ຫວຽດນາມ ຮັບປະກັນບັນດາສິດພົນລະເຮືອນ, ການເມືອງຂອງພົນລະເມືອງ

(VOVWORLD) - ຫວຽດນາມ ໄດ້ ແລະ ພວມສຸມໃສ່ຜັນຂະຫຍາຍປະຕິບັດຫລາຍວຽກງານ ເພື່ອແນໃສ່ຍົກສູງປະສິດທິຜົນແຫ່ງການເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງກ່ວາອີກ

ນັ້ນແມ່ນຄຳຢັ້ງຢືນຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຳມະນາທາບທາມຄຳເຫັນກ່ຽວກັບບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ, ໂດຍກະຊວງຍຸຕິທຳຈັດຕັ້ງໃນຕອນເຊົ້າວັນທີ 17 ກໍລະກົດ ທີ່ນະຄອນ ໂຮ່ຈີມິນ. ບົດຂຽນຂອງບັນນາທິການ ທູຮວາ ທີ່ພາດຫົວຂໍ້ວ່າ “ຫວຽດນາມ ຮັບປະກັນບັນດາສິດພົນລະເຮືອນ, ການເມືອງຂອງພົນລະເມືອງ”.

ຫວຽດນາມ ຮັບປະກັນບັນດາສິດພົນລະເຮືອນ, ການເມືອງຂອງພົນລະເມືອງ - ảnh 1 ກອງປະຊຸມສຳມະນາທາບທາມຄຳເຫັນກ່ຽວກັບບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ

        ແນວທາງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືມະນຸດເປັນໃຈກາງຂອງບັນດານະໂຍບາຍເສດຖະກິດ - ສັງຄົມ; ຖືມະນຸດທັງເປັນເປົ້າໝາຍ, ທັງເປັນກຳລັງໜູນຂອງການພັດທະນາສັງຄົມ. ເລື່ອງຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ໄດ້ຮັບຖືວ່າ ແມ່ນປະຖົມປັດໄຈສຳຄັນໃຫ້ການພັດທະນາແບບຍືນຍົງຂອງ ຫວຽດນາມ.

        ສ້າງລະບົບກົດໝາຍກ່ຽວກັບສິດທິມະນຸດໃຫ້ຄົບຊຸດ

        ນັບແຕ່ເມື່ອເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງປີ 1982, ຫວຽດນາມ ໄດ້ມານະພະຍາຍາມປະຕິບັດການປະຕິຮູບບັນດາຂົງເຂດນິຕິບັນຍັດ, ການບໍລິຫານ ແລະ ຕຸລາການຢ່າງຄົບຊຸດ ແລະ ແຂງແຮງ ເພື່ອຫັນບັນດາຂໍ້ກຳນົດຂອງສົນທິສັນຍາເປັນກົດໝາຍ, ຮັບປະກັນ ແລະ ເສີມຂະຫຍາຍສິດທິມະນຸດ. ກົດໝາຍຫລາຍສະບັບທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດພົນລະເຮືອນໄດ້ຮັບການປັບປຸງ, ເພີ່ມເຕີ່ມ ຫຼື ປະກາດໃຊ້ໃໝ່, ປົກປ້ອງບັນດາສິດພົນລະເຮືອນ, ການເມືອງຂອງພົນລະເມືອງໃຫ້ດີກ່ວາ. ຈຸດພົ້ນເດັ່ນແມ່ນລັດຖະທຳມະນູນປີ 2013 ເປັນຄັ້ງທຳອິດສ້າງຫຼັກການຮັບຜິດຊອບຂອງລັດຮັບຮູ້, ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ, ສິດພົນລະເມືອງ, ໃນນັ້ນ ມີສິດບໍ່ຈຳແນກການປະພຶດ, ຄວາມສະເໝີພາບຕໍ່ໜ້າກົດໝາຍ. ພາຍຫລັງລັດຖະທຳມະນູນປີ 2013 ໄດ້ຮັບການປະກາດໃຊ້, ບັນດາກົດໝາຍຄື: ກົດໝາຍດຳເນີນຄະດີອາຍາ, ກົດໝາຍແພ່ງ, ກົດໝາຍວ່າດ້ວຍສົມລົດຄອບຄົວ, ກົດໝາຍວ່າດ້ວຍສຳມະໂນຄົວ…ລ້ວນແຕ່ໄດ້ຮັບການປັບປຸງຕາມທ່າອ່ຽງນັບມື້ນັບມອບຫລາຍສິດພົນລະເຮືອນ, ການເມືອງໃຫ້ພົນລະເມືອງ ແລະ ຮັບປະກັນບັນດາເງື່ອນໄຂ ເພື່ອໃຫ້ພົນລະເມືອງປະຕິບັດສິດຂອງຕົນຢ່າງສະດວກສະບາຍທີ່ສຸດ.

