂັ້ນ, ຂະແຫນງການ ກ່ຽວກັບທີ່ຕັ້ງ, ບົດບາດ ແລະ ຄວາມສຳຄັນຂອງວັດທະນະທຳ. ມີຫລາຍທ້ອງຖິ່ນ ໄດ້ມີວິສັດທັດໄປກ່ອນໃນການຜັນຂະຫຍາຍນະໂຍບາຍພິເສດສະເພາະກ່ຽວກັບວັດທະນະທຳ. ມີຫລາຍກົນໄກ, ນະໂຍບາຍ, ແຫລ່ງກຳລັງສຳລັບການພັດທະນາວັດທະນະທຳຢ່າງທັນການ ໄດ້ຮັບການສ້າງຂຶ້ນ, ໄດ້ປັບປຸງ, ສ້າງເປັນກອບນິຕິກຳທີ່ສະດວກເພື່ອໃຫ້ວັດທະນະທຳກາຍເປັນພື້ນຖານດ້ານຈິດໃຈຢ່າງແທ້ຈິງ ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງຫນູນ, ປະກອບສ່ວນພັດທະນາປະເທດຊາດໃຫ້ໝັ້ນຄົງ.

ໂຮ ຫັນປ່ຽນຢ່າງຕັ້ງຫນ້າດ້ວຍວິໄສທັດຍຸດທະສາດຈາກກອງປະຊຸມວັດທະນະທຳ - ảnh 1
ຫໍພິພິທະພັນ ວັດຖຸບູຮານ ລາຊະວັງ ເຫ້ວ. (ພາບ: VOV)

ບ້ານ ຢ່ຽມ ຕາແສງ ຮ່ວາລອງ ເມືອງ ອຽນຟອງ ແຂວງ ບັກນິງ ແມ່ນບ້ານເກີດເມືອງນອນເກົ່າແກ່ຂອງເຂດ ກິງບັກ ທີ່ເຕັມໄປດ້ວຍປະຫວັດສາດ, ມູນເຊື້ອຂອງເຂດບ້ານນາຢູ່ ຫວຽດນາມ. ໝູ່ບ້ານ ຢ່ຽມ ຍັງໄດ້ຮູ້ຈັກເຖິງວ່າແມ່ນອູ່ຂອງຂັບກວານຫໍ້ພື້ນເມືອງ ໂດຍໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດ ຈາກຄະນະກຳມະການ ວັດທະນະທຳ, ວິທະຍາສາດ ແລະ ການສຶກສາ ຂອງສະຫະປະຊາຊາດ. ນອກຈາກ 49 ໝູ່ບ້ານ  ຂັບກວານຫໍ້, ມາຮອດປະຈຸບັນ ແຂວງ ບັກນິງ ໄດ້ຂະຫຍາຍເປັນຮ້ອຍໆໝູ່ບ້ານຂັບກວານຫໍ້. ແຕ່ລະເດືອນ ບັນດານັກສິລະປະການຂັບກວານຫໍ້ ກໍໄດ້ຮັບເງິນອຸດຫນູນ.

ພິເສດ ພາຍຫລັງກອງປະຊຸມວັດທະນະທຳທົ່ວປະເທດ ປີ 2021, ແຂວງ ບັກນິງ ໄດ້ປະກາດໃຊ້ຫລາຍນະໂຍບາຍຢ່າງທັນການ ເພື່ອໃຫ້ກຳລັງໃຈນັກສິລະປະການເພື່ອສືບຕໍ່ເຄື່ອນໄຫວ.  ຄະນະພັກແຂວງ ບັກນິງ ໄດ້ກຳນົດ ຍົກລະດັບການລົງທຶນຢ່າງຫນ້ອຍສຸດໃຫ້ແກ່ການພັດທະນາວັດທະນະທຳແມ່ນກວມເອົາ 4% ໃນຍອດລາຍຈ່າຍງົບປະມານ. ຜ່ານນັ້ນ ກໍສົ່ງເສີມ, ໃຫ້ກຳລັງໃຈນັກສີລະປິນ, ນັກສະແດງ, ນັກສິລະປະການລຸ້ນຕ່າງໆ ຕັ້ງຫນ້າຖ່າຍທອດ ແລະ ອຸທິດສ່ວນໃຫ້ຫລາຍກວ່າເພື່ອອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າບັນດາມໍລະດົກວັດທະນະທຳ. ທ່ານນາງ ຫງວຽນທິກີມກວິ່ງ ຫົວຫນ້າສະໂມສອນຂັບກວານຫໍ້ ເຂດ ເລືອງຊາ ຕາແສງ ຫວ້ານອານ ນະຄອນບັກນິງ ໃຫ້ຮູ້ວ່າ:

 “ຫນຶ່ງປີ ພາຍຫລັງກອງປະຊຸມ, ວັດທະນະທຳໄດ້ຮັບການລົງທຶນຢ່າງແຮງເພື່ອພັດທະນາ ເປັນຕົ້ນແມ່ນຢູ່ບັນດາຮາກຖານ. ກ່ອນນີ້ແມ່ນ ບໍ່ໄດ້ຮັບຄວາມເອົາໃຈໃສ່ ແຕ່ນັບແຕ່ເມື່ອຈັດກອງປະຊຸມວັດທະນະທຳ ບັນດານັກສິລະປະການຂອງໝູ່ບ້ານຂັບກວານຫໍ້ໄດ້ຮັບການອຸດຫນູນ, ເອົາໃຈໃສ່ເບິ່ງແຍງຫລາຍກວ່າເກົ່າ.

