ຫວຽດນາມ ມານະພະຍາມຍາມບັນລຸເປົ້າໝາຍຈຳກັດໂລກລະບາດໂດຍໄວ

(VOVWORLD) -ຫວຽດນາມ ໄດ້ເສຍສະຫຼະທາງດ້ານເສດຖະກິດ-ສັງຄົມເພື່ອປະຕິບັດການແຍກຫ່າງແລ້ວ, ດັ່ງນັ້ນຕ້ອງບັນລຸໝາກຜົນການຕ້ານໂລກລະບາດໃຫ້ສຳລັດຜົນ, ຕ້ອງສະກັດກັ້ນ, ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ ແລະ ມີປະສິດທິຜົນ.
ຫວຽດນາມ ມານະພະຍາມຍາມບັນລຸເປົ້າໝາຍຈຳກັດໂລກລະບາດໂດຍໄວ - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ປັນປະທານກອງປະຊຸມທາງໄກກັບບັນດາແຂວງ, ນະຄອນ)

ວັນທີ 29 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໄດ້ເປັນປະທານກອງປະຊຸມທາງໄກກັບບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ເມືອງ, ຕາແສງ, ເທດສະບານ ແລະ ເທດສະບານເມືອງກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດ. ນີ້ແມ່ນກອງປະຊຸມທາງໄກໂດຍມີການເຂົ້າຮ່ວມຂອງການນຳຂັ້ນຮາກຖານຫຼາຍທີ່ສຸດໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ພາຍຫຼັງຄະນະຊີ້ນຳໄດ້ຮັບການບູລະນະໃຫ້ສົມບູນ. ກອງປະຊຸມໄດ້ສະແດງໃຫ້ເຫັນການຮ່ວມແຮງຮ່ວມໃຈ, ຄວາມຕັດສິນໃຈບັນລຸເປົ້າໝາຍຈຳກັດໂລກລະບາດໂດຍໄວຂອງຫວຽດນາມ.

ກອງປະຊຸມທາງໄກກັບ 20 ແຂວງ, ນະຄອນຂຶ້ນກັບສູນກາງ, 209 ເມືອງ, ເທດສະບານ ແລະ  1.060 ຕາແສງ, ເທດສະບານເມືອງກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດ ພາຍຫຼັງລົງກວດກາ, ຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງນາຍົກລັດຖະມົນຕີຢູ່ບາງແຂວງ, ນະຄອນທາງພາກໃຕ້.

ການຫັນທິດຢ່າງຖືກຕ້ອງ

        ໃນການແຜ່ລະບາດຮອບທີ 4 ເລີ່ມແຕ່ວັນທີ 27 ເມສາ ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 420.000 ຄົນ, ໃນນັ້ນຜູ້ຕິດເຊື້ອພະຍາດ 50% ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ, ມີ 10.370 ຄົນເສຍຊີວິດ. ເຖິງຢ່າງໃດກໍ່ຕາມ, ເລື່ອງເພີ່ມທະວີການແຍກຫ່າງສັງຄົມໃນໄລຍະຜ່ານມາ ໄດ້ຊ່ວຍໃຫ້ບັນດາແຂວງມີການຫັນປ່ຽນຢ່າງຕັ້ງໜ້າ. ປະຈຸບັນ, ບັນດາກໍລະນີເສຍຊີວິດມີສັນຍານຫຼຸດລົງຍ້ອນປະສິດທິຜົນໃນເບື້ອງຕົ້ນຂອງການຜັນຂະຫຍາຍບັນດາມາດຕະການຢ່າງຕັ້ງໜ້າຕາມທິດນຳແມ່ນນຳການບໍລິການດ້ານສາທາລະນະສຸກເຂົ້າໃກ້ກັບປະຊາຊົນຢູ່ຕາມບ້ານ ຕາແສງ. ໃນຈຳນວນ 23 ແຂວງ, ນະຄອນປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16, ມີ 6 ແຂວງພວມສາມາດຄວບຄຸມໂລກລະບາດຕາມມາດຕະຖານຂອງກະຊວງສາທາລະນະສຸກຫວຽດນາມ; 13 ແຂວງ, ນະຄອນພວມມີສັນຍານດີຂຶ້ນ. ສ່ວນໃນບໍລິເວນນະຄອນ ໂຮ່ຈີມິນ, ບັນດາແຂວງ ບິ່ງເຢືອງ, ລອງອານ, ຕ່ຽນຢາງ ເຖິງວ່າຍັງບໍ່ທັນບັນລຸໄດ້ຄືດັ່ງຄວາມຫວັງຍ້ອນຫຼາຍປັດໃຈກໍ່ຕາມ ແຕ່ໄດ້ ແລະ ພວມມານະພະຍາຍາມ, ຜັນຂະຫຍາຍບັນດາມາດຕະການແກ້ໄຂໃນການປ້ອງກັນ ຕ້ານໂລກລະບາດຢ່າງຂ້ຽວຂາດ ເພື່ອສາມາດປະຕິບັດບັນດາມາດຕະຖານຄວບຄຸມໂລກລະບາດໄດ້.

