ຫວຽດນາມ - 25 ປີແຫ່ງການເຂົ້າເປັນສະມາຊິກ ແລະ ຍົກສູງທີ່ຕັ້ງບົດບາດພ້ອມກັບ ອາຊຽນ

(VOVWORLD) -   ປີ 2020 ແມ່ນປີທີ່ມີຄວາມໝາຍສຳລັບ ຫວຽດນາມ ທັງເປັນປະທານໝູນວຽນເທື່ອທີ 3 ທັງສະເຫຼີມສະຫຼອງ 25 ປີແຫ່ງວັນເຂົ້າເປັນສະມາຊິກ ອາຊຽນ. ໃນຕະຫລອດ 25 ປີຜ່ານມາ, ຫວຽດນາມ ໄດ້ຍົກອອກບັນດາຂໍ້ລິເລີ່ມ ແລະ ໄດ້ປະກົດຜົນເປັນຈິງ,

ນັບແຕ່ເຂົ້າເປັນສະມາຊິກ ອາຊຽນ (07/1995), ຫວຽດນາມ ຍາມໃດກໍ່ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ພາກພື້ນ. ເລື່ອງ ຫວຽດນາມ ເສີມຂະຫຍາຍບົດບາດນຳພາເປັນປະທານ ອາຊຽນ 2020 ເປັນຢ່າງດີ ໃນສະພາບການທີ່ໂລກລະບາດໂຄວິດ-19  ໄດ້ສ້າງຂີດໝາຍອີກຄັ້ງໜຶ່ງ ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ ອາຊຽນ ໃນຕະຫລອດ 25 ປີຜ່ານມາ, ກໍ່ຄືຢັ້ງຢືນທີ່ຕັ້ງ ແລະ ບົດບາດຂອງປະເທດທີ່ມີຄວາມຮັບຜິດຊອບໃນພາກພື້ນ.

ຫວຽດນາມ - 25 ປີແຫ່ງການເຂົ້າເປັນສະມາຊິກ ແລະ ຍົກສູງທີ່ຕັ້ງບົດບາດພ້ອມກັບ ອາຊຽນ - ảnh 1ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບີງ (ຊ້າຍ) ແລະ ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Ho i (ຂວາ)

ບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ຄວາມເຕີບໃຫຍ່ເຂັ້ມແຂງຂອງ ອາຊຽນ

        ປີ 2020 ແມ່ນປີທີ່ມີຄວາມໝາຍສຳລັບ ຫວຽດນາມ ທັງເປັນປະທານໝູນວຽນເທື່ອທີ 3 ທັງສະເຫຼີມສະຫຼອງ 25 ປີແຫ່ງວັນເຂົ້າເປັນສະມາຊິກ ອາຊຽນ. ໃນຕະຫລອດ 25 ປີຜ່ານມາ, ຫວຽດນາມ ໄດ້ຍົກອອກບັນດາຂໍ້ລິເລີ່ມ ແລະ ໄດ້ປະກົດຜົນເປັນຈິງ, ໃນນັ້ນ ຕ້ອງເວົ້າເຖິງ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດເປີດກ້ວາງ (ADMM+) ຫຼື ສ້າງຕັ້ງຄະນະກຳມະການຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ ອາຊຽນ. ປີ 2010, ປະເທດປະທານ ຫວຽດນາມ ໄດ້ສ້າງຄວາມເຫັນດີເຫັນພ້ອມກ່ຽວກັບການຕົກລົງເປີດກ້ວາງກອງປະຊຸມສຸດຍອດ (EAS) ໃຫ້ ລັດເຊຍ ແລະ ອາເມລິກາ ເຂົ້າຮ່ວມ.

