ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ອີ​ຢູ ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ

(VOVWORLD) -ວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນລະຫວ່າງ ອາຊຽນ ກັບ ສະຫະພາບເອີຣົບ (ອີຢູ) ຄົບຮອບ 45 ປີ, ຢູ່ ບຣຸກແຊນ, ປະເທດແບນຊິກ. ການນຳຂັ້ນສູງ ຫວຽດນາມ ເຂົ້າຮ່ວມເຫດການສຳຄັນນີ້ ເປັນການຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ອີຢູ ເປັນສຳຄັນ, ພ້ອມທັງສະໜັບສະໜູນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ.
ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ອີ​ຢູ ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ, ຕາງໜ້າໃຫ້ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ ໃນຖານະເປັນປະເທດປະທານ ອາຊຽນ (ພາບ: ກະຊວງການຕ່າງປະເທດ)

ດ້ວຍປະຫວັດສາດ 32 ປີ ແຫ່ງການພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ແທດຈິງ, ການພົວພັນສອງຝ່າຍ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) ໄດ້ກ້າວເຂົ້າສູ່ລະດັບສູງໃໝ່ ດ້ວຍເລື່ອງສອງຝ່າຍກາຍເປັນຄູ່ຮ່ວມມືທີ່ສະເໝີພາບຂອງກັນ ບົນພື້ນຖານຮ່ວມມືພ້ອມກັນມີຜົນປະໂຫຍດໃນທຸກເສົາຄ້ຳ. ຫວຽດນາມ ກໍສວມບົດບາດສຳຄັນໃນການປັບປຸງສາຍພົວພັນລະຫວ່າງ ອາຊຽນ ແລະ ອີຢູ.

ຫວຽດນາມ ຍາມໃດກໍສະໜັບສະໜູນສາຍພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ອີຢູ

        ໂດຍແມ່ນສະມາຊິກທີ່ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງຂອງ ອາຊຽນ, ຫວຽດນາມ ຍາມໃດກໍຍົກສູງຄວາມຮັບຜິດຊອບຍູ້ແຮງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ໃນນັ້ນ ມີ ອີຢູ. ຫວຽດນາມ ແມ່ນປະເທດ ອາຊຽນ ທຳອິດ ທີ່ເຂົ້າຮ່ວມທຸກຂອບເຂດການຮ່ວມມືກ່ຽວກັບທາງດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ ອີຢູ; ມີຫຼາຍກົນໄກກ່ຽວກັບການຮ່ວມມືວິຊາສະເພາະ, ຮັກສາການພົບປະແລກປ່ຽນຄະນະ ແລະ ຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ.

        ຫວນຄືນປະຫວັດສາດ, ວັນທີ 1 ທັນວາ 2020, ຢູ່ກອງປະຊຸມທາງໄກ ລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ຄັ້ງທີ 23, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ, ຕາງໜ້າໃຫ້ ຫວຽດນາມ ໃນຖານະເປັນປະທານ ອາຊຽນ ໄດ້ປະກາດວ່າ: “ຫວຽດນາມ ສະໜັບສະໜູນຮູບແບບຍົກລະດັບການພົວພັນລະຫວ່າງ ອາຊຽນ - ອີຢູ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ”. ໃນກອງປະຊຸມປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ (ເດືອນກັນຍາ 2021), ທ່ານຮອງລັດຖະມົນຕີ ຫວຽດນາມ ຫງວຽນກວັກຢຸງ ເນັ້ນໜັກວ່າ: “ຫວຽດນາມ ຖືເປັນສຳຄັນ ແລະ ຈະປະກອບສ່ວນຢ່າງຕັ້ງໜ້າແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ”.

        ຫັນຄຳໝັ້ນສັນຍາສະໜັບສະໜູນການພົວພັນຮ່ວມມືລະຫວ່າງ ອາຊຽນ - ອີຢູ ໃຫ້ເປັນຮູບປະທຳ, ຢູ່ກອງປະຊຸມປະຈຳປີຄັ້ງຕ່າງໆ, ກອງປະຊຸມຂັ້ນສູງ ອາຊຽນ - ອີຢູ, ຫວຽດນາມ ຍາມໃດກໍສົ່ງສານຢ່າງແຮງກ່ຽວກັບຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດເພື່ອຊອກຫາວິທີການແກ້ໄຂສິ່ງທ້າທາຍອັນຮີບດ່ວນ, ມີລັກສະນະທົ່ວໂລກ, ປະກອບສ່ວນໃຫ້ແກ່ການເຄື່ອນໄຫວມະນຸດສະທຳ. ປີ 2021, ຫວຽດນາມ ປະກອບເງິນ 1 ລ້ານ USD ແກ່ໂຄງການ COVAX, ສະແດງນ້ຳໃຈສາມັກຄີສາກົນ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນຄວາມມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະກາດປະກອບເງິນ 500.000 USD ເພື່ອຊ່ວຍເຫຼືອປະຊາຊົນ ຢູແກຼນ ໂດຍຜ່ານບັນດາອົງການຈັດຕັ້ງສາກົນ (ເດືອນພຶດສະພາ 2022).   

