ຫວຽດ​ນາມ​ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ຂະ​ບວນ​ການບ​ໍ່​ຮ່ວມ​​ກຸ່ມ

(VOVWORLD) - ກອງປະຊຸມຂັ້ນລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມໄດ້ດຳເນີນໃນລະຫວ່າງວັນທີ 20  21 ກໍລະກົດ 2019 ຢູ່ Caracas, ເວເນຊູເອລາ, ພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບ ເວເນຊູເອລາ, ປະທານຄະນະປະກຳມະການປະສານງານບໍ່ຮ່ວມກຸ່ມ. ດ້ວຍບົດບາດຕິດພັນກັບບັນດາປະເທດພວມພັດທະນາ, ໃນຕະຫຼອດໄລຍະ 58 ປີທີ່ຜ່ານມາ, ຂະບວນການບໍ່ຮ່ວມກຸ່ມໄດ້ກາຍເປັນເວທີປາໄສຫຼາຍຝ່າຍນຳໜ້າໃນ ການປ້ອງກັນ ແລະ ສ້າງບັນດາຫຼັກການໃນການຮ່ວມມື ແລະ ເຈລະຈາ ສາກົນ, ປົກປ້ອງສິດຜົນປະໂຫຍດຂອງບັນດາປະເທດພວມພັດທະນາຈຳນວນຫຼວງຫຼາຍ. ທີ່ກອງປະຊຸມຄັ້ງນີ້, ຫວຽດນາມສືບຕໍ່ມີບັນດາການເຄື່ອນໄຫວທີ່ຕັ້ງໜ້າ, ສົມທົບຢ່າງແໜ້ນແຟ້ນເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ຍົກສູງບົດບາດຂອງຂະບວນການ, ມານະພະຍາຍາມສູ້ຊົນເພື່ອບັນດາເປົ້າໝາຍຮັກສາສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
ຫວຽດ​ນາມ​ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ຂະ​ບວນ​ການບ​ໍ່​ຮ່ວມ​​ກຸ່ມ - ảnh 1ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VBC) 

ກອງປະຊຸມຄັ້ງນີ້ມີຫົວຂໍ້ວ່າ “ຊຸກຍູ້ ແລະ ປັບປຸງສັນຕິພາບຜ່ານການເຄົາລົບກົດໝາຍສາກົນ”, ແລກປ່ຽນຄຳເຫັນກ່ຽວກັບສະພາບໂລກໃນປັດຈຸບັນກໍ່ຄືບັນດາສິ່ງທ້າທາຍ ແລະ ກາລະໂອກາດທີ່ໄດ້ວາງອອກສຳລັບຂະບວນການ. ນີ້ແມ່ນບັນດາສິ່ງທ້າທາຍອັນໃຫຍ່ຫຼວງທີ່ມາຈາກພາຍນອກກໍ່ຄືພາຍໃນຂະບວນການ, ຄືກຳລັງແຮງດ້ານການເມືອງ ຂອງບັນດາປະເທດມະຫາອຳນາດ, ການແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດນ້ອຍກໍ່ຄືບັນດານະໂຍບາຍສ້າງການແບ່ງແຍກເພື່ອແນໃສ່ຈັດວາງເຈດຈຳນົງຂອງບັນດາປະເທດມະຫາອຳນາດ.

ບົດບາດຂອງຂະບວນການບໍ່ຮ່ວມກຸ່ມ

        ຂະບວນການບໍ່ຮ່ວມກຸ່ມໄດ້ສ້າງຕັ້ງກ່ອນນີ້ 58 ປີ (1961 - 2019) ໃນຂະນະການຕໍ່ສູ້ປົດປ່ອຍ ຊາດໄດ້ເກີດຂຶ້ນຢູ່ຫຼາຍປະເທດໃນໂລກ ແລະ ໃນສະພາບການສົງຄາມເຢັນມີຄວາມສ່ຽງພາໄປເຖິງອາດຈະເກີດສົງຄາມໂລກຄັ້ງໃຫມ່. ບັນດາປະເທດທີ່ຫາກໍ່ຍາດໄດ້ເອກະລາດ ເຊິ່ງມີຄວາມຫຼາຍຮູບຫຼາຍແບບດ້ານວັດທະນະທຳ, ສາສະໜາ, ລະບອບການເມືອງ - ສັງຄົມລ້ວນແຕ່ຕ້ອງມີຄວາມສາມັກຄີໃນການເຕົ້າໂຮມກຳລັງທີ່ກ້ວາງໃຫຍ່ຊ່ວຍເຫຼືອກັນຮັກສາເອກະລາດ, ຍາດໄດ້ເອກະລາດເສດຖະກິດ, ຕ້ານສົງຄາມ, ປົກປັກຮັກສາສັນຕິພາບເປັນເທື່ອລະກ້າວເພື່ອພ້ອມກັນຄົງຕົວ ແລະ ພັດທະນາ.