        ດ້ວຍບົດບາດປະສານງານ, ຫວຽດນາມ ໄດ້ປະຕິບັດການເຊື່ອມຕໍ່, ເປີດກ້ວາງ ແລະ ເຮັດໃຫ້ການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືຍຸດທະສາດເປັນຢ່າງດີ ແລະ ເລິກເຊິ່ງຄື: ຈີນ, ອາເມລິກາ, ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ສະຫະພາບ ເອີຣົບ (ອີຢູ), ອົດສະຕາລີ ແລະ ອິນເດຍ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ໄດ້ຕັ້ງໜ້າຜັນຂະຫຍາຍແຜນການສັງລວມສ້າງປະຊາຄົມ ອາຊຽນ, ເຂົ້າຮ່ວມການຮຽບຮຽງຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ, ປະກອບສ່ວນຮັດແຄບຄວາມແຕກໂຕ່ນກັນໃນການພັດທະນາ ແລະ ໜູນຊ່ວຍບັນດາສະມາຊິກໃໝ່ເຊື່ອມໂຍງເຂົ້າກັບພາກພື້ນ. ຕີລາຄາກ່ຽວກັບບົດບາດ ແລະ ບັນດາການປະກອບສ່ວນຂອງ ຫວຽດນາມ ໃນຕະຫລອດ 25 ປີຜ່ານມາ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບີງ, ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ອາຊຽນ ໃຫ້ຮູ້ວ່າ:

        “ອາດເວົ້າໄດ້ວ່າ ໃນ 25 ປີຜ່ານມາ ແລະ ໃນໄລຍະມໍ່ໆມານີ້, ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າໃນບັນດາການເຄື່ອນໄຫວທັງໝົດຂອງ ອາຊຽນ. ພວກເຮົາມີການປະກອບສ່ວນສຳຄັນຫລາຍຢ່າງ ໃຫ້ແກ່ການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຂອງປະຊາຄົມ ອາຊຽນ. ຫວຽດນາມ ນັບມື້ນັບເຂົ້າຮ່ວມຢ່າງຕັ້ງໜ້າທີ່ສຸດ ຕໍ່ການເຄື່ອນໄຫວຮ່ວມມືຂອງ ອາຊຽນ, ເພີ່ມທະວີ, ປັບປຸງຄວາມສາມັກຄີ, ເປັນເອກະພາບໃນ ອາຊຽນ ແລະ ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ ໃນການຮັກສາການຮ່ວມມື, ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ.

        ໜຶ່ງໃນບັນດາໝາກຜົນສຳຄັນໃນປີ 2019 ແມ່ນ ຫວຽດນາມ ໄດ້ພ້ອມກັບບັນດາປະເທດສະມາຊິກສ້າງ ແລະ ຮັບຮອງເອົາທັດສະນະກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ ແລະ ພວມພ້ອມກັບບັນດາປະເທດ ອາຊຽນ ມານະພະຍາຍາມ ເພື່ອບັນລຸໄດ້ “ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ” (COC) ກັບ ຈີນ ໂດຍໄວ ເຊິ່ງຖືກໂຈະໄວ້ຍ້ອນໂລກລະບາດໂຄວິດ-19 ໄດ້ແຜ່ຂະຫຍາຍໄປທົ່ວໂລກ.

        ແລະກໍ່ໃນປີ 2019, ຫວຽດນາມ ໄດ້ເຂົ້າຮ່ວມການຊຸກຍູ້ຮັບຮອງເອົາ, ປະຕິບັດການເຈລະຈາສັນຍາການຄ້າການບໍລິການໃຫ້ສຳເລັດ, ສ້າງເສັ້ນທາງຫລຸດຜ່ອນສິ່ງກີດຂວາງການປອດພາສີ ແລະ ສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຄາດຄະເນວ່າ ຈະເຊັນກັນຢູ່ ຫວຽດນາມ ໃນປີ 2020. ນອກນັ້ນ, ຫວຽດນາມ ຍັງໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ໜູນຊ່ວຍການຜັນຂະຫຍາຍຂໍ້ລິເລີ່ມຂອງບັນດາອາຍຸການເປັນປະທານອາຊຽນກ່ອນໜ້ານັ້ນ.

ຫວຽດນາມ ສະແດງໃຫ້ເຫັນບົດບາດນຳພາຢ່າງແຮງໃນປີ 2020

        ປີ 2020, ປະຊາຄົມ ອາຊຽນ ໄດ້ມີການກະທຳ, ເປັນເຈົ້າການຮັບມື, ສະໜິດຕິດພັນກັບບັນດາປະເທດ ເພື່ອຮັບມືກັບໂລກລະບາດໂຄວິດ-19 ທີ່ພວມແຜ່ລະບາດໃນທົ່ວໂລກໄດ້ຢ່າງທັນການ. ພາຍຫລັງຜົນສຳເລັດຂອງກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ +3 ກ່ຽວກັບການຮັບມືກັບໂຄວິດ-19 (ເດືອນ ເມສາ 2020), ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ກໍ່ໄດ້ຈັດຂຶ້ນຜ່ານທາງອອນລາຍເປັນຄັ້ງທຳອິດ (ເດືອນ ມິຖຸນາ 2020).

