ຫວຽດ​ນາມ ມີ​ກຳ​ລັງ​ແຮງ​​ພາຍ​ໃນຢ່າງ​ພຽງ​ພໍ​ເພື່ອ​ຮັກ​ສາ​ເສດ​ຖະ​ກິດ​ເປັນ​ປົກ​ກະ​ຕິ​ແລະ​ພ​ັດ​ທະ​ນາ​ກະ​ໂດດ​ຂັ້ນ​ພາຍ​ຫລັງ​ໂລກ​ລະ​ບາດ.

(VOVWORLD) -ຫວຽດນາມ ພວມຄວບຄຸມໂລກລະບາດໂຄວິດ-19 ຮອບທີ 4 ທີ່ມີລະດັບສັບສົນກໍ່ຜົນຮ້າຍຮ້າຍແຮງກວ່າເມື່ອທຽບໃສ່ໂລກລະບາດ ຮອບກ່ອນນັ້ນການຊີ້ນຳຢ່າງຂ້ຽວຂາດຂອງພັກລັດຖະບານ ແລະ ການເຂົ້າຮ່ວມຂອງທັງລະບົບການເມືອງດ້ວຍທິດນຳ ອີງໃສ່ປະຊາຊົນເສີມຂະຫຍາຍກຳລັງແຮງຂອງປະຊາຊົນ”, ໄດ້ທະວີຄູນຄວາມເຊື່ອໝັ້ນສ້າງກຳລັງແຮງຢ່າງຄົບຊຸດປັບໃຫ້ແທດເໝາະກັບສະພາບການ ແລະ ເຮັດໃຫ້ຜົນຮ້າຍຂອງໂລກລະບາດຄ່ອຍໆຫລຸດລົງນຳການພັດທະນາເສດຖະກິດ ສັງຄົມຂອງຫວຽດນາມ ກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວ.
ຫວຽດ​ນາມ ມີ​ກຳ​ລັງ​ແຮງ​​ພາຍ​ໃນຢ່າງ​ພຽງ​ພໍ​ເພື່ອ​ຮັກ​ສາ​ເສດ​ຖະ​ກິດ​ເປັນ​ປົກ​ກະ​ຕິ​ແລະ​ພ​ັດ​ທະ​ນາ​ກະ​ໂດດ​ຂັ້ນ​ພາຍ​ຫລັງ​ໂລກ​ລະ​ບາດ. - ảnh 1ປະຕິບັດການວິໄຈຫາເຊື້ອໃນວົງກວ້າງ

ໂລກລະບາດໂຄວິດ COVID-19 ດ້ວຍການປະກົດມີຂອງສາຍພັນ Delta ໄດ້ກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງ, ບາງຈຸດເວລາມີຄວາມສ່ຽງອາດຈະເຮັດໃຫ້ລະບົບສະຫນອງໃນບາງຂົງເຂດການຜະລິດຖືກຕັດຕອນ, ຈຳກັດກາລະໂອກາດກະໂດດຂັ້ນ ແລະ ກີດຂວາງທ່າເຕີບໂຕຂອງຫວຽດນາມ. ເຖິງວ່າ ຖືກປະເຊີນຫນ້າກັບບັນດາສິ່ງບໍ່ສະດວກນັ້ນກໍຕາມ ແຕ່ມາຮອດປະຈຸບັນ ອາດເຫັນໄດ້ວ່າ ກຳລັງແຮງພາຍໃນ ແລະ ບັນດາເງື່ອນໄຂພັດທະນາຂອງຫວຽດນາມ ຍັງຄົງໄດ້ຮັກສາເໝືອນເດີມ ແລະ ຫວຽດນາມ ຈະກັບຄືນສູ່ສະພາບເສດຖະກິດເປັນປົກກະຕິໂດຍໄວ ເມື່ອມີມາດຕະການເໝາະສົມເພື່ອຮັບມືກັບໂລກລະບາດ.