ໃນສະພາບການສາກົນປັດຈຸບັນ, ບັນດາປະເທດບໍ່ຮ່ວມກຸ່ມ ແລະ ພວມພັດທະນາເວົ້າລວມພວມປະເຊີນໜ້າກັບບັນດາສິ່ງທ້າທາຍອັນໃຫຍ່ຫຼວງທີ່ກ່ຽວກັບການພັດທະນາເສດຖະກິດ ແລະ ບັນດາຜົນກະທົບທາງລົບຂອງວິວັດການໂລກາພິວັດ. ໃນຂະນະທີ່ຍັງຄົງສືບຕໍ່ມານະພະຍາຍາມແກ້ໄຂບັນດາບັນຫາຄືສະພາບການຄວາມອຶດຫິວທຸກຍາກ, ສະພາບການຂາດຄວາມສະຫງົບໃນສັງຄົມ, ການປະທະກັນຂອງເຊື້ອຊາດເຜົ່າພັນ, ສາສະໜາ ແລະ ບັນດາບັນຫາຮີບດ່ວນທົ່ວໂລກ, ຫຼາຍປະເທດພວມພັດທະນາ ຕ້ອງຮັບມືກັບນະໂຍບາຍກຳລັງແຮງ, ການຈັດວາງ ແລະ ການແຊກແຊງຈາກພາຍນອກ. ຍ້ວນວ່າຄວາມຫຍຸ້ງຍາກຈາກກຳລັງພາຍໃນ ແລະ ກຳລັງດັນຈາກພາຍນອກສຳລັບບາງປະເທດສະມາຊິກ, ໃນຂະບວນການກໍ່ເກີດມີທ່າອ່ຽງປະຕິບັດບໍ່ຖືກກັບບັນດາເປົ້າໝາຍ ແລະ ຫຼັກການພື້ນຖານຂອງຂະບວນການໄດ້ສະແດງໃຫ້ເຫັນຜ່ານບັນດາທັດສະນະກ່ຽວກັບການແກ້ໄຂບາງການປະທະກັນໃນພາກພື້ນ ແລະ ທ່າທີສຳລັບບັນດາບັນຫາທີ່ສະດຸ້ງໄວ, ໃນນັ້ນມີບັນດາຫຼັກການເອກະລາດ, ປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງແຕ່ລະປະເທດທີ່ບໍ່ໄດ້ຮັບຄວາມເຄົາລົບນັບຖືອີກ.

ຫວຽດນາມ ຕັ້ງໜ້າປະກອບສ່ວນເຂົ້າການພັດທະນາຂອງຂະບວນການ

ໃນສະພາບການນັ້ນ, ທີ່ກອງປະຊຸມຄັ້ງນີ້, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ, ໄດ້ມີບັນດາການປະກອບສ່ວນອັນຕັ້ງໜ້າ. ບໍ່ພຽງແຕ່ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີຄວາມເຫັນດີເປັນເອກະພາບ, ຄວາມສາມັກຄີໃນຂະບວນການເທົ່ານັ້ນ, ຫາກທ່ານ ດັ້ງດິ່ງກຸ໊ຍ ຍັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກຜັນຂະຫຍາຍບັນດາຫຼັກການພື້ນຖານຂອງຂະບວນການ, ພິເສດແມ່ນເອກະລາດ, ບໍ່ຍອມຮັບກຳລັງດັນ, ການແຊກແຊງຈາກພາຍນອກ, ເປັນຕົ້ນແມ່ນບັນດາປະເທດມະຫາອຳນາດ, ບໍ່ປະໃຫ້ບັນດາປະເທດມະຫາອຳນາດແຊກແຊງເຂົ້າ ວຽກງານພາຍໃນຂອງຂະບວນການ. ສ່ວນການກຳນົດທິດໃນອະນາຄົດຂອງຂະບວນການ, ທ່ານ ດັ້ງດິ່ງກຸ໊ ໄດ້ສະເໜີໃຫ້ຂະບວນການບໍ່ຮ່ວມກຸ່ມຕ້ອງສືບຕໍ່ຜັນຂະຫຍາຍບົດບາດນຳໜ້າໃນເລື່ອງຊຸກຍູ້ການປະຕິບັດຕາມກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ເຄົາລົບບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນ, ຊຸກຍູ້ການປະຕິຮູບໂຄງປະກອບເສດຖະກິດ, ລະບົບການຄ້າຫຼາຍຝ່າຍ  ເປີດ, ຄວາມຍຸຕິທຳໂປ່ງໃສ ແລະ ອີງຕາມກົດໝາຍ, ສະເໝີພາບ, ຮັບປະກັນສິດ ແລະ ຜົນປະໂຫຍດຂອງບັນດາປະເທດພວມພັດທະນາ.

