ຫວຽດນາມ ສ້າງ“ຍຸດທະສາດການເຕີບໂຕຂຽວ”

(vovworld) -  ຫວຽດນາມ ພວມ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ​ຈາກ​ສະພາບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເພື່ອ​ປະຕິບັດ​ຈຸດໝາຍ​ຮ່ວມ​ແຮງ​ຮ່ວມ​​ໃຈ​ພ້ອມ​ກັບ​ໂລກ​​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ “ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ” ​ເພື່ອ​ແກ້​ໄຂສະພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຫລຸດຜ່ອນ​ການ​ປ່ອຍອາຍ​ພິດ​ເຮືອນ​ແກ້ວ, ຮັບ​ມືກັບລະດັບ​ນ້ຳ​ທະ​ເລເພີ່ມ​ຂຶ້ນສູງ ​​ເພື່ອ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ໃນ​ຮອບ​ເວລາ 10 ປີ​ຈະ​ມາ​ເຖິງ.

        ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ​ຂອງ​ ຫວຽດນາມ ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ​ສ້າງ​ຂຶ້ນ. ຈຸດໝາຍ​ສັງ​ລວມຂອງ​ຍຸດ​ທະ​ສາດ​ນີ້ ​​ແມ່ນເພື່ອ​ແນ​ໃສ່​ປ່ຽນ​ແປງ​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ ​ຫວຽດນາມ ​ກາຍ​ເປັນ​ຮູບ​ແບບ​ທີ່ອີງ​ໃສ່​ການ​ປ່ອຍ​ອາຍ​ກາກ​ບອນ​ຕ່ຳ, ຜະລິດ ​ແລະ​ ນຳ​​ໃຊ້​ຂຽວ ພ້ອມ​ກັບ​ການສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫ່ມ ​ເພື່ອ​​ການ​ເຕີບ​ໂຕ​ເສດຖະກິດ​​ຕິດ​ພັນ​ກັບຄວາມ​ກ້າວຫນ້າ ​ແລະ ຄວາມຍຸຕິ​ທຳ​ທາງ​ສັງຄົມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ. ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ນັກ​ຄຸ້ມ​ຄອງ​ແລ້ວ, ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ ຈະ​ແມ່ນ​ມາດ​ຕະການ​ທີ່ມີ​ປະສິດທິ​ຜົນ ບໍ່​ພຽງ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​, ປົວ​ແປງ​ສິ່ງ​ແວດ​ລ້ອມ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ອີກ​ດ້ວຍ. ທ່ານ Pham Hoang Mai ຫົວຫນ້າ​ກົມ​ວິທະຍາສາດ​ສຶກສາ ​ແລະ ຊັບພະຍາກອນ​ສິ່ງ​ແວດ​ລ້ອມ, ສັງກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ສຳລັບ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ​ຂອງ​ຫວຽດນາມ, ພວກ​ຂ້າພະ​ເຈົ້າ​ສຸ​ມ​ໃສ່​ເຂົ້າ​ໃນ​ 3  ຈຸດໝາຍ​ຕົ້ນ​ຕໍ. ນັ້ນ​ແມ່ນ ສົ່ງ​ເສີມ​ບັນດາ​ຂະ​ແຫນງ​ອຸດສາຫະກຳ, ບັນດາຂະ​ແຫນງ​ເສດຖະກິດ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ ດ້ວຍ​ມູນ​ຄ່າ​ເພີ່ມ​ສູງ, ຈຳກັດ, ກ້າວ​ໄປ​ເຖິງ​ການ​ລົບ​ລ້າງ​ບັນດາ​ຂະ​ແຫນງ, ອາຊີບ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ຟຸມ​ເຟືອຍ, ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ທີ​ສອງແມ່ນ​ນຳ​ໃຊ້ ​ແລະ ພັດທະນາ​ບັນດາ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ ​​ແນ​ໃສ່ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ, ​ຫລຸ​ດຜ່ອນ​ການ​ປ່ອຍ​ອາຍ​ພິ​ດ​ເຮືອນ​ແກ້ວ ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຈຸດ​ໝາຍ​ທີ​ສາມ ​ແມ່​ນຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ໂດຍ​ຜ່ານ​ເລື່ອງ​ສ້າງ​ວຽກ​ເຮັດ​ງານ​ທຳ​ຈາກ​ບັນດາ​ຂະ​ແຫນງ​ອຸດສາຫະກຳ​ຂຽວ ​ແລະ ປັບປຸງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຜ່ານ​ການ​ສ້າງ​​ແບບ​ແຜນ​ດຳ​ລົງ​ຊີວິດ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ.”

