ຫວຽດນາມ - ອີຢູ ພ້ອມກັນຮ່ວມມືເພື່ອໃຫ້ສັນຍາການຄ້າເສລີບັນລຸຜົນສຳເລັດໂດຍໄວ

(VOVWORLD) - ສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ພວມຢູ່ໃນໄລຍະສຸດທ້າຍຂອງການກວດກາດ້ານນິຕິກຳ ເພື່ອອາດສາມາດໃຫ້ສັດຕະຍາບັນໃນຕົ້ນປີ 2018 ຈະມາເຖິງ. 
ຫວຽດນາມ - ອີຢູ ພ້ອມກັນຮ່ວມມືເພື່ອໃຫ້ສັນຍາການຄ້າເສລີບັນລຸຜົນສຳເລັດໂດຍໄວ - ảnh 1

ປະຈຸບັນ, ທັງ 2 ຝ່າຍພວມມານະພະຍາຍາມຍູ້ໄວຄວາມຄືບໜ້າໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ເພື່ອອາດສາມາດໃຫ້ສັດຕະຍາບັນສັນຍາ ເຊິ່ງທັງ 2 ຝ່າຍໄດ້ສິ້ນສຸດການເຈລະຈາແຕ່ເດືອນ ທັນວາ ປີ 2015. ບົດຂຽນ “ຫວຽດນາມ - ອີຢູ ພ້ອມກັນຮ່ວມມືເພື່ອໃຫ້ສັນຍາການຄ້າເສລີບັນລຸຜົນສຳເລັດໂດຍໄວ” ຂອງນັກຂ່າວ VOV.

        ຫວຽດນາມ ແລະ ສະຫະພາບ ເອີລົບ ໄດ້ເຊັນຖະແຫຼງການກ່ຽວກັບການສິ້ນສຸດການເຈລະຈາສັນຍາການຄ້າເສລີ (FTA) ໃນເດືອນ ທັນວາປີ 2015 ຢ່າງເປັນທາງການ. ໄປຄຽງຄູ່ກັບສັນຍາແມ່ກ່ຽວກັບການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານທີ່ໄດ້ນຳເຂົ້າປະຕິບັດໃນປີ 2016 ນັ້ນ, ເລື່ອງ 2 ຝ່າຍລົງນາມໃນ EVFTA ໃນໄລຍະຈະມາເຖິງຈະເປັນຂີດໝາຍສຳຄັນ, ນຳການພົວພັນລະຫວ່າງ 2 ຝ່າຍຂຶ້ນສູ່ລະດັບສູງໃໝ່.

ບຸລິມະສິດຂອງທັງ 2 ຝ່າຍ

       ນັບແຕ່ຈຸດເວລາທີ່ 2 ຝ່າຍຖະແຫຼງສິ້ນສຸດການເຈລະຈາ FTA ນັ້ນ, ມາຮອດປະຈຸບັນ, ສະພາບແວດລ້ອມແຫ່ງການລົງທຶນ ຢູ່ ຫວຽດນາມ ໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ມີການປະຕິຮູບດ້ານນິຕິກຳຫຼາຍຢ່າງທີ່ກ່ຽວຂ້ອງເຖິງການລົງທຶນກໍ່ຄືການຫັນລະບຽບການດ້ານບໍລິຫານເປັນງ່າຍດາຍ ໄດ້ຮັບການປະກາດໃຊ້ນັ້ນໄດ້ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກກ່ວາ. ປະຈຸບັນ, ລັດຖະບານ ຫວຽດນາມ ສືບຕໍ່ມານະພະຍາຍາມປະຕິຮູບດ້ານການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຫລຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ, ເພີ່ມທະວີການສ້າງຄວາມສະດວກດ້ານການຄ້າໄປພ້ອມກັບການຕ້ານການສໍ້ໂກງດ້ານການຄ້າ.

        ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາໃນຂົງເຂດອອກແຮງງານ - ສັງຄົມທີ່ລະບຸໄວ້ໃນ EVFTA ນັ້ນ, ຫວຽດນາມ ພວມຕັ້ງໜ້າຍູ້ໄວຄວາມຄືບໜ້າໃນການປັບປຸງປະມວນກົດໝາຍວ່າດ້ວຍແຮງງານ. ຕາມການຄາດຄະເນແລ້ວ, ປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດປືກສາຫາລື ແລະ ຮັບຮອງເອົາໃນປີ 2018. ການປັບປຸງກົດໝາຍໃຫ້ສົມບູນແບບນັ້ນແມ່ນມີການທາບທາມຂອງບັນດາອົງການສາກົນ, ບັນດາວິສາຫະກິດ ແລະ ອົງການຈັດຕັ້ງ, ສ່ວນບຸກຄົນພາຍໃນປະເທດສຳລັບບາງເນື້ອໃນຄວນໄດ້ຮັບການປັບປຸງ. ໄປຄຽງຄູ່ກັບການຍູ້ແຮງການປັບປຸງປະມວນກົດໝາຍວ່າດ້ວຍແຮງງານນັ້ນ, ຫວຽດນາມ ຈະສືບຕໍ່ໃຫ້ສັດຕະຍາບັນສົນທິສັນຍາສາກົນຂອງອົງການແຮງງານສາກົນ (ILO) 3 ສະບັບ ກ່ຽວກັບການຍົກເລີກແຮງງານແບບບັງຄັບ, ກ່ຽວກັບຄວາມເສລີໃນການຮ່ວມສຳພັນ ແລະ ສັນຍາແຮງງານລວມໝູ່. ທ່ານ ດ່າວງອັກຢູງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

