ຫວຽດນາມ ຕັ້ງຫນ້າເຂົ້າຮ່ວມການເຈລະຈາສັນຍາ TPP

(vovworld)-ນັບ​ແຕ່​ຊຸມ​ມື້​ຕົ້ນ​ປີ​ 2014, ລັດຖະມົນຕີ​ການ​ຄ້າບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍ​ຸດທະ​ສາດ​ເຂດ ປາຊີ​ຟິກ(TPP) ​ໄດ້​ເລີ່​ມຕົ້ນ​ບັນດາ​ວາລະ​ປະຊຸມ​​ແນ​ໃສ່ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍກັນ​ເພື່ອ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ທ້າຍ​ປີ 2014, ສັນຍາ​ນີ້​ເລີ່​ມມີ​ຜົນ​ສັກ​ສິດ. ​ໃນ​ລາຍການ​ສະຖານະ​ການ​ການ​ເມືອງ​ພາກ​ນີ້ ພວກ​ເຮົາ​ຂໍ​ແນະນຳ​ບົດ​ຂອງ​ນັກ​ຂ່າວ ຈູງ​ຖຸຍທີ່​ພາດ​ຫົວ​ເລື່ອງ​ວ່າ: ຫວຽດນາມ​ ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ TPP.

        ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ ​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ມີ​ມາດຕະຖານ​ສູງ ​ແລະ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສັນຍາ​ແບບຢ່າງ​ຂອງ​ສັດຕະວັດ​ທີ 21, ດ້ວຍ​ບັນດາ​ສະມາຊິ​ກ​ເຂົ້າ​ຮ່ວມ​ຄື: ບຣູ​ໄນ, ອົດ​ສະ​ຕາ​ລີ, ກາ​ນາ​ດາ, ຈີ​ເລ, ອາ​ເມ​ລິ​ກາ, ມາ​ເລ​ເຊຍ, ​ເມ​ຊິ​ໂກ, ຍີ່​ປຸ່ນ, ນິວ​ເຊີ​ແລນ, ​ເປຣູ, ສິງກະ​ໂປ ​ແລະ ຫວຽດນາມ.​ ມາ​ຮອດ​ປະຈຸ​ບັນ, TPP

 ​ໄດ້​ສຳ​ເລັດ 19 ຮອບ​ເຈລະຈາ​ຢ່າງ​ເປັນ​ທາງ​ການ ​ແລະ ພວມ​ກ້າວ​ເຂົ້າສູ່​ໄລຍະ​ຕັດສິນ​ຊີ້​ຂາດດ້ວຍ​ບັນດາ​ຂົງ​ເຂດ​ເຈລະຈາ ນັ້ນ​ແມ່ນ: ​ເປີດ​ປະຕູ​ຕະຫລາດ​ສິນຄ້າ, ຂໍ້​ກຳນົດ​ຕົ້ນ​ກຳ​ເນີ​ດຂອງ​ສິນຄ້າ, ການ​ຊື້​ຂາຍຂອງ​ລັດຖະບານ, ລັດ​ວິ​ສາ​ຫະກິດ, ການ​ຄ້າ​ເອ​ເລັກ​ໂຕ​ນິກ.. ປະຈຸ​ບັນ ຫວຽດນາມ ​ໄດ້​ສຳ​ເລັດ​ການ​ເຈລະຈາ TPP ກັບ​ຍີ່​ປຸ່ນ ​ແລະ ພວມ​ຊຸກຍູ້​ການ​ເຈລະຈາ​ກັບ ສ​ເກົາ​ຫລີ.

