ຫວຽດນາມ ປາດຖະໜາຢາກປະກອບສ່ວນຫຼາຍກວ່າອີກໃຫ້ແກ່ສັັນຕິພາບໂລກ

(VOVWORLD) -ໃນເດືອນມີຖຸນາຈະມາເຖິງ, ຫວຽດນມາມ ຈະເຂົ້າຮ່ວມວິວັດການເລືອກຕັ້ງສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020- 2021 ຢ່າງເປັນທາງການ. ເລື່ອງຫວຽດນາມ ອອກສະໝັກຮັບເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງ ສປຊ ຄັ້ງທີ 2 ແມ່ນສືບຕໍ່ຢັ້ງຢືນແຜນນະໂຍບາຍຂອງຫວຽດນາມ ກາຍເປັນສະມາຊິກຕັ້ງຫນ້າ, ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບໃນປະຊາຄົມສາກົນ ພ້ອມທັງແມ່ນໂອກາດເພື່ອໃຫ້ຫວຽດນາມສາມາດປະກອບສ່ວນໃຫ້ແກ່ອົງການຈັດຕັ້ງທີ່ມີລະດັບສຳຄັນຍຸດທະສາດສຳລັບສັນຕິພາບ, ຄວາມໝັ້ນຄົງສາກົນ ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ ພາກພື້ນ ແລະ ໃນໂລກ.

 10 ປີ ນັບແຕ່ເມື່ອພາຍຫລັງສຳເລັດອາຍຸການ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ 2008 – 2009, ປະຈຸບັນ ຫວຽດນາມ ແມ່ນປະເທດຫນຶ່ງດຽວສະໝັກຮັບເລືອກຕັ້ງທີ່ຕາງຫນ້າໃຫ້ກຸ່ມບັນດາປະເທດ ອາຊີ - ປາຊີຟິກ ໃນສະຫະປະຊາຊາດສຳລັບຕຳແຫນ່ງນີ້.

ມີສິ່ງທ້າທາຍຫລາຍຢ່າງໃນສະພາບການໂລກພວມປ່ຽນແປງ

ນັບແຕ່ເມື່ອເຂົ້າເປັນສະມາຊິກ ຂອງ ສປຊ ໃນປີ 1977, ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກມີຄວາມຮັບຜິດຊອບ ແລະ ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນທຸກຂົງເຂດເຄື່ອນໄຫວຂອງ ສປຊ ພ້ອມທັງແມ່ນຫນຶ່ງໃນບັນດາປະເທດນຳຫນ້າໃນການຊຸກຍູ້ສັນຕິພາບ, ຄວາມກ້າວຫນ້າ, ການຮ່ວມມື ແລະ ພັດທະນາຢູ່ໃນໂລກ. ໃນບົດບາດເປັນກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງສປຊ ອາຍຸການ 2008 – 2009, ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມໃນການແກ້ໄຂການປະທະກັນຢູ່ ບາງພາກພື້ນ, ເພີ່ມທະວີການເຄື່ອນໄຫວຮັກສາສັນຕິພາບຂອງສປຊ, ມີຂໍ້ລິເລີ່ມລະອຽດກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງໃນຂົງເຂດຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ. ເຖິງຢ່າງໃດກໍຕາມ, ນັບແຕ່ນັ້ນມາຮອດປະຈຸບັນແມ່ນ 10 ປີແລ້ວ ແລະ ປະຈຸບັນ ມີສິ່ງທ້າທາຍຫລາຍຢ່າງ ຊື່ງບັນດາປະເທດສະມາຊິກຂອງ ສະພາຄວາມໝັ້ນຄົງ ສປຊ ຕ້ອງປະເຊີນຫນ້າ. ທ່ານ ເລຮ່ວາຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ:

