ຫວຽດນາມ ບັນລຸໄດ້ຜົນງານສູງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) - ຕາມຕາຕະລາງຈັດອັນດັບຂອງສະຫະປະຊາຊາດກ່ຽວກັບດັດຊະນີຄວາມສະເໝີພາບລະຫວ່າງຍິງ - ຊາຍ (GII) ປີ 2014, ຫວຽດນາມ ຖືກຈັດອັນດັບທີ 60/154 ປະເທດໃນໂລກ.
ຫວຽດນາມ ບັນລຸໄດ້ຜົນງານສູງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1 (ພາບປະກອບ/phunuvietnam.vn)

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ບັນລຸໄດ້ຜົນງານສູງກ່ຽວກັບການປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ. ພ້ອມກັບບັນດານະໂຍບາຍຂອງພັກ, ລັດ, ການເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ, ວຽກງານສະເໝີພາບລະຫວ່າງຍິງ - ຊາຍບັນລຸໄດ້ຜົນງານຫລາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ບົດຂຽນຂອງ ທູຮວາ ທີ່ມີຫົວຂໍ້ວ່າ “ຫວຽດນາມ ບັນລຸໄດ້ຜົນງານສູງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ” ເນື່ອງໃນໂອກາດວັນແມ່ຍິງສາກົນ 8/3.

        ຕາມຕາຕະລາງຈັດອັນດັບຂອງສະຫະປະຊາຊາດກ່ຽວກັບດັດຊະນີຄວາມສະເໝີພາບລະຫວ່າງຍິງ - ຊາຍ (GII) ປີ 2014, ຫວຽດນາມ ຖືກຈັດອັນດັບທີ 60/154 ປະເທດໃນໂລກ. ສ່ວນຕາມບົດລາຍງານເປົ້າໝາຍພັດທະນາສະຫັດສະວັດ 2013 (MDG 2013), ເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຍົກສູງບົດບາດໃຫ້ແມ່ຍິງ ແມ່ນໜຶ່ງໃນສາມເປົ້າໝາຍສະຫັດສະວັດ ຊຶ່ງ ຫວຽດນາມ ໄດ້ປະຕິບັດສຳເລັດກ່ອນກຳນົດເວລາປີ 2015.

ຜົນງານສຳຄັນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

        ຈຸດພົ້ນເດັ່ນໃນການຮັບປະກັນສິດຜົນປະໂຫຍດກ່ຽວກັບເພດຢູ່ ຫວຽດນາມ ແມ່ນການສ້າງກອບກົດໝາຍ, ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃຫ້ສຳເລັດ. ຫວຽດນາມ ໄດ້ສ້າງ ແລະ ປະກາດໃຊ້ບັນດາເອກະສານນິຕິກຳທີ່ສະແດງໃຫ້ເຫັນຫຼັກການກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ບໍ່ຈຳແນກການປະພຶດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ສົມທິສັນຍາຂອງສະຫະປະຊາຊາດກ່ຽວກັບການລົບລ້າງບັນດາຮູບການຈຳແນກການປະພຶດຕ້ານຄືນແມ່ຍິງ, ປະສານສົມທົບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການສ້າງ ແລະ ປະຕິບັດກົດໝາຍຢູ່ພາຍໃນປະເທດ. ຫວຽດນາມ ກໍ່ປະກາດໃຊ້ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໄລຍະ 2011 – 2020 ດ້ວຍຈຸດໝາຍທີ່ຍົກສູງຄວາມຮັບຮູ້, ຮັດແຄບຄວາມແຕກໂຕ່ນລະຫວ່າງຍິງ - ຊາຍ ແລະ ຍົກສູງຖານະບົດບາດຂອງແມ່ຍິງ; ຕັ້ງໜ້າປະຕິບັດບັນດາຂໍ້ລິເລີ່ມສາກົນ ແລະ ພາກພື້ນ ເພື່ອແນໃສ່ຊຸກຍູ້ການປົກປ້ອງສິດຂອງແມ່ຍິງ ແລະ ຕ້ານການຈຳແນກການປະພຶດສຳລັບແມ່ຍິງ. ເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຍົກສູງຖານະບົດບາດໃຫ້ແມ່ຍິງ, ໜຶ່ງໃນສາມເປົ້າໝາຍສະຫັດສະວັດ (MDG 2013), ຊຶ່ງ ຫວຽດນາມ ໄດ້ປະຕິບັດສຳເລັດກ່ອນກຳນົດເວລາປີ 2015, ນຳ ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດສາມາດລົບລ້າງຄວາມແຕກໂຕ່ນລະຫວ່າງຍິງ - ຊາຍໄວທີ່ສຸດໃນຮອບເວລາ 20 ປີຜ່ານມາ.