        “ຍາມໃດ ຫວຽດນາມ ກໍ່ບຸລິມະສິດສູງສຸດໃນການພື້ນຖານດ້ານນິຕິກຳໃຫ້ສຳເລັດເພື່ອມຸ່ງໄປເຖິງການເຊັນ ແລະ ໃຫ້ສັດຕະຍາບັນສັນຍາດັ່ງກ່າວ. ຫວຽດນາມ ຈະເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັບ ອີຢູ ພ້ອມທັງມີໄຫວພິບໃນການແກ້ໄຂບັນດາກໍລະນີເກີດຂຶ້ນ. ໂດຍເປັນສະມາຊິກ ILO, ຫວຽດນາມ ຢືນຢັນຈະປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ບົນພື້ນຖານສົນທິສັນຍາຕົ້ນຕໍ 8 ສະບັບທີ່ ILO ຍົກອອກມານັ້ນ, ປະຈຸບັນ, ຫວຽດນາມ ໄດ້ໃຫ້ສັດຕະຍາບັນ 5 ສະບັບແລ້ວ. ສ່ວນສົນທິສັນຍາທີ່ຍັງເຫຼືອ 3 ສະບັບນັ້ນ ພວກຂ້າພະເຈົ້າມີຂັ້ນຕອນໃຫ້ສັດຕະຍາບັນແລ້ວ.”

        ຕາມທ່ານ Mauro Petroccione, ຫົວໜ້າຄະນະເຈລະຈາຝ່າຍ ສະຫະພາບ ເອີລົບ ແລ້ວ, ໃນໄລຍະຜ່ານມາ, ຝ່າຍ ຫວຽດນາມ ແລະ ເອີລົບ ບັນລຸໄດ້ບາງບາດກ້າວເປັນໜ້າສົນໃຈ ແລະ ວຽກງານສຳຄັນໃນປະຈຸບັນແມ່ນຕ້ອງຊອກຫາມາດຕະການເພື່ອໃຫ້ການບັນລຸຜົນສຳເລັດຈະດຳເນີນຢ່າງວ່ອງໄວ ແລະ ສະດວກກ່ວາ:

        “ສຳລັບ ຫວຽດນາມ ແລ້ວ, ພວກເຮົາພວມພະຍາຍາມທີ່ສຸດເພື່ອໃຫ້ສັນຍາການຄ້າເສລີ ອີຢູ - ຫວຽດນາມ ມີຜົນສັກສິດໃນປີໜ້າ. ນີ້ແມ່ນສັນຍາມີຄຸນນະພາບສູງ ແລະ ແມ່ນໜຶ່ງໃນບັນດາເສົາຄຳ້ໃນນະໂຍບາຍການຄ້າຂອງ ເອີລົບ ທີ່ມຸ່ງໄປສູ່ພາກພື້ນ ອາຊີ. ພວກຂ້າພະເຈົ້າພວມໃນໄລຍະກະກຽມສຳເນົາເອກະສານດ້ານນິຕິກຳກັບຝ່າຍ ຫວຽດນາມ, ແປບັນດາເອກະສານນີ້ ເປັນພາສາຂອງບັນດາປະເທດ ເອີລົບ ເພື່ອຍື່ນສະເໜີຕໍ່ສະພາ ແລະ ລັດຖະສະພາເອີລົບ. ພວກຂ້າພະເຈົ້າໄດ້ ແລະ ພວມເຮັດທຸກສິ່ງທີ່ດີທີ່ສຸດ ເພື່ອໃຫ້ຂັ້ນຕອນນີ້ໄດ້ຮັບການຮັບຮອງເອົາຢ່າງວ່ອງໄວທີ່ສຸດ”

ຫວຽດນາມ - ອີຢູ ພ້ອມກັນຮ່ວມມືເພື່ອໃຫ້ສັນຍາການຄ້າເສລີບັນລຸຜົນສຳເລັດໂດຍໄວ - ảnh 2 ບັນດາຜູ້ຕາງໜ້າວິສາຫະກິດ ແລະ ວົງການເຈົ້າໜ້າທີ່ ຫວຽດນາມ - ເອີລົບ ເຂົ້າຮ່ວມກອງປະຊຸມສຳມະນາ ຢູ່ ບຣຸກແຊນ, ປະເທດ ແບນຊິກ 