        TPP ​ແລະ ບັນດາ​ກາລະ​ໂອກາດ​ໃຫ້​ແກ່​ຕະຫລາດ​ຫວຽດນາມ

        ​ເຂົ້າ​ຮ່ວມ TPP ຈະ​ຊ່ວຍ​ຫວຽດນາມ ສ້າງ​ຄວາມດຸນ​ດຽງ​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ບັນດາ​ຕະຫລາດ​ທີ່​ເປັນ​ຈຸດ​ສຸມ​,​ ຫລີກ​ລ້ຽງ​ການ​ອີງ​ໃສ່​ເກີ​ນຂອບ​ເຂດ​ເຂົ້າ​ຕະຫລາດ​ໃດ​ຫນ່ຶງ. ທ່ານ ຫວູຕຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ຖື​ວ່າ: ​ເພື່ອ​ໝູນ​ໃຊ້​ບັນດາ​ທ່າ​ໄດ້​ປຽບ​ຂອງ​ສັນຍາ​ເປັນ​ຢ່າງ​ດີ ຕ້ອງ​ຕີ​ລາຄາ​ບັນດາ​ທ່າ​ໄດ້​ປຽບ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ, ​ເພື່ອ​ກຳນົດ​ທິດ​ລົງທຶນ, ພິ​ເສດ ​ແມ່ນ​ກຳນົດ​ທິດ​ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ.

        “TPP ​ແມ່ນ​ສັນຍາ​ທີ່​ສົ່ງ​ຜົນກະທົບ​ເຖິງ ພື້ນຖານ​ເສດຖະກິດ​ຫວຽດນາມ, ສົ່ງ​ຜົນ​ກະທົບ​ເຖິງການ​ປ່ຽນ​ແປງ​ລະບອບ​ນະ​ໂຍບາຍ, ການ​ປະຕິ​ຮູບ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ. ບັນດາ​ການ​ກະທົບ​ນັ້ນ​ຈະ​ສ້າງ​ກຳລັງ​ແຮງ​ພັດທະນາ​ໃຫມ່​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ​ໃນ​ອະນາຄົດ. ພວກ​ເຮົາ​ພຽງ​ສາມາດ​ໝູ​ນ​ໃຊ້ກາລະ​ໂອກາດ​ດັ່ງກ່າວ​ເປັນ​ຢ່າງ​ດີ ຖ້າ​ຫາກ​ມີ​ການ​ປ່ຽນ​​ໃຫມ່​ຢ່າງ​ແຂງ​ແຮງ​ພາຍ​ໃນ​ປະ​ເທດ, ປ່ຽນ​ໃຫມ່​ນັບ​ທັງ​ມະຫາ​ພາກ​ກໍ​ຄື​ຄວາມ​ມານະ​ພະຍາຍາມ​ຂອງ​ວິ​ສາ​ຫະກິດ​ເພື່ອ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ.”

ຫວຽດນາມ ຕັ້ງຫນ້າເຂົ້າຮ່ວມການເຈລະຈາສັນຍາ TPP - ảnh 1
ກອງປະຊຸມເຈລະຈາສັນຍາ TPP ຢູ່ ສິງກະໂປ ໃນເດືອນ 12/2013
ພາບ:laodong.com.vn

        ​ໃນ​ຂະນະ​ນັ້ນ, ທ່ານ ​ເຈີ​ນກວກ​ແຄງ, ລັດຖະ​ເມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າຫວຽດນາມ, ຫົວຫນ້າ​ຄະນະ​​ເຈລະຈາ​ຂອງ​ລັດຖະບານ​ຫວຽດນາມ​ກ່ຽວ​ກັບ​ ດ້ານ​​ເສດຖະກິດ, ການ​ຄ້າສາກົນ ຖື​ວ່າ: ກາລະ​ໂອກາດ​ຈະ​ແຈ້ງ​ທີ່​ສຸດ​ເມື່ອ​ ຫວຽດນາມ​ເຂົ້າຮ່ວມ TPP ນັ້ນ​ແມ່ນ​ໄດ້​ສຳ​ພັດ​ກັບ ອາ​ເມ​ລີ​ກາ, ຊື່​ງ​ແມ່ນ​ຕະຫລາດ​ຈຳຫນ່າຍ​ສິນຄ້າ​ຫລາຍ​ກວ່າ​ໝູ່​ໃນ​ໂລກ ດ້ວຍ​ລະດັບ​ພາສີ 0%. ນອກຈາກ​ຜົນ​ປະ​ໂຫຍ​ດກ່ຽວ​ກັບ​ການ​ສົ່ງ​ອອກ​ແລ້ວ,​ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ບໍລິການ​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ສະພາບແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ງ່າຍດາຍ​ກວ່າ, ​ໂປ່​ງ​ໃສ​ກວ່າ ​ແລະ ຄາດ​ຄະ​ເນ​ ງາຍ​ດ່າ​ຍກວ່າ ຍ້ອນ​ຫວຽດນາມ ​ໄດ້​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃຫມ່ ຕາມ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຟີ​ກ. ທ່ານ ​ເຈີ​ນກວກ​ແຄງ ​ໃຫ້​ຮູ້​ວ່າ:

        “ກາລະ​ໂອກາດ​ດີ​ສຸດ ນັ້ນ​ແມ່ນ​ພວກ​ເຮົາ​ຈະ​ມີ​ເງື່ອນ​ໄຂປັບປຸງ​ໂຄງ​ປະກອບ​ຕະຫລາດ​ຂາ​ອອກ​ຂາ​ເຂົ້າ. ກາລະ​ໂອກາດ​ທີ​ສອງ ​ແມ່ນ​ເປີດ​ກວ້າງ​ຕະຫລາດ​ໃຫ້​ແກ່​ສິນຄ້າ​ຂອງ​ຫວຽດນາມ ຖ້າ​ຫາກ​ພາສີ​ໄດ້​ຮັບ​ການ​ຍົກ​ເວັ້ນລົງ​ໃນ​ລະດັບ 0%. ນີ້​ແມ່ນ​ກະທົບໃຫຍ່​ໃຫ້​ແກ່​ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ຢູ່ ຕະຫລາດ​ຈຳນວນ​ຫນຶ່ງ ​ແລະ ສິນຄ້າ​ບາງ​ປະ​ເພດ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການກະທົບດັ່ງກ່າວ. ຖ້າ​ສັນຍາ​ນີ້​ສ​ຳ​ເລັດ​ຜົນ ພວກ​​ເຮົາ​ຈະ​ມີ​ກາລະ​ໂອກາດ​ເຂົ້າ​ຮ່ວມ​ລະບົບ​ຜະລິດ​ຂອງ​ພາກ​ພື້ນ ​ແລະ ສາກົນ. ​ເມື່ອໄດ້​ເຂົ້າ​ຮ່ວມ TPP ຈະ​​ສ້າງຄວາມ​ສະດວກ​ໃຫ້​ແກ່​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ​ແລະ ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ.”

        ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ເມື່ອ​ປະຕິບັດ TPP

        ຄຽງ​ຄູ່​ກັບຄວາມ​ຕັ້ງຫນ້າ​ຊຶ່ງ TPP ນຳ​ມາ​ໃຫ້, ສັນຍາ​ນີ້​ກໍ​ສ້າງ​ກຳລັງ​ດັນ​ກ່ຽວ​ກັບ​ການ​ເປີດ​ປະຕູ​ຕະຫລາດ, ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ວິ​ສາ​ຫະກິດ​ຫວຽດນາມ ສຳລັບ​ສາກົນ. ມີບາງ​ຂະ​ແຫນງ​ການ​ຄື ກະສິກຳ, ອຸດສາຫະກຳ, ບໍລິການ… ບໍ່​ທັນ​ຕອບ​ສະຫນອງ​ການ​ພັດທະນາ​ ກໍ່​ຄື​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ການ​ປັບປຸງ​ລະບົບ​ກົດໝາຍ, ​ແຫ​ລ່ງຊັບພະຍາກອນ​ມະນຸດ​ໄດ້.. ຕາມທ່ານ ​ເລ​ຕຽນ​ເຈື່ອງ, ຮອງ​ຜູ້ອຳນວຍການ​ກຸ່ມ​ບໍລິສັດ​ຕຳ່​ແຜ່ນ​ຕັດຫຍິບ ​ແລ້ວ, ຄວາມ​ສົນ​ໃຈ ​ແລະ ຮົ້ວ​ກີດ​ຂວາງ​ໃຫຍ່​ສຸດ​ປະຈຸ​ບັນ​ຂອງ​ຫວຽດນາມ ນັ້ນ​ແມ່ນ ຂໍ້​ກຳນົດ​ກ່ຽວ​ກັບ​ຕົ້ນ​ກຳ​ເນີ​ດ ພ້ອມ​ກັບ​ການ​ພັດທະນາ​ບໍ່​ສະຫມຳ່ສະ​ເຫ​ມີ​ຂອງ​ຂະ​ແຫນງ​ອຸດສາຫະກຳ​ສຳຮອງ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ.

