ຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ​ກັບ ສ.ເຢຍ​ລະ​ມັນ ແລະ ນິວ​ຊີ​ແລນ

(VOVWORLD) - ຊຸມເດືອນທ້າຍປີ 2022, ຫວຽດນາມ ໄດ້ມີການພົນພັວຕ່າງປະເທດຫຼາຍການເຄື່ອນໄຫວ ສຳຄັນ. ພ້ອມກັບການຢ້ຽມຢາມສອງຝ່າຍ ແລະ ການເຂົ້າຮ່ວມຂອງບັນດາເວທີປາໄສຫຼາຍຝ່າຍຂອງບັນດາການນຳ ຫວຽດນາມ, ຫວຽດນາມ ກໍ່ໄດ້ຕ້ອນຮັບການນຳບັນດາປະເທດມາຢ້ຽມຢາມຢ່າງເປັນທາງການ. ໃນນັ້ນ, ເປັນໜ້າສົນໃຈທີ່ສຸດແມ່ນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Arden ທີ່ພວມມີການດຳເນີນດ້ວຍຫຼາຍລາຍການ, ແຜນການຮ່ວມມືຢ່າງລະອຽດ, ສ້າງທ່ວງທ່າໃຫ້ແກ່ກຳລັງແຮງໃໝ່ໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສອງປະເທດ ຂຶ້ນສູ່ລະດັບສູງໃໝ່.

ຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ​ກັບ ສ.ເຢຍ​ລະ​ມັນ ແລະ ນິວ​ຊີ​ແລນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Schol

        ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໃນລະຫວ່າງວັນທີ 13 – 14 ພະຈິກ, ແມ່ນການຢ້ຽມຢຽມຫວຽດນາມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ ພາຍຫຼັງ 11 ປີນັບແຕ່ເວລາການຢ້ຽມຢາມຂອງທ່ານນາງ Angela Merkel ໃນເດືອນຕຸລາ ປີ 2011. ນີ້ແມ່ນການຢ້ຽມຢາມຂັ້ນສູງຄັ້ງທຳອິດລະຫວ່າງສອງປະເທດພາຍຫຼັງ 5 ປີ ແລະ ພິເສດແມ່ນພາຍຫຼັງສອງປະເທດມີລັດຖະບານຊຸດໃໝ່.

ໄລຍະໃໝ່ໃນການພົວພັນລະຫວ່າງ ຫວຽດນາມ - ເຢຍລະມັນ

        ການຢ້ຽມຢາມທີ່ມີຄວາມໝາຍສຳຄັນຕໍ່ການພົວພັນລະຫວ່າງສອງປະເທດໃນສະພາບການ ຫວຽດນາມ ແລະ ເຢຍລະມັນ ທີ່ພວມມີການຜັນຂະຫຍາຍປະຕິບັດສັນຍາຄູ່ຮ່ວມມືຍຸດທະສາດທີ່ປະສົບຜົນສຳເລັດໃນໄລຍະກ່ວາ 1 ທົດສະວັດຜ່ານມາ (ທີ່ໄດ້ລົງນາມໃນປີ 2011) ກໍ່ຄືຜົນງານທີ່ຍິ່ງໃຫຍ່ໃນການຮ່ວມມືດ້ານເສດຖະກິດ - ການຄ້າ ພາຍຫຼັງ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ມີຜົນສັກສິດມາເປັນເວລາ 2 ປີ.

        ຢູ່ກອງປະຊຸມສຳມະນາໃນວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Olaf Scholz ໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືໃນຫຼາຍຂົງເຂດລະອຽດຄື: ເປີດກວ້າງຕະຫຼາດຊົມໃຊ້ສິນຄ້າ, ຮັກສາລະບົບສະໜອງ, ແຫຼ່ງວັດຖຸດິບ ແລະ ເຂດຜະລິດ, ຜັນຂະຫຍາຍໂຄງການເສັ້ນທາງລົດໄຟໃໝ່ຢູ່ ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືເຢຍລະມັນ, ພັດທະນາພະລັງງານທົດແທນ, ການປ່ຽນແປງຂອງດິນຟ້າອາກາດ...ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ສາທາລະນະສຸກ, ວັດທະນະທຳ, ຍຸຕິທຳ - ກົດໝາຍ, ການສອນວິຊາຊີບ ແລະ ເຄື່ອນຍ້າຍອອກແຮງງານ, ເຈລະຈາ, ເຊັນສັນຍາສອນວິຊາຊີບທີ່ມີຄຸນນະພາບສູງ ແລະ ສັນຍາການຮ່ວມມືເຄື່ອນຍ້າຍແຮງງານທີ່ມີທັກສະໂດຍໄວ. ຫວຽດນາມ ແລະ ເຢຍລະມັນ ໄດ້ຮັບຮອງເອົາແຜນການກະທຳໃຫ້ແກ່ປີ 2023 – 2024 ຢ່າງເປັນທາງການ ເພື່ອແນໃສ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດສອງຝ່າຍ ຢ່າງແຮງ, ພ້ອມທັງຍົກອອກວິໄສທັດໄລຍະຍາວໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດນັບແຕ່ນີ້ຮອດປີ 2030 ແລະ ໄລຍະຕໍ່ໄປ.

