ຫັນມະຕິຂອງພັກ ກ່ຽວກັບການພັດທະນາເສດຖະກິດທະເລໃຫ້ປະກົດຜົນເປັນຈິງ

(VOVWORLD) - ມະຕິເລກທີ 36 - ມຕ/ສກ, ລົງວັນທີ 22 ຕຸລາ 2018 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ (ຊຸດທີ XII) ກ່ຽວກັບຍຸດທະສາດແຫ່ງການພັດທະນາເສດຖະກິດທະເລ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງ, ວາງຄາດໝາຍຮອດປີ 2030, ນຳ ຫວຽດນາມ ກາຍເປັນປະເທດທີ່ມີທ່າແຮງທາງທະເລໂດຍໄວ, ອາດສາມາດເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນ, ພາກພື້ນກ່ຽວກັບດ້ານທະເລ ແລະ ມະຫາສະໝຸດ.
ຫັນມະຕິຂອງພັກ ກ່ຽວກັບການພັດທະນາເສດຖະກິດທະເລໃຫ້ປະກົດຜົນເປັນຈິງ - ảnh 1ກ່ຳປັ່ນຫາສິນທະເລຂອງ ຊາວປະມົງ ຫວຽດນາມ
(ພາບ:TTXVN)

 ມາຮອດປະຈຸບັນ, ພາຍຫຼັງປະຕິບັດມະຕິໄດ້ເກືອບ 5 ປີ, ເສດຖະກິດທະເລມີການຫັນປ່ຽນໂດຍເຫັນໄດ້ຊັດ, ປະກອບສ່ວນສຳຄັນ, ສ້າງກຳລັງໜູນການພັດທະນາປະເທດຊາດ ແລະ ແຕ່ລະທ້ອງຖິ່ນຢູ່ແຄມທະເລ.

        ເພື່ອຜັນຂະຫຍາຍມະຕິເລກທີ 36 - ມຕ/ສກ, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 26/ມຕ-ລບ, ລົງວັນທີ 5 ມີນາ 2020, ກ່ຽວກັບແຜນການສັງລວມ ແລະ ແຜນການ 5 ປີແຫ່ງການປະຕິບັດມະຕິເລກທີ 36 - ມຕ/ສກ, ໃນນັ້ນໄດ້ກຳນົດແຈ້ງກ່ຽວກັບໜ້າທີ່, ມາດຕະການຮອດປີ 2025, ພ້ອມນັ້ນແມ່ນບັນຊີລາຍຊື່ຂອງ 51 ແຜນຮ່າງ, ໂຄງການ, ໜ້າທີ່ເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຜັນຂະຫຍາຍ.

ການພັດທະນາຢ່າງແຮງຂອງເສດຖະກິດທະເລ ແລະ ບັນດາທ້ອງຖິ່ນຢູ່ແຄມທະເລ

        ໂດຍປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ, ຍອດປະລິມານສິນຄ້າໄດ້ຂົນສົ່ງຜ່ານລະບົບທ່າກ່ຳປັ່ນທະເລຂອງ ຫວຽດນາມ ໃນປີ 2022 ບັນລຸກ່ວາ 733 ລ້ານໂຕນ. ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໃນປີ 2022 ບັນລຸ 11 ຕື້ ໂດລາສະຫະລັດ, ເຊິ່ງແມ່ນຕົວເລກສູງທີ່ສຸດນັບແຕ່ກ່ອນມາ. ບັນດາໂຄງການຂຸດຄົ້ນໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ ພວມພັດທະນາຢ່າງແຮງຢູ່ບັນດາແຂວງແຄມທະເລພາກກາງ ແລະ ພາກໃຕ້, ເຊິ່ງລວມມີ: ນິງທ້ວນ, ບິ່ງທ້ວນ, ຝູອຽນ, ບາກລຽວ, ຊອກຈັງ, ຈ່າວີງ, ເກີ່ນເຢິ່ (ນະຄອນ ໂຮ່ຈີມິນ). ໃນທົ່ວປະເທດມີເຂດເສດຖະກິດແຄມທະເລ 19 ແຫ່ງດ້ວຍເນື້ອທີ່ດິນໜ້າດິນ ແລະ ໜ້ານ້ຳທັງໝົດປະມານກ່ວາ 845.000 ເຮັກຕາ; ເຂດອຸດສາຫະກຳ 330 ແຫ່ງ. ກ່ຽວກັບສິ່ງດັ່ງກ່າວ, ທ່ານຮອງສາດສະດາຈານ, ປອ ເຈິ່ນດິ່ງທຽນ, ອະດິດຫົວໜ້າສະຖາບັນຄຸ້ມຄອງເສດຖະກິດສູນກາງ, ສະມາຊິກໜ່ວຍທີ່ປຶກສາເສດຖະກິດຂອງນາຍົກລັດຖະມົນຕີ, ໃຫ້ຮູ້ວ່າ:

