ຫັນສິດທິມະນຸດໃຫ້ປະກົດຜົນເປັນຈິງຢ່າງມີຄຸນນະພາບ, ວັດທະນະທຳມະນຸດ

(VOVWORLD) - ແຕ່ລະປີ ເມຶ່ອຮອດວັນສິດທິມະນຸດໂລກ (10 ທັນວາ), ບັນດາອິດທິກຳລັງເປັນປໍລະປັກ, ພວກປະຕິການ ແລະ ເປົ້າໝາຍສວຍໃຊ້ດ້ານການເມືອງ ໄດ້ມີບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ, ປະຕິເສດບັນດາຄວາມມານາພະຍາຍາມ, ຜົນງານຂອງຫວຽດນາມ ໃນການຮັບປະກັນສິດທິມະນຸດ. ບັນດາຖ້ອຍທຳນອງນີ້ ແມ່ນໄຮ້ຫລັກຖານ ເພາະວ່າ ນັບແຕ່ເມື່ອສະຖາປະນາປະເທດຊາດຕາມລະບອບໃຫມ່ມາຮອດປະຈຸບັນ, ຫວຽດນາມຍາມໃດກໍ່ປະຕິບັດເປົ້າໝາຍ, ນະໂຍບາຍຢ່າງສະເຫມີຕົ້ນສະເຫມີປາຍໃນການເຄົາລົບ, ປົກປ້ອງ ແລະຮັບປະກັນທຸກຄຸນຄ່າອັນດີງາມທີ່ຂຶ້ນກັບສິດຜົນປະໂຫຍດພື້ນຖານຂອງມະນຸດ.

ຫັນສິດທິມະນຸດໃຫ້ປະກົດຜົນເປັນຈິງຢ່າງມີຄຸນນະພາບ, ວັດທະນະທຳມະນຸດ - ảnh 1

ການສຶກສາພາກບັງຄັບແມ່ນຫນຶ່ງໃນບັນດາຜົນງານກ່ຽວກັບການປະຕິບັດສິດທິມະນຸດຢູ່ຫວຽດນາມ

ພາບ:vietnam+

 ສິດທິມະນຸດແມ່ນຄຸນຄ່າທົ່ວໄປຂອງມວນມະນຸດ ແລະໄດ້ຮັບການຮັບຮູ້ຈາກປະເທດ ໃນໂລກເກືອບທັງໝົດ, ໃນນັ້ນມີຫວຽດນາມ. ນັບແຕ່ເມື່ອສະຖາປະນາປະເທດຊາດ ຕາມລະບອບປະຊາທິປະໄຕ ສັງຄົມນິຍົມມາຮອດປະຈຸບັນ, ຫວຽດນາມໄດ້ຢຶດໝັ້ນເດີນຕາມຄາດໝາຍຊຸກຍູ້, ປົກປ້ອງ ແລະຮັບປະກັນສິດທິມະນຸດໃຫ້ປະຊາຊົນທຸກຄົນຢ່າງບໍ່ຢຸດຢັ້ງ.

ເຖິງວ່າ ບໍ່ແມ່ນປະເທດທຳອິດທີ່ວາງອອກບັນດາບັນຫາກ່ຽວກັບສິດພື້ນຖານຂອງມະນຸດ ກໍຕາມແຕ່ຫວຽດນາມ ແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດ ໄດ້ສຳຜັດກັບສິດທິມະນຸດໂດຍໄວ. ໃນບົດຖະແຫລງປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ ເມື່ອວັນທີ 2 ກັນຍາ ປີ 1945, ທ່ານປະທານໂຮ່ຈີມິນ ໄດ້ຖະແຫລງວ່າ: “ທຸກປະເທດໃນໂລກເມື່ອກຳເນີດຂຶ້ນ ລ້ວນແຕ່ມີຄວາມສະເຫມີພາບ, ປະເທດໃດກໍ່ມີສິດໄດ້ດຳລົງຊີວິດ, ສິດຢູ່ເຢັນເປັນສຸກ ແລະສິດເສລີ”

ເປັນອັນວ່າ ຜ່ານການຢັ້ງຢືນບັນດາຄຸນຄ່າຂອງຊາດຫນຶ່ງ ນັ້ນແມ່ນສິດສະເຫມີພາບ, ສິດໄດ້ດຳລົງຊີວິດ, ສິດຢູ່ເຢັນເປັນສຸກ, ສິດເສລີ, ທ່ານປະທານໂຮ່ຈີມິນ ຢາກເນັ້ນຫນັກຢ່າງແຮງເຖິງສິດທິມະນຸດໄດ້ຮັບການຮັບປະກັນຢ່າງແທ້ຈິງ ເມື່ອຕິດພັນກັບສິດເອກະລາດ, ເສລິພາບຂອງຊາດ. ນັບແຕ່ເມື່ອສ້າງຕັ້ງອຳນາດການປົກຄອງປະຕິວັດມາຮອດປະຈຸບັນ ຫວຽດນາມ ມີຄຳຂວັນສະເຫມີຕົ້ນສະເຫມີປາຍວ່າ: “ເອກະລາດ - ເສລີພາບ - ສັນຕິສຸກ”. ສິ່ງດັ່ງກ່າວມີ

