ຫວຽດນາມ ກະກຽມຕ້ອນຮັບການປະຕິວັດເຕັກໂນໂລຢີຄັ້ງທີ 4

(vovworld) ​​ທີ່​ກອງ​ປະຊຸມ​ປະຈຳ​ເດືອນ 3/2017 ຂອງ​ລັດຖະບານ ​ຊຶ່ງຫາ​ກໍ່ດຳ​ເນີນ​ໃນ​ຕົ້ນ​ອາທິດ​, ລັດຖະບານ ຫວຽດນາມ ​ໄດ້​ພິຈາລະນາ​ບົດ​ລາຍ​ງານ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ປະ​ຕິ​ວັດ​ເຕັກ​ໂນ​ໂລ​ຢີຄັ້ງ​ທີ 4 ຫຼື ​ເອີ້ນ​ວ່າ ການ​ປະຕິວັດ 4.0. ຕາມ​ນັ້ນ​ແລ້ວ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ​ໄດ້​ສະ​ເໜີ​ບັນດາ​ນະ​ໂຍບາຍ ​ແລະ ມາດ​ຕະການ​ ​ເພື່ອໝູນ​ໃຊ້ກາລະ​ໂອກາດ ​ຊຶ່ງການ​ປະຕິວັດ​ເຕັກ​ໂນ​ໂລ​ຢີນີ້ ນຳ​ມາ​ໃຫ້. ບົດ​ຂຽນ​ຂອງ​ບັນນາ​ທິການ ທູ​ຮວາ ມີ​ຫົວ​ຂໍ້​ວ່າ: “ຫວຽດນາມ ກະກຽ​ມ ຕ້ອນຮັບ​ການ​ປະຕິວັດ​ເຕັກ​ໂນ​ໂລ​ຢີຄັ້ງ​ທີ 4”.

ຫວຽດນາມ ກະກຽມຕ້ອນຮັບການປະຕິວັດເຕັກໂນໂລຢີຄັ້ງທີ 4 - ảnh 1
(ພາບປະກອບ / TTXVN)

        ​ໃນ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ເຕັກ​ໂນ​ໂລ​ຢີ ​ແລະ ອຸດສາຫະກ​ຳ, ມວນ​ມະນຸດ​​​ໄດ້​ເຫັນ​ປະຈັກ​ຕາ​ການ​ປະຕິວັດ​ອຸດສາຫະກຳ​ 3 ຄັ້ງ ນັບ​ແຕ່​ທ້າຍ​ສະຕະວັດ​ທີ 18 ດ້ວຍ​ການ​ປະດິດ​ສ້າງ​ເຄື່ອງ​ຈັກ​​ອາຍ​ນ້ຳ​ໂອ​ໂຕ​ມາຕິກ, ທ້າຍ​ສະຕະ​ວັດທີ 19 ດ້ວຍ​ພະລັງງານ​ໄຟຟ້າ, ທ້າຍ​ສະຕະວັດ​ທີ 20 ດ້ວຍ​ບົດບາດ​ຂອງ​ເອ​​ເລັກ​ໂຕ​ນິກ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ການ​ຜະລິດ​ອັດຕະ​ໂນ​ມັດ. ປະຈຸ​ບັນ ​ໂລກ​ພວມ​ເວົ້າ​ເຖິງ​ການ​ເລີ່​ມຕົ້ນ​ຂອງ​ ການປະຕິວັດ​ເຕັກ​ໂນ​ໂລ​ຢີຄັ້ງ​ທີ 4 ດ້ວຍ ພູມ​ປັນຍາ​ທີ່​ເຝີ​້ຝັນ, ສັກກະ​ລາດ​ດີ​ຈີ​ຕອນ ​ແລະ ການພັດທະນາພຸ່​ງຂຶ້ນ​ຂອງ​ບັນດາ​ເຕັກ​ໂນ​ໂລ​ຢີລະຫວ່າງຂະ​ແໜງ, ຫລາຍ​ຂະ​ແໜງ, ທົ່ວ​ທັງ​ຂະ​ແໜງ, ​ເຮັດ​ໃຫ້ການ​ກຳນົດ​ຂອບເຂດ​ຄົ້ນຄວ້າຂະ​ແໜງ​ມູນ​ເຊື້ອ​ມືດ​ມົວຄື: ຟີ​ຊິກສາດ, ​ເຕັກນິກດີ​ຈີ​ຕອນ ​ແລະ ຊີວະ​ສາດ. ລະດັບ​ການ​ພັດ​ທະ​ນາ​ຕາມ​ເລກ​ກຳລັງ ​ແລະ ຂອບ​ຂະໜາດ​ການ​ກະທົບຂອງ​ບັນດາ​ເຕັກ​ໂນ​ໂລ​ຢີ​ໃໝ່ ພວມ​ເຮັດ​ໃຫ້​ປ່ຽນ​ແປງທຸກ​ຂົ​ງ​ເຂດ​ຂອງ​ຊີວິດ​ເສດຖະກິດ - ສັງຄົມ, ທຸກ​ລະບົບ​ການ​ຜະລິດ, ຄຸ້ມ​ຄອງ ​ແລະ ບໍລິຫານ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ ມີ ຫວຽດນາມ.

