ຫວຽດ​ນາມ ຢຶດ​ໝັ້ນ​ນະ​ໂຍ​ບາຍ​ເພື່ອ​ກາຍ​ເປັນ​ສະ​ຖານ​ທີ່ລົງ​ທຶນ​ແຖວ​ໜ້າ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາຫາກໍ່ສິ້ນສຸດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກຢູ່ Davos, ສະວິດ (WEF Davos 2024), ຢ້ຽມຢາມ ຮຸງກາຣີ ແລະ ໂຣມານີ ຢ່າງເປັນທາງການໃນລະຫວ່າງວັນທີ 16  23 ມັງກອນ. ບັນດາບົດກ່າວຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຢູ່ບັນດາເວທີປາໄສໄດ້ສົ່ງສານຢ່າງຈະແຈ້ງກ່ຽວກັບປະເທດຫວຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ແມ່ນສະຖານທີ່ລົງທຶນທີ່ດູດດື່ມສຳລັບບັນດາກຸ່ມບໍລິສັດທົ່ວໂລກ. ການເດີນທາງໄປປະຕິບັດງານ ໄດ້ແຜ່ກະຈາຍ ຢ່າງແຮງກ່ຽວກັບພາບພົດຂອງ ຫວຽດນາມ ທີ່ມີຖານະບົດບາດ, ຄວາມສາມາດບົ່ມຊ້ອນ ແລະ ອິດສິພົນຊື່ສຽງ, ສະຖານທີ່ລົງທຶນແຖວໜ້າໃຫ້ແກ່ບັນດານັກລົງທຶນຕ່າງປະເທດ.

ຫວຽດ​ນາມ ຢຶດ​ໝັ້ນ​ນະ​ໂຍ​ບາຍ​ເພື່ອ​ກາຍ​ເປັນ​ສະ​ຖານ​ທີ່ລົງ​ທຶນ​ແຖວ​ໜ້າ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາຍຸດທະສາດແຫ່ງຊາດ ຫວຽດນາມ - WEF (ພາບ: TTXVN)

ຢູ່ WEF 2024, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານ, ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ບັນດາເຫດການຄື: ການໂອ້ລົມສົນທະນາ ກ່ຽວກັບການຮ່ວມມືພັດທະນາໃນຂົງເຂດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ ແລະ ລົດໂອໂຕ, ການໂອ້ລົມສົນທະນາຍຸດທະສາດແຫ່ງຊາດ ຫວຽດນາມ - WEF, ການໂອ້ລົມສົນທະນານະໂຍບາຍ “ຫວຽດນາມ - ກຳນົດທິດວິໄສທັດທົ່ວໂລກ”, ໂອ້ລົມສົນທະນາກ່ຽວກັບການຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່ຢູ່ ຫວຽດນາມ, ວາລະປຶກສາຫາລື “ຊຸກຍູ້ບົດບາດຮ່ວມມືທົ່ວໂລກ ໃນ ອາຊຽນ”.

ຫວຽດນາມ ຢຶດໝັ້ນນະໂຍບາຍສ້າງຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດ

ກ່າວຄຳເຫັນທີ່ວາລະສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນບາງປັດໄຈມີລັກສະນະພື້ນຖານ ເພື່ອໃຫ້ ຫວຽດນາມ ກາຍເປັນສະຖານທີ່ລົງທຶນປອດໄພ, ປອດໄສ, ຍືນຍົງ. ຕາມນັ້ນແລ້ວ, ຫວຽດນາມ ພັດທະນາພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ສ້າງການພົວພັນທາງການທູດກັບຫຼາຍກ່ວາ 190 ປະເທດ, ໃນນັ້ນມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫຼືຄູ່ຮ່ວມມືຍຸດທະສາດກັບ 5 ປະເທດກຳມະການຖາວອນ ສະພາຄວາມໝັ້ນຄົງ ສປຊ ແລະ ຫຼາຍປະເທດສະມາຊິກ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20); ເຊັນສັນຍາການຄ້າເສລີ (FTA) 16 ສະບັບ ກັບ 60ກ່ວາປະເທດ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຍູ້ແຮງ 3 ບຸກທະລຸຍຸດທະສາດລວມມີ: ສ້າງພື້ນຖານໂຄງລ່າງຍຸດທະສາດ ເພື່ອຫຼຸດຜ່ອນຄ່າບໍລິການ logistics, ຄ່າສົ້ນເຂົ້າ, ເພີ່ມກຳລັງແກ້ງແຍ້ງຂອງຜະລິດຕະພັນ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສ້າງລະບອບລະບຽບການໃຫ້ສົມບູນແບບເພື່ອສ້າງຄວາມສະດວກ, ຫຼຸດຜ່ອນຄ່າໃຊ້ຈ່າຍຕ່າງໆໃຫ້ແກ່ວິສາຫະກິດ, ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:

