ຫວນຄືນລະດູບານໃໝ່ປີກຸນກ່ອນນີ້ 70 ປີ

ຊຸມມື້​ກ່ອນນີ້ 70 ປີ, ນະ​ຄອນຫຼວງ​ຮ່າ​ໂນ້ຍ​ມີ​ຄວາມ​ຟົດ​ເດືອດ​ໄປ​ດ້ວຍ​ບັນ​ຍາ​ກາດ​ແຫ່ງ​ການ​ຕໍ່​ສູ້​ດ້ວຍ​ຄຳ​ຂວັນ “ ຍອມ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດ​ສັນ​ຕິ​ພາບ ”. ບຸນ​ເຕັດ​ປີ​ກຸນ 1947, ຮ່າ​ໂນ້ຍ​ໄດ້​ຕ້ອນ​ຮັບ​ປີ​ໃໝ່​ໃນ​ທ່າມ​ກາງບ​ັນ​ຍາ​ກາດ “ 60 ວັນ ແລະ ຄືນ​ແຫ່ງ​ແປວ​ໄຟ​ສົງ​ຄາມ”. ນັ້ນ​ແມ່ນ​ບຸນ​ເຕັດ​ໃນ​ທ່າມ​ກາງ​ສະ​ພາບສົງ​ຄາມ, ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ, ທຸກ​ຈົນ​ຂາດ​ເຂີນຫຼາຍ​ຢ່າງແຕ່ເຕັມ​ໄປ​ດ້ວຍ​ຄວາມຮັກ​ແພງ, ມິດ​ຈິດ​ມິດ​ໃຈ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ, ມີ​ຄວາມ​ປະ​ເອີບ​ໃຈ​, ເຊື່ອ​ໝັ້ນ​ຕໍ່​ການ​ຕໍ່​ຕ້ານ​ເພື່ອ​ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ເອ​ກະ​ລາດ​ທີ່​ຍັງ​ໜຸ່ມ​ນ້ອຍ​ຂອງ​ຊາດ.

ຫວນຄືນລະດູບານໃໝ່ປີກຸນກ່ອນນີ້ 70 ປີ - ảnh 1
ທ່ານ​ປະ​ທານ​ໂຮ່​ຈິ​ມິນ​ກັບ​ກອງ​ອາ​ລັກ​ຂາ​ບົນ​ເສັ້ນ​ທາງ​ທຳ​ການ​ຕໍ່​ຕ້ານ

       ຄ່ຳ​ຄືນ​ວັນ​ທີ 19/12/1946, ເມື່ອ​ຄຳ​ຮຽກ​ຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ​ຂອງ​ທ່ານ​ປະ​ເທດ​ໂຮ່​ຈິ​ມິນ​ຖືກ​ອອກ​ອາ​ກາດ​ທາງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມນັ້ນ, ກໍ​ແມ່ນ​ຈຸດ​ເວ​ລາ​ທີ່​ຊາວ​ຮ່າ​ໂນ້ຍ​ນັບ​ພັນ​ຄົນໄດ້​ສະ​ໝັກ​ໃຈເຂົ້າ​ຮ່ວມ​ກອງ​ກຳ​ລັງ​ສູ້​ຮົບ​ແບບ​ສະຫຼະ​ຊີບ​ຂອງ​ນະ​ຄອນຫຼວງ​ . ຮ່າ​ໂນ້ຍໃນ​ວັນ​ນັ້ນ, ເຮືອນ​ແຕ່​ລະຫຼັງ​ແມ່ນ​ປ້ອມ​ໝັ້ນ, ຖະ​ໜົນ​ແຕ່​ລະ​ສາຍ​ແມ່ນແນວ​ຮົບ, ຊາວ​ຮ່າ​ໂນ້ຍ​ແຕ່​ລະ​ຄົນ​ກໍ​ແມ່ນ​ນັກ​ຮົບ”. ຢູ່​ໃນ​ຄຸ້ມ​ຖະ​ໜົນ​ເກົ່າ, ບ່ອນ​ໃດ​ກໍ​ພົບ​ເຫັນ​ຄຳ​ຂວັນ “ ຮ່ວມ​ເປັນ​ຮ່ວ​ມ​ຕາຍກັບ​ນະ​ຄອນຫຼວງ ”, “ເອ​ກະ​ລາດຫຼື​ເສຍ​ຊີ​ວິດ”. ທົ່ວ​ທັງ​ຮ່າ​ໂນ້ຍກຽມ​ພ້ອມ​ທັງ​ຕີ​ສັດ​ຕູ ທັງ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ທຳ​ອິດ​ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ແຫ່ງ​ການ​ຕໍ່​ຕ້ານ. ໂດຍ​ມີ​ໜ້າ​ຢູ່​ຮ່າ​ໂນ້ຍ​ໃນ​ຊຸມ​ວັນ​ທີ່​ດຸ​ເດືອດນັ້ນ, ປ້າ ຫງວຽນ​ທິ​ເຍີນ, ສັງ​ກັດ​ກອງ​ພະ​ລາ​ທິ​ການ​ປ້ອມ​ໝັ້ນ​ລ໋າງເລົ່າ​ຄືນ​ສູ່​ຟັງ​ວ່າ :