        “ການວາງແຜນຜັງການພັດທະນາຂອງບັນດາແຂວງແຄມທະເລ, ກ່ຽວກັບຂອບຂະໜາດ ແລະ ທີ່ຕັ້ງ, ໄດ້ຮັບການຍົກລະດັບຂຶ້ນ. ເຂດເສດຖະກິດທະເລຫຼາຍແຫ່ງສືບຕໍ່ພັດທະນາຢ່າງແຮງ, ກາຍເປັນເຂດການເສດຖະກິດທະເລທີ່ມີຄວາມໝາຍທີ່ສຸດ. ພົ້ນເດັ່ນແມ່ນ ຝູກວັກ, ເວີນຟອງ, ເວີນດົນ, ຮ້າລອງ ໄດ້ມີການຫັນປ່ຽນຢ່າງເຂັ້ມແຂງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ໄລຍະຈະມາເຖິງ, ພວກເຮົາຈະມີບັນດາບາດກ້າວພັດທະນາຢ່າງເປັນລະບົບ”.

ຫັນມະຕິຂອງພັກ ກ່ຽວກັບການພັດທະນາເສດຖະກິດທະເລໃຫ້ປະກົດຜົນເປັນຈິງ - ảnh 2ກະເຊົ້າລອຍຟ້າຢູ່ ຮ່ອນເທີມ
(ພາບ:Lê Huy Hải/TTXVN)

        ພ້ອມກັບການພັດທະນາຂອງບັນດາເຂດເສດຖະກິດ, ເຂດອຸດສາຫະກຳແຄມທະເລ, ອັດຕາຫັນເປັນຕົວເມືອງຂອງ 28 ແຂວງ, ນະຄອນແຄມທະເລໄດ້ບັນລຸປະມານ 39,5%, ສູງກ່ວາເມື່ອທຽບໃສ່ລະດັບສະເລ່ຍຂອງທົ່ວປະເທດແມ່ນ 37,5%. ໄລ່ຮອດທ້າຍປີ 2022, ຍອດເນື້ອທີ່ເຂດທະເລ, ໝູ່ເກາະທີ່ໄດ້ຮັບການວາງແຜນຜັງເຂົ້າໃນເຂດທີ່ຕ້ອງໄດ້ອະນຸລັກຮັກສາບັນລຸ 200.500 ເຮັກຕາ. ບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ໄດ້ລົງນາມ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງກ່ຽວກັບການແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນລະຫວ່າງທະຫານເຮືອ, ຕຳຫຼວດທະເລ ຫວຽດນາມ ກັບກຳລັງທີ່ມີໜ້າທີ່ຮັບຜິດຊອບຂອງບັນດາປະເທດຄື: ອິນເດຍ, ຍີ່ປຸ່ນ, ຈີນ, ກຳປູເຈຍ; ສ້າງໂທລະສັບສາຍດ່ວນລະຫວ່າງທະຫານເຮືອ ຫວຽດນາມ ກັບທະຫານເຮືອ ບຣູໄນ,  ກຳປູເຈຍ, ໄທ ແລະ ບັນດາປະເທດແຄມທະເລອື່ນໆ ປະຕິບັດບັນດາການເຄື່ອນໄຫວໜູນຊ່ວຍຊາວປະມົງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການເດີນທະເລ.