ໂດຍກຳນົດວຽກງານຮັບປະກັນຊີວິດສັງຄົມແມ່ນສຳຄັນຍິ່ງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຕັ້ງໜ້າສົມທົບກັນ, ຮັບປະກັນການສະໜອງສິນຄ້າທີ່ຈຳເປັນ, ທັນຍາການ, ອາຫານໃຫ້ແກ່ປະຊາຊົນເພື່ອໃຫ້ມີຄວາມອຸ່ນອ່ຽນໃຈປະຕິບັດການແຍກຫ່າງ. ທັງ 19 ແຂວງ, ນະຄອນທາງພາກໃຕ້ ປະຕິບັດຄຳສັ່ງເລກທີ 16 ໄດ້ປະກາດໃຊ້ແຜນການໜູນຊ່ວຍ ແລະ ເພີ່ມບັນດາເປົ້າໝາຍດ້ວຍບັນດານະໂຍບາຍສະເພາະ, ເໝາະສົມກັບແຕ່ລະທ້ອງຖິ່ນ.

ຕ້ອງສະກັດກັ້ນ, ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ ແລະ ມີປະສິດທິຜົນ

ກ່າວຄຳເຫັນທີ່ກອງປະຊຸມ, ຜູ້ນຳລັດຖະບານໄດ້ເນັ້ນໜັກເຖິງຈິດໃຈລວມແມ່ນ: ຫວຽດນາມ ໄດ້ເສຍສະຫຼະທາງດ້ານເສດຖະກິດ-ສັງຄົມເພື່ອປະຕິບັດການແຍກຫ່າງແລ້ວ, ດັ່ງນັ້ນຕ້ອງບັນລຸໝາກຜົນການຕ້ານໂລກລະບາດໃຫ້ສຳລັດຜົນ, ຕ້ອງສະກັດກັ້ນ, ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ ແລະ ມີປະສິດທິຜົນ. ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີໄດ້ຕັກເຕືອນວ່າ ການແຍກຫ່າງສັງຄົມແມ່ນມາດຕະການຕ້ານການແຜ່ລະບາດ ສະນັ້ນຕ້ອງປະຕິບັດຢ່າງເຂັ້ມງວດ, ເຄັ່ງຄັດທີ່ສຸດ, ຄວບຄຸມຢ່າງມີປະສິດທິຜົນ. ໃນເວລາປະຕິບັດການແຍກຫ່າງສັງຄົມຕ້ອງປະຕິບັດການວິໄຈໄວ, ສັກວັກຊິນຢ່າງມີວິທະຍາສາດ, ບັນລຸປະສິດທິຜົນ ແລະ ຮອບດ້ານ.

ເມື່ອປະຕິບັດການແຍກຫ່າງສັງຄົມ, ປະຊາຊົນຈະປະສົບກັບຄວາມຫຍຸ້ງຍາກໃນການຊ່ວຍໜູນສັງຄົມ, ສະນັ້ນບັນດາກຳລັງຕ້ອງຮັບປະກັນບໍ່ປະໃຫ້ຜູ້ໃດຖືກຂາດແຄນຂອງກິນ, ເຄື່ອງນຸ່ງ. ພ້ອມກັນນັ້ນ ກໍ່ຮັບປະກັນໃຫ້ແກ່ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານການແພດໂດຍໄວ, ຕັ້ງໜ້າປິ່ນປົວເພື່ອຫຼຸດຜ່ອນກໍລະນີມີອາການເຈັບໜັກ, ກໍລະນີເສຍຊີວິດຍ້ອນໂລກລະບາດໂຄວິດ-19.

ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຕ້ອງຮັບປະກັນເລື່ອງເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຊີ້ນຳບັນດາທ້ອງຖິ່ນຄົ້ນຄວ້າການຍົກຍ້າຍປະຊາຊົນຢູ່ເຂດທີ່ມີລະດັບຄວາມ ໜາແໜ້ນເກີນໄປ ໄປສູ່ເຂດທີ່ມີລະດັບຄວາມໜາແໜ້ນໜ້ອຍກວ່າ, ປອດໄພ, ຈຳກັດການຕິດແປດກັນ. ບັນດາຕາແສງ, ເທດສະບານເມືອງ ຕ້ອງສ້າງໂທລະສັບສາຍດ່ວນເຄື່ອນໄຫວ 24/24 ຊົ່ວໂມງ ແລະ ແຈ້ງໃຫ້ປະຊາຊົນຮູ້ເພື່ອຕິດຕາມໃນກໍລະນີທີ່ຈຳເປັນ.

ໂດຍກຳນົດລັກສະນະສັບສົນ, ຮ້າຍແຮງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງໂລກລະບາດໂຄວິດ-19, ລັດຖະບານຫວຽດນາມ ໄດ້ວາງເປົ້າໝາຍຈຳກັດ, ຄວບຄຸມໂລກລະບາດ, ແຕ່ກໍ່ກຳນົດວ່າການຕໍ່ສູ້ນີ້ຍັງຍາວນານຢູ່, ຕ້ອງຮັບມື ແລະ ມີວິທີການເຮັດວຽກທີ່ເໝາະສົມ. ເລື່ອງເປັນເອກະພາບດ້ານເຈດຈຳນົງຈາກຂັ້ນສູນກາງລົງຮອດທ້ອງຖິ່ນ, ການຊີ້ນຳຢ່າງລຸລ່ວງ, ໃກ້ຊິດຂອງທຸກຂັ້ນທີ່ມີສິດອຳນາດ ຈະຊ່ວຍຫວຽດນາມ ຄວບຄຸມໂລກລະບາດໄດ້ເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