ຫວຽດນາມ - ອີຣານ: ມຸ່ງສູ່ເຖິງອະນາຄົດແຫ່ງການຮ່ວມມືຢ່າງເລິກເຊິ່ງ ແລະ ຮອບດ້ານກວ່າເກົ່າ

(VOVWORLD) - 50 ປີນັບແຕ່ວັນສ້າງຕັ້ງການພົວພັນທາງການທູດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຣານ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ
ຫວຽດນາມ - ອີຣານ: ມຸ່ງສູ່ເຖິງອະນາຄົດແຫ່ງການຮ່ວມມືຢ່າງເລິກເຊິ່ງ ແລະ  ຮອບດ້ານກວ່າເກົ່າ - ảnh 1ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ Ali Akbar Nazari
(ພາບ: dangcongsan.vn)

        ວັນທີ 08 ສິງຫານີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເລີ່ມເດີນທາງໄປຢ້ຽມຢາມປະເທດ ສ.ອິດສະລາມ ອີຣານ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາໃຫ້ຄຳປຶກສາ ອິດສະລາມ, ປະເທດ ສ.ອິດສະລາມ ອີຣານ Mohammad Bagher Ghalibaf, ແຕ່ວັນທີ 08-10 ສິງຫາ. ການຢ້ຽມຢາມດຳເນີນໄປກົງກັບຈຸດເວລາ ຫວຽດນາມ ແລະ ອີຣານ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (04 ສິງຫາ 1973 – 04 ສິງຫາ 2023), ເປັນຂີດໝາຍສຳຄັນ ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ມຸ່ງໄປສູ່ອະນາຄົດແຫ່ງການຮ່ວມມືຢ່າງເລິກເຊິ່ງ, ຮອບດ້ານກວ່າເກົ່າ, ໃນສະພາບທີ່ 2 ປະເທດພວມຍູ້ແຮງການທູດຫຼາຍຝ່າຍ ແລະ ເຊື່ອມໂຍງເຂົ້າກັບສາກົນ.

        50 ປີນັບແຕ່ວັນສ້າງຕັ້ງການພົວພັນທາງການທູດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຣານ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນບັນດາຂົງເຂດການເມືອງ, ການທູດ, ວັດທະນະທຳ, ເສດຖະກິດ ແລະ ການຄ້າ.

ຫວຽດນາມ - ອີຣານ: 50 ປີແຫ່ງການຮ່ວມມືພ້ອມກັນພັດທະນາ

        ສາຍພົວພັນ ຫວຽດນາມ - ອີຣານ ໄດ້ສ້າງຕັ້ງຂຶ້ນ ແລະ ພັດທະນາໃນໄລຍະ 50 ປີຜ່ານມາ ໂດຍອີງໃສ່ 3 ປັດໄຈ, ຄື:  ຄວາມເຄົາລົບ, ການພັດທະນາການພົວພັນ 2 ຝ່າຍໃນບັນດາຂົງເຂດ ການເມືອງ, ເສດຖະກິດ ແລະ ວັດທະນະທຳ, ແລະ ຮ່ວມມືກັນທີ່ມີລັກສະນະສ້າງສັນຢູ່ບັນດາອົງການຈັດຕັ້ງຫຼາຍຝ່າຍ.

        ການພົວພັນດ້ານການເມືອງ - ການທູດລະຫວ່າງ 2 ປະເທດໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າໃນທຸກຊ່ອງການທູດຂອງ ລັດ, ການທູດສະພາແຫ່ງຊາດ ແລະ ການທູດປະຊາຊົນ ດ້ວຍບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ. ຕາມທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ Ali Akbar Nazari ແລ້ວ, ການພົວພັນລະຫວ່າງ ເຕເຮຣານ ແລະ ຮ່າໂນ້ຍ ໄດ້ສ້າງຕັ້ງຂຶ້ນໂດຍອີງໃສ່ຄວາມຕັດສິນໃຈສູງທາງດ້ານການເມືອງ. ທີ່ບັນດາການພົບປະ, ເຈົ້າໜ້າທີ່ຂອງ 2 ປະເທດຍາມໃດກໍ່ງຢືນຢັນຖືການພົວພັນ 2 ຝ່າຍນີ້ເປັນສຳຄັນ.

