ຫວຽດນາມ ມານະພະຍາຍາມຜັນຂະຫຍາຍການປະຕິບັດສົນທິສັນຍາວ່າດ້ວຍການຕ້ານການທໍລະມານ

(VOVWORLD) -ປີ 2015, ຫວຽດນາມ ໄດ້ກາຍເປັນປະເທດສະມາຊິກທີ 158 ຂອງສົນທິສັນຍາວ່າດ້ວຍການຕ້ານການທໍລະມານ ແລະ ບັນດາຮູບການຕ້ານການກະທຳ ຫລື ລົງໂທດທີ່ປ່າເຖື່ອນ, ໄຮ້ມະນຸດສະທຳ ຫຼື  ເຮັດໃຫ້ເຊື່ອມເສຍກຽດສັກສີ (ເອີ້ນຫຍໍ້ວ່າ ສົນທິສັນຍາຕ້ານການທໍລະມານ ຫຼື ສົນທິສັນຍາ CAT). ການຜັນຂະຫຍາຍປະຕິບັດສົນທິສັນຍາຕ້ານການທໍລະມານດ້ວຍຫຼາຍມາດຕະການ, ໃນໄລຍະມໍ່ໆມານີ້, ຍິ່ງຢືນຢັນຄວາມຕັດສິນໃຈ ແລະ ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ໃນວຽກງານຮັບປະກັນສິດທິມະນຸດ.


ຫວຽດນາມ ມານະພະຍາຍາມຜັນຂະຫຍາຍການປະຕິບັດສົນທິສັນຍາວ່າດ້ວຍການຕ້ານການທໍລະມານ - ảnh 1ຄ້າຍກັກຂັງນັກໂທດຫວີງກວາງ ຢູ່ ຫວີງຟຸກ ຈັດຕັ້ງວັນແມ່ຍິງ 8/3 ໃຫ້ນັກໂທດ.ພາບ:VOV

ປະຈຸບັນ, ມີຫຼາຍຂໍ້ກຳນົດກ່ຽວກັບການປ້ອງກັນ ແລະ ການລົງໂທດບັນດາການກະທຳທີ່ກ່ຽວຂ້ອງເຖິງການທໍລະມານ ໃນສົນທິສັນຍາ CAT ໂດຍຫວຽດນາມ ໄດ້ນຳເອົາເຂົ້າໃນປະມວນກົດໝາຍອາຍາປີ 2015 ແລະ ປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາປີ 2015 (ປັບປຸງ, ເພີ່ມເຕີມໃນປີ 2021), ກົດໝາຍວ່າດ້ວຍການຈັດຕັ້ງອົງການສືບສວນອາດຊະຍາກຳທາງອາຍາ ປີ 2015, ກົດໝາຍວ່າດ້ວຍການກັກຂັງພາງ ແລະ ກັກຂັງຊົ່ວຄາວ, ກົດໝາຍວ່າດ້ວຍກ່າວຟ້ອງ ກົດໝາຍວ່າດ້ວຍການອະໄພຍະໂທດ, ກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຄະດີອາຍາ.

ພ້ອມກັນນັ້ນ, ເອກະສານແນະນຳທີ່ກ່ຽວຂ້ອງນັບຮ້ອຍສະບັບ ໄດ້ປັບປຸງຂັ້ນຕອນໃຫ້ເປັນມາດຕະຖານ, ເປີດເຜີຍບັນດາຂໍ້ກຳນົດ, ເພີ່ມເຕີມບັນດາຂໍ້ກຳນົດກົດລະບຽບ ເພື່ອປ້ອງກັນສະກັດກັ້ນການກະທຳ ທໍລະມານ, ປົກປ້ອງຜູ້ມີຄວາມສ່ຽງຕໍ່ການທໍລະມານ.

ຄວາມມານະພະຍາຍາມຂອງຫວຽດນາມໃນການປະຕິບັດສົນທິສັນຍາ

ຫນຶ່ງໃນບັນດາການປ່ຽນແປງຕັ້ງຫນ້າຂອງ ຫວຽດນາມ ໃນການປ້ອງກັນສະກັດກັ້ນການກະທຳທໍລະມານ ແມ່ນການຜັນຂະຫຍາຍການຕິດຕັ້ງ, ການຂຸດຄົ້ນ ແລະ ການນຳໃຊ້ການບັນທຶກສຽງ ແລະ ວິດີໂອໃນການສອບຖາມຜູ້ຖືກຕ້ອງຫາ ເວົ້າສະເພາະ ແລະ ໃນໄລຍະດຳເນີນຄະດີອາຍາ ເວົ້າລວມ.

ບົນພື້ນຖານບັນດາການປ່ຽນແປງເອກະສານນິຕິກຳ, ບັນດາອົງການມີຫນ້າທີ່ຮັບຜິດຊອບຂອງຫວຽດນາມ ໄດ້ຮີບເຮັ່ງຈັດຕັ້ງການຜັນຂະຫຍາຍຂໍ້ກຳນົດດັ່ງກ່າວຢ່າງຮີບດ່ວນ. ຜ່ານນັ້ນ, ກໍ່ໄດ້ປະກອບສ່ວນຮັບປະກັນສິດຂອງປະຊາຊົນ ເວົ້າລວມ ແລະ ສິດຂອງຜູ້ທີ່ມີຄວາມສ່ຽງຕໍ່ການຖືກທໍລະມານ ເວົ້າສະເພາະ ກໍ່ຄືຍົກສູງຄວາມຮັບຜິດຊອບຂອງບັນດາພະນັກງານເຈົ້າໜ້າທີ່ປະຕິບັດວຽກງານຍຸຕິທຳ, ປະກອບສ່ວນສະກັດກັ້ນ ແລະ ຈຳກັດການກະທຳທໍລະມານ.

