ຫວ​ຽດ​ນາມ - ສະ​ຖານ​ທີ່​ລົງທຶນທີ່ດີສຳລັບການລົງ​ທຶນ​ຕ່າງ​ປະ​ເທດ ໃນ​ປີ 2024

(VOVWORLD) - ຕາມຂໍ້ມູນ ຈາກກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໄລ່ຮອດວັນທີ 20 ມັງກອນ, ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ ຈົດທະບຽນໃໝ່, ທຶນດັດປັບ ແລະ ປະກອບຊື້ຫຸ້ນຂອງນັກລົງທຶນຕ່າງປະເທດບັນລຸກ່ວາ 2,36 ຕື້ USD, ເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສັນຍານທີ່ຕັ້ງໜ້າ ນັບແຕ່ເດືອນທຳອິດຂອງປີ 2024 ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຍັງແມ່ນໜຶ່ງໃນບັນດາການເລືອກເຟັ້ນແຖວໜ້າຂອງແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນປີ 2024.

ຫວ​ຽດ​ນາມ - ສະ​ຖານ​ທີ່​ລົງທຶນທີ່ດີສຳລັບການລົງ​ທຶນ​ຕ່າງ​ປະ​ເທດ ໃນ​ປີ 2024 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ບັນດານັກລົງທຶນສາກົນ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ດູດດື່ມ, ປອດໄພ. ສິ່ງນີ້ໄດ້ສະແດງໃຫ້ເຫັນຜ່ານສະພາບການລົງທຶນທົ່ວໂລກ ມີທ່າອ່ຽງຊ້າລົງ ແຕ່ຫວຽດນາມ ຍັງແມ່ນໜຶ່ງໃນບັນດາການເລືອກເຟັ້ນໂດຍບຸລິມະສິດຂອງບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນໃນເວລາມໍ່ໆມານີ້, ຫວຽດນາມ ໄດ້ກາຍເປັນສະຖານທີ່ເປັນໜ້າສົນໃຈຂອງຂະແໜງເຄິ່ງຊັກນຳໄຟຟ້າ, ບັນດາຂະແໜງອຸດສາຫະກຳເຕັກໂນໂລຢີສູງ… ບົດລາຍງານສະບັບຫຼ້າສຸດຂອງ ທະນາຄານ HSBC ໄດ້ໃຫ້ຂໍ້ສັງເກດວ່າ ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍທາງການຄ້າ, ຫວຽດນາມ ຍັງສືບຕໍ່ນຳໜ້າໃນການດຶງດູດແຫຼ່ງເງິນລົງທຶນ FDI ທີ່ມີຄຸນນະພາບຢູ່ອາຊີຕາເວັນອອກສ່ຽງໃຕ້.

ຫວຽດນາມ - ສະຖານທີ່ລົງທຶນແຖວໜ້າຂອງບັນດານັກລົງທຶນ

ຄາດວ່າ, ບັນດາຜະລິດຕະພັນເຄື່ອງຫຼິ້ນ LEGO "Made in Vietnam" ທີ່ມີຄຸນນະພາບສູງ ຈະສົ່ງອອກຂາຍສູ່ທ້ອງຕະຫຼາດໃນ 6 ເດືອນທ້າຍປີ 2024. ນີ້ແມ່ນໝາກຜົນຈາກການລົງທຶນເປັນຈຳນວນ 1,3 ຕື້ USD ນັບແຕ່ປີ 2022 ຂອງກຸ່ມບໍລິສັດ LEGO (ແດນມາກ). ໄລ່ມາຮອດປັດຈຸບັນ, ນີ້ແມ່ນໜຶ່ງໃນບັນດາບ້ວງເງິນລົງທຶນໃຫຍ່ທີ່ສຸດ ຈາກບໍລິສັດ ແດນມາກ ເຂົ້າມາ ຫວຽດນາມ. ເມື່ຶອເຕື້ອງເຖິງສາຍເຫດທີ່ເລືອກເອົາ ຫວຽດນາມ ແມ່ນສະຖານທີ່ລົງທຶນກໍ່ສ້າງໂຮງງານແຫ່ງທີ 2 ຂອງກຸ່ມບໍລິສັດ LEGO ຢູ່ ອາຊີ, ທ່ານ Preben Elnef ຮອງປະທານກຸ່ມບໍລິສັດ LEGO ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດຜະລິດ LEGO ຢູ່ ຫວຽດນາມ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ຄົ້ນຄ້ວາກ່ຽວກັບຫຼາຍປະເທດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໃນນັ້ນ, ພວກຂ້າພະເຈົ້າເລືອກເອົາ ຫວຽດນາມ ຍ້ອນຫຼາຍສາຍເຫດຄື: ສະພາບການເມືອງມີສະຖຽນລະພາບ, ແຫຼ່ງແຮງງານທີ່ອຸດົມສົມບູນ ແລະ ມີບົດຮຽນປະສົບການ… ພວກຂ້າພະເຈົ້າໄດ້ໄຈ້ແຍກຂໍ້ມູນຕ່າງໆ, ລະອຽດແມ່ນຫຼາຍກ່ວາ 10 ຢ່າງ ແລະ ພວກຂ້າພະເຈົ້າຕັດສິນໃຈເລືອກເອົາ ຫວຽດນາມ. ພວກຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເລືອກເອົາ ຫວຽດນາມ ແລະ ຮູ້ສຶກພາກພູມໃຈຍ້ອນວ່າປັດຈຸບັນ ພວກຂ້າພະເຈົ້າໄດ້ມີໜ້າຢູ່ທີ່ນີ້.