ສືບຕໍ່ປະຕິບັດບັນດາມາດຕະການພັດທະນາເສດຖະກິດທະເລ

        ເພື່ອນຳບັນດາເປົ້າໝາຍຂອງມະຕິ 36 - ມຕ/ສກ ກ່ຽວກັບຍຸດທະສາດແຫ່ງການພັດທະນາເສດຖະກິດທະເລ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງໃຫ້ປະກົດຜົນເປັນຈິງ, ຄະນະກຳມະການແຫ່ງຊາດກ່ຽວກັບການປະຕິບັດຍຸດທະສາດ ຖືວ່າ: ຄວນສືບຕໍ່ປະຕິບັດບັນດາມາດຕະການພັດທະນາເສດຖະກິດທະເລແບບຍືນຍົງຢ່າງຄົບຊຸດ, ເດັດຂາດໃນໄລຍະຈະມາເຖິງ. ທ່ານ ເຈິ່ນຕວັນແອັງ, ກຳມະການກົມການເມືອງ, ຫົວໜ້າຄະນະເສດຖະກິດສູນກາງ, ໃຫ້ຮູ້ວ່າ:

        “ຄວາມຍືນຍົງມີຢູ່ແລ້ວ, ແຕ່ພວກເຮົາກໍ່ຕ້ອງຮັບປະກັນໃຫ້ພັດທະນາຢ່າງວ່ອງໄວ. ແລະ ຕ້ອງຮັບປະກັນຄວາມກົມກຽວລະຫວ່າງການອະນຸລັກຮັກສາ ແລະ ການພັດທະນາຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ກັບການອະນຸລັກຮັກສາ ພັດທະນາຊີວະນາໆພັນທະເລແບບຍືນຍົງ, ຕ້ອງອີງໃສ່ພື້ນຖານການຮັບປະກັນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ດ້ວຍລະດັບນ້ຳທະເລສູງຂຶ້ນ, ການສະໜິດຕິດພັນລະຫວ່າງຊີວິດການເປັນຢູ່ຂອງປະຊາຊົນ, ລະຫວ່າງການພັດທະນາເສດຖະກິດກັບການສ້າງວັດທະນະທຳທະເລ. ນີ້ລ້ວນແຕ່ແມ່ນບັນດາແຜນນະໂຍບາຍ, ຄວາມຮຽກຮ້ອງຕ້ອງການໃນມະຕິເລກທີ 36”.

        ໃນໄລຍະແຕ່ນີ້ຮອດປີ 2025, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຢູ່ ຫວຽດນາມ ສືບຕໍ່ສ້າງສຳເລັດແຜນຜັງການສ້າງພື້ນທີ່ທະເລ ແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050; ການວາງແຜນຜັງສັງລວມການຂຸດຄົ້ນ, ນຳໃຊ້ແຫຼ່ງຊັບພະຍາກອນເຂດແຄມທະເລຂອງແຕ່ລະປະເທດໄລຍະ 2021 – 2030, ວິໄສທັດຮອດປີ 2045 ຮັບປະກັນລັກສະນະເຊື່ອມຕໍ່ເຂດ, ລະຫວ່າງບັນດາທ້ອງຖິ່ນມີທະເລ ແລະ ບໍ່ມີທະເລ ແບບຍືນຍົງ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກໍ່ສຸມໃສ່ຜັນຂະຫຍາຍມະຕິເລກທີ 26/ມຕ-ລບ ຂອງລັດຖະບານ, ຕາມນັ້ນແລ້ວ, ສ້າງສຳເລັດໂຄງການຈຸດສຸມ ສຳຫຼວດແຫຼ່ງຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະຮອດປີ 2030 ໂດຍພື້ນຖານ; ແຜນການເຄື່ອນໄຫວແຫ່ງຊາດກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອຢູ່ມະຫາສະໝຸດຮອດປີ 2030… ບັນດາທ້ອງຖິ່ນມີທະເລກໍ່ຈະສືບຕໍ່ສ້າງຄະນະຊີ້ນຳປະຕິບັດມະຕິເລກທີ 36 - ມຕ/ສກ ແລະ ສົມທົບກັນຢ່າງແໜ້ນແຟ້ນກັບກົມໃຫຍ່ທະເລ ແລະ ໝູ່ເກາະ ຫວຽດນາມ (ຂຶ້ນກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ), ເພື່ອຜັນຂະຫຍາຍບັນດາໜ້າທີ່ພັດທະນາເສດຖະກິດທະເລແບບຍືນຍົງຢ່າງມີປະສິດທິຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