        “ຫວຽດນາມ ແມ່ນປະເທດນອນໃນບັນຊີລາຍຊື່ບັນດາປະເທດເຊິ່ງ ອີຣານ ໃຫ້ບຸລິມະສິດພັດທະນາ ແລະ ເປີດກວ້າງການພົວພັນຮ່ວມມື. 2 ປະເທດມີສາຍພົວພັນຖານອ້າຍນ້ອງ, ມິດຕະພາບ ດ້ວຍປະຫວັດສາດເປັນເວລາ 50 ປີ. ໃນຊຸມປີຜ່ານມາ, ຍາມໃດ 2 ປະເທດກໍ່ເປັນເພື່ອນມິດທີ່ດີຂອງກັນ, ບໍ່ມີຄວາມບໍ່ລົງລອຍກັນ ເຖິງວ່າແມ່ນບັນຫານ້ອຍສຸດກໍ່ຕາມ. ພ້ອມທັງ, ນະໂຍບາຍ, ວັດທະນະທຳ ຫຼື ທັດສະນະຂອງ 2 ປະເທດກ່ຽວກັບລັດທິຫຼາຍຝ່າຍກໍ່ມີຫຼາຍຈຸດຄ້າຍຄືກັນ. ນັ້ນແມ່ນບັນດາເຫດຜົນເຊິ່ງ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ ອີຣານ ຢາກພັດທະນາການພົວພັນຮ່ວມມືໃນນະໂຍບາຍການຕ່າງປະເທດ. ສະນັ້ນ, ພາຍຫຼັງທີ່ພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມ, 2 ປະເທດໄດ້ເລີ່ມປະຕິບັດກົນໄກແລກປ່ຽນບຸກຄະລາກອນຂັ້ນສູງໂດຍທັນທີ”.

        ພ້ອມກັນນັ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ 2 ຝ່າຍກໍ່ໄດ້ຮັບການຍູ້ແຮງຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ບັນດາບາດກ້າວເຕີບໂຕຢ່າງຕັ້ງໜ້າ. ໃນນັ້ນ, ວົງເງິນການຄ້າ 2 ຝ່າຍໄດ້ເພີ່ມຂຶ້ນກວ່າ 19 ເທົ່າໃນຮອບເວລາ 20 ປີ, ຈາກ 6,5 ລ້ານ USD ໃນປີ 2001 ຂຶ້ນປະມານ 124,5 ລ້ານ USD ໃນປີ 2021. ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ Ali Akbar Nazari, ໃຫ້ຮູ້ຕື່ມອີກວ່າ:

        “2 ປະເທດພວກເຮົາຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ. ໃນຂົງເຂດເສດຖະກິດ, ເສດຖະກິດຂອງ 2 ປະເທດມີລັກສະນະເພີ່ມຕື່ມໃຫ້ແກ່ກັນ. ໃນເງື່ອນໄຂປົກກະຕິ, ການຄ້າຂອງ 2 ປະເທດອາດລື່ນກາຍຕົວເລກ 2 ຕື້ USD/ປີ. ຫວຽດນາມ ພວມມີລະດັບການເຕີບໂຕໄວ ແລະ ເພື່ອຮັບໃຊ້ວິວັດການພັດທະນາ, ຫວຽດນາມ ຕ້ອງການນຳໃຊ້ພະລັງງານ. ໃນຂະນະນັ້ນ, ອີຣານ ພັດແມ່ນນັກສະໜອງພະລັງງານ ແລະ 2 ປະເທດກໍ່ສາມາດຮ່ວມມືກັນ. ນອກນັ້ນ, ອີຣານ ຍັງມີເນື້ອທີ່ດິນກວ້າງໃຫຍ່ ແລະ ມີແລວທະເລຍາວແຕ່ເໜືອຮອດໃຕ້, ສະນັ້ນ, ຫວຽດນາມ ສາມາດນຳໃຊ້ປັດໄຈດັ່ງກ່າວເພື່ອສົ່ງອອກບັນດາຜະລິດຕະພັນໄປເຂດ ອາຊີກາງ, ເຊິ່ງແມ່ນຕະຫຼາດໃຫຍ່ດ້ວຍພົນລະເມືອງປະມານ 500 ລ້ານຄົນ”.

