ຫວຽດນາມ ມານະພະຍາຍາມຮັບປະກັນຊີວິດສັງຄົມ

(vovworld) - ປີ 2012, ​ໃນ​ຂະນະ​ທີ່ພື້ນຖານ​ເສດຖະກິດຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ຍ້ອນ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ ​ແຕ່​ລັດຖະບານ ຫວຽດນາມ ຍັງ​ຄົງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮັບປະກັນ​ຊີວິດ​ສັງຄົມ. ລາຍ​ຮັບ​ພື້ນຖານ​ຂອງ​ປະຊາຊົນ​ໄດ້​ຮັບປະກັນ ຜ່ານ​ການ​ຫນູນ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ, ຫລຸດຜ່ອນ​ຄວາມທຸກ​ຍາກ​ອຶດຫິວ, ​ເຂົ້າ​ຮ່ວມ​ປະກັນ​ສັງຄົມ. ​ເລື່ອງ​ຫນູນ​ຊ່ວຍ​ປະ​ຊາ​ຊົນ​ໄດ້​ສຳ​ພັດ​ກັບ​ບັນດາ​ການບໍລິການ​ສັງຄົມ​ຢູ່​ໃນ​ລະດັບພື້ນຖານ​ກ່ຽວກັບ​     ເຮ​ືອນຢູ່, ສາທາລະນະ​ສຸກ, ການ​ສຶກສາ, ນ້ຳ​ສະອາດ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງຫນ້າ.

 ຫວຽດນາມ ມານະພະຍາຍາມຮັບປະກັນຊີວິດສັງຄົມ - ảnh 1
ລາຍການກວດພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ
ພາບ:internet