        ​ເປັນ​​ເຈົ້າ​ການ​ຍາດ​ແຍ່ງກາລະ​ໂອກາດ ​ແລະ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ

​        ເປັນ​ເຈົ້າ​ການ​ຮັບ​ມື​ຕໍ່​ບັນດາ​ຜົ​ນກະທົບ​ຂອງ​ການ​ປະຕິວັດ​ເຕັກ​ໂນ​ໂລ​ຢີຄັ້ງ​ທີ 4, ຫວຽດນາມ ຜັນ​ຂະຫຍາຍການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະພາ​ບການ​ເຕີບ​ໂຕ, ສະມັດ​ຕະພາບການ​ອອກ​ແຮງ​ງານ ​ແລະ ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ. ຫວຽດນາມ ກໍ່​ແກ້​​​ໄຂໃຫ້​ກົມກຽວ​ລະຫວ່າງ​ເປົ້າ​ໝາຍ​​ໃນ​ສະ​ເພາະ​ໜ້າ ​ແລະ ​ເປົ້າໝາຍ​ຍາວ​ນານ, ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ການ​ຮັກສາ​ສິ່ງ​ແວດ​ລ້ອມ, ປະຕິບັ​ດສັງຄົມ​ຍຸຕິ​ທຳ, ຮັບປະກັນຊີວິດສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ, ຮັດ​ແຄບ​ຄວາມ​ຜິດ​ໂຕນ​ລະຫວ່າງຄວາມ​ຮ່ັງມີ ​ແລະ ຄວາມທຸກ​ຍາກ ​ແລະ ຍົກ​ສູງ​ຊີວິດ​​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ປະຊາຊົນ​. ພິ​ເສດ ຫວຽດນາມ ພວມ​​​ສະຫງວນບຸລິມະສິດ​ໃຫ້​ແກ່ການ​ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ​ເພີ່ມ​ທະວີກຳລັງ​ບົ່ມ​ຊ້ອນ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີຄື​ດັ່ງ ໜຶ່ງ​ໃນສາມ​ຂອດບຸກທະລຸ​ຍຸດ​ທະ​ສາດ. ສຳລັບ​ກຸ່ມ​ຄົນ​ທີ່​ມີ​ລາຍ​ຮັບ​ຕ່ຳ​ໃນ​ສັງຄົມ, ລັດຖະບານ​ເອົາ​ໃຈ​ໃສ່​ປະຕິບັດ​ນະ​ໂຍບາຍ, ມາດ​ຕະການ​ຢ່າງ​ຄົບ​ຊຸດ ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ, ມີລາຍ​ຮັບ ​ໂດຍ​ຜ່ານ​ການ​ກໍ່ສ້າງ​ອາຊີບ ​ແລ​ະ ໜູນ​ຊ່ວຍບ້ວງ​​ເງິນສິນ​ເຊື່ອ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການສອນ​ອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ​ຊົນນະບົດ, ຊາວ​ກະສິກອນ, ຄົນ​ໃນ​ຄອບຄົວ​ທຸກ​ຍາກ, ​ໃກ້​ຈະ​ທຸກ​ຍາກ, ຄົນ​ພິການ, ຊາວ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ຜູ້​ອອກ​ແຮງ​ງານ​ຍິງ. ພ້ອມ​ກັນ​ນັ້ນ ບັນດາ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຄົ້ນ​ຄວ້າ​ວິທະຍາສາດ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ຍົກ​ສູງກຳລັງ​ບົ່​ມຊ້ອນ, ລະດັບ​ຄວາມ​ຮູ້​ກ່ຽວ​ກັບ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີພາຍ​ໃນ​ປະ​ເທດ​ເພື່ອ​ຮັບ​​ໃຊ້​ການ​ພັດທະນາ, ລັດຖະບານ​ກໍ່​ສະ​ຫງວນ​ແຫຼ່ງກຳລັງ​ການ​ລົງທຶນ​ໃຫ້​ແກ່​ບັນດາ​ໂຄງການ​ໜູນ​ຊ່ວຍການ​ໝູນ​ໃຊ້​ຄວາມ​ກ້າວໜ້າ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຮັບ​ໃຊ້​ຊົນນະບົດ, ​ເຂດ​ພູດ​ອຍ, ​ເຂກຫ່າງ​ໄກ​ສອກ​ຫລີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ນະ​ໂຍບາຍ​ການ​ເຕີບ​ໂຕ​ຂຽວ ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດກ່ວາ ​ໂດຍ​ຜ່ານ​ບັນດາ​ມາດ​ຕະການ​ຮັດແໜ້ນ​ການ​ຕິດຕາມ​ກວດກາ, ການຄວບ​ຄຸມ​ບັນດາ​​ແຫຼ່ງທີ່​ກໍ່​ມົນ​ລະ​ພິດ​ສິ່ງ​ແວດລ້ອມ​ຈາກ​ການ​ເຄື່ອນ​ໄຫວ​ຜະລິດ​ອຸດສາຫະກຳ.