        ອາດຈະຢັ້ງຢືນວ່າ ການຢ້ຽມຢາມ ຫວຽດນາມຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຈະເປີດໜ້າປະຫວັດສາດໃໝ່ທີ່ໃຈແຈ້ງກ່ວາ ໃນການພົວພັນຮ່ວມມື ແລະ ມິດຕະພາບອັນດີງາມລະຫວ່າງສອງປະເທດ. ການຢ້ຽມຢາມກໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຖືເປັນສຳຄັນທີ່ນັບມື້ນັບເພີ່ມຂຶ້ນຂອງເຢຍລະມັນຕໍ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ - ເຊິ່ງແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະຖຽນລະພາບຂອງເຢຍລະມັນຢູ່ພາກພື້ນ ແລະ ໃນໂລກ ພວມມີການຜັນແປຫຼາຍຢ່າງ.

ສ້າງທ່ວງທ່າໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ນິວຊີແລນ

        ເຊື່ອມຕົວເຂົ້າກັບບັນດາການເຄື່ອນໄຫວທາງການທູດທີ່ຟົດຟື້ນ ໃນເດືອນພະຈິກ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ພວມດຳເນີນການຢ້ຽມຢາມຫວຽດນາມ ເປັນທາງການໃນລະຫວ່າງວັນທີ 14 – 17 ພະຈິກ. ການຢ້ຽມຢາມແມ່ນຫຼັກການສິ່ງພິສຸດໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ທີ່ພວມມີການພັດທະນາອັນດີງາມທີ່ສຸດ. ກ່ອນການຢ້ຽມຢາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ນິວຊີແລນຢູປະຈຳ ຫວຽດນາມ Tredene Dobson ຢັ້ງຢືນວ່າ:

        ໃນ 2 ປີຜ່ານມາ, ເຖິງວ່າຜົນກະທົບຂອງພະຍາດໂຄວິດ - 19 ກໍ່ຕາມແຕ່ພວກເຮົາມີຄວາມພາກພູມໃຈຍັງຮັກສາໄດ້ທ່າພັດທະນານີ້. ພິເສດ, ສອງປະເທດຍັງຮັກສາໄດ້ບັນດາການຢ້ຽມຢາມໃນທຸກຂັ້ນ. ການພົວພັນຄູ່ຮ່ວມມືຍຸດທະສາດ ໄດ້ສ້າງຕັ້ງບົນພື້ນຖານການຮ່ວມມືຮອບດ້ານໃນຫຼາຍຂົງເຂດ, ລວມມີການຄ້າ - ເສດຖະກິດ, ກະສິກຳ, ການສຶກສາ, ການປ້ອງກັນຊາດ ແລະ ການປ້ອງກັນຄວາມສະຫງົບ, ພັດທະນາ ແລະ ການພົວພັນແລກປ່ຽນປະຊາຊົນ.  ເພາະສະນັ້ນ, ການຢ້ຽມຢາມແມ່ນກາລະໂອກາດສຳຄັນເພື່ອໃຫ້ທ່ານນາງນາຍົກລັດຖະມົນຕີ Ardern ຢັ້ງຢືນພື້ນຖານອັນໝັ້ນແກ່ນນີ້ຄືນໃໝ່.