ໃນຂົງເຂດກົດໝາຍ, ຫວຽດນາມ ໄດ້ຜັນຂະຫຍາຍປະຕິບັດປະຊາທິປະໄຕຢູ່ຮາກຖານ, ພິເສດແມ່ນ ໃນບັນດາຮາກຖານຄຸມຂັງນັກໂທດ, ຮາກຖານການສຶກສາພາກບັງຄັບ, ໂຮງຮຽນສຶກສາບຳລຸງ ຂຶ້ນກັບກະຊວງຕຳຫຼວດ; ປະຕິບັດປະຊາທິປະໄຕໃນການປະຕິບັດການກັກຂັງ ແລະ ກັກຂັງຊົ່ວຄາວຂອງກຳລັງຕຳຫຼວດປະຊາຊົນ; ໃນການເຄື່ອນໄຫວສືບສວນຂອງກຳລັງຕຳຫຼວດປະຊາຊົນ; ປະຕິບັດປະຊາທິປະໄຕໃນວຽກງານກວດກາ, ແກ້ໄຂຄຳຮ້ອງທຸກ ແລະ ຄຳກ່າວຟ້ອງ, ການຕ້ອນຮັບພົນລະເມືອງ ແລະ ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງຂອງຕຳຫຼວດປະຊາຊົນ.

ສືບຕໍ່ຜັນຂະຫຍາຍການປະຕິບັດສົນທິສັນຍາ

ຄຽງຄູ່ກັບການເຄື່ອນໄຫວຕ່າງໆເພື່ອເພີ່ມທະວີການປະຕິບັດພັນທະຂອງສະມາຊິກສົນທິສັນຍາຕ້ານການທໍລະມານ, ຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດເຖິງການລາຍງານ ແລະ ປົກປ້ອງບົດລາຍງານຂອງຊາດຕໍ່ຄະນະກຳມະການຕ້ານການທໍລະມານ, ຕາມນັ້ນແລ້ວ, ຫວຽດນາມ ໄດ້ຍື່ນສະເໜີບົດລາຍງານແຫ່ງຊາດຄັ້ງທຳອິດໃຫ້ຄະນະກຳມະການຕ້ານການທໍລະມານ ໃນປີ 2017; ລາຍງານ ແລະ ປົກປ້ອງບັນດາຂໍ້ມູນຂ່າວສານ, ຕົວເລກຂໍ້ມູນ ແລະ ເນື້ອໃນທີ່ຫວຽດນາມ ໄດ້ລະບຸໄວ້ໃນບົດລາຍງານແຫ່ງຊາດຄັ້ງທຳອິດ ຕໍ່ຄະນະກຳມາທິການຕ້ານການທໍລະມານ ໃນປີ 2018. ບົນພື້ນຖານບົດລາຍງານກາງສະໄໝຂອງຄະນະກຳມະການຕ້ານການທໍລະມານ, ຫວຽດນາມ ສືບຕໍ່ສ້າງ ແລະ ສົ່ງບົດລາຍງານກາງສະໄຫມ, ຕອບບັນດາຄຳເຫັນ ແລະ ຄໍາສະເຫນີແນະເຫຼົ່ານີ້ໃນເດືອນຕຸລາ 2020.

ໃນຕົວຈິງ, ຫວຽດນາມ ໄດ້ສ້າງຕັ້ງຄະນະຊີ້ນຳການປະຕິຮູບຕຸລາການຂັ້ນສູນກາງ ແລະ ຄະນະຊີ້ນຳການປະຕິຮູບຕຸລາການຂັ້ນແຂວງໃນທົ່ວປະເທດ ເພື່ອກໍ່ສ້າງລະບົບຕຸລາການທີ່ປອດໃສ, ໝັ້ນຄົງເຂັ້ມແຂງ, ປະຊາທິປະໄຕ, ເຄັ່ງຄັດ, ປົກປັກຮັກສາຄວາມຍຸຕິທຳ, ສ້າງໃຫ້ທັນສະໄໝເທື່ອລະກ້າວ, ຮັບໃຊ້ປະຊາຊົນ. ໃນນັ້ນ ມີສິດທິທີ່ຈະບໍ່ຖືກການທໍລະມານ. ວັນທີ 14 ກຸມພາ 2023, ຫວຽດນາມ ໄດ້ປະກາດໃຊ້ແຜນການເພີ່ມທະວີການປະຕິບັດສົນທິສັນຍາຕ້ານການທໍລະມານ ແລະ ບັນດາຂໍ້ສະເໜີທີ່ເໝາະສົມຂອງຄະນະກຳມະການຕ້ານການທໍລະມານ, ບົນພື້ນຖານປະຕິບັດຕາມບັນດາຂໍ້ສະເໜີທີ່ເໝາະສົມຂອງຄະນະກຳມະການຕ້ານການທໍລະມານ, ແຜນການນີ້ນັບມື້ນັບໄດ້ຮັບການເພີ່ມທະວີການຈັດຕັ້ງປະຕິບັດຈາກບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຂອງຫວຽດນາມ ຜ່ານບັນດາການເຄື່ອນໄຫວລະອຽດ, ເພື່ອໃຫ້ບັນລຸປະສິດທິຜົນຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