        ໃນຳຕົວຈິງແລ້ວ, ແມ່ຍິງ ຫວຽດນາມ ກວມເອົາກ່ວາ 50% ຂອງພົນລະເມືອງ ແລະ ເກືອບ 50% ກຳລັງແຮງງານສັງຄົມ, ພວມນັບມື້ນັບເຂົ້າຮ່ວມທຸກການເຄື່ອນໄຫວໃນປະຊາຄົມຢ່າງເລິກເຊິ່ງ. ອັດຕາສ່ວນແມ່ຍິງເຂົ້າຮ່ວມສະພາແຫ່ງຊາດຊຸດທີ 14 (2016 - 2021) ບັນລຸ 26,8%, ນຳປະເທດ ຫວຽດນາມ ນອນໃນກຸ່ມປະເທດທີ່ມີອັດຕາສ່ວນສະມາຊິກສະພາແຫ່ງຊາດຍິງສູງຢູ່ພາກພື້ນ ແລະ ໂລກ. ແມ່ຍິງ ໄດ້ດຳລົງຫລາຍຕຳແໜ່ງຫຼັກແຫຼ່ງໃນຄະນະການນຳຂອງປະເທດຄື: ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ຮອງປະທານປະເທດ, ລັດຖະມົນຕີ, ຮອງລັດຖະມົນຕີ. ຢູ່ບັນດາທ້ອງຖິ່ນ, ແມ່ຍິງຫລາຍຄົນໄດ້ຮັກສາບົດບາດຫຼັກແຫຼ່ງຢູ່ທຸກຂັ້ນ, ທຸກຂະແໜງການ, ປະກອບສ່ວນແກ້ໄຂບັນດາບັນຫາສຳຄັນ. ນັກທຸລະກິດຍິງແມ່ນຊາວເຜົ່າສ່ວນໜ້ອຍເພີ່ມຂຶ້ນ, ພິເສດແມ່ນໃນຂົງເຂດການສຶກສາ, ສາທາລະນະສຸກ, ເບິ່ງແຍງດູແລສຸຂະພາບປະຊາຊົນ. ບົດບາດຂອງແມ່ຍິງຊົນເຜົ່າສ່ວນໜ້ອຍນັບມື້ນັບໄດ້ເສີມຂະຫຍາຍ.

ສືບຕໍ່ຮັດແຄບຄວາມແຕກໂຕ່ນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

        ບົດລາຍງານລະດັບຊາດຂອງ ຫວຽດນາມ ກ່ຽວກັບການປະຕິບັດສິດທິມະນຸດຕາມກົນໄກສຳຫລວດກວດຄືນປະຈຳໄລຍະຂອງສະພາສິດທິມະນຸດສະຫະປະຊາຊາດ ຊຶ່ງ ຫວຽດນາມ ເປັນສະມາຊິກໃນໄລຍະ 2014 – 2016, ສະແດງໃຫ້ເຫັນຍຸດທະສາດລະດັບຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ ຫວຽດນາມ ໄດ້ສຸມໃສ່ຜັນຂະຫຍາຍຢູ່ບັນດາເຂດ ແລະ ພາກພື້ນທີ່ຂາດຄວາມສະເໝີພາບ ແລະ ມີໄພຂາດຄວາມສະເໝີພາບສູງ. ສິ່ງດັ່ງກ່າວໄດ້ປະກອບສ່ວນສະກັດກັ້ນ, ຍູ້ສະພາບການຄ້າຂາຍແມ່ຍິງ ແລະ ໃຊ້ຄວາມຮຸນແຮງໃນຄອບຄົວໃຫ້ຖອຍໄປ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງເຂົ້າຮ່ວມການຮ່ຳຮຽນ, ບຳລຸງຍົກສູງລະດັບຄວາມຮູ້, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານ ໜ້າທີ່. ລັດຖະບານກໍ່ຜັນຂະຫຍາຍບັນດາມາດຕະການໃນການປະຕິບັດກົດໝາຍ ກໍ່ຄືການຮ່ວມມືສາກົນ ແນໃສ່ຜ່ານຜ່າບັນດາສິ່ງທ້າທາຍຕົ້ນຕໍທີ່ກ່ຽວຂ້ອງເຖິງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ; ລົບລ້າງການໃຊ້ຄວາມຮຸນແຮງທາງເພດ ແລະ ຄອບຄົວ; ຄວາມຜິດໂຕ່ນກ່ຽວກັບວຽກເຮັດງານທຳ, ລາຍຮັບ, ຖານະບົດບາດໃນສັງຄົມ.

        ພ້ອມກັນນັ້ນ, ຫວຽດນາມ ໄດ້ວາງເປົ້າໝາຍຍົກສູງອັດຕາສ່ວນແມ່ຍິງຊົນເຜົ່າສ່ວນໜ້ອຍເຂົ້າຮ່ວມໃນບັນດາຕຳແໜ່ງໃນຄະນະການນຳທຸກຂັ້ນ, ຍົກສູງຄຸນນະພາບໃນການດຳລົງຊີວິດ ແລະ ທັກສະ, ລະດັບຄວາມຮູ້ຂອງແມ່ຍິງຊົນເຜົ່າສ່ວນໜ້ອຍ. ລັດຖະບານ ກໍ່ເອົາໃຈໃສ່ເປັນພິເສດເຖິງເລື່ອງສ້າງໂອກາດໃຫ້ແມ່ຍິງໄດ້ສຳພັດກັບວຽກເຮັດງານທຳທີ່ມີລາຍຮັບສູງ, ເພີ່ມທະວີຄຸນນະພາບທາງດ້ານຊີວິດໃຫ້ແມ່ຍິງແຕ່ລະຄົນ, ແຕ່ລະຄອບຄົວ ແລະ ທົ່ວສັງຄົມ. ຫວຽດນາມ ທັງສືບຕໍ່ໂຄສະນາເພີ່ມທະວີຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເພື່ອແນໃສ່ປ່ຽນແປງທ່າທີ ແລະ ແນວຄິດກ່ຽວກັບເພດ ທີ່ເປັນອະຄະຕິໃນສັງຄົມ; ຊຸກຍູ້ການຮ່ວມມືສາກົນ ໃນການແກ້ໄຂບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ, ພິເສດແມ່ນຢູ່ບັນດາກຸ່ມເປົ້າໝາຍທີ່ດ້ອຍໂອກາດ ແລະ ໃນບັນດາຂົງເຂດທີ່ມີລັກສະນະຍຸດທະສາດຄື: ການສຶກສາ, ສາທາລະນະສຸກ, ວຽກເຮັດງານທຳ ./.

ຕອບກັບ

ຂ່າວ/ບົດ​ອື່ນ