ໄລ່ມາຮອດປັດຈຸບັນ, ມີທັງໝົດ 111 ປະເທດ ແລະ ເຂດແຄ້ວນ ໄດ້ມາລົງທຶນຢູ່ ຫວຽດນາມ. ທ່ານນາງ Erin L.Murphy ສະມາຊິກລະດັບສູງຂອງສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ (CSIS),  ຮັບຜິດຊອບ ໂຄງການອາຊີ ໃຫ້ຮູ້ວ່າ:

 ຫວຽດນາມ ມີ 70% ປະຊາກອນ ມີອາຍຸຕ່ຳກ່ວາ 35 ປີ. ເຂົາເຈົ້າມີລະດັບວິຊາສະເພາະສູງ, ເຕັກນິກກໍ່ຢູ່ລະດັບສູງ. ສິ່ງນີ້ຊ່ວຍໃຫ້ ຫວຽດນາມ ມີກຳລັງແຮງງານທີ່ມີລະດັບເຕັກນິກກ່ຽວກັບອຸດສາຫະກຳສູງ. ຫວຽດນາມ ກໍ່ແມ່ນພື້ນຖານວັດທະນະທຳ Startup ຢ່າງແຮງ. ສະຖານທີ່ແຫ່ງນີ້ມີຫຼາຍນັກລົງທຶນສາກົນມາລົງທຶນ, ບາງຄົນມາຢູ່ແຕ່ຊຸມປີ 1990, ໃນນັ້ນມີກຸ່ມບໍລິສັດ IBM. ໄປຄຽງຄູ່ກັນນັ້ນ, ລັດຖະບານ ຫວຽດນາມ ໄດ້ຍົກອອກບັນດາບຸລິມະສິດກ່ຽວກັບພາສີ, ສ້າງເງື່ອນໄຂເພື່ອໃຫ້ບັນດານັກລົງທຶນ ມາລົງທຶນຢູ່ ຫວຽດນາມ ຢ່າງງ່າຍດາຍ.

ໃນສະພາບການພູມີສາດການເມືອງໃນໂລກທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຫວຽດນາມ ຍັງສືບຕໍ່ດຶງດູດບັນດານັກລົງທຶນຕ່າງປະເທດໃຫຍ່ ໃນຂົງເຂດເຕັກໂນໂລຢີ. ກຳລັງດຶງດູດຂອງ ຫວຽດນາມ ສຳລັບບັນດານັກລົງທຶນຕ່າງປະເທດ ຍັງໄດ້ສະແດງໃຫ້ເຫັນວ່າ ໃນການສຳຫຼວດ, ມີ 62% ຈຳນວນວິສາຫະກິດສະມາຊິກ ສະຫະສະມາຄົມວິສາຫະກິດ ເອີລົບ ຢູ່ ຫວຽດນາມ (EuroCham) ໄດ້ຈັດຫວຽດນາມ ນອນໃນ Top 10 ສະຖານທີ່ລົງທຶນທົ່ວໂລກແຖວໜ້າ, ໃນນັ້ນ 17% ຈັດຫວຽດນາມ ຢືນອັນດັບສູງສຸດ.