ຊຸມມື້ຜ່ານມາ ຫາງສຽງສາກົນໄດ້ຊີ້ໃຫ້ເຫັນວ່າ ໂລກລະບາດໂຄວິດ COVID-19 ບໍ່ອາດເຮັດໃຫ້ຫວຽດນາມ ຖືກຊຸດໂຊມ ຍ້ອນ ຫວຽດນາມ ມີກຳລັງແຮງພາຍໃນຢ່າງເຂັ້ມແຂງ ດ້ວຍປະຊາຄົມພົນລະເມືອງເປັນຈຳນວນຫລາຍ ໂດຍແມ່ນເກືອບ 100 ລ້ານຄົນທີ່ເຕັມໄປດ້ວຍພະລັງຊີວິດ, ມີຄວາມຂະຫຍັນຂັນເຄື່ອນ. ບັນດາປັດໄຈພື້ນຖານໄດ້ຊ່ວຍພື້ນຖານເສດຖະກິດ ຫວຽດນາມ ອາດຈະຮັບມືກັບບັນດາສິ່ງທ້າທາຍຂອງ ໂລກລະບາດໂຄວິດ COVID-19 ປະຈຸບັນ ນັ້ນແມ່ນ ຫວຽດນາມ ມີພົນລະເມືອງຫນຸ່ມ ແລະ ພື້ນຖານການຜະລິດທີ່ໝັ້ນແກ່ນ.

ທ່ານ Warrick Cleine ຜູ້ອຳນວຍການບໍລິຫານ KPMG ຢູ່ ຫວຽດນາມ ຊີ້ໃຫ້ເຫັນວ່າ: “ທຸກຄົນລ້ວນແຕ່ຫນຸ່ມ ແລະ ຊອກຫາວຽກເຮັດງານທຳໄດ້ ໃນກຳລັງແຮງງານທີ່ມີປະສິດທິຜົນທີ່ສຸດ”. ທ່ານ Michael Kolakari ຫົວຫນ້າຄະນະເສດຖະກິດຂອງບໍລິສັດລົງທຶນ VinaCapital ຖືວ່າ: ກຳລັງຄວາມສາມາດການຜະລິດຂອງຫວຽດນາມ ບໍ່ຕ້ອງປະເຊີນຫນ້າກັບບໍ່ວ່າໄພນາບຂູ່ໃດຈາກບັນດາປະເທດບ້ານໃກ້ເຮືອນຄຽງ ອາຊີຕາເວັນອອກສ່ຽງໃຕ້. ກຳລັງແຮງງານ ຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າ ແມ່ນດີພໍສົມຄວນເມື່ອທຽບໃສ່ຫລາຍຄູ່ແຂ່ງຢູ່ ພາກພື້ນ ອາຊີຕາເວັນອອກສຽງໃຕ້ ກາຍເປັນສູນຜະລິດດູດດື່ມບັນດາບໍລິສັດນາໆຊາດ. ປະຊາຊົນຊັ້ນກາງ ຢູ່ ຫວຽດນາມ ພວມເພີ່ມຂຶ້ນຢ່າງວ່ອງໄວ, ມີລາຍຮັບນັບມື້ນັບສູງ ຊ່ວຍຊຸກຍູ້ການໃຊ້ສອຍຜະລິດຕະພັນພາຍໃນປະເທດ. ການໃຊ້ສອຍພາຍໃນປະເທດເພີ່ມຂຶ້ນໄວ ແລະ ບັນດາບໍລິສັດຕ່າງປະເທດສືບຕໍ່ລົງທຶນຢ່າງແຮງເຂົ້າຫວຽດນາມ.

