ຫວຽດນາມ - ອົດສະຕາລີ ເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈຍຸດທະສາດ

(VOVWORLD) -ປະຈຸບັນ, ການນຳ ຫວຽດນາມ ແລະ ອົດສະຕາລີ ລ້ວນແຕ່ສະໜັບສະໜູນເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອເປີດໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ.
ຫວຽດນາມ - ອົດສະຕາລີ ເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈຍຸດທະສາດ - ảnh 1ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski
(ພາບ: baoquocte.vn)

        ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ວັນທີ 03 ເມສາ, ຜູ້ມີອຳນາດເຕັມ ອົດສະຕາລີ ທ່ານ David Hurley ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງປະມຸກລັດຕ່າງປະເທດ ມາ ຫວຽດນາມ ໃນປີ 2023 ແລະ ແມ່ນແຂກຜູ້ມີກຽດລະດັບຊາດທຳອິດຂອງທ່ານປະທານປະເທດ ຫວໍວັນເຖືອງ ໃນຖານະຕຳແໜ່ງໃໝ່.

        ຫວຽດນາມ ແລະ ອົດສະຕາລີ ສ້າງຕັ້ງສາຍພົວພັນທາງການທູດໃນວັນທີ 26 ກຸມພາ 1973. ປີ 2023 ນີ້, 2 ປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023). 5 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2018 – 2023) ປະຈຸບັນ, ການນຳ ຫວຽດນາມ ແລະ ອົດສະຕາລີ ລ້ວນແຕ່ສະໜັບສະໜູນເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອເປີດໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ.

ການພົວພັນ 2 ຝ່າຍພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ

        ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ໃນໄລຍະຜ່ານມາ ໄດ້ພັດທະນາຢ່າງແຮງ, ແທດຈິງ ແລະ ມີປະສິດທິຜົນ. ທາງດ້ານການເມືອງ, ການນຳ 2 ປະເທດໄດ້ດຳເນີນການແລກປ່ຽນ, ປະຕິບັດການໄປຢ້ຽມຢາມເຊິ່ງກັນແລະກັນເປັນປະຈຳ ເພື່ອປັບປຸງການພົວພັນດ້ານການເມືອງທີ່ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈກວ່າ. ປີ 2022, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese (ເດືອນ ຕຸລາ 2022), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ (ເດືອນ ທັນວາ 2022), ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄປຢ້ຽມຢາມ ແລະ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອົດສະຕາລີ ຄັ້ງທີ 4 (ເດືອນ ກັນຍາ 2022). ສ່ວນທາງຝ່າຍ ອົດສະຕາລີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Richard Marles ໄດ້ມາຢ້ຽມຢາມ ຫວຽດນາມ ໃນເດືອນ ພະຈິກ 2022, ທ່ານລັດຖະມົນຕີການຕ່າງປະເທດ Penny Wong ມາຢ້ຽມຢາມໃນເດືອນ ມິຖຸນາ 2022 ແລະ ຂະນະນີ້ ແມ່ນການມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງຜູ້ມີອຳນາດເຕັມ ອົດສະຕາລີ ທ່ານ David Hurley (ແຕ່ວັນທີ 03 – 06 ເມສາ). ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski, ຕີລາຄາວ່າ:

        “ນີ້ແມ່ນການຢ້ຽມຢາມທີ່ສຳຄັນທີ່ສຸດສຳລັບພວກຂ້າພະເຈົ້າ. ທ່ານ David Hurley ແມ່ນປະມຸກລັດ, ຜູ້ນຳໜ້າ ອົດສະຕາລີ ກ່ຽວກັບພິທີການທາງການທູດ. ການເດີນທາງມາຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານຜູ້ອຳນາດເຕັມ ມີລັກສະນະເປັນສັນຍາລັກ. ນີ້ແມ່ນຄັ້ງທີ 3 ທີ່ທ່ານມາ ຫວຽດນາມ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ສະນັ້ນ, ພວກຂ້າພະເຈົ້າໄດ້ສ້າງແຜນການດີທີ່ສຸດໃຫ້ແກ່ການຢ້ຽມຢາມຄັ້ງນີ້. ຜູ້ມີອຳນາດເຕັມແມ່ນເຈົ້າໜ້າທີ່ຄົນທຳອິດໃນຈຳນວນແຂກສຳຄັນທີ່ມາຢ້ຽມຢາມ ຫວຽດນາມ ໃນປີນີ້”.

        ກ່ຽວກັບດ້ານການຄ້າ, 2 ປະເທດພວມຜັນຂະຫຍາຍບັນດາກົນໄກຮ່ວມມືນັບທັງໂດຍກົງ ແລະ ທາງໄກຢ່າງມີໄຫວພິບ. ໂຄງການກະທຳຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ໄລຍະ 2020 – 2023 ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ບັນລຸໝາກຜົນລະອຽດຫຼາຍຢ່າງ. ວົງເງິນການຄ້າ 2 ສົ້ນໃນປີ 2022 ບັນລຸກວ່າ 16 ຕື້ USD, ເພີ່ມຂຶ້ນ 30,3% ເມື່ອທຽບໃສ່ປີກ່ອນນັ້ນ.

        ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, 2 ປະເທດສືບຕໍ່ຮ່ວມມືກັນຢ່າງແທດຈິງ ແລະ ມີປະສິດທິຜົນ. 2 ປະເທດໄດ້ ແລະ ພວມຮ່ວມມືກັນໃນການຕ້ານການຄ້າມະນຸດ, ຢາເສບຕິດ, ການຄ້າເຖື່ອນ ແລະ ບັນດາອາດຊະຍາກຳຂ້າມຊາດອື່ນອີກ.

        ການຮ່ວມມືໃນບັນດາຂົງເຂດ, ຄື: ການສຶກສາ - ບຳລຸງສ້າງ, ກະສິກຳ, ທ່ອງທ່ຽວ… ໄດ້ພັດທະນາຢ່າງດີງາມ ແລະ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ຍາມໃດ ອົດສະຕາລີ ກໍ່ສະຫງວນແຫຼ່ງທຶນກູ້ຢືມເພື່ອການພັດທະນາເປັນທາງການ (ODA) ໃຫ້ເປັນປົກກະຕິ, ຕັ້ງໜ້າໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ເອົາໃຈໃສ່ຊຸກຍູ້ຂົງເຂດຮ່ວມມືໃໝ່ຈຳນວນໜຶ່ງ, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ, ພະລັງງານ…

        2 ປະເທດກໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ; ຊຸກຍູ້ການຮ່ວມມືຢູ່ບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍຄື: ສະຫະປະຊາຊາດ, ອາຊຽນ ເອເປັກ… ແລະ ບັນດາສັນຍາການຄ້າເສລີເຊິ່ງທັງ 2 ປະເທດລ້ວນແຕ່ເປັນສະມາຊິກ.

ຮ່ວມມືກັນເພື່ອຜ່ານຜ່າບັນດາສິ່ງທ້າທາຍ

        ນອກຈາກ 3 ເສົ້າຄ້ຳ: ເພີ່ມໃທະວີການເຊື່ອມຈອດດ້ານເສດຖະກິດ; ເຮັດໃຫ້ການຮ່ວມມືຍຸດທະສາດ, ປ້ອງກັນຊາດ ແລະ ຄວາມໝັ້ນຄົງໃຫ້ເລິກເຊິ່ງຂຶ້ນຕື່ມ; ສ້າງການພົວພັນຄູ່ຮ່ວມມືພູມປັນຍາ ແລະ ປ່ຽນແປງໃໝ່ໃນໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2020 – 2023, ຫວຽດນາມ ແລະ ອົດສະຕາລີ ຍັງມີກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ. ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski, ໃຫ້ຂໍ້ສັງເກດວ່າ:

        “ນັບແຕ່ເມື່ອມາ ຫວຽດນາມ, ຂ້າພະເຈົ້າເຂົ້າໃຈໄດ້ວ່າ ຫວຽດນາມ ຖືເປັນສຳຄັນບັນດາຄຸນຄ່າເຊິ່ງບັນດາການນຳຂອງພວກເພື່ອນເອີ້ນວ່າ ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ. ໃນສະພາບການທີ່ມີການປ່ຽນແປງຢ່າງສັບສົນຫຼາຍຢ່າງຄືໃນປະຈຸບັນ, ທັງ 2 ປະເທດຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ພວກເຮົາໄດ້ເລືອກເອົາກັນຄືດັ່ງຜູ້ເປັນເພື່ອນທີ່ມີຄວາມໄວ້ເນື້ອເຊື່ອໃຈ. ຫວຽດນາມ ແລະ ອົດສະຕາລີ ໄດ້ຕົກລົງຈະຮ່ວມມືກັນເພື່ອຜ່ານຜ່າສິ່ງທ້າທາຍ, ເຖິງວ່າສິ່ງທ້າທາຍນັ້ນອາດຈະແມ່ນສິ່ງທ້າທາຍດ້ານເສດຖະກິດ ຫຼື ຄວາມໝັ້ນຄົງ ຫຼື ບັນຫາກ່ຽວກັບສິ່ງແວດລ້ອມກໍ່ຕາມ… ແລະ ການມາຢ້ຽມຢາມຂອງຜູ້ມີອຳນາດເຕັມຄັ້ງນີ້ຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງ 2 ປະເທດ”.

        ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ພວມຢູ່ໃນລະດັບສູງ. ນີ້ແມ່ນສັນຍານທີ່ຕັ້ງໜ້າ ແລະ ສະດວກ. ໃນສະພາບການນັ້ນ, ການມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງຜູ້ມີອຳນາດເຕັມແຫ່ງອົດສະຕາລີ David Hurley ຈະສ້າງກຳລັງໜູນເພື່ອໃຫ້ 2 ປະເທດຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