        ສຳລັບ​ຂົງ​ເຂດຮັບ​ປະກັນ​ຊີວິດ​ສັງຄົມ, ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບັນຫາ​ຫລັກ​ແຫ​ລ່ງ. ​ເ​ພາະ ຄວາມ​ຈິງ​ໃຫ້​ເຫັນວ່າ​​ໃນ​ເງ່ືອນ​ໄຂ​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດທະນາ ​ແຕ່​ອັດຕາ​ສ່ວນແຕກໂຕນກັນ​ລະຫວ່າງ ຄອບຄົວ​ທຸກ​ຍາກ ​ແລະ ຄອບຄົວ​ຮັ່ງມີ. ພັກ ​ແລະ ລັດ ຫວຽດນາມ ​ໄດ້​ມີ​ນະ​ໂຍບ​າຍຫລາຍ​ຢ່າງ​ໃຫ້​ແກ່​ເປົ້າ​ໝາຍ​ດັ່ງກ່າວ. ຕາມ​ບົດ​ລາຍ​ງານ​ຂອງ​ຫົວຫນ້າ​ກົມ​​ໃຫຍ່ສະຖິຕິ ຊຶ່ງ​ປະກາດ​ໃນ​ທ້າຍ​ເດືອນ 12 ​ແລ້ວ, ຍອດ​ງົບປະມານ​ສະ​ຫງວນ​ໃຫ້​ແກ່​ການ​ຮັບປະກັນ​ຊີວິດ​ສັງຄົມ, ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ​​ໃນ​ປີ 2012 ຂອງ ຫວຽດນາມ ​ແມ່ນ 8.800 ຕື້​ດົ່ງ, ​ໃນ​ນັ້ນ ມີ​ການ​ຫນູນ​ຊ່ວຍ​ບັນດາ​ເປົ້າ​ໝາ​ຍນະ​ໂຍບາຍ, ຫນູນ​ຊ່ວຍ​ບັນດາ​ຄອບຄົວ​ທຸກ​ຍາກ ​ແລະ ກູ້​ໄພ​ກູ້​ຊີບ​ສັງຄົມ. ​ເປັນ​ຫນ້າ​ສົນ​ໃຈນັ້ນແມ່ນ, ລັດຖະບານ ​ໄດ້​ສຸ​ມ​ໃສ່​ຊີ້​ນຳ​ການ​ປະຕິບັດ​ບັນດາ​ໂຄງການ, ນະ​ໂຍບາຍ​ສັງຄົມ​ຢ່າງ​ຄົບ​ຊຸດ, ຊຶ່ງ​ຈຸດ​ສຸມ​ແມ່ນ​ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ. ປີ 2012, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​​​ຄາດ​ວ່າ​ຍັງ​ຢູ່​ໃນ​ລະດັບ 10%, ຫລຸດຜ່ອນ 1,76% ​ເມື່ອ​ທຽບ​ໃສ່​ປີ 2011.​ ນີ້​ແມ່ນ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫລວງ​ຂອງ ຫວຽດນາມ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ແລະ ກໍ​ໃນ​ປີ 2012, ຫວຽດນາມ ​​ແກ້​ໄຂ​ວຽ​ກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງາມ​ກວ່າ 1,5 ລ້ານ​ຄົນ, ເຮັດໃຫ້ອັດຕາ​ສ່ວນຜູ້ຫວ່າງ​ງານ ​ແລະ ອັດຕາສ່ວນຜູ້ບໍ່​ມີ​ວຽກ​ເຮັດ​ງານ​ທຳ​ໃນ​ປີ 2012 ຫລຸດຜ່ອນ​​ເລັກ​ນ້ອຍ​ເມື່ອ​ທຽບ​ໃສ່​​ໄລຍະ​ດຽວກັນ​ຂອງ​ປີ 2011. ລັດຖະບານ ຫວຽດນາມ ​ໄດ້​ປະຕິບັດ​ລະບອບ​ປະກັນ​ຫວ່າງ​ງານ​ໃຫ້​ແກ່​ຄົນ​ງານ​ນັບ 100.000 ຄົນ. ສະພາບ​ແຮງ​ງານ​ຢູ່ ບັນດາ​ເຂດ​ອຸດສາຫະກຳ​ໄດ້​ຮັບ​ການ​ຮັກສາ​ເປັນ​ປົກກະຕິ. ມີ​ຄົນ​ງານ​ສ່ວນ​ຫນຶ່ງ​ໄດ້​ຮັບ​ການ​ສອນ​ວິຊາ​ຊີບ, ຫັນປ່ຽນ​ອາຊີບ​ໃຫມ່​ໃຫ້​ເໝາະ​ສົມ​ກວ່າ. ​ເມື່ອ​ເວົ້າ​ເຖິງການສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແ​ກ່ຄົນ​ງານ​ຫນຸ່ມ, ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ຫວຽດນາມ ​ໃຫ້​ຮູ​້ວ່າ​:

        “ ຢູ່ ຫວຽດນາມ, ອັດຕາ​ສ່ວນ​ຄົນ​ງານຫນຸ່ມ​ຖືກ​ຫວ່າງ​ງານ​​ແມ່ນ 3,8%. ​       ເພ​າະສະ​ນັ້ນ, ພວກ​ຂາພະ​ເຈົ້າ​ໄດ້​ເປັນເສນາ​ທິການ​ໃຫ້​ລັດຖະບານ​ກ່ຽວ​ກັບ​ນະ​ໂຍບາຍ. ພ້ອມ​ກັບ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ ສະບັບ​ປັບປຸງ, ​ໄລຍະ​ຈະ​ມາ​ເຖິງ ພວກ​ຂ້າ​ພະ​ເຈົ້າ​ຈະ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ​ເພື່ອ​ເປັນ​ພື້ນຖານ​ປະຕິບັດ​ວຽກ​ເຮັດ​ງານ​ທຳ​ໃຫ້​ສະດວກ​ກວ່າ. ພວກ​ຂ້າພະ​ເຈົ້າ​ຈະ​ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ສ້າງ​ສູນ​ສົ່ງ​ເສີມ​ວຽກ​ເຮັດ      ​ງາ​ນທຳ, ຫນູນຊ່ວຍ​ສູນ​ກາງ​ຊາວ​ຫນຸ່ມ ສ້າງ​ສູນ​ແນະນຳ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ຫນຸ່ມ. ຄຽງ​ຄູ່​ກັນ​ນັ້ນ, ສູນ​ວຽກ​ເຮັດ​ງານ​ທຳ​ຢູ່ບັນດາ​ແຂວງ ກໍ​ໄດ້​ຮັບ​ການ​ປັບປຸງ.”

