ຫວຽດນາມ ນັບມື້ນັບເປັນຄູ່ຮ່ວມມືດ້ານເສດຖະກິດ ແລະ ຍຸດທະສາດທີ່ສຳຄັນຂອງ ອົດສະຕາລີ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ເລີ່ມແຕ່ວັນທີ 3 ມິຖຸນາ.

ນີ້ແມ່ນການຢ້ຽມຢາມທາງການທຳອິດຂອງທ່ານນາຍົກລັດຖະມົນຕີ Anthony Albanese ໄປຍັງ ຫວຽດນາມ ນັບແຕ່ເວລາເຂົ້າຮັບດຳລົງຕຳແໜ່ງໃນເດືອນ ພຶດສະພາ ປີ 2022 ແລະ ພຽງ 2 ເດືອນ ພາຍຫຼັງການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຂອງຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley.

ຫວຽດນາມ ນັບມື້ນັບເປັນຄູ່ຮ່ວມມືດ້ານເສດຖະກິດ ແລະ ຍຸດທະສາດທີ່ສຳຄັນຂອງ ອົດສະຕາລີ - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese
(ພາບ:VOV)

          ຫວຽດນາມ ແລະ ອົດສະຕາລີ ສ້າງຕັ້ງການພົວພັນທາງການທູດ ແຕ່ວັນທີ 26 ກຸມພາ 1973. ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ປີ 2009, ຄູ່ຮ່ວມມືຮອບດ້ານເພີ່ມທະວີໃນປີ 2015 ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2018. ການນຳສອງປະເທດໄດ້ເຫັນດີເປັນເອກະພາບກ່ຽວກັບທິດທາງການຍົກສູງການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນຈຸດເວລາທີ່ເໝາະສົມ.

ການພົວພັນຄູ່ຮ່ວມມືຍຸດທະສາດພັດທະນາຢ່າງແຮງ

        ການຢ້ຽມຢາມ ຫວຽດນາມ  ຂອງທ່ານນາຍົກລັດຖະມົນຕີ Anthony Albanese ຈະດຳເນີນໃນສະພາບການການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ໃນໄລຍະຜ່ານມາ ໄດ້ມີການພັດທະນາຢ່າງແຮງ, ແທດຈິງ ແລະ ມີປະສິດທິຜົນ ໃນຫຼາຍຂົງເຂດ. ປີນີ້ກໍ່ແມ່ນປີທີ່ສອງປະເທດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023).

          ການພົວພັນທາງການເມືອງ ຫວຽດນາມ - ອົດສະຕາລີ ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈ, ພິເສດແມ່ນຜ່ານການແລກປ່ຽນບັນດາການຢ້ຽມຢາມ, ການພົບປະຂັ້ນສູງ ແລະ ທຸກຂັ້ນ. ເນື່ອງໃນໂອກາດເຂົ້າຮ່ວມພິທີຂຶ້ນຄອງລາດຂອງເຈົ້າຊີວິດ ອັງກິດ Charles III ໃນເດືອນ ພຶດສະພາ ຜ່ານມາ, ຢູ່ ລອນດອນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍ່ໄດ້ມີການພົບປະກັບ ທ່ານນາຍົກລັດຖະມົນຕີ Anthony Albanese. ກ່ອນນັ້ນ 1 ເດືອນ (ໃນເດືອນ ເມສາ), ຜູ້ມີອຳນາດເຕັມແຫ່ງອົດສະຕາລີ David Hurley ໄດ້ມາຢ້ຽມຢາມ ຫວຽດນາມ. ມາຮອດປະຈຸບັນ ນີ້ແມ່ນການຢ້ຽມຢາມທາງລັດຖະກິດໜຶ່ງດຽວຂອງຜູ້ມີອຳນາດເຕັມແຫ່ງອົດສະຕາລີ David Hurley ມາຍັງປະເທດ ອາຊີຕາເວັນອອກສ່ຽງໃຕ້. ກົງກັນຂ້າມ, ໃນທ້າຍປີ 2022 ຜ່ານມາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍ່ແມ່ນການນຳຜູ້ທຳອິດຂອງ ຫວຽດນາມ ທີ່ໄປຢ້ຽມຢາມ ອົດສະຕາລີ ໃນຮອບເວລາ 5 ປີຜ່ານມາ. ແລະກໍ່ໃນປີ 2022, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກໍ່ໄດ້ພົບປະໂດຍກົງກັບ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Albanese ເປັນຄັ້ງທີສອງ ຢູ່ນອກກອງປະຊຸມສຸດຍອດສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ, ໃນເດືອນ ພະຈິກ ປີ 2022 ຢູ່ປະເທດ ກຳປູເຈຍ) ແລະ ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ເປີດກ້ວາງ (ເດືອນ ພຶດສະພາ ຜ່ານມາ ຢູ່ ຍີ່ປຸ່ນ).

