ຫວຽດນາມ ຕັ້ງໜ້າປະກອບສ່ວນບັນດາຂໍ້ລິເລີ່ມໃຫ້ແກ່ວິວັດທະນາການຮ່ວມມືດ້ານປ້ອງກັນຊາດ ອາຊຽນ

(VOVWORLD) - ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM retreat) ດຳເນີນໃນລະຫວ່າງວັນທີ 18  20 ກຸມພາ, ພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມຢູ່ ຮ່າໂນ້ຍ. 

 ເລື່ອງຖະແຫຼງການຮ່ວມກ່ຽວກັບການຮ່ວມມືປ້ອງກັນຊາດໃນການຮັບມືຕໍ່ໂລກລະບາດໄດ້ຮັບຄວາມເຫັນດີເປັນເອກະພາບໃນເວລາສັ້ນທີ່ສຸດ, ວຽກງານກະກຽມ ແລະ ຮັບປະກັນຄວາມປອດໄພດ້ານສາທາລະນະສຸກຢ່າງເດັດຂາດໃຫ້ແກ່ບັນດາຜູ້ແທນໃນສະພາບໂລກລະບາດ COVID-19 ແຜ່ລະບາດ, ພ້ອມກັບບັນດາເນື້ອໃນສຳຄັນກໍ່ໄດ້ຮັບການປຶກສາຫາລື…ອີກຄັ້ງໜຶ່ງໄດ້ຢັ້ງຢືນເຖິງຂີດໝາຍ ແລະ ການປະກອບສ່ວນຂອງປະເທດເຈົ້າພາບ ຫວຽດນາມ ໃຫ້ແກ່ວິວັດທະນາການຮ່ວມມືດ້ານປ້ອງກັນຊາດໃນປີເປັນປະທານ ອາຊຽນ 2020.

ຫວຽດນາມ ຕັ້ງໜ້າປະກອບສ່ວນບັນດາຂໍ້ລິເລີ່ມໃຫ້ແກ່ວິວັດທະນາການຮ່ວມມືດ້ານປ້ອງກັນຊາດ ອາຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ADMM ວົງແຄບ ຖ່າຍຮູບລວມ (ພາບ: qdnd.com)

        ໂດຍແມ່ນໜຶ່ງໃນບັນດາກອງປະຊຸມປ້ອງກັນຊາດ - ການທະຫານຕົ້ນຕໍຂອງ ອາຊຽນ ຊື່ງກະຊວງປ້ອງກັນປະເທດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໃນຂະນະທີ່ ຫວຽດນາມ ຮັບບົດບາດເປັນປະທານ ອາຊຽນ 2020, ADMM Retreat ມີບົດບາດສຳຄັນໃນການກຳນົດທິດການຮ່ວມມືໃຫ້ແກ່ປີ ອາຊຽນ 2020 ແລະ ກະກຽມໃຫ້ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ເຊິ່ງຈະຈັດຕັ້ງໃນທ້າຍປີນີ້.

ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການລວມ

       ໂດຍດຳເນີນໄປໃນສະພາບການໂລກພວມປະເຊີນໜ້າຕໍ່ບັນດາສິ່ງທ້າທາຍ, ສັບສົນແບບບໍ່ເຄີຍມີມາກ່ອນນັ້ນ, ໃນນັ້ນມີໂລກລະບາດ Covid-19 ແຜ່ລະບາດເປັນວົງກ້ວາງ, ຈຸດພົ້ນເດັ່ນຂອງ ADMM Retreat ແມ່ນເລື່ອງເຫັນດີເປັນເອກະພາບອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືຕໍ່ໂລກລະບາດ. ທ່ານພົນຕີ ຫວູຈຽນທັ໊ງ, ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ຕໍ່ໜ້າສະພາບການຜັນແປຂອງ Covid-19, ໂດຍປະຕິບັດການຊີ້ນຳຂອງການນຳກະຊວງປ້ອງກັນປະເທດ ຫວຽດນາມ, ບັນດາອົງການເຈົ້າໜ້າທີ່ໄດ້ຕັ້ງໜ້າປຶກສາຫາລືກັບບັນດາປະເທດສະມາຊິກ ເພື່ອຍົກອອກຂໍ້ລິເລີ່ມສ້າງຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືຕໍ່ໂລກລະບາດ ແລະ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດ. ພິເສດແມ່ນ ສິງກະໂປ ແລະ ກຳປູເຈຍ ກໍ່ມີຄວາມປາດຖະໜາຢາກປົກປ້ອງຂໍ້ລິເລີ່ມດັ່ງກ່າວ.