ເມື່ອເຕື້ອງເຖິງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ສະພາບການຢູ່ທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ ໄດ້ຖືບົດບາດ ແລະ ການປະກອບສ່ວນຂອງ ອາຊຽນ ເປັນສຳຄັນ, ພິເສດແມ່ນໃນການຊຸກຍູ້ການຮ່ວມມື ແລະ ພົບປະເຈລະຈາ, ຮັກສາສະພາບແວດລ້ອມແຫ່ງການສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມເສລີໃນການເດີນທະເລ ແລະ ການບິນໃນພາກພື້ນ, ແກ້ໄຂບັນດາການປະທະກັນ, ການຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີກົດບັດສະຫະປະຊາຊາດ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ, ເຄົາລົບບັນດາວິວັດການພົວພັນຕ່າງປະເທດດ້ານນິຕິກຳ, ປະຕິບັດຖະແຫຼງການຮ່ວມກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ຊຸກຍູ້ການເຈລະຈາ ເພື່ອບັນລຸໄດ້ປະມວນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ, ມີປະສິດທິຜົນ, ແທດຈິງ ແລະ ເໝາະສົບກັບກົດໝາຍສາກົນ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງບັນດາປະເທດຄວນອົດກັນ, ບໍ່ໃຫ້ມີບັນດາການກະທຳທີ່ເຮັດໃຫ້ສະພາບການສັບສົນ, ເຊິ່ງລວມມີບັນດາການເຄື່ອນໄຫວພຽງລຳພັງຝ່າຍດຽວ ແລະ ຫັນເປັນການທະຫານຢູ່ທະເລຕາເວັນອອກ. ທ່ານເອກອັກຄະລັດຖະທູດກໍ່ເຕື້ອງເຖິງບັນດາການຜັນແປຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້ ແລະ ຮຽກຮ້ອງໃຫ້ບັນດາສະມາຊິກຂອງຂະບວນການເຂົ້າໃຈ ແລະ ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ, ຖືນີ້ແມ່ນປະກົດການລະອຽດໃນຄວາມເຄົາລົບກົດໝາຍສາກົນ ແລະ ນ້ຳໃຈສາມັກຄີກັບບັນດາປະເທດໃນພາກພື້ນ.

        ນັບແຕ່ເມື່ອເຂົ້າຮ່ວມຂະບວນການບໍ່ຮ່ວມກຸ່ມໃນປີ 1976, ຫວຽດນາມ ຍາມໃດກໍ່ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນໃນບັນດາຄວາມມານະພະຍາຍາມເພີ່ມທະວີຄວາມສາມັກຄີຂອງຂະບວນການ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງຂະບວນການເພື່ອບັນດາເປົ້າໝາຍສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ ແລະ ພັດທະນາ. ກອງປະຊຸມຂັ້ນລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ ໄດ້ດຳເນີນໃນລະຫວ່າງວັນທີ 20 – 21 ກໍລະກົດ 2019 ຢູ່ ກາຣາກາດ, ປະເທດ ເວເນຊູເອລາ ຜ່ານມາ ຈະສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ປະກອບສ່ວນເຂົ້າໃນການພັດທະນາຂອງຂະບວນການບ່ໍ່ຮ່ວມກຸ່ມ ບົນຈິດໃຈຖືເປັນສຳຄັນ ແລະ ຢຶດໝັ້ນຕໍ່ຫຼັກການພື້ນຖານຂອງຂະບວນການ. ສິ່ງດັ່ງກ່າວ ຍິ່ງມີຄວາມໝາຍກ່ວາ ເມື່ອ ຫວຽດນາມ ພວມກະກຽມຮັບບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ແບກຫາບບັນດາວຽກງານລວມໃນທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