    “ ວັນ​ທີ 30 ບຸນ​ເຕັດ, ຢູ່​ຕາ​ມ​ທາງ, ປະ​ຊາ​ຊົນ​ຕັດ​ເອົາ​ໄມ້​ເພື່ອ​ປູ​ທາງ​ໃຫ້​ລົດ​ຖັງ​ແລ່ນ​ຜ່ານ​, ພວກ​ຂ້າ​ພະ​ເຈົ້າຍັງ​ຄົງ​ຫ້າວ​ຫັນ, ຢູ່​ຕະຫຼອດ​ຄືນ​ເພື່ອ​ສີ​ເຂົ້າ, ຕ່ຳເຂົ້າ ແລະ ແຕ​່ງ​ອາ​ຫານ, ລົງ​ສະ​ຈັບ​ປາ, ແຕ່ງ​ອາ​ຫານ​ລຳ​ລຽງ​ໃຫ້​ແກ່​ທະ​ຫານ. ຄາວນັ້ນ, ສະ, ໜອງ​ຖືກ​ບົກ​ແຫ້ງ, ສາ​ມາດ​ຈັບ​ປາ​ໄດ້​ຢ່າງ​ສະ​ບາຍ. ຜັກ​ກະ​ລຳ​ປີ່ ແລະ ຜັກ​ຊະ​ນິດ​ຕ່າງໆ​ກໍ​ມີຫຼາຍທີ່​ສຸດ, ແຕ່​ສາ​ມາດ​ໄປ​ເອົາ​ພຽງ​ໃນ​ຕອນກາງ​ຄືນ​ເທົ່າ​ນັ້ນ, ໃນ​ຕອນ​ກາງ​ເວັນ, ເຮືອ​ບິນ​ຖິ້ມ​ລະ​ເບ​ີດ​ຢ່າງ​ໂຫດ​ຮ້າຍ​ທີ່​ສຸດ  ”