        ສິ່ງທີ່ເປັນໜ້າສົນໃຈຢູ່ບ່ອນວ່າ ນັ້ນແມ່ນຈຸດພົ້ນເດັ່ນໃນຖະແຫຼງການຮ່ວມ ແມ່ນເລື່ອງບັນດາປະເທດໄດ້ຊົມເຊີຍ, ຕີລາຄາສູງການກະກຽມເປັນເຈົ້າການ, ລອບຄອບຖີ່ຖ້ວນ, ມີປະສິດທິຜົນຂອງ ຫວຽດນາມ ໃຫ້ປີ 2020, ພິເສດແມ່ນໃນການຮັບມືຕໍ່ໂລກລະບາດ; ຫຼືເລື່ອງ ຫວຽດນາມ ພ້ອມແລ້ວທີ່ຈະຈັດຕັ້ງບັນດາກອງປະຊຸມໂຕະມົນໃນການປ້ອງກັນ, ຄວບຄຸມໂລກລະບາດ…ຜູ້ແທນບັນດາປະເທດກໍ່ເຫັນດີເປັນເອກະພາບຕໍ່ການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນການຮັບມືຕໍ່ໂລກລະລາດ ບົນພື້ນຖານບັນດາຂໍ້ລິເລີ່ມ ແລະ ກົນໄກຂອງ ອາຊຽນ, ຄືສູນເສນາຮັກ ອາຊຽນ, ກອງປະຊຸມຜູ້ນຳໜ້າເສນາຮັກບັນດາປະເທດ ອາຊຽນ, ກອງປະຊຸມສຳມະນາເສນາຮັກ ອາຊຽນ ແລະ ຕາໜ່າງນັກຊ່ຽວຊານເຄມີສາດ, ຊີວະສາດ ແລະ ລັງສີ ອາຊຽນ… ທ່ານພົນຈັດຕະວາ ຫວູຕຽນຈ້ອງ, ຫົວໜ້າສະຖາບັນການພົວພັນສາກົນ ກ່ຽວກັບການປ້ອງກັນຊາດ, ກະຊວງປ້ອງກັນປະເທດ, ຕີລາຄາວ່າ:

ຖະແຫຼງການທີ່ໄດ້ວາງອອກ ບໍ່ພຽງແຕ່ໄດ້ຮັບການຕີລາຄາສູງຈາກບັນດາປະເທດ ອາຊຽນເທົ່ານັ້ນ ຫາກຍັງແມ່ນບັນດາພາກພື້ນທັງໝົດລ້ວນແຕ່ມີຄວາມສົນໃຈອີກດ້ວຍ. ທ່ານ ເລຂາທິການໃຫຍ່ ອາຊຽນ ໄດ້ຖືວ່າ: ນີ້ແມ່ນຖະແຫຼງການທີ່ບັນລຸໄດ້ໂດຍໄວລະດັບສະຖິຕິ, ໄດ້ວາງອອກໄວທີ່ສຸດເຊິ່ງຍັງບໍ່ຮອດ 2 ວັນ. ດັ່ງນັ້ນ, ພວກເຮົາເຫັນໄດ້ຄວາມສະດຸ້ງໄວ ແລະ ການຮັບມືຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດ ອາຊຽນ, ຕອບສະໜອງ ໄດ້ຄວາມມຸ່ງມາດປາດຖາໜາ ແລະ ຄວາມຫວັງຂອງ ປະຊາຊົນບັນດາປະເທດ ອາຊຽນ ທີ່ພວມມີຄວາມປາດຖະໜາກຢາກດັບມອດ ໂລກລະບາດດັ່ງກ່າວໄດ້ໂດຍໄວ. ນີ້ແມ່ນຖະແຫຼງການທີ່ນຳມາເຊິ່ງບົດຮຽນ, ປະສົບການກ່ຽວກັບສະຕິຕື່ນຕົວ ກຽມພ້ອມການຮັບມືກັບບັນດາບັນຫາທັງໝົດກ່ຽວກັບຄວາມໝັ້ນຄົງແບບໃໝ່ຢ່າງມີປະສິດທິຜົນ ໃນປັດຈຸບັນ.

ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດທະນາການຮ່ວມມືດ້ານປ້ອງກັນຊາດ ອາຊຽນ

ຊຸມວັນກ່ອນດຳເນີນກອງປະຊຸມ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ການປ້ອງກັນໂລກລະບາດ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນແຖວໜ້າເພື່ອຮັບປະກັນຜົນສຳເລັດ ຂອງ ADMM Retreat. ຫວຽດນາມ ຜັນຂະຫຍາຍຫຼາຍມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ຜູ້ແທນຢ່າງຄົບຊຸດຄື: ກວດພະຍາດຢູ່ສະໜາມບິນ, ສີດຢາຂ້າເຊື້ອຢູ່ສູນກອງປະຊຸມແຫ່ງຊາດ, ສ້າງກອງເສນາຮັກເຄື່ອນທີ່… ເພື່ອຕີລາຄາກ່ຽວກັບການກະກຽມຂອງ ຫວຽດນາມ ກໍ່ຄືເລື່ອງ ADMM Retreat ວາງອອກຖະແຫຼງການຮ່ວມ ກ່ຽວກັບການຮັບມືໂລກລະບາດ, ທ່ານ Lim Jock Hoi ເລຂາທິການໃຫຍ່ ອາຊຽນ ເນັ້ນໜັກວ່າ:

ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດຕໍ່ການກະກຽມຢ່າງລະອຽດ ຂອງ ຫວຽດນາມໃຫ້ແກ່ກອງປະຊຸມຄັ້ງນີ້. ບັນດາເນື້ອໃນທີ່ໄດ້ນຳມາປຶກສາຫາລື ຢູ່ກອງປະຊຸມມີຄວາມກົງໄປກົງມາ, ເປີດອົກເປີດໃຈ ເພື່ອ ກະກຽມໃຫ້ແກ່ບັນດາກອງປະຊຸມ ADMM ແລະ ADMM+ ຈະມາເຖິງ. ພິເສດ, ກ່ຽວກັບເລື່ອງບັນດາລັດຖະມົນຕີປ້ອງກັນປະເທດເຫັນດີເປັນເອກະພາບຖະແຫຼງການຮ່ວມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ໄດ້ສະແດງໃຫ້ເຫັນບົດບາດນຳພາຂອງ ປະເທດເຈົ້າພາບ ຫວຽດນາມ, ພ້ອມທັງກໍ່ສະແດງໃຫ້ເຫັນຄວາມເປັນເອກະພາບ, ສາມັກຄີ, ການຮ່ວມມືໃນອາຊຽນ ໃນການແກ້ໄຂ ບັນດາສິ່ງທ້າທາຍລວມທີ່ຫາກໍ່ພົ້ນເດັ່ນຂຶ້ນ, ພິເສດແມ່ນບັນດາການປ້ອງກັນ, ຕ້ານໂລກລະບາດ COVID 19

ການວາງອອກຖະແຫຼງການຮ່ວມກ່ຽວກັບການປ້ອງກັນຕ້ານໂລກລະບາດແມ່ນເໝາະສົມກັບຫົວຂໍ້ຂອງ ປີ ອາຊຽນ 2020 ທີ່ສຸດ ເຊິ່ງ ຫວຽດນາມ ວາງອອກແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ອາດເຫັນໄດ້ວ່າ, ຈາກຖະແຫຼງການຮ່ວມຄັ້ງນີ້, ບັນດາປະເທດ ອາຊຽນອາດຈະສ້າງໄດ້ບັນດາໂຄງການດຳເນີນງານຮ່ວມທີ່ມີປະສິດທິຜົນໃນອະນາຄົດ, ພິເສດແມ່ນ ໃນຂົງເຂດຄວາມໝັ້ນຄົງດ້ານສາທາລະນະສຸກ. ຜົນສຳເລັດຂອງ ADMM Retreat ແມ່ນສ້າງກຳລັງໜູນເພື່ອໃຫ້ຫວຽດນາມ ສືບຕໍ່ດຳລົງຕຳແໜ່ງປະທານອາຊຽນ 2020 ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