ຫວຽດນາມ ສ້າງ“ຍຸດທະສາດການເຕີບໂຕຂຽວ” - ảnh 1
ມູ້ງໄປເຖິງການເຕີບໂຕຂຽວ
ພາບປະກອບ: internet

        ຕາມ​​ຮ່າງ​​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ​ແລ້ວ,​ ບໍ່​ສະ​ເພາະ​ອົງການຄຸ້ມ​ຄອງ​ທຸກຂັ້ນ​, ບັນດາ​ວິ​ສາ​ຫະກິດ​ເທົ່າ​ນັ້ນ ຫາ​ກທັງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ສັງຄົມ​ລ້ວນ​ແຕ່​ຕ້ອງ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ຕາມ​ທ່ານ Pham Hoang Mai ​ແລ້ວ, ປັດ​ໄຈ​ນີ້ ຈະ​ເຮັດ​ໃຫ້​ຮູບ​​ແບບ​ການ​ເຕີບ​​ໂຕຢູ່​ ຫວຽດນາມ ​ໃນປະຈຸ​ບັນ​ປ່ຽນ​ແປງ​ເທື່ອ​ລະ​ກ້າວ.

        “ການ​ເຕີບ​ໂຕ​ຂຽວ​ຢູ່ ຫວຽດນາມ ​ແມ່ນ​ການ​ເຕີບ​ໂຕທີ່​ອີງ​ໃສ່​ຮູບ​ແບບ​ການ​ເຕີ​ບ​ໂຕ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິ​ດຄືນ​​ໃຫມ່ ​ເພື່ອ​ນຳ​ໃຊ້​ທ່າ​ໄດ້​ປຽບ​, ຍົກ​ສູງ​ປະສິດທິ​ຜົນ ​ແລະ ກຳລັງ​ແກ້ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ​ ໂດຍຜ່ານ​ການ​ຄົ້ນ​ຄ້ວາ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ກ້າວຫນ້າ, ພັດທະນາ​ລະບົບ​ພື້ນຖານ​ໂຄງ​ລ່າງ​ທັນ​ສະ​ໄຫມ ​ເພື່ອ​ນຳ​ໃຊ້​ຊັບພະຍາກອນທຳ​ມະ​ຊາດ, ຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິ​ດ​ເຮືອນ​ແກ້ວ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະກອບສ່ວນ​​ລົບ​ລ້າງ​ຄວາ​ມອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ສ້າງ​ກຳລັງ​ຫນູນ​ເພື່ອ​ການ​ເຕີບ​ໂຕ​​ເສດຖະກິ​ດຢ່າງ​ໝັ້ນຄົງ.”

        ​ເຖິງວ່າພຽງ​ແຕ່​ແມ່ນ​ແຜນຮ່າງ​ເທົ່າ​ນັ້ນ ​ແຕ່​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະຫນັບສະຫນູນ​ຈາກຫລາຍ​ກະຊວງ, ຂະ​ແຫນງ​ການ ​ແລະ ອົງການ​ຈັດ​ຕັ້ງ​ສັງຄົມ. ທ່ານ Mai Duc Chinh ຮອງ​ຫົວຫນ້າ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຮັບ​ຮູ້​ ​ແລະ ກຳນົດ​ຢ່າງ​ຈະ​ແຈ້ງວ່າ ​ເສດຖະກິດ​ຂຽວ​ແມ່ນ​ພື້ນຖານ​ເສດຖະກິດ​ຈຳ​ເປັນ​ທີ່​ສຸດ​ໃນ​​ໄລຍະ​ວິ​ກິດ​ການ​ເສດຖະກິດ, ວິ​ກິດ​ການ​ຊີວະ​ພາບ​ຂອງ ​ຫວຽດນາມ. ບົນ​ພື້ນຖານ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ສ້າງ​ຍຸດ​ທະ​ສາດ​ອັນ​ລະອຽດ ຂອງ​ກຳ​ມະ​ບານ​ ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກັບລັດຖະບານ​ໃນ​ວິວັດ​ການ​ຫັນປ່ຽນ ແລະ ປະຕິ​ບັດ​ພື້ນຖານ​ເສດຖະກິດ​ຂຽວ ​ເພື່ອ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ພື້ນຖານ​ເສດຖະກິດ ທັງ​ຮັບປະກັນ​ຊີວິດ​ສັງຄົມ.”