ຫວຽດ​ນາມ ມີ​ກຳ​ລັງ​ແຮງ​​ພາຍ​ໃນຢ່າງ​ພຽງ​ພໍ​ເພື່ອ​ຮັກ​ສາ​ເສດ​ຖະ​ກິດ​ເປັນ​ປົກ​ກະ​ຕິ​ແລະ​ພ​ັດ​ທະ​ນາ​ກະ​ໂດດ​ຂັ້ນ​ພາຍ​ຫລັງ​ໂລກ​ລະ​ບາດ. - ảnh 2ຈິດໃຈອູ່ມຊູຊ່ວຍເຫລືອເຊີ່ງກັນ ແລະກັນໄດ້ຮັບການຜັນຂະຫຍາຍໃນຊ່ວງເວລາເກີດໂລກລະບາດ. (ພາບ:baonhandan)

ໂລກລະບາດໂຄວິດ COVID-19 ໄດ້ເປີດກາລະໂອກາດໃຫມ່ໃຫ້ແກ່ພື້ນຖານເສດຖະກິດ ພິເສດ ໃນຂົງເຂດເຕັກໂນໂລຊີດີຈິຕອນ ໄດ້ຊີ້ໃຫ້ເຫັນບັນດາຄວາມສາມາດບົ່ມຊ້ອນປ່ຽນແປງໃຫມ່ຢ່າງແຮງຕິດພັນກັບເຕັກໂນໂລຊີດີຈິຕອນ, ການປະຕິວັດອຸດສາຫະກຳ 4.0 ຂອງຫວຽດນາມ. ຕາມບໍລິສັດສຳຫລວດ ແລະ ໃຫ້ຄຳປຶກສາເຕັກໂນໂລຊີ Technavio ແລ້ວ, ຂະແຫນງອຸດສາຫະກຳວັດຖຸຊັກນຳໄຟຟ້າຂອງ ຫວຽດນາມ ຈະເຕີບໂຕດ້ວຍລະດັບຄວບຄູ່ແຕ່ລະປີແມ່ນ 19%, ເທົ່າກັບປະມານ 6,16 ຕື້ USD ໃນໄລຍະແຕ່ປີ 2020 -2024.

ໃນຊ່ວງເວລາເກີດໂລກລະບາດໂຄວິດ COVID-19, ຕະຫລາດການຄ້າເອເລັກໂຕນິກ ຂອງຫວຽດນາມ ພັດທະນາຢ່າງວ່ອງໄວທີ່ສຸດໃນພາກພື້ນ. ບັນດາທະນາຄານຫວຽດນາມ ຕ້ອນຮັບບັນດາບໍລິສັດເຕັກໂນໂລຊີການເງິນ (fintech) ຫາກໍ່ພົ້ນເດັ່ນຂຶ້ນ, ຫັນປ່ຽນວຽກງານຄຸ້ມຄອງຂໍ້ມູນ ຈາກສຳເນົາເອກະສານດ້ວຍເຈ້ຍມາເປັນລະບົບ Cloud computing. ການສົ່ງອອກໂທລະສັບ ແລະ ເຄື່ອງອາໄຫລ່ຂອງ ຫວຽດນາມ ເພີ່ມຂຶ້ນ 30,7% ແລະ ຄອມພິວເຕີສ່ວນຕົວເພີ່ມຂຶ້ນ 18,2% ໃນ 4 ເດືອນຕົ້ນປີ.

ສິ່ງສຳຄັນແມ່ນ ບັນດາສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟິກ, ສັນຍາການຄ້າເສລີ ຫວຽດນາມ - ອັງກິດ ໄດ້ຊ່ວຍ ຫວຽດນາມ ຊຸກຍູ້ການຄ້າໃນສະພາບເກີດໂລກລະບາດ. ພາຍຫລັງ 1 ປີປະຕິບັດສັນຍາ EVFTA, ການແລກປ່ຽນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອີຢູ ໄດ້ບັນລຸການເຕີບໂຕຢ່າງຕັ້ງຫນ້າ, ໃນ 6 ເດືອນຕົ້ນປີ 2021, ວົງເງິນການສົ່ງອອກລະຫວ່າງ ສອງຝ່າຍບັນລຸ 27,67 ຕື້ USD, ເພີ່ມຂຶ້ນ 18,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 (ເມື່ອສັນຍາຍັງບໍ່ທັນມີຜົນສັກສິດ).