   ບໍ່ພຽງແຕ່ຢູ່ ແຂວງ ບັກນິງ, ຈິດໃຈພັດທະນາວັດທະນະທຳ ຈາກກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີ 2 ໄດ້ແຜ່ຂະຫຍາຍກວ້າງອອກ ຈາກບັນດາແຂວງ, ນະຄອນ ຕະຫລອດຮອດໝູ່ບ້ານທີ່ຢູ່ຫ່າງໄກ. ນະຄອນຫລວງ ຮ່າໂນ້ຍ ແມ່ນແຫ່ງເຕົ້າໂຮມ ແລະ ແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳອັນດີງາມຂອງທົ່ວປະເທດ, ຍາມໃດກໍ່ນຳຫນ້າໃນການພັດທະນາວັດທະນະທຳ, ມະນຸດ. ພາຍຫລັງກອງປະຊຸມດັ່ງກ່າວ, ຮ່າໂນ້ຍ ໄດ້ປະກາດໃຊ້ມະຕິກ່ຽວກັບການພັດທະນາບັນດາຂະແຫນງອຸດສາຫະກຳວັດທະນະທຳ ໄລຍະ 2021 – 2025, ການກຳນົດທິດຮອດປີ 2030, ວິໄສທັດຮອດປີ 2045, ໃນນັ້ນ ຈັດແບ່ງງົບປະມານ 27.000 ຕື້ດົ່ງ (1,4 ຕື້ USD) ໃຫ້ແກ່ 1.287 ໂຄງການບູລະນະເຂດປູຊະນີຍະສະຖານ.

ໃນຂະນະນັ້ນ ແຂວງ ເທື່ອທຽນເຫ້ວ ແມ່ນທ້ອງຖິ່ນທຳອິດທີ່ລະດົມບັນດາແຫລ່ງກຳລັງປະຕິບັດວຽກງານເກັບຄືນບັນດາວັດຖຸບູຮານທີ່ມີຕົ້ນກຳເນີດຈາກ ຫວຽດນາມ ແຕ່ຖືກນຳອອກໄປຍັງຕ່າງປະເທດ. ທ່ານ ຟານແທງຫາຍ ຫົວຫນ້າພະແນກວັດທະນະທຳ ກິລາ ແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ:                

ບົດຮຽນຂອງ ເຫ້ວ ໃນການລະດົມໄດ້ບາງແຫລ່ງກຳລັງສັງຄົມໃນການບູລະນະ, ອະນຸລັກຮັກສາ, ລະດົມແຫລ່ງກຳລັງເພື່ອໃຫ້ສັງຄົມເຂົ້າຮ່ວມຮຽກຮ້ອງການເກັບຮັກສາຄືນບັນດາມໍລະດົກວັດທະນະທຳ ສ່ວນຫລາຍແມ່ນຍົກສູງຄວາມຮັບຮູ້ຂອງປະຊາຄົມວິສາຫະກິດ. ທີສອງແມ່ນນຳຜົນປະໂຫຍດຂອງເຂົາເຈົ້າຕິດພັນກັບຜົນປະໂຫຍດໃນການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງມໍລະດົກ. ສອງປັດໄຈດັ່ງກ່າວແມ່ນປ່ຽນແປງຄວາມຮັບຮູ້, ພິເສດ ແມ່ນວິສາຫະກິດ ແລະ ປະຊາຄົມ. ຈາກນັ້ນ ປະຊາຊົນກໍກຽມພ້ອມທີ່ຈະເຂົ້າຮ່ວມວິວັດການຂົນຂວາຍປະກອບສ່ວນເພື່ອໃຫ້ມີແຫລ່ງກຳລັງຕື່ມອີກ.