ຄວາມໝາຍວ່າ ເປົ້າໝາຍສະເຫມີຕົ້ນສະເຫມີປາຍຂອງຊາດ ຫວຽດນາມ ແມ່ນຢຶດໝັ້ນປະຕິບັດ ການຮັບປະກັນຄວາມເອກະລາດແຫ່ງຊາດ, ສິດເສລິພາບ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນ.

ຜ່ານການສ້າງ, ປັບປຸງລັດຖະທຳມະນູນມາເປັນຫລາຍຄັ້ງ ຈາກລັດຖະທຳມະນູນ ສະບັບປີ 1946, ລັດຖະທຳມະນູນ 1954,ລັດຖະທຳມະນູນ 1980, ລັດຖະທຳມະນູນ 1992 ຕະຫລອດຮອດລັດຖະທຳມະນູນ ປີ 2013 ຍາມໃດກໍ່ຮັກສາບັນຫາຫລັກນັ້ນແມ່ນ ລັດຖະທຳມະນູນໄດ້ກຳນົດບັນດາສິດທິມະນຸດ ແລະ ສິດພົນລະເມືອງ.

ໃນນັ້ນ ລັດຖະທຳມະນູນ ປີ 2013 ໄດ້ ສະຫງວນພາກຫນຶ່ງແມ່ນເວົ້າກ່ຽວກັບສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ. ໃນໄລຍະ ແຕ່ປີ 2014- 2019, ລັດຫວຽດນາມ ໄດ້ປະກາດໃຊ້ເອກະສານນິຕິກຳກວ່າ 100 ສະບັບ ແລະ ລັດຖະບັນຍັດກ່ຽວຂ້ອງເຖິງການຮັບປະກັນສິດທິມະນຸດ, ສິດພົນລະເມືອງ.

ຜົນງານກ່ຽວກັບສິດທິມະນຸດ ຢູ່ ຫວຽດນາມ ໃນກວ່າ 70 ປີຜ່ານມາ ແມ່ນສະແດງໃຫ້ເຫັນໃນທຸກຂົງເຂດ, ເປັນຕົ້ນແມ່ນບັນດາບາດກ້າວບຸກທະລຸກ່ຽວກັບການພັດທະນາເສດຖະກິດໃນເກືອບ 35 ປີແຫ່ງການປ່ຽນແປງໃຫມ່ (1986 – 2020). ຈາກພື້ນຖານເສດຖະກິດກະສິກຳລ້າຫລັງ, ຂອບຂະຫນາດພື້ນຖານເສດຖະກິດປີ 1985 ມີພຽງແຕ່ 14 ຕື້ USDເທົ່ານັ້ນ, ມາຮອດປີ 2019 ບັນລຸ ໄດ້ 262 ຕຶ້ USD, ເພີ່ມຂຶ້ນທົບຫລາຍກວ່າ 18,7 ເທົ່າ.

ຫວ່າງແລ້ວນີ້ ວາລະສານ The Economist  ເດືອນສິງຫາປີ 2020 ໄດ້ຈັດຫວຽດນາມ ເຂົ້າ Top 16 ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນຢ່າງສຳເລັດຜົນທີ່ສຸດໃນໂລກ.ເຖິງວ່າ ຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ 19 ໃນທົ່ວໂລກກໍຕາມ, ໃນຂະນະນັ້ນ ບັນດາພື້ນຖານເສດຖະກິດໃນໂລກສ່ວນຫລາຍຕົກເຂົ້າສູ່ສະພາບຊຸດໂຊມ, ຍ້ອນມີການຊີ້ນຳຢ່າງຄົບຊຸດ, ຂ້ຽວຂາດໃນການປະຕິບັດ “ເປົ້າໝາຍຄວບຄູ່”ຂອງລັດຖະບານ, ປີ 2020 ຫວຽດນາມຍັງຄົງຮັກສາທ່າເຕີບໂຕເປັນບວກຢູ່ໃນລະດັບສູງພໍສົມຄວນ.

