ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​​ສົນ​ທະ​ນາ​ຮ່ວມ​ມື​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໃນ​ທະ​ເລ

(VOVWORLD) -ຄວາມໝັ້ນຄົງໃນທະເລພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີບັນດາການຂັດແຍ້ງກັນທາງດ້ານເຂດນ້ຳແດນດິນ ແລະ ລະເມີດຢ່າງໜັກຕໍ່ອະທິປະໄຕຜືນແຜ່ນດິນ. ຮັກສາ ແລະ ເພີ່ມທະວີຄວາມໝັ້ນຄົງທາງທະເລ ແມ່ນຜົນປະໂຫຍດ, ແມ່ນໜ້າທີ່ຮີບດ່ວນ ແລະ ບົດບາດຄວາມຮັບຜິດຊອບລວມ ຂອງທົ່ວປະຊາຄົມສາກົນ. ບັນດາການຂັດແຍ້ງກັນໃນທະເລ, ລວມມີ ທະເລຕາເວັນອອກ, ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ແລະ ບົນພື້ນຖານກົດໝາຍສາກົນ. ນີ້ກໍ່ແມ່ນສານຂອງ ຫວຽດນາມ ໂດຍຜູ້ນຳລັດຖະບານໄດ້ຍົກອອກມາຢູ່ ວາລະປຶກສາຫາລືເປີດຂັ້ນສູງສຸດທາງໄກ ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ຊຸກຍູ້ຄວາມໝັ້ນຄົງທາງທະເລ: ຂົງເຂດການຮ່ວມມືສາກົນ” ທີ່ໄດ້ດຳເນີນໃນວັນທີ 9 ສິງຫາ.

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​​ສົນ​ທະ​ນາ​ຮ່ວມ​ມື​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໃນ​ທະ​ເລ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ເຂົ້າຮ່ວມກອງປະຊຸມ ຂອງ ສະພາຄວາມໝັ້ນຄົງ ສປຊ (ພາບ: VGP)

ນີ້ແມ່ນຄັ້ງທຳອິດ ສະພາຄວາມໝັ້ນຄົງ ສປຊ ຈັດຕັ້ງກອງປະຊຸມສະເພາະກ່ຽວກັບ ຫົວຂໍ້ຄວາມໝັ້ນຄົງທາງທະເລໃນສະພາບການ ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງທາງທະເລໃນໂລກ ແລະ ຢູ່ບັນດາພາກພື້ນທີ່ເພີ່ມຂຶ້ນ.

ຄວາມໝັ້ນຄົງທາງທະເລ ແມ່ນບັນຫາທົ່ວໂລກຄວນທີວິທີການແກ້ໄຂໃນຂອບເຂດທົ່ວໂລກ

ໃນບົດກ່າວປາໄສທີ່ວາລະປຶກສາຫາລື, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ ທະເລ ແລະ ມະຫາສະໝຸດ ແມ່ນແຫຼ່ງຊັບພະຍາກອນທຳມະຊາດອັນໃຫຍ່ຫຼວງ ຂອງ ມວນມະນຸດ, ແມ່ນເສັ້ນທາງສຳຄັນຂອງການພົວພັນການຄ້າສາກົນ, ແມ່ນປະຕູເຂົ້າອອກເຊື່ອມຕໍ່ບັນດາປະເທດ, ທະວີບ ແລະ ມີຄວາມໝາຍສຳຄັນທີ່ສຸດສຳລັບການພັດທະນາວັດທະນາຖາວອນຂອງບັນດາປະເທດ, ຊາດ.