 ຫັນປ່ຽນຢ່າງຕັ້ງຫນ້າດ້ວຍວິໄສທັດຍຸດທະສາດຈາກກອງປະຊຸມວັດທະນະທຳ - ảnh 2ການເຄື່ອນໄຫວວັດທະນະທຳ ສິລະປະ ຢູ່ ຫນອງ ຮ່ວານກຽມ ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດຫລາຍຄົນ ມາຢ້ຽມຊົມ.(ພາບ:hanoimoi.com.vn)

ສິ່ງທີ່ເຫັນໄດ້ຢ່າງຈະແຈ້ງພາຍຫລັງ 1 ປີ ທີ່ດຳເນີນກອງປະຊຸມວັດທະນະທຳທົ່ວປະເທດ ນັ້ນແມ່ນການຫັນປ່ຽນກ່ຽວກັບຄວາມຮັບຮູ້ຂອງທຸກຂັ້ນ, ທຸກຂະແຫນງການກ່ຽວກັບທີ່ຕັ້ງບົດບາດ ແລະ ຄວາມໝາຍຂອງວັດທະນະທຳ, ຖືວັດທະນະທຳແມ່ນພື້ນຖານດ້ານຈິດໃຈສັງຄົມ, ມີຫນ້າທີ່ “ເຍືອງທາງໃຫ້ປະຊາຊົນເດີນຕາມ”. ສະນັ້ນ ລັດຖະບານ ໄດ້ປະກາດໃຊ້ຍຸດທະສາດພັດທະນາວັດທະນະທຳ ຫວຽດນາມ ຮອດປີ 2030. ນີ້ໄດ້ຮັບຖືວ່າ ແມ່ນກອບນະໂຍບາຍສຳຄັນເພື່ອກຳນົດທິດ, ກວມລວມຫລາຍບັນຫາກ່ຽວກັບວັດທະນະທຳ. ທ່ານ ດ່າວຢູຍກວາດ ອະດີດຮອງຫົວຫນ້າຄະນະໂຄສະນາສູນກາງ ຖືວ່າ:

      “ ພາຍຫລັງ ທ່ານເລຂາທິການໃຫຍ່ ກ່າວສະຫລຸບທີ່ກອງປະຊຸມວັດທະນະທຳ ໂດຍເນັ້ນເຖິງການຍົກລະດັບຄວາມຮູ້ດ້ານທິດສະດີກ່ຽວກັບການພັດທະນາວັດທະນະທຳ, ທຸກຂັ້ນ, ທຸກຂະແຫນງການ ໄດ້ມີການຫັນປ່ຽນໃນຄວາມຮັບຮູ້ ແລະ ຄວາມຮັບຜິດຊອບ ກ່ຽວກັບຍຸດທະສາດພັດທະນາວັດທະນະທຳແຫ່ງຊາດ. ພາຍຫລັງກອງປະຊຸມ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດຕັ້ງກອງປະຊຸມສຳມະນາສ້າງລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າດ້ານວັດທະນະທຳ, ລະບົບຄຸນຄ່າມະນຸດ ຫວຽດນາມ. ກອງປະຊຸມສຳມະນາຂອງສະພາແຫ່ງຊາດ ໄດ້ປຶກສາຫາລື ກ່ຽວກັບລະບອບລະບຽບການ, ກົນໄກນະໂຍບາຍ, ແຫລ່ງກຳລັງ .. ເພື່ອພັດທະນາວັດທະນະທຳ. ນີ້ແມ່ນການຫັນປ່ຽນຢ່າງເຫັນໄດ້ຊັດ ດ້ວຍການກະທຳລະອຽດຢູ່ ທຸກຂັ້ນ, ທຸກຂະແຫນງການ.

         ກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIII ຂອງພັກ ແລະ ຫລັງຈາກນັ້ນແມ່ນກອງປະຊຸມວັດທະນະທຳທົ່ວປະເທດ ຄັ້ງທີ 2 ປີ 2021 ໄດ້ຢັ້ງຢືນຕ້ອງມີມາດຕະການເພື່ອໃຫ້ວັດທະນະທຳກາຍເປັນກຳລັງແຮງພາຍໃນ, ກຳລັງຫນູນພັດທະນາປະເທດຊາດ. ເພື່ອເຮັດໄດ້ສິ່ງນັ້ນ ຫວຽດນາມ ໄດ້ເລີ່ມປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບວັດທະນະທຳ, ເພື່ອຫັນການປັບປຸງ ແລະ ພັດທະນາພື້ນຖານວັດທະນະທຳຂອງປະເທດຊາດໃຫ້ປະກົດຜົນເປັນຈິງ. ນີ້ຈະແມ່ນກຳລັງຫນູນສຳຄັນ ແມ່ນພື້ນຖານດ້ານການເມືອງ, ນິຕິກຳເພື່ອໃຫ້ມີການລົງທຶນຂະໜາດໃຫຍ່ໃຫ້ແກ່ດ້ານວັດທະນະທຳ, ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບແຫລ່ງກຳລັງເພື່ອໃຫ້ວັດທະນະທຳກາຍເປັນພື້ນຖານດ້ານຈິດໃຈ, ທັງແມ່ນເປົ້າໝາຍ ທັງແມ່ນກຳລັງຫນູນ ປະກອບສ່ວນພັດທະນາປະເທດຊາດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