     ໃນ​ມື້ 30 ບຸນ​ເຕັດ​ປີນັ້ນ, ປະ​ຊາ​ຊົນ​ຢູ່​ເຂດ​ຊານ​ນະ​ຄອນ​ໂດຍ​ຫວາດ​ຫວັ່ນ​ຕໍ່​ຄວາມ​ອັນ​ຕະລາຍ​ໄດ້​ໄປ​ຝາກ​ຊີ້ນ​ໝູ, ໄກ່, ເຂົ້າ​ຕົ້ມ, ໝູ​ຢໍ, ກວນ​ໝາກ​ໄມ້, ພືກ​ຜັກ ໝາກ​ໄມ້ ນັບ​ທັງ​ງ່າ​ດອກ​ຄາຍ, ຕົ້ນ​ໝາກ​ແປ້ນໃຫ້​ແກ່​ບັນ​ດາ​ນັກ​ຮົບ​ກອງ​ພັນ​ໃຫຍ່​ນະ​ຄອນຫຼວງ​ທີ່​ພວມ​ທຳ​ການ​ສູ້​ຮົບ​ຢູ່​ພາຍ​ໃນ​ບໍ​ລິ​ເວນ​ນະ​ຄອນ. ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່, ກອງ​ກຳ​ລັງ​ສູ້​ຮົບ​ແບບ​ສະຫຼະ​ຊີບ​ສະ​ຫະເຂດ​ 1 ໄດ້​ຮັບ​ຄຳ​ສັ່ງ​ດຳ​ເນີນ​ການ​ດັກ​ສະ​ກັດ​ໂຈມ​ຕີ​ສັດ​ຕູ. ພວກ​ສັດ​ຕູ​ໄດ້​ຍິງ​ຕອບ​ໂຕ້​ຄືນ​ຢ່າງ​ດຸ​ເດືອດ, ສຽງ​ລູກ​ປືນ​ໄດ້​ດັງ​ຂຶ້ນ​ຢ່າງສະ​ໜັ່ນ​ຫວັ່ນໄຫວ​ຊຶ່ງ​ຖືກອ້າຍ​ນ້ອງ​ທະ​ຫານ​ເຮົາຖື​ເປັນ​ສຽງ​ໝາກ​ກະ​ໂພກ​ແຕກ​ໃນ​ວັນ​ບຸນ​ເຕັດ. ມີ​ຈຸ​ໜຶ່ງ​ໄດ້​ຮັບ​ໜ້າ​ທີ່​ປັກ​ທຸງ​ແດງ​ດາວ​ເຫຼືອງ​ເທິ່ງຍອດ​ທາດ​ເຕົາ​ໃນ​ໜອງ​ຮ່​ວານ​ກ້ຽມ, ປຽບ​ເໝືອນ​ຄຳ​ຕອບ​ໂຕ້​ສັດ​ຕູ​ທີ່​ວ່າ : “ ມື້ນີ້​ແມ່ນ​ບຸນ​ເຕັດ​ປີ​ກຸນ, ປະ​ຊາ​ຊົນ ແລະ ທະ​ຫານ​ຫວຽດ​ນາມ​ຍັງ​ຄົງ​ຕ້ອນ​ຮັບ​ບຸນ​ເຕັດ​ປົກ​ກະ​ຕິ, ຊຶ່ງ​ແມ່ນ​ບຸນ​ເຕັດ​ແຫ່ງ​ໄຊ​ຊະ​ນະ​ຂະ​ນະ​ທີ່​ທຸງ​ຊາດ​ຍັງ​ຄົງ​ປິວ​ສະ​ບັດ​ບົນ​ທ້ອງ​ຟ້າ​ຮ່າ​ໂນ້ຍ ”. ພັນ​ເອກ ຫງວຽນ​ຈ້ອງ​ຮ່າມ ສັງ​ກັດ​ກອງ​ກຳ​ລັງ​ສະ​ຫະ​ເຂດ 1 ເລົ່າ​ຄືນ​ສູ່​ຟັງ​ວ່າ:

     “ ເຮົາ​ກໍ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ບຸນ​ເຕັດ​ປີກຸນ, ເຊື້ອ​ເຊີນ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຊາວ​ຫວຽດ​ນາມ​ບາງ​ຄົນ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມາ​ຮ່ວມ​ມ່ວນ​ຊື່ນ​ຕ້ອນ​ຮັບ​ບຸນ​ເຕັດ, ກໍ​ມີ​ງ່າ​ດອກ​ຄາຍ, ເຂົ້າ​ຕົ້ມ, ສົ້ມ​ຜັກດອງ… ອາດ​ຈະ​ເວົ້າ​ວ່າ ຢູ່​ເຂດ​ໃຈ​ກາງ​ຮ່າ​ໂນ້ຍ​ຊຶ່ງ​ຖືກ​ປິດ​ລ້ອມ​ເປັນເວ​ລາກວ່າ 1 ເດືອນ, ກຳ​ລັງ​ຫວຽດ​ມິນ​ຍັງ​ຄົງ​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງເບີກບານ​ມ່ວນ​ຊື່ນ​ໂດຍ​ໄດ້ ເຊື້ອ​ເຊີນ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດມາ​ຮ່ວມ. ເຮັດ​ໄດ້​ເຊັ່ນ​ນັ້ນ ກໍ​ຖືວ່າ ຝະ​ລັ່ງ​ບໍ່ອາດ​ເອົາ​ຊະ​ນະ​ໄດ້”