        ດ້ວຍຄວາມປາດຖະໜາ ພ້ອມກັບບັນດາປະເທດໃນ ອາຊຽນ ແລະ ອີຢູ ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ທະວີບ ອາຊຽນ - ປາຊີຟິກ ແລະ ໃນໂລກ, ໃນຂອບເຂດຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ, ຫວຽດນາມ ກໍຍົກອອກຄຳໝັ້ນສັນຍາສູງສຸດ ໃນກອງປະຊຸມ ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26)  ເພື່ອແນໃສ່ແບ່ງປັນຄວາມຮັບຜິດຊອບ ມຸ່ງໄປເຖິງການພັດທະນາສີຂຽວ ແລະ ຍືນຍົງ.

ຫາງສຽງ ເອີຣົບ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນການພົວພັນ ອາຊຽນ - ອີຢູ

        ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃຫ້ແກ່ການພົວພັນ ອາຊຽນ - ອີຢູ ເວົ້າລວມ ແລະ ໃນການພົວພັນກັບ ອີຢູ ເວົ້າສະເພາະ ລ້ວນແຕ່ໄດ້ຮັບການຕີລາຄາສູງຈາກວົງການການເມືອງ ເອີຣົບ. ຕາມທ່ານສະມາຊິກລັດຖະສະພາ, Andries Gryffroy ຮອງປະທານຜູ້ທີໜຶ່ງສະພາສູງ ແບນຊິກ ແລ້ວ, ຫວຽດນາມ ມີທີ່ຕັ້ງຍຸດທະສາດສຳຄັນຢູ່ມະຫາສະໝຸດອິນເດຍ - ປາຊີຟິກ. ປັດຈຸບັນ, ພື້ນຖານເສດຖະກິດ ຫວຽດນາມ ແມ່ນຕ່ອງໂສ້ສຳຄັນໃນລະບົບສະໜອງ ແລະ ມູນຄ່າເສດຖະກິດຂອງ ອາຊຽນ ດ້ວຍທ່າໄດ້ປຽບຫຼາຍຢ່າງຄື: ສະພາບແວດລ້ອມມະຫາພາກເປັນປົກກະຕິ, ພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ຕະຫຼາດບໍລິໂພກນັບມື້ນັບເປີດກວ້າງ, ພື້ນຖານການເມືອງມີສະຖຽນລະພາບ, ມີຄວາມເປັນເອກະພາບໃນນະໂຍບາຍລົງທຶນພັດທະນາເສດຖະກິດ. ດັ່ງນັ້ນ, ຫວຽດນາມ ມີບົດບາດສຳຄັນໃນການພົວພັນລະຫວ່າງ ອາຊຽນ ແລະ ອີຢູ.

ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ອີ​ຢູ ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ - ảnh 2ທ່ານ Igor Driesmans ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ອາຊຽນ (ພາບ: VOV)
ທ່ານ Igor Driesmans ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ອາຊຽນ ຖືວ່າ ສຳລັບ ອີຢູ ແລ້ວ, ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືສອງຝ່າຍທີ່ສຳຄັນເທົ່ານັ້ນ ຫາກຍັງແມ່ນສະມາຊິກສຳຄັນໃນ ອາຊຽນ. ນັ້ນແມ່ນພື້ນຖານອັນໝັ້ນແກ່ນ, ສ້າງຄວາມສະດວກແກ່ການພົວພັນລະຫວ່າງບັນດາຝ່າຍ.

        ເນັ້ນໜັກກ່ຽວກັບບົດບາດເປັນຂົວຕໍ່ຂອງ ຫວຽດນາມ ລະຫວ່າງ ອາຊຽນ ກັບ ອີຢູ, ທ່ານ Jeroen Cooreman, ຫົວໜ້າກົມພົວພັນສອງຝ່າຍ, ກະຊວງການຕ່າງປະເທດ ແບນຊິກ ໃຫ້ຮູ້ວ່າ ໃນຂອບເຂດກອງປະຊຸມຂັ້ນສູງ ອາຊຽນ - ອີຢູ, ຄະນະຜູ້ແທນ ຫວຽດນາມ, ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງນຳໜ້າ ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດກຳນົດທິດຂອງ ຫວຽດນາມ ກ່ຽວກັບການພັດທະນາພະລັງງານຜະລິດຄືນໃໝ່, ພັດທະນາສີຂຽວ ແລະ ຍືນຍົງ, ຫັນເປັນດີຈີຕອນ… ບັນດາສິ່ງເຫຼົ່ານັ້ນ ແມ່ນເໝາະກັບເປົ້າໝາຍຕ່າງໆຂອງ ແບນຊິກ ກໍຄື ໂຄງການດຳເນີນງານຂອງ ອີຢູ.

        ການພົວພັນຫວຽດນາມ - ອີຢູ ນັບມື້ນັບພັດທະນາ. ຈາກປະເທດໜຶ່ງທີ່ຮັບການໜູນຊ່ວຍ, ມາຮອດປັດຈຸບັນ ຫວຽດນາມ ໄດ້ກາຍເປັນປະເທດຄູ່ຮ່ວມມືທີ່ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ດ້ວຍຫຼາຍຂອບເຂດຮ່ວມມື. ບໍ່ພຽງແຕ່ເທົ່ານັ້ນ, ບົດບາດຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ກັບ ອີຢູ ແມ່ນນັບມື້ນັບເຫັນໄດ້ຢ່າງເດັ່ນຊັດ./.

ຕອບກັບ

ຂ່າວ/ບົດ​ອື່ນ