          ນອກຈາກບັນດາການພົບປະຂັ້ນສູງລະຫວ່າງການນຳສອງປະເທດ, ພື້ນຖານການພົວພັນ ຫວຽດນາມ - ອົດສະຕາລີ ຍັງໄດ້ສ້າງຕັ້ງໂດຍອີງໃສ່ 20 ກົນໄກຮ່ວມມືສອງຝ່າຍທີ່ໄດ້ຮັບການຮັກສາທີ່ມີໄຫວພິບ, ໃນນັ້ນ ມີບັນດາກົນໄກສຳຄັນຄື ກອງປະຊຸມປະຈຳປີຂອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ ແລະ ກອງປະຊຸມຄູ່ຮ່ວມມືເສດຖະກິດ ແລະ ບັນດາການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ. ດັ່ງນັ້ນ, ການຮ່ວມມືສອງຝ່າຍບັນລຸໄດ້ຫຼາຍປະສິດທິຜົນ.  ວົງເງິນການຄ້າສອງສົ້ນໃນປີ 2022 ບັນລຸ 15,7 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນນັ້ນ. ໄຕມາດທີ I ປີນີ້, ວົງເງິນການຄ້າສອງຝ່າຍບັນລຸ 3,41 ຕື້ ໂດລາສະຫະລັດ. ຝ່າຍ ອົດສະຕາລີ ໄດ້ເປີດປະຕູໃຫ້ໝາກລິ້ນຈີ່, ໝາກມ່ວງ, ໝາກມັງກອນ, ໝາກລຳໄຍ, ກຸ້ງແຊ່ເຢັນຂອງ ຫວຽດນາມ. ຫວຽດນາມ ພວມຊຸກຍູ້ ອົດສະຕາລີ ອະນຸຍາດກ່ຽວກັບການນຳເຂົ້າໝາກນອດ, ໝາກເງະ, ໝາກນ້ຳນົມ, ໝາກພ້າວສົດ, ໝາກຖົ່ວລຽນ, ກຸ້ງສົດ. ອົດສະຕາລີ ຊຸກຍູ້ ຫວຽດນາມ ເປີດປະຕູນຳເຂົ້າຊີ້ນກວາງ, ຊີ້ນ kangaroo, ນ້ຳເຜິ້ງ, ໝາກຄາຍ.

          ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສອງຝ່າຍສະໜອງທຶນໜູນຊ່ວຍພັດທະນາທາງການ (ODA) ຊ່ວຍເຫຼືອລ້າທີ່ໃຫຍ່ທີ່ສຸດໃຫ້ແກ່ ຫວຽດນາມ. ໃນ 50 ປີຜ່ານມາ, ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ອົດສະຕາລີ ໄດ້ໜູນຊ່ວຍ ODA ຫວຽດນາມ ລວມທັງໝົດ 3 ຕື້ AUD (ເກືອບ 2 ຕື້ ໂດລາສະຫະລັດ).

          ນອກຈາກນັ້ນ, ປະເທດນີ້ຍັງແມ່ນໜຶ່ງໃນບັນດາປະເທດຕັ້ງໜ້າ ໜູນຊ່ວຍ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ສະເພາະກ່ຽວກັບດ້ານວັກຊິນ, ອົດສະຕາລີ ໄດ້ໜູນຊ່ວຍ ຫວຽດນາມ 26,4 ລ້ານໂດສ, ກາຍເປັນນັກອຸປະຖຳວັກຊິນໃຫ້ແກ່ ຫວຽດນາມ ໃຫຍ່ອັນດັບທີສອງ.