ຫວ​ຽດ​ນາມ - ສະ​ຖານ​ທີ່​ລົງທຶນທີ່ດີສຳລັບການລົງ​ທຶນ​ຕ່າງ​ປະ​ເທດ ໃນ​ປີ 2024 - ảnh 2ພາບປະກອບ: TTXVN

ລັດຖະບານຍາມໃດກໍ່ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວິສາຫະກິດມາລົງທຶນຢູ່ ຫວຽດນາມ

ລັດຖະບານ ຫວຽດນາມ ຍາມໃດກໍ່ກຳນົດການລົງທຶນຕ່າງປະເທດ ແມ່ນແຫຼ່ງກຳລັງສຳຄັນ ເພື່ອປະກອບສ່ວນຊຸກຍູ້ການເຕີບໂຕ, ຮັບປະກັນວຽກເຮັດງານທຳ, ການດຳລົງຊີວິດໃຫ້ແກ່ປະຊາຊົນ. ດັ່ງນັ້ນ, ຫວຽດນາມ ມີແຜນນະໂຍບາຍດຶງດູດ, ຮ່ວມມືລົງທຶນທີ່ມີການເລືອກເຟັ້ນ, ຖືຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຢີ ແລະ ການປົກປັກຮັກສາສິ່ງແວດລ້ອມແມ່ນມາດຖານຕີລາຄາຕົ້ນຕໍ.

ດ້ວຍທິດນຳທີ່ວ່າ “ຜົນສຳເລັດຂອງນັກລົງທຶນ ກໍ່ແມ່ນຜົນສຳເລັດຂອງ ຫວຽດນາມ”, ຫວຽດນາມ ຍາມໃດກໍ່ຕ້ອນຮັບ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນເພື່ອຕ່າງຝ່າຍຕ່າງມີການພັດທະນາ. ກ່າວຄຳເຫັນທີ່ກອງປະຊຸມ ນາຍົກລັດຖະມົນຕີ ກັບວົງຄະນະຍາດວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດຢູ່ ຫວຽດນາມ ດ້ວຍຫົວຂໍ້ “ຮ່ວມເດີນທາງ ແລະ ພັດທະນາ”, ວັນທີ 16 ຕຸລາ 2023, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກອອກ 3 ຄຳໝັ້ນສັນຍາກັບບັນດານັກລົງທຶນ, ນັ້ນແມ່ນ:

ຫວຽດນາມ ຍາມໃດກໍ່ປົກປ້ອງບັນດາສິດ, ຜົນປະໂຫຍດອັນຊອບທຳຂອງນັກລົງທຶນໃນບໍ່ວ່າກໍລະນີໃດໆ. ຄຳໝັ້ນສັນຍາທີສອງແມ່ນ ຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງກາລະໂອກາດ, ຄວາມສະດວກເພື່ອໃຫ້ບັນດານັກລົງທຶນຕ່າງປະເທດ ຮັບປະກັນຜົນປະໂຫຍ, ມີສະຖຽນລະພາບທີ່ຍາວນານ, ຍືນຍົງຢູ່ ຫວຽດນາມ. ຄຳໝັ້ນສັນຍາ ທີ 3 ແມ່ນບໍ່ຫັນບັນດາການພົວພັນດ້ານເສດຖະກິດ, ການພົວພັນພົນລະເຮືອນ ເປັນບັນຫາອາຍາ, ແຕ່ຕ້ອງແກ້ໄຂບັນດາຜູ້ກະທຳຜິດ, ລະເມີດກົດໝາຍ ເພື່ອປົກປ້ອງຜູ້ປະຕິບັດຕາມກົດໝາຍ ແລະ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລະບົບນິເວດແຫ່ງການຜະລິດດຳເນີນທຸລະກິດທີ່ມີຄວາມສະເໝີພາບ, ປອດໄສ ແລະ ຍືນຍົງ.

ຕາມການຄາດຄະເນຂອງນັກຊ່ຽວຊານແລ້ວ, ແຫຼ່ງເງິນລົງທຶນ FDI ເຂົ້າ ຫວຽດນາມ ຈະສືບຕໍ່ເຕີບໂຕເປັນຢ່າງດີໃນປີ 2024 ແລະ ຊຸມປີຕໍ່ໄປ, ເປັນຕົ້ນແມ່ນໃນສະພາບການຫວຽດນາມ ໄດ້ເຊັນສັນຍາການຄ້າເສລີ (FTA)  16 ສະບັບກັບຫຼາຍກ່ວາ 60 ປະເທດ, ມີການພົວພັນຄູ່ຮ່ວມມືກັບຫຼາຍປະເທດສະມາຊິກຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20)…

ຕອບກັບ

ຂ່າວ/ບົດ​ອື່ນ