    ວັນ​ທີ 1 ຂອງ​ບຸນ​ເຕັດ​ປີ​ກຸນ 1947, ອາ​ກາດ​ໜາວ​ເຢັນ, ເກີດ​ມີ​ຝົນ​ຝອຍ, ເຖິງວ່າ​ບັນ​ຍາ​ກາດ​ບຸນ​ເຕັດ​ມີ​ຄວາມ​ແຕກ​ຕ່າງ​ກັບ​ທຸກໆ​ປີ, ແຕ່​ທຸກໆ​ຄົນ​ຍັງ​ຄົງ​ໄປ​ອວຍ​ພອນ​ປີ​ໃໝ່, ໄປ​ຢ້ຽມ​ຢາມ​ຖາມ​ຂ່າວ​ຍາດ​ຕິ​ພີ​ນ້ອງ, ແບ່ງກັນ​ຂອງ​ຂວັນທີ່​ແນວຫຼັງ​ຝາກ​ມາ. ໂຕະ​ງານ​ລ້ຽງ​ເພື່ອ​ຊົມ​ເຊີຍ​ປີ​ໃໝ່​ຖືກ​ປູ​ດ້ວຍ​ຜ້າ​ຂາວ, ໃຕ້​ແສງ​ຕະ​ກຽງ, ທະ​ຫານ​ຫວຽດ​ນາມ​ພ້ອມ​ກັບ​ແຂກ​ຖືກ​ເຊີນ​ໄດ້​ຍົກ​ຈອກ​ອວຍ​ພອນ​ປີ​ໃໝ່, ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ຍາມ​ບຸນ​ເຕັດ. ຜູ້​ແທນ​ຕ່າງ​ປະ​ເທດກໍຕົກ​ສະ​ເງີ້​ຕໍ່​ໜ້າ​ຄວາມ​ປະ​ເອີບ​ໃຈ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ຮ່າ​ໂນ້ຍ. ບັນ​ຍາ​ກາດລະ​ດູ​ບານ​ໃໝ່​ໄດ້​ປົກ​ຄຸມ​ຮອດປ້ອມ​ເວນ​ຍາມ. ປ້ອມ​ໝັ້ນ​ລ່າງ​ ຊຶ່ງແມ່ນ​ເປົ້າ​ໝາຍ​ຍິງ​ທຳ​ລາຍ​ຢ່າງ​ດຸ​ເດືອດ​ຂອງ​ທະ​ຫານ​ຝະ​ລັ່ງ ຍັງ​ຄົງ​ຖືກ​ປະ​ດັບ​ປະ​ດາ​ດ້ວຍດອກ​ຜັກ​ກ​າດ​ສົດ​ທີ່​ສວຍ​ງາມ. ມື​ປືນ ໂດ້​ວັນ​ດາ ເລົ່າ​ຄືນ​ສູ່​ຟັງ​ວ່າ:

   “ ຈຸດ​ເວ​ລານັ້ນ, ຊາວ​ຮ່າ​ໂນ້ຍ​ສ່ວນຫຼາຍ​ຕ້ອນ​ຮັບ​ບຸນ​ເຕັດ​ໃນ​ເຮືອນ, ໂຕະ​ຕັ່ງຫຼາຍໆ​ຊຸດຖືກ​ຖີ້ມອອກໝົດ​ສູ່​ຫົນ​ທາງ​ເພື່ອ​ປູ​ໃຫ້​ລົດ​ຖັງ​ແລ່ນ. ຊາວ​ໜຸ່ມ​ກໍ​ພາ​ກັນ​ຂຸດ​ດິນ​ຈາກ​ທາງ​ສາຍນີ້​ສູ່​ສາຍ​ອື່ນ. ປີນັ້ນ, ຝົນ​ຕົກຫຼາຍ ແລະ ໜາວ​ຈັດ. ວັນ​ທີ 12 ເດືອນ​ຈຽງ, ພວກ​ຂ້າ​ພະ​ເຈົ້າ​ເຄື່ອນ​ທັບ​ໄປ​ຫວຽດ​ບັກ. ບົນ​ເສັ້ນ​ທາງ​ເຄື່ອນ​ທັບ​ຜ່ານຄັນ​ຄູ ແທງ​ຈີ, ເຫັນ​ຊາວ​ບ້ານ​ແຫ່ງນັ້ນ ພວມ​ຕົ້ມ​ເຂົ້າ​ຕົ້ມ ແລະ ຊາວ​ບ້ານ​ໄດ້​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ຕົ້ມ 3 ຫໍ່​ເປັນ​ຂອງ​ຂວັນ   ”

    ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ລົດ​ບັນ​ທຸກ​ທະ​ຫານ​ຝະ​ລັ່ງ​ທີ່​ແລ່ນ​ລາດ​ຕະ​ເວນຢູ່​ຕາມ​ທາງ, ບຶດ​ດຽວ​ກໍ​ຍິງ​ນາບ​ຂູ່​ໃສ່​ຈຸດ​ຕ່າງໆ, ແຕ່​ບັນ​ດາ​ນັກ​ຮົບ​ສັງ​ກັດ​ກອງ​​ພັນ​ໃຫຍ່ນະ​ຄອນຫຼວງ​ຍັງ​ຄົງ​ຕ້ອນ​ຮັບ​ບຸນ​ເຕັດ​ພ້ອມ​ກັບ​ແນວຫຼັງ​ໃນ​ຂຸມ​ຄອງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ ແລະ ໃຜໆ​ກໍ​ມີ​ຄວາມ​ຕື້ນ​ຕັນ​ໃຈ. ພັນ​ເອກ ຫງວຽນ​ຈ້ອງ​ຮ່າມ ແບ​່ງ​ປັນ​ວ່າ : 

    “​ບຸນ​ເຕັດ​ປີ​ກຸນຄາວນັ້ນ, ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ, ນັບ​ທັງ​ທາງ​ດ້ານ​ໜ້າ​ທີ່​ສູ້​ຮົບ, ນັບ​ທັງ​ກ່ຽວ​ກັບ​ບັນ​ຫາ​ການ​ທູດ. ອັນ​ນີ້​ແມ່ນ​ຢາກ​ເວົ​້າ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຕີ​ເອົາ​ໄຊ​ຊະ​ນະ​ຂອງ​ພວກ​ເຮົາ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຢູ່​ທຸກ​ແຫ່ງ ແລະ ດ້ວຍ​ທຸກໆ​ຮູບ​ການ. ໃນ​ເງື່ອນ​ໄຂ​ທີ່​ຫຍຸ້ງ​ຍາກ​ເຊັ່ນ​ນັ້ນ, ການ​ສູ້​ຮົບ​ຄື​ແນວນັ້ນ ແຕ່​ພວກ​ເຮົາ​ຍັງ​ຄົງ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາດ​ໄວ້​ໄດ້. ນີ້​ແມ່ນ​ສິ່ງ​ສັກ​ກະຫຼະ​ບູ​ຊາ​ທີ່​ສຸດ ”

     ​ບຸນ​ເຕັດ​ປີ​ຣະ​ກາ 2017 ໃກ້​ຈະ​ວຽນ​ມາ​ຮອດ, ພວກ​ເຮົາ​ພັດ​ຕື້ນ​ຕັນ​ໃຈ​ຫວນ​ຄືນ​ບຸນ​ເຕັດ​ປີ​ຣະ​ກາ​ກ່ອນນີ້ 70 ປີ. ນີ້​ແມ່ນ​ບຸນ​ເຕັດ​ແຫ່ງ ຄວາມ​ຕັດ​ສິນ​ໃຈສູ້​ຮົບ, ຄວາມ​ຕັດ​ສິນ​ໃຈ​ຕີ​ເອົາ​ໄຊ​ຊະ​ນະ ແລະ ເພື່ອ​ຄວາມ​ຄາດ​ຫວັງ​ມີ​ເອ​ກະ​ລາດ​ຂອງ​ທົ່ວ​ປວງ​ຊົນ. ຍ້ອນ​ນ້ຳ​ໃຈ​ນີ້​ເອງ ໄດ້​ປະ​ກອບ​ສ່ວນ​ຕີ​ຖອຍ​ສັດ​ຕູ​ເພື່ອ​ປົກ​ປັກ​ຮັກ​ສາ​ນະ​ຄອນຫຼວງ​ໃນ 60 ວັນ ແລະ ຄືນ​ແຫ່ງ​ປະ​ຫວັດ​ສາດ, ສ້າງ​ພື້ນ​ຖານ​ເພື່ອ​ໃຫ້​ທົ່ວ​ປະ​ເທດ​ປັບ​ປຸງ​ກຳ​ລັງ, ສືບ​ຕໍ່​ທຳ​ການ​ຕໍ່​ຕ້ານ​ຍາວ​ນານ​ຈົນ​ຮອດມື້​ມະ​ຫາ​ໄຊ​.

ຕອບກັບ

ຂ່າວ/ບົດ​ອື່ນ