“ຄວາມຫຍຸ້ງຍາກໃຫຍ່ສຸດ ແມ່ນສະພາບການສາກົນມີການຜັນແປຫລາຍຢ່າງ. ເຖິງວ່າ ສັນຕິພາບ, ການຮ່ວມມືພັດທະນາແມ່ນ ທ່າອ່ຽງຕົ້ນຕໍ ແຕ່ສະພາບການຢູ່ບັນດາພາກພື້ນແມ່ນສັບສົນທີ່ສຸດ ແລະ ວາງອອກສິ່ງທ້າທາຍຫລາຍຢ່າງ. ເຖິງຢ່າງໃດກໍຕາມ, ເມື່ອເຂົ້າຮ່ວມໃນໂຄງການດຳເນີນງານຂອງ ສະພາຄວາມໝັ້ນຄົງ ສປຊ ກໍ່ມີການປ່ຽນແປງນັ້ນ ຫວຽດນາມ ຕ້ອງກຳແຫນ້ນບັນດາການປ່ຽນແປງ ແລະ ສືບຕໍ່ຍົກສູງກຳລັງຄວາມສາມາດ, ຖັນແຖວຂອງຕົນ”

ນອກຈາກປະລິມານວຽກງານຫລາຍພໍສົມຄວນຢູ່ ສະພາຄວາມໝັ້ນຄົງສປຊ, ແລະ ສິ່ງທ້າທາຍບໍ່ແມ່ນຫນ້ອຍສຳລັບບັນດາປະເທດສະມາຊິກບໍ່ປະຈຳການ ແມ່ນຄວາມແຕກຕ່າງດ້ານການເມືອງລະຫວ່າງບັນດາປະເທດສະມາຊິກບໍ່ປະຈຳການ, ພິເສດ ໃນວິທີການແກ້ໄຂການປະທະກັນຢູ່ບັນດາສະຖານທີ່ເກີດການປະທະກັນຢ່າງຮ້າຍແຮງໃນໂລກ. ບັນດາສິ່ງທ້າທາຍນີ້ ຮຽກຮ້ອງບັນດາປະເທດສະມາຊິກຕ້ອງຕັ້ງຫນ້າຍົກອອກທັດສະນະ ແລະ ບັນດາຂໍ້ລິເລີ່ມແທດຈິງ, ເພື່ອແກ້ໄຂບັນດາບັນຫາພາກພື້ນ ແລະ ທົ່ວໂລກ ກໍຄືດຸ່ນດ່ຽງຜົນປະໂຫຍດຂອງບັນດາຝ່າຍກ່ຽວຂ້ອງ.

ປາດຖະໜາຢາກປະກອບສ່ວນຕັ້ງໜ້າເຂົ້າໃນເສີມສ້າງສັນຕິພາບໃນໂລກ

ໂດຍຮັບຮູ້ໄດ້ບັນດາສິ່ງທ້າທາຍທີ່ວາງອອກໃນການຮັບສະໝັກເລືອກຕັ້ງຄັ້ງທີ 2 ນີ້, ຫວຽດນາມ ໄດ້ ແລະ ກໍາລັງກະກຽມຢ່າງຕັ້ງໜ້າ, ປຶກສາຫາລືນໍາປະຊາຄົມສາກົນ ກ່ຽວກັບສະພາບການຂອງສະພາຄວາມໝັ້ນຄົງ ສປຊ, ພິນິດໄສບັນດາຄວາມສະດວກ ແລະ ສິ່ງທ້າທາຍຕໍ່ບົດບາດຂອງກໍາມະການບໍ່ປະຈໍາການ ໃນສະພາບທີ່ໂລກພວມມີການຫັນປ່ຽນຢ່າງໄວວາ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ແບ່ງປັນບົດຮຽນຂອງບັນດາປະເທດໃນບັນດາບັນຫາກ່ຽວກັບການຮັກສາສັນຕິພາບ, ຍົກອອກບັນດາຂໍ້ລິເລີ່ມກ່ຽວກັບການໜູນຊ່ວຍລະຫວ່າງບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ ກໍຄືລະຫວ່າງບັນດາປະເທດ, ລະຫວ່າງ ສປຊ ກັບ ອາຊຽນ, ລະຫວ່າງ ອີຢູ ແລະ ອາຊຽນ ຢູ່ ສປຊ. ທ່ານ Peter Girke, ຫົວໜ້າຜູ້ຕາງໜ້າກອງທຶນ Konrad-Adenauer –Stiftung (KAS) ຂອງສາທາລະນະລັດ ສະຫະພັນ ເຢຍລະມັນ (KAS) ປະຈໍາຫວຽດນາມ, ຖືວ່າ:

        “ຫວຽດນາມໄດ້ມີຄວາມກ້າວໜ້າຫຼາຍຢ່າງໃນວິວັດການເຊື່ອມໂຍງເຂົ້າກັບສາກົນ ຄືມີທີ່ຕັ້ງບົດບາດຢູ່ບັນດາກົນໄກຫຼາຍຝ່າຍ ອາຊຽນ, APEC. ຫຼາຍເຫດການສາກົນກໍໄດ້ຈັດຂຶ້ນຢູ່ຫວຽດນາມ. ຫວຽດນາມ ກໍແມ່ນປະເທດທີ່ມີລະບຽບການເສດຖະກິດການຕະຫຼາດເຊື່ອມໂຍງເຂົ້າກັບລະບົບເສດຖະກິດສາກົນ. ຫວຽດນາມ ໄດ້ສະແດງໃຫ້ເຫັນບັນດາໝາກຜົນເສດຖະກິດທີ່ໜ້າປະທັບໃຈໃນໄລະຍຜ່ານມາ. ອາຊີຕາເວັນອອກສ່ຽງໃຕ້ແມ່ນພາກພື້ນຊ້ອນແຝງການປະທະກັນຫຼາຍຢ່າງກ່ຽວຂ້ອງເຖິງຫຼາຍບັນຫາຄື ເສດຖະກິດ, ຄວາມໝັ້ນຄົງ ຄື ບັນຫາ ທະເລຕາເວັນອອກ, Malacca, ສົງຄາມການຄ້າ ລະຫວ່າງ ອາເມລິກາ - ຈີນ. ເມື່ອໄດ້ເປັນປະທານອາຊຽນໃນປີ 2020 ນັ້ນ, ຫວຽດນາມ ຈະແບກຫາບຫຼາຍບັນຫາສາກົນຢ່າງໜັກໜ່ວງໃນການສະກັດກັ້ນ, ແກ້ໄຂການປະທະກັນລວມໃນພາກພື້ນ, ໃນໂລກ ກໍຄື ຂອດຄຸ້ມຄອງຜົນຮ້າຍຢ້ອນຫຼັງຈາກການປະທະກັນ. ຂ້າພະເຈົ້າຫວັງວ່າ ເມື່ອໄດ້ຮັບການການເລືອກຕັ້ງເປັນສະມາຊິກບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 -2021, ຫວຽດນາມ ຈະປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສໍາເລັດເປັນຢ່າງດີ ເພື່ອເສີມສ້າງ ແລະ ຮັບປະກັນຄວາມໝັ້ນຄົງ, ສັນຕິພາບໃນພາກພື້ນ ກໍຄື ໃນໂລກ”

        ສະພາຄວາມໝັ້ນຄົງ ແມ່ນໜຶ່ງໃນ 6 ອົງການຕົ້ນຕໍຂອງ ສປຊ ທີ່ໄດ້ກໍານົດໄວ້ໃນກົດບັດຂອງ ສປຊ. ໜ້າທີ່ຕົ້ນຕໍຂອງ ສະພາຄວາມໝັ້ນຄົງແມ່ນ ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກ. ເລື່ອງຫວຽດນາມ ເຂົ້າຮ່ວມວິວັດທະນາການເລືອກຕັ້ງເປັນສະມາຊິກບໍ່ປະຈໍາການຂອງ ສະພາຄວາມໝັ້ນຄົງ ສປຊ ຄັ້ງທີ 2 ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ ເມື່ອຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ສປຊ, ພິເສດແມ່ນອົງການສໍາຄັນທີ່ສຸດໃນການຮັບປະກັນຄວາມໝັ້ນຄົງ ແລະ ສັນຕິພາບໂລກ. ສິ່ງດັ່ງກ່າວ ກໍແມ່ນກາລະໂອກາດທີ່ດີເພື່ອໃຫ້ຫວຽດນາມປະຕິບັດນະໂຍບາຍພົວພັນຕ່າງປະເທດສັນຕິພາບ, ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບກັບປະຊາຄົມສາກົນ ເພື່ອແນໃສ່ຮັບປະກັນສັນຕິພາບ ແລະ ການພັດທະນາໃນໂລກແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