ເຖິງຢ່າງໃດກໍຕາມ, ທະເລ ແລະ ມະຫາສະໝຸດພວມປະເຊີນໜ້າກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງຫຼາຍຢ່າງ. ພິເສດແມ່ນ ບັນດາການກະທຳແບບພຽງລຳຟັງຝ່າຍດຽວທີ່ລະເມີດກົດໝາຍສາກົນໃນທະເລ, ຊ້ຳບໍ່ໜຳແມ່ນນາບຂູ່ ແລະ ນ້ຳໃຊ້ອາວຸດ, ກໍ່ຜົນສະທ້ອນເຖິງສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການພົວພັນການຄ້າ. ເພາະສະນັ້ນ, ການຮັກສາ ແລະ ເພີ່ມທະວີຄວາມໝັ້ນຄົງທາງທະເລ ແມ່ນຜົນປະໂຫຍດ, ແມ່ນໜ້າທີ່ຮີບດ່ວນ ແລະ ຄວາມຮັບຜິດຊອບລວມຂອງທົ່ວປະຊາຄົມສາກົນ.

ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີ ຖືວ່າ ບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ຕ້ອງມີຄວາມຮັບຮູ້ຢ່າງຮອບດ້ານ, ຄົບຖ້ວນ ແລະ ເລິກເຊິ່ງ ກ່ຽວກັບຄວາມສຳຄັນຂອງ ທະເລ ແລະ ບັນດາຄວາມສ່ຽງນາບຂູ່ຕໍ່ຄວາມໝັ້ນຄົງຢູ່ທະເລ. ຈາກການຮັບຮູ້ນັ້ນຈະກາຍເປັນຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈທາງການເມືອງ, ປັບປຸງຄວາມເຊື່ອໝັ້ນ, ສ້າງກົນໄກຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນກ່າວອີກໃນການອະນຸລັກຮັກສາ, ນຳໃຊ້ທະເລແບບຍືນຍົງ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງທາງທະເລ, ພ້ອມທັງໃຫ້ບຸລິມະສິດແຫຼ່ງກຳລັງ ແລະ ຜັນຂະຫຍາຍບັນດາຍຸດທະສາດ ແລະ ກົດໝາຍແຫ່ງຊາດ ຢ່າງມີປະສິດທິຜົນ ເພື່ອຮັບມືກັບບັນດາເປົ້າໝາຍນີ້. ໄປຄຽງຄູ່ກັນນັ້ນ, ຄວາມໝັ້ນຄົງທາງທະເລ ແມ່ນບັນຫາທົ່ວໂລກ, ດັ່ງນັ້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃນທະເລ ຢ່າງມີປະສິດທິຜົນ ຕ້ອງໄດ້ຮັບການຮ່ວມມືໃນຂອບເຂດທົ່ວໂລກ.

        ຫວຽດນາມສະເໜີສ້າງຕັ້ງເຄືອຂ່າຍບັນດາກົນໄກ, ຂໍ້ລິເລີ່ມກ່ຽວກັບຄວາມມັ້ນຄົງທາງທະເລຢູ່ພາກພື້ນ ໂດຍ ສປຊ ປະສານງານ ເພື່ອເພີ່ມທະວີການແບ່ງປັນຂໍ້ມູນ, ບົດຮຽນ, ສົມທົບກັນກະທຳ, ຮັບມືກັບບັນດາສິ່ງທ້າທາຍລວມໃນທົ່ວໂລກ ຢ່າງທັນການ. ຫວຽດນາມ ຕີລາຄາສູງ ບົດບາດ ແລະ ພວມຕັ້ງໜ້າເຂົ້າຮ່ວມບັນດາຂໍ້ລິເລີ່ມ, ກົນໄກຮ່ວມມືຢ່າງແທດຈິງ ໃນຂອບເຂດອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື ກ່ຽວກັບຄວາມໝັ້ນຄົງທາງທະເລ ຢູ່ເຂດ ທະເລຕາເວັນອອກ, ຊ່ວຍຈັດຕັ້ງເວທີປາໄສການ ສົນທະນາ, ສ້າງຄວາມເຊື່ອໝັ້ນ, ປະກອບສ່ວນເຂົ້າໃນການສົມທົບກັນຮ່ວມມືກ່ຽວກັບຄວາມໝັ້ນຄົງໃນທະເລຢູ່ພາກພື້ນ.