ການເຕີບໂຕດ້ານເສດຖະກິດແມ່ນພື້ນຖານ, ແມ່ນປະຖົມປັດໄຈ ເພື່ອໃຫ້ລັດ ເອົາໃຈໃສ່ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ,ວັດທະນະທຳສັງຄົມເປັນຢ່າງດີ. ສິ່ງນີ້ແມ່ນສະແດງໃຫ້ເຫັນຜ່ານ “ດັດຊະນີການພັດທະນາຂອງມະນຸດ” (HDI).  ຕາມບົດລາຍງານ “ການພັດທະນາຂອງມະນຸດປີ 2019” ໂດຍໂຄງການພັດທະນາ ສປຊ UNDP ປະກາດເມື່ອວັນທີ 9 ທັນວາ ປີ 2019 , ດ້ວຍ ດັດຊະນີ HDI ແມ່ນ 0.63, ຫວຽດນາມ ຈັດເຂົ້າໃນອັນດັບທີ 118 ໃນຍອດຈຳນວນ 189 ປະເທດ.  ອາຍຸຍືນສະເລ່ຍຂອງຊາວຫວຽດນາມ ເພີ່ມ 4.8ປີ, ແລະ ຈຳນວນປີທີ່ເຂົ້າໂຮງຮຽນສະເລ່ຍເພີ່ມຂຶ້ນ 4,3ປີ, ລາຍຮັບສະເລ່ຍໃສ່ຫົວຄົນເພີ່ມຂຶ້ນ 354%. ສິ່ງນີ້ໄດ້ຊ່ວຍໃຫ້ຫວຽດນາມ ຖືກຈັດເຂົ້າໃນກຸ່ມບັນດາປະເທດມີການເຕີບໂຕດັດຊະນີ HDI ສູງສູດໃນໂລກ.

ຈາກປະເທດຫລ້າຫລັງ, ບໍ່ມີຊື່ໃນແຜນທີ່ໂລກ,ພາຍຫລັງ70 ປີແຫ່ງການລະດົມກຳລັງແຮງຂອງປະຊາຊົນ, ເປັນຈິດຫນຶ່ງໃຈດຽວກັນໃນການປະຕິບັດພາລະກິດແຫ່ງການຕໍ່ສູ້ກູ້ຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ, ຫວຽດນາມ ໄດ້ກາຍເປັນປະເທດສັນຕິພາບ,ເອກະລາດ, ໄດ້ຮັບການຮັບຮູ້ຈາກປະຊາຄົມໂລກວ່າ ແມ່ນຫນຶ່ງໃນບັນດາປະເທດນຳຫນ້າ ແລະໂດດເດັ່ນກ່ຽວກັບການປະຕິບັດບັນດາເປົ້າໝາຍສະຫັດສະວັດກ່ຽວກັບການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ປະຕິບັດ ຄວາມສະເໝີພາບ ແລະຄວາມກ້າວຫນ້າໃນສັງຄົມ. ຫວຽດນາມ ນັບມື້ນັບມີເງື່ອນໄຂສ້າງບັນດາປະຖົມປັດໃຈພື້ນຖານດ້ານວັດຖຸ, ວັດທະນະທຳ ເພື່ອຮັບປະກັນບັນດາສິດພື້ນຖານຂອງມະນຸດ.

ເລື່ອງ ພັກກອມມູນິດຫວຽດນາມກຳນົດ ເປົ້າໝາຍສ້າງສາປະເທດຊາດ ຕາມການກຳນົດທິດສັງຄົມນິຍົມ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ” ດ້ວຍເນື້ອແທ້ແມ່ນເນັ້ນຫນັກວ່າ ຫວຽດນາມຍາມໃດກໍ່ຢຶດໝັ້ນ ມານະພະຍາຍາມຮັບປະກັນ ສິດຢູ່ເຢັນເປັນສຸກ (ປະຊາຊົນຮັ່ງມີ) ແລະສິດເສລີພາບ (ປະຊາທິປະໄຕ)ໂດຍທ່ານປະທານໂຮ່ຈີມິນ ໄດ້ຍົກອອກໃນບົດຖະແຫລງປະກາດເອກະລາດ. ເມື່ອປະເທດຊາດ ມີຄວາມຮັ່ງມີດ້ານວັດຖຸ, ວັດທະນະທຳ, ຈິດໃຈ ແລະຮັບປະກັນສິດເສລີປະຊາທິປະໄຕໃນທຸກດ້ານ ນັ້ນແມ່ນຄຳໝັ້ນສັນຍາດ້ານການເມືອງຂອງຫວຽດນາມ ພ້ອມກັບບັນດາປະເທດ ແລະປະຊາຄົມສາກົນ ປະຕິບັດບັນດາຄຸນຄ່າກ່ຽວກັບສິດທິມະນຸດຢ່າງມີປະສິດທິຜົນ ຊື່ງໄດ້ກຳນົດໃນ “ຖະແຫລງການໂລກກ່ຽວກັບສິດທິມະນຸດ”.


ຕອບກັບ

ຂ່າວ/ບົດ​ອື່ນ