ບັນຫາທີ່ກ່ຽວຂ້ອງເຖິງການຫັນເປັນດີຈີຕອນ, ໃນນັ້ນມີປັນຍາປະດິດ ແລະ ບັນຫາທີ່ກ່ຽວຂ້ອງເຖິງການຫັນເປັນສີຂຽວ ແມ່ນສອງບັນຫາທີ່ ຕ້ອງໄດ້ຮັບການໃຫ້ບຸລິມະສິດ. ນີ້ແມ່ນທ່າອ່ຽງພັດທະນາຂອງໂລກ, ດັ່ງນັ້ນແມ່ນຄວາມຮຽກຮ້ອງຕ້ອງການທີ່ພາວະວິໄສ. ນີ້ກໍ່ແມ່ນການຄັດເລືອກຍຸດທະສາດ ແລະ ໃຫ້ບຸລິມະສິດແຖວໜ້າ ຂອງພວກຂ້າພະເຈົ້າ. ຢາກເຮັດໄດ້ສິ່ງນັ້ນ ພວກຂ້າພະເຈົ້າຕ້ອງເຮັດສາມວຽກງານບຸກທະລຸຍຸດທະສາດສຳຄັນທີ່ສຸດໃຫ້ໄດ້ ຢ່າງແທດຈິງ. ທີໜຶ່ງ ແມ່ນບຸກທະລຸກກ່ຽວກັບລະບອບລະບຽບການ, ຍ້ອນວ່າເມື່ອຫັນປ່ຽນຕ້ອງຫັນປ່ຽນທັງລະບອບລະບຽບການ. ທີສອງ ແມ່ນກ່ຽວກັບພື້ນຖານໂຄງລ່າງ, ໃນນັ້ນມີພື້ນຖານໂຄງລ່າງກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານແມ່ນສຳຄັນທີ່ສຸດ. ທີສາມແມ່ນມະນຸດ. ເຖິງວ່າມີປັນຍາປະດິດ, ແຕ່ມະນຸດຍັງມັດປັດໄຈຕັດສິນ. ເພາະສະນັ້ນ, ຕ້ອງສຸມໃສ່ເຂົ້າການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ໄປຄຽງຄູ່ກັນນັ້ນ, ຢູ່ບັນດາການພົບປະສອງຝ່າຍ ກັບການນຳ WEF, ປະມຸກລັດບາງປະເທດ ກໍ່ຄືໃນການພົບປະກັບການນຳກຸ່ມບໍລິສັດແຖວໜ້າໂລກ ໃນບັນດາຂົງເຂດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ດ້ວຍຈິດໃຈ “ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ”. ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກ ຕາມຂໍ້ກຳນົດຂອງກົດໝາຍເພື່ອໃຫ້ບັນດານັກລົງທຶນຕ່າງປະເທດມີການດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ຫວຽດນາມ.

ສາກົນ ປະທັບໃຈຕໍ່ຫວຽດນາມ - ໜື່ງໃນບັນດາສະຖານທີ່ລົງທຶນທີ່ດູດດື່ມທີ່ສຸດຂອງພາກພື້ນ ແລະ ໂລກ

ຢູ່ບັນດາເວທີປາໄສ, ຜູ້ຕ່າງໜ້າບັນດາກຸ່ມບໍລິສັດ, ວິສາຫະກິດໄດ້ສະແດງຄວາມປະທັບໃຈ ກ່ຽວກັບວິໄສທັດ ພັດທະນາຍຸດທະສາດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມສົນໃຈຕໍ່ບັນດາໂອກາດລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ແລະ ຍົກອອກບັນດາຄຳໝັ້ນສັນຍາ ຈັດບັນດາຄະນະວິສາຫະກິດ ໃຫຍ່ມາຫວຽດນາມ ເພື່ອຊອກຫາໂອກາດຮ່ວມມື, ລົງທຶນໃນໄລຍະຈະມາເຖິງ.

