ຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມເກົາຫຼີ ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ແລະ ໃນໂລກ

(VOVWORLD) -

ໄລຍະຜ່ານມາ, ສະພາບການໃນແຫຼມ ເກົາຫຼີ ມີການຜັນແປທີ່ເຄັ່ງຕຶງຢ່າງຕໍ່ເນື່ອງ. ໃນສະພາບພູມສາດການເມືອງໃນທົ່ວໂລກມີການຜັນແປທີ່ສັບສົນ, ປະຊາຄົມສາກົນກະຕຸກຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງມີການກະທຳດ້ວຍຄວາມຮັບຜິດຊອບ ແລະ ສ້າງສັນ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ໃນພາກພື້ນ ແລະ ຢູ່ໃນໂລກ.


ຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມເກົາຫຼີ ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ແລະ ໃນໂລກ - ảnh 1ທ່ານນາງ Kim Yo-jong, ນ້ອງສາວຂອງການນຳ ສປປ ເກົາຫຼີ Kim Jong – un (ພາບ:KCNA)

        ໃນຖະແຫຼງການທາງການສະບັບໜຶ່ງເມື່ອວັນທີ 24 ພະຈິກ, ທ່ານນາງ Kim Yo-jong, ນ້ອງສາວຂອງການນຳ ສປປ ເກົາຫຼີ Kim Jong – un, ຖືວ່າ: ຄວາມເຄັ່ງຕຶງຈະເພີ່ມຂຶ້ນຖ້າຫາກວ່າ ສ ເກົາຫຼີ ຈັດວາງບັນດາຄຳສັ່ງລົງໂທດຕ້ານ ສປປ ເກົາຫຼີ. ຄຳກ່າວເຕືອນນີ້ໄດ້ຍົກອອກມາພາຍຫຼັງທີ່ກະຊວງການຕ່າງປະເທດ ສ ເກົາຫຼີ ປະກາດວ່າພວມພິຈາລະນາບັນດາຄຳສັ່ງລົງໂທດຕ້ານ ສປປ ເກົາຫຼີ ຖ້າຫາກວ່າ ພຽງຢາງ ດຳເນີນການທົດລອງນິວເຄຼຍ.

ສະພາບຄວາມເຄັ່ງຕຶງ

        ສະຖິຕິຈາກບັນດາແຫຼ່ງຂ່າວຢູ່ພາກພື້ນ ແລະ ສາກົນສະແດງໃຫ້ເຫັນວ່າ, ໃນເວລາພຽງ 4 ວັນຕົ້ນເດືອນພະຈິກນີ້ (ຄືແຕ່ວັນທີ 2 – 5 ພະຈິກ), ສປປ ເກົາຫຼີ ໄດ້ຍິງລູກສອນໄຟປະເພດຕ່າງໆລວມທັງໝົດກ່ວາ 80 ລູກ, ໃນນັ້ນ, ສະເພາະວັນທີ 3 ພະແມ່ນ 23 ລູກ, ເທົ່າກັບຈຳນວນລູກສອນໄຟທີ່ປະເທດນີ້ຍິງໃນທັງປີ 2017. ການຍິງຄັ້ງຫຼ້າສຸດແມ່ນວັນທີ 18 ພະຈິກ, ນັ້ນແມ່ນລູກສອນໄຟນຳວິຖີຂ້າມທະວີບ (ICBM) ມີຄວາມສາມາດບຸກໂຈມຕີເຂດດິນແດນ ອາເມລິກາ.

        ວົງການເຈົ້າໜ້າທີ່ ແລະ ການສື່ສານ ສປປ ເກົາຫຼີ ຢັ້ງຢືນວ່າ: ການຍິງທົດລອງລູກສອນໄຟ ແລະ ທົດລອງອາວຸດຄັ້ງຕ່າງໆນີ້ແມ່ນເພື່ອແນໃສ່ໂຕ້ຕອບການຊ້ອມຮົບຄັ້ງຕ່າງໆ ແລະ ກະທຳດ້ານການທະຫານດ້ວຍຂອບຂະໜາດໃຫຍ່ໂດຍ ອາເມລິກາ, ສ ເກົາຫຼີ ແລະ ຍີ່ປຸ່ນ ດຳເນີນຢູ່ພາກພື້ນ. ເປັນໜ້າສົນໃຈທີ່ສຸດນັ້ນແມ່ນ, ການຊ້ອມຮົບລະຫວ່າງ ອາເມລິກາ - ສ ເກົາຫຼີ ທີ່ມີຊື່ວ່າແຜ່ນກັ້ນບັງເສລີ Ulchi Freedom Shield ທີ່ດຳເນີນໃນທ້າຍເດືອນກັນຍາ 2022 ດ້ວຍການເຂົ້າຮ່ວມຂອງທະຫານນັບພັນຄົນ ພ້ອມກັບກ່ຳປັ່ນສູ້ຮົບ, ເຮືອບິນ; ການຊ້ອມຮົບປ້ອງກັນຕົວຮ່ວມລະຫວ່າງ ອາເມລິກາ - ສ ເກົາຫຼີ ມີຂອບຂະໜາດໃຫຍ່ທີ່ມີຊື່ວ່າ Hoguk ໄດ້ດຳເນີນໃນເຄິ່ງທ້າຍເດືອນຕຸລາ 2022; ແລະ ພິເສດແມ່ນການຊ້ອມຮົບຂອງກອງທັບ ອາກາດ ອາເມລິກາ - ສ ເກົາຫຼີ ມີຊື່ວ່າ Vigilant Storm ດຳເນີນໃນຕົ້ນເດືອນນີ້ດ້ວຍການເຂົ້າຮ່ວມຂອງເຮືອບິນປະເພດຕ່າງໆກ່ວາ 200 ລຳ…