        ບໍ່ພຽງແຕ່ຢູ່ຂັ້ນສູງກາງ, ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ ກໍ່ພວມພັດທະນາຢ່າງດີງາມ; ມາຮອດປະຈຸບັນ, ມີ 15 ຄູ່ທ້ອງຖິ່ນໄດ້ແຮກສ່ຽວ.

ຫວຽດນາມ ນັບມື້ນັບເປັນຄູ່ຮ່ວມມືດ້ານເສດຖະກິດ ແລະ ຍຸດທະສາດທີ່ສຳຄັນຂອງ ອົດສະຕາລີ - ảnh 2ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese  ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນການພົບປະຢູ່ນອກກອງປະຊຸມ ອາຊຽນ ຢູ່ ກຳປູເຈຍ
(ພາບ:VOV)

ເປີດຫຼາຍກາລະໂອກາດຮ່ວມມື

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນທີ່ສຸດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ. ດັ່ງນັ້ນ, ສອງຝ່າຍໄດ້ວາງອອກຫຼາຍຄວາມຄາດຫວັງ. ຕາມທ່ານ ຫງວຽນເຕີດແທັ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ແລ້ວ, ທ່ານນາຍົກລັດຖະມົນຕີ Albanese, ກໍ່ແມ່ນການນຳ ພັກ ALP, ເຊິ່ງຈະມີການພົບປະກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ຢ້ຽມຢາມສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢູ່ຮ່າໂນ້ຍ. ການພົບປະທຳອິດລະຫວ່າງການນຳສອງປະເທດຈະສ້າງພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງພັກ ແລະ ສອງປະເທດໃນທົດສະວັດຈະມາເຖິງ.

          ແລະກໍ່ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ Albanese ຈະພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບບັນດາບຸລິມະສິດແຫ່ງການຮ່ວມມືໃນບັນດາຂົງເຂດທີ່ມີລັກສະນະເພີ່ມເຕີມໃຫ້ກັນສູງ, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນດີຈີຕອນ, ການພັດທະນາສີຂຽວ, ພະລັງງານສະອາດ, ລະບົບການສະໜອງແບບຍືນຍົງ. ນີ້ອາດຈະແມ່ນບັນດາເສົາຄ້ຳໃນການຮ່ວມມືໃໝ່ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ຂຶ້ນສູ່ລະດັບສູງໃໝ່. ຕາມທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັ່ງ ແລ້ວ, ຄາດວ່າ ນາຍົກລັດຖະມົນຕີສອງທ່ານຈະເປັນສັກຂີພິຍານພິທີລົງນາມບາງຂໍ້ຕົກລົງຮ່ວມມືສຳຄັນໃນບັນດາຂົງເຂດການຄ້າ, ການເງິນ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ - ບຳລຸງສ້າງ ແລະ ເປີດ ສາຍການບິນໂດຍກົງລະຫວ່າງສອງປະເທດ.

          ໂດຍດຳເນີນ ພາຍຫຼັງການຢ້ຽມຢາມທາງລັດຖະກິດຂອງ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ພຽງແຕ່ 2 ເດືອນ, ການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ Anthony Albanese ໄດ້ສະແດງໃຫ້ເຫັນວ່າ ອົດສະຕາລີ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ຄືກັບການຢັ້ງຢືນຂອງທ່ານໃນການຖະແຫຼງຂ່າວກ່ຽວກັບການຢ້ຽມຢາມ (ເມື່ອວັນທີ 30 ພຶດສະພາ) ວ່າ: ຫວຽດນາມ ນັບມື້ນັບກາຍເປັນຄູ່ຮ່ວມມືດ້ານເສດຖະກິດ ແລະ ຍຸດທະສາດທີ່ສຳຄັນຂອງ ອົດສະຕາລີ ຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້./.

ຕອບກັບ

ຂ່າວ/ບົດ​ອື່ນ