        ​ເລື່ອງ​ດັດ​ປັບ​ເງິນ​ເດືອນ​ພື້ນຖານ ຈາກ 830.000 ດົ່ງ/​ເດືອນ​​ໃຫ້​ຂຶ້ນ​ເຖິງ 1.050.000 ດົ່ງ/​ເດືອນ ນັບ​ແຕ່​ວັນ​ທີ 1/5/2012 ສຳລັບ​ພະນັກງານ, ລັດຖະກອນ, ບັນດາ​ເປົ້າ​ໝາຍ​ຂຶ້ນ​ກັບ​ກຳລັງ​ປະກອບ​ອາວຸດ ​ແລະ ຄົນ​ງານ​ທີ່​ເຮັດ​ວຽກ​ຢູ່​ບັນ​ດາອົງການ, ຫົວຫນ່ວຍ, ອົງການ​ຈັດ​ຕັ້ງ​ຂອງ​ລັດ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ປັບປຸງ​ສ່ວນ​ໃດ​ສ່ວນຫນຶ່ງ. ຕາມ​ການ​ຕີ​ລາຄາ​ຂອງ​ອົງການ​ແຮງ​ງານ​ສາກົນ (ILO) ແລ້ວ ​ໃນ​ປີ 2012 ​, ຫວຽດນາມ ບັນລຸ​ລະດັບ​​ເພີ່ມ​ເງິນ​ເດືອນ​​ສູງ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນໂລກ. ຕາມ​ທ່ານ Yoon Youngmo, ຜູ້​ຊ່ຽວຊານ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພົວພັນ​ແຮງ​ງານ​ຂອງ ILO ປະຈຳ​ຫວຽດນາມ​ ​ແລ້ວ, ລັດຖະບານ ຫວຽດນາມ ປະສົບ​ຜົນສຳ​ເລັດ​ດ້ວຍນະ​ໂຍບາຍ​ເງິນ​ເດືອນ​ພື້ນຖານ​ເພື່ອ​​ຍົກລະດັບ​ເງິນ​ເດືອນ​ພື້ນຖານ​​ຂຶ້ນເທື່ອ​ລະ​ກ້າວ.

        “ມາ​ຮອດ​ປະຈຸ​ບັນ, ລັດຖະບານ ຫວຽດນາມ ​ໄດ້​ປະຕິບັດ​ນະ​ໂຍບາຍ​ເງິນ​ເດືອນ​ພື້ນຖານ​ເປັນ​ຢ່າງ​ດີ. ຄົນ​ງານ​ສ່ວນ​ຫລາຍ​ລ້ວນ​ແຕ່​ໄດ້​ຮັບ​​ເງິນ​ເດືອນ​ສູງ​ກວ່າ​ລະດັບ​ເງິນ​ເດືອນພື້ນຖານ. ລັດຖະບານ ຫວຽດນາມ​ມີ​ວິທີ​ແຕກ​ຕ່າງ​ກັນ​ຫລາ​ຍຢ່າງ​ໃນ​ການວາງ​ແຜນ​ນະ​ໂຍບາຍ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ. ລັດຖະບານ ຫວຽດນາມ ກໍ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ສະຫວັດດີ​ການ​ຂອງ​ຄົນ​ງານ, ພິ​ເສດ ​ແມ່​ນກຳມະກອນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລັດຖະບານ ຫວຽດນາມ ຄວນ​ມີ​ບັນດາ​ນະ​ໂຍບາຍ​​ເໝາະ​ສົມ​ເພື່ອ​ບັນລຸ​ປະສິດທິ​ຜົນ​ກວ່າ​ໃນ​ເງື່ອນ​ໄຂ, ສະພາບ​ການ​ໃຫມ່.”