        Vigilant Storm ແມ່ນການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ ເກົາຫຼີ ມີຂອບຂະໜາດໃຫຍ່ສຸດໃນຮອບເວລາ 5 ປີມານີ້ ເຊິ່ງໄດ້ຮັບຖືວ່າແມ່ນສາຍເຫດຕົ້ນຕໍເຮັດໃຫ້ ສປປ ເກົາຫຼີ ຍິງທົດລອງລູກສອນໄຟດ້ວຍຈຳນວນຫຼາຍທີ່ບໍ່ເຄີຍມີມາກ່ອນໃນວັນທີ 3 ພະຈິກ, ເຮັດໃຫ້ຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ເພີ່ມຂຶ້ນໃນລະດັບສູງສຸດນັບແຕ່ປີ 2017 ເມື່ອພຽງຢາງ ດຳເນີນການຍິງທົດລອງນິວເຄຼຍຄັ້ງທີ 6.

ຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມເກົາຫຼີ ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ແລະ ໃນໂລກ - ảnh 2ການຍິງທົດລອງລູກສອນໄຟຂອງ ສປປ ເກົາຫຼີ
(ພາບ:KCNA)

ຄວາມມານະພະຍາຍາມຫລຸດຜ່ອນຄວາມເຄັ່ງຕຶງ

        ຕາມບັນດານັກໄຈ້ແຍກສາກົນແລ້ວ, ໃນສະພາບພູມສາດການເມືອງໃນທົ່ວໂລກມີການຜັນແປທີ່ສັບສົນ, ຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ມີຄວາມສ່ຽງສົ່ງຜົນທະທົບບໍ່ດີຢ່າງຮ້າຍແຮງຄວາມມານະພະຍາຍາມສາກົນກ່ຽວກັບການສ້າງສັນຕິພາບ, ສະຖຽນລະພາບໃນທົ່ວໂລກ.

        ຕໍ່ໜ້າສະພາບການທີ່ໜ້າວິຕົກວັງວົນນັ້ນ, ສປຊ, ບັນດາອົງການສາກົນ ແລະ ປະເທດຕ່າງໆໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງໃນບັນຫາ ສປປ ເກົາຫຼີ ລະງັບການກະທຳ, ບໍ່ເຮັດໃຫ້ສະພາບການປີນຂັ້ນໄດມາຫຼາຍເທື່ອແລ້ວ, ພ້ອມທັງມານະພະຍາຍາມຊອກຫາມາດຕະການແກ້ໄຂບັນຫານີ້. ໃນນັ້ນ, ສະເພາະສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມຕ່າງຫາກກ່ຽວກັບບັນຫາ ສປປ ເກົາຫຼີ ຈົນຮອດ 9 ຄັ້ງໃນນປີ 2022 ນີ້. ກອງປະຊຸມຄັ້ງຫຼ້າສຸດແມ່ນໃນວັນທີ 4 ພະຈິກ, ທ່ານ Khaled Khiari, ຜູ້ຊ່ວຍວຽກທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບບັນຫາການເມືອງ ໄດ້ກະຕຸກຊຸກຍູ້ໃຫ້ສະພາຄວາມໝັ້ນຄົງ ເຮັດຈົນສຸດຄວາມສາມາດເທົ່າທີ່ສາມາດຈະເຮັດໄດ້ເພື່ອສະກັດກັ້ນຄວາມເຄັ່ງຕຶງປິນຂັ້ນໄດໃນແຫຼມ ເກົາຫຼີ.  ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍ່ຮຽກຮ້ອງໃຫ້ ພຽງຢາງ ເຄົາລົບບັນດາພັນທະສາກົນທີ່ໄດ້ລະບຸຢ່າງຈະແຈ້ງໃນບັນດາມະຕິທີ່ກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ, ພ້ອມນັ້ນ, ພຽງຢາງ ຄວນປະຕິບັດບັນດາບາດກ້າວເດີນທີ່ຈຳເປັນເພື່ອເຊື່ອມຕໍ່ການເຈລະຈາຄືນໃໝ່ມຸ່ງໄປເຖິງການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ.

        ໃນຂະນະນັ້ນ, ບັນດາປະເທດມະຫາອຳນາດໃນໂລກຄື: ລັດເຊຍ, ອາເມລິກາ, ຈີນ… ເຖິງວ່າຍັງບໍ່ທັນຊອກໄດ້ສຽງເວົ້າລວມສຸດທ້າຍເພື່ອຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ກໍ່ຕາມ, ແຕ່ກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຊຸກຍູ້ບັນດາຄວາມມານະພະຍາຍາມທາງດ້ານການທູດ, ການເຈລະຈາທາງດ້ານການເມືອງຢ່າງຕໍ່ເນື່ອງ ແລະ ຫຼີກລ້ຽງທຸກໆການກະທຳເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ, ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ແລະ ຢູ່ໃນໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