        ດ້ວຍ​​ບົດບາດ​ໜ້າ​ທີ່​ຄຸ້ມ​ຄອງລັດ​ກ່ຽວ​ກັບ​ອຸດສາຫະກຳ ​ແລະ ການ​ຄ້າ, ກະຊວງ​ອຸດສາຫະກຳ​ການ​ຄ້າ ​ຫວຽດນາມ ກໍ​ພວມ​ສ້າງ​ຍຸດ​ທະ​ສາດສະ​ເພາະ ​ເພື່ອ​​ແນ​ໃສ່​ປະກອບສ່ວນສ້າງ​ສັງຄົມ​ພັດທະນາ​ຕາມ​ທິດ​ຂຽວ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ ຊຶ່ງ​ຖືກ​ຈັດ​ຂຶ້ນ​ຫວ່າງ​ແລ້ວ​ນີ້​ຢູ່ ຮ່າ​ໂນ້ຍ, ທ່ານ Huynh Dac Thang ຮອງ​ຫົວຫນ້າ​ກົມ​ແຜນການ ສັງກັດ​ກະຊວງ​ອຸດສາຫະກຳ​ ການ​ຄ້າ​​ໃຫ້​ຮູ້​ວ່າ​ ກະຊວງ​ອຸດສາຫະກຳ ການ​ຄ້າ ຈະ​ຊອກ​ວິ​ທີ​ສົ່ງ​ເສີມ​ສັງຄົມ​ນຳ​ໃຊ້​ພະລັງງານ​ຜະລິດ​ຄືນ​ໃຫມ່.

        “ຄວາມ​ຈິງ​ຊີ້​ໃຫ້​ເຫັນ​ວ່າ ພ້ອມ​ກັບ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງກ່ຽວ​ກັບ​ເສດຖະກິດ​ໃນ​ໄລຍະ​ຜ່ານ​ມາ, ຄວາມ​ຕ້ອງການ​ນຳ​ໃຊ້​ພະລັງງານ​ກໍ​ໄດ້ເພີ່ມຂຶ້ນ​ຢ່າງ​ວ່ອງ​ໄວ. ​ເລື່ອງ​ໂຄສະນາ, ສົ່ງ​ເສີມ​ການ​ນຳ​ໃຊ້​ພະລັງ​ງານ​ທີ່​ຜະລິດ​ຄືນ​ໃຫມ່ນັ້ນ ບໍ່​ພຽງ​ແຕ່​ສົ່ງ​ຜົນ​ກະທົບ​ເຖິງ​ພື້ນຖານ​ເສດຖະກິດ​ຂຽວ​ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ກວ້າງ​ການ​ຟຶ້ນຟູ​ຕະຫລາດ​ແຮງງານອີກ​ດ້ວຍ. ບັນດາ​ວຽກ​ງານ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ຫລື ຮັກສາ​ຜ່ານ​ວິວັດ​ການ​ລົງທຶນ​ດ້ານ​ເຕັກນິກ, ວິວັດ​ການ​ຜະລິດ​ພະລັງງານ​ຄືນ​ໃຫມ່​ຈະ​ສ້າງໃຫ້​ມີ​ບັນດາ​ວຽກ​ງານ​ໃຫມ່.”

        ຕາມ​ແຜນການ​ແລ້ວ, ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ​ພາຍຫລັງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ລັດຖະບານ​ໃນ​ເດືອນ 6 ຈະ​ມາ​ເຖິງ ຈະ​ໄດ້​ຮັບ​ການ​ປະຕິບັດນັບ​ແຕ່​ນີ້​ຮອດ​ປີ 2020. ຄາດ​ວ່າ ພາຍຫລັງ 10 ປີ ອີກ, ໃນແຕ່ລະ​ປີ ລະດັບ​ນຳ​ໃຊ້​ພະລັງງານ​ທີ່​ຄິດໄລ່​ຕາມ GDP ຂອງ​ຫວຽດນາມ ​​ ຈະ​ຫລຸດ​ຜ່ອນປະມານ 3%​, ລະດັບ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຂອງ​ຫວຽດນາມ ຈະ​ຫລຸດຜ່ອນ 5 % ​ເມື່ອ​ທຽບ​​ໃສ່​ປະ​ຈຸ​ບັນ. ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ​ຢູ່ ຫວຽດນາມ ​ໄດ້​ຮັບ​ຄວາມ​ຫວັງ​ວ່າ ​ແມ່ນ​ເຄື່ອງມື​ຊຸກຍູ້​ວິວັດ​ການ​ປ່ຽນ​ແປງ​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​​ໃຫມ່ ​ເພື່ອ​ນຳ​ໃຊ້​ທ່າ​ໄດ້​ປຽບ​, ຍົກ​ສູງ​ປະສິດທິ​ຜົນ ​ແລະ ກຳລັງ​ແກ້ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ​ຜ່ານ​ການ​ຄົ້ນ​ຄ້ວາ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ພັດທະນາ​ລະບົບ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ພື້ນຖານ​ເສດຖະກິດ ພ້ອມ​ທັງ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ​້າອາກາດ, ປະກອບສ່ວນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ ຫລຸດຜ່ອນ​ຄວາມທຸກ​ຍາກ​ ​ແລະ ສ້າງ​ກຳລັງ​ຫນູນ​ຊຸກຍູ້​ການ​ເຕີບ​ໂຄ​ເສດຖະກິດແບບ​ຍືນ​ຍົງ.

ນັກ​ຂ່າວ Thu Hoa

ຕອບກັບ

ຂ່າວ/ບົດ​ອື່ນ