ຕາມອົງການ Economist Intelligence Unit ແລ້ວ, ຫວຽດນາມ ໄດ້ລື່ນກາຍ ຈີນ ແລະ ອິນເດຍ ໃນບາງຂົງເຂດດ້ານການຄ້າຄື: ນະໂຍບາຍການລົງທຶນໂດຍກົງຂອງຕ່າງປະເທດ ແລະ ການຄວບຄຸມການຄ້າຕ່າງປະເທດ ແລະ ເງິນຕາຕ່າງປະເທດ. ຫວຽດນາມ ກໍ່ໄດ້ວາງອອກບັນດານະໂຍບາຍ ເພື່ອແນໃສ່ຮັກສາທ່າໄດ້ປຽບລາຍຈ່າຍການຜະລິດຕ່ຳ.  ເລື່ອງ ອາເມລິກາ ແລະ ຫວຽດນາມ ບັນລຸໄດ້ຂໍ້ຕົກລົງກ່ຽວກັບນະໂຍບາຍອັດຕາແລກປ່ຽນເງິນຕາ ໄດ້ຊ່ວຍໃຫ້ສອງປະເທດລົບລ້າງສີ່ງກີດຂວາງຊ້ອນແຝງທີ່ກໍ່ຄວາມບໍ່ລົງລອຍກັນໃນການພົວພັນສອງຝ່າຍ ຊ່ວຍ ຫວຽດນາມ ມີກາລະໂອກາດກັບຄືນທ່າເຕີບໂຕສູງ ຍ້ອນການສົ່ງອອກ, ຊ່ວຍຫວຽດນາມ ຮັກສາລັກສະນະແກ້ງແຍ່ງໃນຕະຫລາດສາກົນ ແລະ ສືບຕໍ່ກາຍເປັນສະຖານທີ່ດູດດື່ມຂອງການລົງທຶນ.

ຕາມ Fitch Solution ແລ້ວ, ນັບທັງໃນຊ່ວງເວລາເກີດໂລກລະບາດໂຄວິດ 19 ຮອບໃຫມ່, ບັນດາເຂດອຸດສາຫະກຳ ຫວຽດນາມ ຍັງຄົງດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດຫລາຍພໍສົມຄວນ. ໂດຍບໍ່ຫົວຊາຕໍ່ຄວາມສ່ຽງໄລຍະສັ້ນ, ໄລຍະກາງ, ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຍັງຄົງຈະເຕີບໂຕຢ່າງວ່ອງໄວ.

ໂລກລະບາດໂຄວິດ -19 ໄດ້ເຮັດໃຫ້ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ແຕ່ພາຍໃຕ້ການຊີ້ນຳຂອງພັກ, ການກະທຳຢ່າງຂ້ຽວຂາດຂອງລັດຖະບານ ແລະ ລະບົບການເມືອງ, ວິກິດການເກືອບຄືວ່າແມ່ນກາລະໂອກາດເຮັດໃຫ້ກຳລັງແຮງຂອງຊາດບືນຕົວຂຶ້ນຢ່າງແຮງ, ດຶງດູດຄວາມເຫັນດີເຫັນພ້ອມ, ການສະຫນັບສະຫນູນຂອງປະຊາຊົນທຸກຊັ້ນວັນນະສຳລັບບັນດາການປະຕິຮູບຢ່າງບຸກທະລຸກ່ຽວກັບດ້ານເສດຖະກິດຂອງລັດຖະບານ. ສະນັ້ນ ພວກເຮົາມີຄວາມເຊື່ອໝັ້ນວ່າ ບັນດາມາດຕະການອັນຖືກຕ້ອງຂອງລັດຖະບານ ກ່ຽວກັບການຮັບມື, ດຳລົງຊີວິດຮ່ວມກັບໂລກລະບາດໂຄວິດ 19 ຈະຊ່ວຍຫວຽດນາມ ມີບັນດາບາດກ້າວບຸກທະລຸຢ່າງແຮງເພື່ອພັດທະນາເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