        ​ໃນ​ປີ 2012, ຫວຽດນາມ ດຶງ​ດູດ​ຄົນ​ງານໄດ້ 10,34 ລ້ານ​ຄົນ​ເຂົ້າ​ຮ່ວມ​ປະກັນ​ສັງຄົມ, ​ໃນ​ນັ້ນ ມີ 10,2 ລ້ານ​ຄົນ ​ເຂົ້າ​ຮ່ວມ​ປະກັນ​ສັງຄົມ​ແບບ​ບັງຄັບ, ​ເພີ່ມ​ຂຶ້ນ 4,2%, ຈຳນວນຜູ້​ເຂົ້າ​ຮ່ວມ​ປະກັນ​ຫວ່າ​ງງານ​ແມ່ນ 8,07 ລ້ານ​ຄົນ, ​ເພີ່ມ​ຂຶ້ນ 6,6 %, ອັດຕາສ່ວນ​ຜູ້​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ​ບັນລຸ​ເກືອບ 68%, ​ເພີ່ມ​ຂຶ້ນ 5% ​ເມື່ອ​ທຽບ​ໃສ່​ປີ​ກ່ອນ. ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ຮັບປະກັນ​ຫລັກ​ອະນາ​ໄມ​ດ້ານ​ອາຫານ, ປົກ​ປ້ອງ ​ແລະ ​​ເບິ່ງ​ແຍງ​​ເດັກນ້ອຍ, ປ້ອງ​ກັນ ​ແລະ ຕ້ານ​ເຊື້ອ HIV/​ໂລກ AIDS ກໍ​ບັນລຸ​​ໄດ້​ໝາກຜົນຢ່າງ​ຕັ້ງຫນ້າ. ຍ້ອນ​ມີ​ບັນດາ​ນະ​ໂຍບາຍ​ຫນູນ​ຊ່ວຍ ສະ​ນັ້ນ ຄວາມ​ສາມາດ​ສຳ​ພັດ​ກັບການ​ບໍລິການ​ສາທາລະນະ​ສຸກ​ຂອງ​ຜູ້​ທຸກ​ຍາກ, ຜູ້​ໃກ້​ຈະ​ຖືກ​ຈັດ​ເຂົ້າ​ໃນ​ລະດັບຄອບຄົວ​ທຸກ​ຍາກ​ຍັງ​ຄົງ​ໄດ້​ຮັບປະກັນ.

 ຫວຽດນາມ ມານະພະຍາຍາມຮັບປະກັນຊີວິດສັງຄົມ - ảnh 2
ພາບປະກອບ:baodientu.chinhphu.vn

        ດ້ວຍ​ບັນດາ​ວຽກງານ​ອັນ​ຕັ້ງຫນ້າ​ກ່ຽວ​ກັບ​ການຮັບປະກັນ​ຊີວິດ​ສັງຄົມ ຊຶ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ປີ 2012 ຈະ​ປະ​ກອບ​ສ່ວນສຳຄັນ​ເພື່ອ​ໃຫ້​ລັດຖະບານ ຫວຽດນາມ ປະຕິບັດ​ສານ​ຕົ້ນ​ປີ 2013 ຂອງ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແມ່ນ​ສຸມ​ໃສ່​ຍູ້​​ແຮງ​ການ​ຫລຸດຜ່ອນ​ຄວາ​ມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມໃນ​ປີ 2013 ​ເປັນ​ຢ່າງ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