        ທີ່ບັນດາກອງປະຊຸມສຸດຍອດດັ່ງກ່າວ, ບັນດາປະເທດສະມາຊິກ ໄດ້ຍົກອອກຖະແຫຼງການວິໄສທັດຂອງບັນດາການນຳ ອາຊຽນ ກ່ຽວກັບການສະໜິດຕິດພັນ ແລະ ເປັນເຈົ້າການຮັບມື: ຜ່ານຜ່າສິ່ງທ້າທາຍ ແລະ ມຸ່ງໄປເຖິງການພັດທະນາແບບຍືນຍົງ, ກາຍເປັນເຂັມຊີ້ທິດໃຫ້ແກ່ ອາຊຽນ ບົນເສັ້ນທາງແຫ່ງການພັດທະນາ ແລະ ເຊື່ອມໂຍງ. ພາຍໃຕ້ການນຳພາຂອງ ຫວຽດນາມ, ບັນດາປະເທດໃນພາກພື້ນ ໄດ້ພ້ອມກັນແບ່ງປັນບັນດາໝາກຜົນເບື້ອງຕົ້ນທີ່ເປັນໜ້າຊື່ນຊົມໃນການຕໍ່ສູ້ຕ້ານໂຄວິດ-19. ດ້ວຍໝາກຜົນດັ່ງກ່າວ, ການນຳບັນດາປະເທດ ອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດນຳພາ ແລະ ຄວາມຂະຫຍັນຂັນເຄື່ອນຂອງປະທານ ອາຊຽນ 2020 ຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ຕີລາຄາວ່າ:

        “ຫວຽດນາມ ໄດ້ສະແດງໃຫ້ເຫັນ “ການນຳພາຢ່າງແຮງ” ໃນການນຳພາບັນດາປະເທດໃນພາກພື້ນ ຮັບມືກັບໂລກລະບາດໂຄວິດ-19. ອາຊຽນ ໄດ້ສາມັກຄີກັນ ແລະ ຮັບມືກັບໂລກລະບາດໂດຍໄວ ນັບແຕ່ເດືອນ ກຸມພາ. ບັນດາປະຕິກິລິຍາຢ່າງແຮງຂອງ ອາຊຽນ ສ່ວນໃຫຍ່ແມ່ນການນຳພາຂອງ ຫວຽດນາມ, ພິເສດແມ່ນໃນການຊຸກຍູ້ບັນດາປະເທດສະມາຊິກພົບປະເຈລະຈາ ແລະ ຮ່ວມມືໂດຍຜ່ານບັນດາກອງປະຊຸມທາງອອນລາຍ.

        ປີ 2020 ຊຶ່ງແມ່ນປີທີ່ ຫວຽດນາມ ມີສິ່ງທ້າທາຍຫລາຍຢ່າງ ເມື່ອທັງຮັບຜິດຊອບບົດບາດເປັນປະທານ ອາຊຽນ, ທັງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ດ້ວຍເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຄືດັ່ງຫົວເລື່ອງ ເຊິ່ງ ຫວຽດນາມ ໄດ້ຍົກອອກມາໃຫ້ປີປະທານ ອາຊຽນ 2020, ຫວຽດນາມ ໄດ້ປະຕິບັດບັນດາໜ້າທີ່ເປັນຢ່າງດີ ດ້ວຍນ້ຳໃຈຄວາມຮັບຜິດຊອບສູງ ແລະ ມີຫົວຄິດປະດິດສ້າງ, ຫວຽດນາມ ໄດ້ປະກອບສ່ວນໃຫ້ແກ່ການພັດທະນາຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງຂອງ ອາຊຽນ, ພ້ອມທັງສະແດງໃຫ້ໂລກເຫັນວ່າ ອາຊຽນ ມີກຳລັງແຮງພາຍໃນ, ມີຄຸນນະທາດ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ./.

ຕອບກັບ

ຂ່າວ/ບົດ​ອື່ນ