ຫວຽດນາມ ກຽມພ້ອມຮ່ວມມືເພື່ອຮັກສາຄວາມໝັ້ນຄົງທາງທະເລ

ໂດຍແມ່ນປະເທດແຄມທະເລ, ຫວຽດນາມ ມີຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບຄຸນຄ່າອັນໃຫຍ່ຫຼວງ ຂອງ ທະເລ ກໍ່ຄືບັນດາສິ່ງທ້າທາຍທີ່ຕັ້ງຂຶ້ນສຳລັບຄວາມໝັ້ນຄົງທາງທະເລ. ດ້ວຍທັດສະນະນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໂລກ ໃນຄວາມມານະພະຍາຍາມແກ້ໄຂບັນດາບັນຫາຄວາມໝັ້ນຄົງຢູ່ທະເລ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ຊຸກຍູ້ການພັດທະນາແບບຍືນຍົງ ຢູ່ພາກພື້ນ ແລະ ໃນໂລກ.

ໂດຍແມ່ນສະມາຊິກ ຂອງ ອາຊຽນ, ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາຂໍ້ລິເລີ່ມ, ກົນໄກຮ່ວມມືຢ່າງແທ້ຈິງໃນຂອບເຂດອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມືກ່ຽວກັບຄວາມໝັ້ນຄົງໃນທະເລ ຢູ່ເຂດທະເລຕາເວັນອອກ, ຊ່ວຍສ້າງຄວາມໄວ້ວາງໃຈ, ປະກອບສ່ວນເຂົ້າໃນການຮ່ວມມືກ່ຽວກັບຄວາມໝັ້ນຄົງໃນທະເລຢູ່ພາກພື້ນ.

ຫວຽດນາມ ຕັດສິນໃຈ ພ້ອມກັບອາຊຽນ ແລະ ຈີນປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຄົບຖ້ວນ ແລະ ມີປະສິດທິຜົນ, ພ້ອມທັງເຈລະຈາມຸ່ງໄປເຖິງການບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີຜົນສັກສິດ ແລະ ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາປະເທດ, ບັນດາກົນໄກຫຼາຍຝ່າຍ, ເປັນຕົ້ນແມ່ນບັນດາກົນໄກສປຊ, ສືບຕໍ່ເພີ່ມທະວີການໜູນຊ່ວຍ ແລະ  ເອົາໃຈໃສ່ເຖິງຄວາມຫຍຸ້ງຍາກ, ຜົນປະໂຫຍດຂອງບັນດາປະເທດພວມພັດທະນາເວົ້າລວມ ແລະ ໃນພາກພື້ນເວົ້າສະເພາະ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ກໍ່ຢັ້ງຢືນວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ແມ່ນພື້ນຖານໃຫ້ແກ່ການຮ່ວມມືສາກົນ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍລວມໃນທົ່ວໂລກ ແລະ ບັນດາປະເທດຕ້ອງປະຕິບັດຢ່າງຄົບຖ້ວນ. ຫວຽດນາມ ຍາມໃດ ກໍ່ກຽມພ້ອມເພື່ອປະກອບສ່ວນຫຼາຍກ່ວາອີກເຂົ້າໃນການຊຸກຍູ້ການ ສົນທະນາ, ສ້າງຄວາມເຊື່ອໝັ້ນ ເພື່ອພ້ອມກັບປະຊາຄົມສາກົນ ຮັກສາຄວາມໝັ້ນຄົງໃນທະເລ, ເສີມຂະຫຍາຍບັນດາຄຸນຄ່າອັນໃຫຍ່ຫຼວງຂອງທະເລ, ເພື່ອອະນາຄົດແຫ່ງສັນຕິພາບ, ວັດທະນາຖາວອນລວມຂອງ ມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