ຫວຽດ​ນາມ ຢຶດ​ໝັ້ນ​ນະ​ໂຍ​ບາຍ​ເພື່ອ​ກາຍ​ເປັນ​ສະ​ຖານ​ທີ່ລົງ​ທຶນ​ແຖວ​ໜ້າ - ảnh 2ທ່ານນາງ ຫງວຽນມິງຮັງ ຮອງລັດຖະມົນຕີກະຊວງການຕ່າງປະເທດ (ພາບ: TTXVN)

ໃນນັ້ນ, ທ່ານ Pascal Gerken ປະທານກິດຕິມະສັກ ອົງການຈັດຕັ້ງບັນດາການນຳວິສາຫະກິດໜຸ່ມທົ່ວໂລກ (YPO),   ແລະ ບັນດາຜູ້ແທນໄດ້ສະແດງຄວາມປະທັບໃຈໃນສະພາບການໂລກປະສົບກັບຄວາມຫຍຸ້ງຍາກນາໆປະການ, ຫວຽດນາມ ຍັງບັນລຸໝາກຜົນພັດທະນາເສດຖະກິດ - ສັງຄົມທີ່ປະທັບໃຈໃນປີ 2023, ດ້ວຍຍອດຜະລິດຕະພັນພາຍໃນປະເທດ(GDP)  ເພີ່ມຂຶ້ນ 5,05%; ຄວບຄຸມໄດ້ໄພເງິນເຟີ້; ການດຶງດູດ ເງິນລົງທຶນໂດຍກົງຕ່າງປະເທດ(FDI)  ບັນລຸລະດັບສູງ. ພ້ອມກັນນັ້ນ, ປີ 2023 ຫວຽດນາມ ແມ່ນປະເທດໜຶ່ງດຽວໄດ້ຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ມາຢ້ຽມຢາມ.

ພ້ອມກັນນັ້ນ, ບັນດານັກຊ່ຽວຊານກໍ່ຖືວ່າ ຜ່ານການເຄື່ອນໄຫວຂອງ WEF, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສືບຕໍສະແດງໃຫ້ເພື່ອນມິດເຫັນ ຫວຽດນາມ ແມ່ນປະເທດທີ່ມີທ່າແຮງໃນບັນດາແຜນການເສດຖະກິດ, ກຳນົດທິດອະນາຄົດ, ສຸມໃສ່ການເຕີບໂຕແບບຍືນຍົງ. ທ່ານນາງ ຫງວຽນມິງຮັງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ:

ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ແລະ ບັນດາການແບ່ງປັນຂອງທ່ານນາຍົກລັດຖະມົນຕີ, ການຕີລາຄາກ່ຽວກັບວິໄສທັດ, ທັດສະນະພັດທະນາໃນປັດຈຸບັນ, ບັນດາຂໍ້ສະເໜີຂອງ ຫວຽດນາມ ຕໍ່ບັນດາວິທີການແກ້ໄຂເພື່ອຊຸກຍູ້ການເຕີບໂຕທົ່ວໂລກ ແລະ ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ຈາກບັນດາບົດຮຽນປະສົບການໃນຕົວຈິງຂອງ ຫວຽດນາມ, ຂອງ ອາຊຽນ ຈະສືບຕໍ່ສະແດງໃຫ້ເຫັນການປະກອບສ່ວນຢ່າງມີຄວາມຮັບຜິດຊອບ ຂອງ ຫວຽດນາມ ຕໍ່ສັນຕິພາບ, ການພັດທະນາ ຂອງ ບັນດາບັນຫາທົ່ວໂລກ, ຜ່ານນັ້ນ ສືບຕໍ່ຢັ້ງຢືນ ແລະ ຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງ ຫວຽດນາມ ໃຫ້ສູງກ່ວາອີກ ບົນເວທີສາກົນ ແລະ ພິເສດແມ່ນສຳລັບປະຊາຄົມວິສາຫະກິດທົ່ວໂລກ.

ໝາກຜົນຂອງການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊ່ວຍ ໃຫ້ເພື່ອນມິດສາກົນ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຄວາມສາມາດບົ່ມຊ້ອມຮ່ວມມືກໍ່ຄືຖານະບົດບາດ, ທີ່ຕັ້ງບົນເວທີສາກົນຂອງ ຫວຽດນາມ, ຜ່ານນັ້ນ ຫວຽດນາມ ອາດສາມາດດຶງດູດບັນດາແຫຼ່ງກຳລັງຢ່າງສຸດຂີດ ເພື່ອຮັບໃຊ້ ການພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