ຫວຽດນາມ ກະກຽມຕ້ອນຮັບການປະຕິວັດເຕັກໂນໂລຢີຄັ້ງທີ 4 - ảnh 2
(ພາບປະກອບ / TTXVN)

ປ່ຽນ​ແປງ​ໃໝ່​ວິ​ທະ​ຍາ​ສາດ, ຫນູນ​ຊ່ວຍການ​ເລີ່ມ​ທຸ​ລະ​ກິດ ແລະ ກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

    ພ້ອມ​ກັບ​ບັນ​ດາ​ວິ​ທີ​ແກ້​ໄຂດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ, ດ້ວຍ​ແງ່​ມູມ​ນະ​ໂຍ​ບາຍ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ຫວຽດ​ນາມ​ໄດ້​ກຳ​ນົດ​ບັນ​ດາ​ຂະ​ແໜງ ເຕັກ​ໂນ​ໂລ​ຢີອຸດ​ສາ​ຫະ​ກຳ​ທີ່​ຫວຽດ​ນາມ​ໃຫ້​ບຸ​ລິ​ມະ​ສິດ​ເພື່ອ​ພັດ​ທະ​ນາ​ໃນ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ​ເພື່ອ​ຮັບ​ເອົາ​ທ່າ​ອ່ຽງເຕັກ​ໂນ​ໂລ​ຢີໃໝ່​ໃນ​ໂລກ. ຫວຽດ​ນາມ ກໍ​ປ່ຽນ​ແປງ​ໜ້າ​ທີ່ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ລະ​ດັບ​ຊາດ​ທີ່​ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ບັນ​ດາ​ການ​ສຶກ​ສາ​ຄົ້ນ​ຄ້​ວາ​ລະ​ຫວ່າງ​ຂະ​ແໜງ ແລະ ທັງ​ຂະ​ແໜງ​ຊີ​ວະ​ສາດ, ຟີ​ຊິກ​ສາດ ແລະ ເຕັກ​ນິກ​ດີ​ຈີ​ຕອນ. ຫວຽດ​ນາມ​ຫັນ​ປ່ຽນ​ຈຸດ​ສຸມ​ດ້ານ​ນະ​ໂຍ​ບາຍ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ຈາກ​ບ່ອນ​ລົງ​ທຶນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວ​າ-ຜັນ​ຂະ​ຫຍາຍ​ເປັນ​ຕົ້ນ​ຕໍ​ໄປ​ສູ່​ການ​ເອົາ​ໃຈ​ໃສ່​ລົງ​ທຶນ​ໃຫ້​ການ​ຫັນ​ໝາກ​ຜົນ​ເປັນ​ການ​ຄ້າ, ຖື​ວິ​ສາ​ຫະ​ກິດ​ເປັນ​ໃຈ​ກາງ​ຂອງລະ​ບົບ​ປ່ຽນ​ແປງ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ແຫ່ງ​ຊາ​ດ. ຫວຽດ​ນາມ​ກໍ​ໄດ້​ເລັ່ງ​ໃສ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ເອົາເຕັກ​ໂນ​ໂລ​ຢີຂອງວິ​ສາ​ຫະ​ກິດ; ສະ​ຫງວນ​ຄ່າ​ໃຊ້​ຈ່າຍ​ໃຫ້​ການ​ນຳ​ເຂົ້າ​ສິນ​ຄ້າ​ເທົ່າ​ທີ່​ຄວນ ແລະ​ເປັນ​ເຈົ້າ​ການ​ທາງ​ດ້ານເຕັກ​ໂນ​ໂລ​ຢີທີ່​ກ້າວ​ໜ້າ​ຂອງ​ໂລກ. ພ້ອມ​ກັນ​ນັ້ນ, ກໍ​ສຸມ​ໃສ່​ລົງ​ທຶນ​ໃຫ້​ແກ່​ການ​ຄົ້ນ​ຄ້​ວາ​ນຳ​ໃຊ້​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ທາງ​ດ້ານເຕັກ​ໂນ​ໂລ​ຢີຢູ່​ພາຍ​ໃນ​ປະ​ເທດ, ລະ​ດັບ​ການ​ອອກ​ແບບ, ຜະ​ລິດ, ນຳ​ໃຊ້ເຕັກ​ໂນ​ໂລ​ຢີ​​ໃນ​ບັນ​ດາ​ຂະ​ແໜງ​ການ, ຂົງ​ເຂດ​ຕ່າງໆ​ຮັບ​ບຸ​ລິ​ມະ​ສິດ. ໃນ​ເງື່ອນ​ໄຂ​ແຫຼ່ງ​ກຳ​ລັງ​ຖືກ​ຈຳ​ກັດ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ການ​ເລີ່ມ​ທຸ​ລະ​ກິດ​ຂອງ​ຫວຽດ​ນາມ​ແມ່ນ​ສຸມ​ໃສ່​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ​ປ່ຽນ​ແປງ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ມີ​ຄວາມ​ສາ​ມາດ​ເຕີບ​ໂຕ​ສູງ. ລັດ​ຖະ​ບານ​ຍັງ​ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເອົາ​ໃຈ​ໃສ່​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້ໃຫ້​ແກ່​ພະ​ນັກ​​ງານ​ດ້ານ​ເຕັກ​ນິກ, ບໍ​ລິ​ຫານເຕັກ​ໂນ​ໂລ​ຢີ ແລະ ຄຸ້ມ​ຄອງ, ບໍ​ລິ​ຫານ​ວິ​ສາ​ຫະ​ກິດ, ສົ່ງ​ເສີມ​ການ​ຫັນ​ປ່ຽນ​ແຮ​ງງານ​ທີ່​ມີ​ລະ​ດັບ​ສູງ​ຈາກ​ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ, ມະ​ຫາ​ວິ​ທະ​ຍ​າ​ໄລ​ໄປ​ສູ່​ຂົງ​ເຂດ​ວິ​ສາ​ຫະ​ກິດ, ເພີ່ມ​ທະ​ວີ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ, ການ​ສອນວິ​ຊາ​ຊີບ, ຮັບ​ປະ​ກັນ​ການ​ສະ​ໜອງ​ແຮ​ງງານ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ.

     ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ຈິນ​ຕະ​ນາ​ການ ແລະ ແບບ​ວິ​ທີ​ຄຸ້ມ​ຄອງ​ລັດ​ແມ່ນ​ອີງ​ໃສ່​ພື້ນ​ຖານ​ດ້ານເຕັກ​ໂນ​ໂລ​ຢີ ເຕັກ​ນິກ​ສູງ​ເພື່ອຫຼຸດ​ຜ່ອນ​ລະ​ບຽບ​ການ​ບໍ​ລິ​ຫານ​ທີ່​ມີ​ຕໍ່​ວິ​ສາ​ຫະ​ກິດ, ຮັບ​ປະ​ກັນ​ການ​ຫັນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ແຫ່ງ​ລັດ​ເປັນ​ກະ​ຈ່າງ​ແຈ້ງ ກໍ​ແມ່ນ​ເລື່ອງ​ທີ່​ຫວຽດ​ນາມ​ພວມ​ປະ​ຕິ​ບັດ​ເພື່ອ​ຮັບເອົາຜົນປະໂຫຍດຈາກ​ການ​ປະ​ຕິ​ວັດເຕັກ​ໂນ​ໂລ​ຢີ​ຄັ້ງ​ທີ 4. ປະ​ຈຸ​ບັນ, ຫວຽດ​ນາມ​ໄດ້ ແລະ ພວມກໍ່​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ, ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ​ເພື່ອຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ​ສັງ​ຄົມ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ ພ້ອມ​ທັງ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍການ​ປະ​ຕິ​ວັດເຕັກ​ໂນ​ໂລ​ຢີ​ຄັ້ງໃໝ່./. 

ຕອບກັບ

ຂ່າວ/ບົດ​ອື່ນ