        “ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ກາລະ​ໂອກາດ​ໃນ​ການ​ເປີດ​ກວ້າງ​ຕະຫລາດ ດ້ວຍ​ການ​ສຳ​ພັດ​ກັບ​ເງື່ອນ​ໄຂ​ດີກ​ວ່າ​ເມື່ອ​ທຽບ​ໃສ່​ເງື່ອນ​ໄຂ​ປະ​ຈຸ​ບັນ. ພ້ອມ​ກັນ​ນັ້ນ ບັນດາ​ສິ່ງ​ທ້າ​ທາຍ​​ນັ້ນ​ແມ່ນຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບສາມ​າດຕອບ​ສະຫນອງ​ບັນດາ​ຄຳ​ຮຽກຮ້ອງ​ໃຫມ່​ຂອງ​ສັນຍາຫລື​ບໍ່, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫລາດ​ໄດ້, ​ເພີ່ມ​ທະວີ​ທັງ​ຈຳນວນ, ຄຸນ​ນະພາ​ບ ​ແລະ ບັນດາ​ປັດ​ໄຈ​ປອດ​ພາສີ​ອື່ນ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ຫລື​ບໍ່.”

        ​ເຂົ້າ​ຮ່ວມ TPP, ຫວຽດນາມ ຄວນ​ມີ​ບັນດາ​ບາດກ້າວ​ຢ່າງ​ຖືກຕ້ອງ ​ແລະ ປັບປຸງ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ພື້ນຖານ​ເສດຖະ​ກິດ ​ແລະ ການ​ຜະລິດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​​ເພື່ອກະກຽມ​ໃຫ​້​ເຫດການ​ນີ້, ຫວຽດນາມ ຕ້ອງຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຈຳນວນ​ຫນຶ່ງ​ໃນ​ວິວັດ​ການ​ເຈລະຈາ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ. ທ່ານ ​ເຈີ​ນກວກ​ແຄງ ຖື​ວ່າ:

        “ມີກຳລັງ​ດັນ​ແທ້ ​ແຕ່​​ໃນ​ການ​ເຈລະຈາ, ພວກ​ເຮົາ​ຈະ​ພະຍາຍາມ​ເຮັດ​ແນວ​ໃດ​ເພື່ອ​​ໃຫ້ກຳລັງ​ດັນກະທົບ​ເທື່ອ​ລະ​ກ້າວ, ຕາມ​ວິວັດ​ການ. ​ແລະ​ມີ​ບັນດາ​ເງື່ອນ​ໄຂ​​ແນ່​ນອນ ສຳລັບ​ວິ​ສາ​ຫະກິດຫວຽດນາມ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ບື່ນຕົວ​ຂຶ້ນ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ວິ​ສາ​ຫະກິດຈະ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ນີ້​ໄດ້.”

        ທ້າຍ​ປີ 2014, ຕາມ​ວິວັດທະນາ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​​ເຂດ​ປາຊີ​ຟີ​ກ ຈະ​ສິ້ນ​ສຸດ​ລົງ ​ແລະ ​ກ້າວເຂົ້າສູ່ການ​ປະຕິບັດ. ​ເວລາ​ນັ້ນ ກຸ່ມ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນຍາ ຈະ​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ເຂດ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​, ປະກອບສ່ວນ​ເກືອບ 40% ຍອດ​ຜະລິດ​ຕະພັນ​ພາຍ​ໃນ ​ແລະ ປະມານ 1/3 ວົງ​ເງິນ​ການ​ຄ້າ​ທົ່ວ​ໂລກ​. ຖ້າ​ໝູນ​ໃຊ້​ກາລະ​ໂອກາດ​ນີ້, ຫວຽດນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫລວງ​ຈາກ​ກະ​ແສ​ການ​ລົງທຶນ​ໃຫມ່, ສ້າງ​ກຳລັງ​ສາມາດ​ການ​ຜະລິດ​ໃຫ່ມ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ລະບົບ​ມູນ​ຄ່າ​​ໃນພາກ​ພື້ນ ​ແລະ ທົ່ວ​ໂລກ, ຈາກ​ນັ້ນ ​ເສດຖະກິດ​ຫວຽດນາມ​ຈະ​ພັດທະນາ​ຕາມ​ທິດ​ໝັ້ນຄົງ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