ອີຢູ ຕີລາຄາຕັ້ງໜ້າບັນດາຄວາມມານະພະຍາຍາມຂອງ ຫວຽດນາມ

       ສະມາຊິກຂອງຄະນະການນຳຫ້ອງການການຄ້າ ເອີລົບ ປະຈຳ ຫວຽດນາມ (Eurocham), ທ່ານ Jean – Jacques Bouflet ໄດ້ຢັ້ງຢືນວ່າ: Eurocham ສະໜັບສະໜູນເຈດຕະນາດີຂອງ ຫວຽດນາມ ໃນການຫັນລະບຽບການບໍລິຫານເປັນທັນສະໄໝ, ສ້າງຄວາມສະດວກໃຫ້ແກ່ການດຶງດູດການລົງທຶນ, ພ້ອມທັງຢືນຢັນວ່າ: ເມື່ອ  EVFTA ໄດ້ຮັບການປະຕິບັດຈະກາຍເປັນເຄື່ອງມືປົກປ້ອງຢ່າງມີປະສິດທິຜົນໃຫ້ບັນດາວິສາຫະກິດ 2 ຝ່າຍລົງທຶນ, ດຳເນີນທຸລະກິດໃນຕະຫຼາດຂອງກັນ. ໃນຂະນະນັ້ນ, ທ່ານ Bernd Lange, ປະທານຄະນະກຳມະການການຄ້າ ສາກົນ, ລັດຖະສະພາ ເອີລົບ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຈະລາຍງານຕໍ່ບັນດາເພື່ອນຮ່ວມງານກ່ຽວກັບໄລຍະເວລາຂອງ ຫວຽດນາມ ໃນການປັບປຸງບັນດາເນື້ອໃນກ່ຽວຂ້ອງເຖິງແຮງງານ - ສັງຄົມ. ພວກຂ້າພະເຈົ້າຈະຮັກສາການຕິດຕໍ່ພົວພັນ ປຶກສາຫາລືນຳກັນກ່ວາອີກ ແລະ ຫວັງວ່າ ວິວັດການໃຫ້ສັດຕະຍາບັນຢູ່ລັດຖະສະພາ ເອີລົບ ຈະບໍ່ຖືກຜົນສະທ້ອນໃນວິວັດທີ່ ຫວຽດນາມ ດຳເນີນບັນດາລະບຽບການພາຍໃນຂອງຕົນ”

        ທ່ານ ຫງວຽນຮ່ວາງລອງ, ຫົວໜ້າກົມພົວພັນຕ່າງປະເທດ ແລະ ທ້ອງຖິ່ນ ສັງກັດກະຊວງການຕ່າງປະເທດ, ໃຫ້ຂໍ້ສັງເກດວ່າ:

        “ພວກຂ້າພະເຈົ້າໄດ້ພົບປະ ແລະ ເຮັດວຽກກັບລັດຖະສະພາເອີລົບ, ກັບບັນດາກຳມະການເອີລົບ ຮັບຜິດຊອບຫຼາຍຂົງເຂດຮ່ວມມືກັບ ຫວຽດນາມ ແລະ ເຂົ້າເຈົ້າລ້ວນແຕ່ສະໜັບສະໜູນສັນຍາການຄ້າ ເສລີ EVFTA ທີ່ສຸດ. ພິເສດ, ເຂົາເຈົ້າເກ້ຍກ່ອມຍ້ອນການສະໜັບສະໜູນທີ່ມາຈາກບັນດາວິສາຫະກິດ ເອີລົບ, ບັນດາພົນລະເມືອງ ເອີລົບ ທີ່ພວມດຳລົງຊີວິດ, ເຮັດວຽກ, ລົງທຶນ, ດຳເນີນທຸລະກິດປະສົບຜົນສຳເລັດຢູ່ ຫວຽດນາມ.”

        ດ້ວຍຂັ້ນຕອນທີ່ໄດ້ວາງອອກ, ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ ຈະໄດ້ຮັບການລົງນາມ ໃນຕົ້ນປີ 2018 ແລະ ລັດຖະສະພາເອີລົບ ຈະມີເວລາ 3 ເດືອນເພື່ອໃຫ້ສັດຕະຍາບັນ. ວິວັດການນີ້ແມ່ນອີງໃສ່ຄວາມມານະພະຍາຍາມຂອງທັງ 2 ຝ່າຍຫຼາຍທີ່ສຸດໃນການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ. ດັ່ງນັ້ນ, ເລື່ອງນັບທັງ ຫວຽດນາມ ແລະ ອີຢູ ພວມມີບັນດາບາດກ້າວເດີນທີ່ຕັ້ງໜ້າເພື່ອແກ້ໄຂບາງບັນຫາເຊິ່ງ ອີຢູ ສົນໃຈ ຈະປະກອບສ່ວນສຳຄັນເພື່ອໃຫ້ວິວັດການນີ້ໄດ້ຮັບການປະຕິບັດ, ສ້າງຂີດໝາຍແຫ່ງການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