ຫວຽດນາມ - ອີຣານ: ມຸ່ງສູ່ເຖິງອະນາຄົດແຫ່ງການຮ່ວມມືຢ່າງເລິກເຊິ່ງ ແລະ  ຮອບດ້ານກວ່າເກົ່າ - ảnh 2ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຣານ ເລືອງກວກຮຸຍ
(ພາບ: ສະຖານທູດ ຫວຽດນາມ ປະຈຳ ອີຣານ)

ຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ອີຣານ

        ປີ 2023 ນີ້ແມ່ນຄົບຮອບ 50 ປີ ຫວຽດນາມ ແລະ ອີຣານ ສ້າງຕັ້ງສາຍພົວພັນທາງການທູດ. ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຣານ ເລືອງກວກຮຸຍ ແລ້ວ, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງປະທານສະພາແຫ່ງຊາດ ຫວຽດນາມ ເຖິງ ອີຣານ ນັບແຕ່ປີ 1999. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ການນຳ 2 ປະເທດຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກສືບຕໍ່ຊຸກຍູ້, ເປີດກວ້າງການພົວພັນຮ່ວມມືລະຫວ່າງ 2 ປະເທດທີ່ພວມພັດທະນາ. ທ່ານເອກອັກຄະລັດຖະທູດ ເລືອງກວກຮຸຍ, ຢືນຢັນວ່າ:

        “ການເດີນທາງໄປຢ້ຽມຢາມ ອີຮານ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບການໄປຢ້ຽມຢາມປະເທດຕ່າງໆຂອງບັນດາສະຫາຍການນຳພັກ ແລະ ລັດ ຫວຽດນາມ ໃນປີນີ້ ເປັນການສະແດງໃຫ້ເຫັນຄວາມມີຊີວິດຊີວາຂອງແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຫັນການພົວພັນກັບສາກົນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ ເຊິ່ງໄດ້ຍົກອອກມາໃນແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ອີຣານ ຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ອີຣານ ຈະຖືກຍົກຂຶ້ນສູ່ລະດັບສູງໃໝ່, ແທດຈິງ ແລະ ບັນລຸປະສິດທິຜົນຫຼາຍກວ່າ”.

        ເພື່ອສ້າງຂີດໝາຍ 50 ປີທີ່ພ້ອມກັບຮ່ວມມື ແລະ ພັດທະນາ, ນັບແຕ່ນີ້ຮອດທ້າຍປີ ຫວຽດນາມ ແລະ ອີຣານ ຈະສືບຕໍ່ຈັດບັນດາການເດີນທາງໄປຢ້ຽມຢາມເຊິ່ງກັນ ແລະກັນ ຂອງການນຳຂັ້ນສູງ 2 ປະເທດ, ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ. ພ້ອມກັນນັ້ນ, 2 ຝ່າຍກໍ່ສ້າງແຜນການຈັດບັນດາກິດຈະກຳວັດທະນະທຳ, ຜ່ານນັ້ນ, ກໍ່ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ອີຣານ ໃຫ້ຫຼາຍກວ່າເກົ່າ.

        50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ອີຣານ ແມ່ນຂີດໝາຍສຳຄັນ, ເປັນສັນຍາລັກໃຫ້ແກ່ເຄິ່ງສະຕະວັດຂອງນ້ຳໃຈມິດຕະພາບທີ່ໝັ້ນຄົງໜັກແໜ້ນ, ການຮ່ວມມືຢ່າງມີປະສິດທິຜົນ ແລະ ບັນດາຜົນງານລວມຂອງ 2 ປະເທດ. ນີ້ກໍ່ແມ່ນຈຸດເວລາທີ່ເໝາະສົມເພື່ອໃຫ້ ຮ່າໂນ້ຍ ແລະ ເຕເຮຣານ ມຸ່ງໄປສູ່ອະນາຄົດແຫ່ງການຮ່ວມມືຢ່າງເລິກເຊິ່ງ, ຮອບດ້ານກວ່າເກົ່າ, ເພື່ອຄວາມວັດທະນາຖາວອນລວມ.

ຕອບກັບ

ຂ່າວ/ບົດ​ອື່ນ