        ໃນຂົງເຂດການຢ້ຽມຢາມ, ທ່ານນາງນາຍົກລັດຖະມົນຕີ Jacinda Ardern ພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສຸມໃສ່ປຶກສາຫາລືບັນດາມາດຕະການເພື່ອເຊື່ອມຕໍ່ ແລະ ຟື້ນຟູຄືນໃໝ່, ພິເສດແມ່ນດ້ານເສດຖະກິດ - ການຄ້າ, ການທ່ອງທ່ຽວພາຍຫຼັງໄລຍະໜຶ່ງທີ່ຖືກຂາດວັກຂາດຕອນຍ້ອນພະຍາດໂຄວິດ - 19. ບັນດາເຫດການໄດ້ຮັບການຈັດຕັ້ງໃນໂອກາດນີ້ຄື: “ການໂອ້ລົມສົນທະນາ ວິສາຫະກິດນິວຊີແລນ - ຫວຽດນາມ”, “ການໂອ້ລົມສົນທະນາ ແລະ ງານວາງສະແດງ AgriConnectioNZ: ຄູ່ຮ່ວມມືຍຸດທະສາດດ້ານກະສິກຳ ”. ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດ, ຮາກຖານຄົ້ນຄ້ວາຂອງທັງສອງປະເທດແບ່ງປັນບົດຮຽນປະສົບການ ແລະ ເພີ່ມທະວີການພົວພັນແລກປ່ຽນການຄ້າ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ.

        ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ຕິດຕາມ  ທ່ານນາງນາຍົກລັດຖະມົນຕີ Jacinda Ardern ໃນການຢ້ຽມຢາມຫວຽດນາມຄັ້ງນີ້ມີຄະນະວິສາຫະກິດນິວຊີແລນໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ກວມເອົາຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືກັບ ຫວຽດນາມ. ສິ່ງນີ້ຢັ້ງຢືນຄວາມຕັດສິນໃຈຂອງທັງສອງປະເທດໃນການນຳວົງເງິນການຄ້າສອງສົ້ນຂຶ້ນເປັນ 2 ຕື້ USD ໃນປີ 2024 ໂດຍໄວ. ທ່ານເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ Tredene Dobson ຖືວ່າ:

        ໜຶ່ງໃນບັນດາທ່າໄດ້ປຽບໃນການຮ່ວມມືດ້ານການຄ້າ - ການລົງທຶນລະຫວ່າງສອງປະເທດ ແມ່ນ ຫວຽດນາມ ແລະ ນິວຊີແລນລ້ວນແຕ່ແມ່ນສອງພື້ນຖານເສດຖະກິດເປີດ, ມີການເຊື່ອມໂຍງກັບເສດຖະກິດສາກົນຢ່າງເລິກເຊິ່ງກວ້າງຂວາງ. ນິວຊີແລນແມ່ນຕະຫຼາດເສລີ ແລະ ເປີດກວ້າງ, ພວກຂ້າພະເຈົ້າຮູ້ໄດ້ຜົນປະໂຫຍດຈາການຂຸດຄົ້ນບັນດາຜະລິດຕະພັນ, ທັກສະ ແລະ ວິຊາການໂດຍບັນດາຄູ່ຮ່ວມມືທາງການຄ້ານຳມາໃຫ້. ຫວຽດນາມ ດ້ວຍຄວາມສາມາດໃນການຜະລິດທີ່ມີຊື່ສຽງວ່າຖືກຕ້ອງຊັດເຈນ ແມ່ນສິ່ງທີ່ພວກຂ້າພະເຈົ້າຕ້ອງການ. ຖ້າພວກເຮົາພ້ອມກັນຮັບຮູ້ໄດ້ຢ່າງຈະແຈ້ງເຖິງຄວາມສາມາດບົ່ມຊ້ອນໃຫ້ແກ່ບັນດາວິສາຫະກິດສອງປະເທດ, ພວກເຮົາຈະບໍ່ພຽງແຕ່ນຳວົງເງິນການຄ້າສອງສົ້ນບັນລຸ 2 ຕື້ USD ໃນປີ 2024 ເທົ່ານັ້ນ, ພວກເຮົາຍັງຈະລື່ນກາຍຕົນເລກນີ້ອີກດ້ວຍ.

        ໂດຍໄດ້ດຳເນີນໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ມີການພັດທະນານັບມື້ນັບດີງາມ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ ໄດ້ຮັບການຄາດຫວັງວ່າ ຈະສ້າງທ່ວງທ່າໃຫ້ແກ່ການພົວພັນສອງປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