        ເຂົ້າຮ່ວມປະຕິບັດຕາມມາດຖານສາກົນຢ່າງບໍ່ຢຸດຢັ້ງ

        ພ້ອມກັບສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ, ຫວຽດນາມ ຍັງເປັນສະມາຊິກຂອງ 6/9 ສົນທິສັນຍາສາກົນຫຼັກແຫຼ່ງອື່ນໆກ່ຽວກັບສິດທິມະນຸດ. ນັ້ນແມ່ນສົນທິສັນຍາກ່ຽວກັບບັນດາສິດເສດຖະກິດ, ສັງຄົມ ແລະ ວັດທະນະທຳ; ສົນທິສັນຍາລົບລ້າງທຸກຮູບການຈຳແນກສຳລັບແມ່ຍິງ, ສົນທິສັນຍາລົບລ້າງທຸກຮູບການຈຳແນກເຊື້ອຊາດ; ສົນທິສັນຍາກ່ຽວກັບສິດຂອງເດັກ; ສົນທິສັນຍາກ່ຽວກັບສິດຂອງຄົນພິການ; ສົນທິສັນຍາຕ້ານການທໍລະມານ  ແລະ ບັນດາຮູບການປະພຶດ ຫຼື ລົງໂທດແບບໄຮ້ມະນຸດສະທຳ ຫຼື ໃສ່ຮ້າຍປ້າຍສີ …ພ້ອມກັນນັ້ນ, ຫວຽດນາມ ຍັງເຂົ້າຮ່ວມຫລາຍສົນທິສັນຍາອື່ນໆ ທີ່ກ່ຽວຂ້ອງເຖິງຂົງເຂດປົກປ້ອງສິດທິມະນຸດ ແລະ ກົດໝາຍວ່າດ້ວຍມະນຸດສະທຳສາກົນ, ໃນນັ້ນ ມີສົນທິສັນຍາຂອງອົງການແຮງງານສາກົນ (ILO) ກ່ຽວຂ້ອງເຖິງເລື່ອງຮັບປະກັນສິດຂອງຊາວຜູ້ອອກແຮງງານ. ເຂົ້າຮ່ວມສົນທິສັນຍາຂອງ ILO ສະແດງໃຫ້ເຫັນລະດັບໃຫ້ຄຳໝັ້ນສັນຍາສູງສຸດກ່ຽວກັບສິດທິມະນຸດຂອງ ຫວຽດນາມ ໃນເງື່ອນໄຂເສດຖະກິດ - ສັງຄົມຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ.

        ພ້ອມກັບການເຂົ້າຮ່ວມ ແລະ ປະຕິບັດບັນດາພັນທະຕາມສົນທິສັນຍາຕ່າງໆກ່ຽວກັບສິດທິມະນຸດຢ່າງເຂັ້ມງວດ, ຫວຽດນາມ ຍັງຕັ້ງໜ້າປະຕິບັດບັນດາຄຳໝັ້ນສັນຍາສາກົນອື່ນໆອີກ ກ່ຽວກັບສິດທິມະນຸດ, ພົ້ນເດັ່ນແມ່ນຜັນຂະຫຍາຍກົນໄກການທົບທວນປະຈຳໄລຍະ (UPR) ຂອງສະພາສິດທິມະນຸດສະຫະປະຊາຊາດ. ທ່າທີຕັ້ງໜ້າ, ເຂັ້ມງວດໃນການປະຕິບັດກົນໄກ UPR ຂອງ ຫວຽດນາມ ສະແດງໃຫ້ເຫັນ ກ່ອນອື່ນໝົດແມ່ນຢູ່ຂະບວນວິວັດແຫ່ງການສ້າງບົດລາຍງານແຫ່ງຊາດຢ່າງລະອຽດ ດ້ວຍການທາບທາມຄຳເຫັນຢ່າງກ້ວາງຂວາງຂອງທຸກກະຊວງ, ຂະແໜງການ, ບັນດາອົງການການເມືອງ,  ສັງຄົມ ແລະ ທັງບັນດາອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນຢູ່ ຫວຽດນາມ. ຈຸດທີ່ສຳຄັນແມ່ນ ຫວຽດນາມ ມີຄວາມເຂັ້ມງວດທີ່ສຸດ ໃນການປະຕິບັດບັນດາຂໍ້ສະເໜີແນະ ຊຶ່ງ ຫວຽດນາມ ຍິນຍອມເຫັນດີ. ບັນດາກະຊວງ, ຂະແໜງການ ລ້ວນແຕ່ມີບັນດາແຜນການຜັນຂະຫຍາຍການປະຕິບັດຂໍ້ສະເໜີແນະຂອງ UPR ຕາມແຜນການສັງລວມ ກ່ຽວກັບການປະຕິບັດ 182 ຂໍ້ສະເໜີແນະໃນກົນໄດ UPR ໂດຍ ລັດຖະບານ ຫວຽດນາມ ປະກາດໃຊ້.

        ມຸ່ງໄປເຖິງການຮັບປະກັນບັນດາສິດທິມະນຸດນັບມື້ນັບດີກ່ວາ

        ດ້ວຍແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ມານະພະຍາຍາມຮັບປະກັນບັນດາສິດທິມະນຸດນັບມື້ນັບດີກ່ວາຢ່າງບໍ່ຢຸດຢັ້ງ, ພ້ອມທັງ ເປັນເຈົ້າການຊຸກຍູ້ການຮ່ວມມືສາກົນກ່ຽວກັບສິດທິມະນຸດ, ຫວຽດນາມ ໄດ້ ແລະ ພວມສືບຕໍ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາສາກົນ ແລະ ພັນທະທີ່ລະບຸໃນສົນທິສັນຍາສາກົນກ່ຽວກັບສິດທິມະນຸດ, ພິເສດແມ່ນເລື່ອງ ປະຕິບັດບັນດາຂໍ້ສະເໜີແນະ UPR. ພ້ອມທັງ, ຫວຽດນາມ ພວມສືບຕໍ່ຄົ້ນຄວ້າສາມາດເຂົ້າຮ່ວມສົນທິສັນຍາບາງສະບັບໃນຂົງເຂດສິດທິມະນຸດຕື່ມອີກ. ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດ ແລະ ປະກອບສ່ວນທີ່ບັນດາເວທີປາໄສຫລາຍຝ່າຍກ່ຽວກັບສິດທິມະນຸດ, ພິເສດແມ່ນຢູ່ບັນດາອົງການສະຫະປະຊາຊາດ ຊຶ່ງ ຫວຽດນາມ ພວມແມ່ນສະມາຊິກຄື: ສະມັດຊາເສດຖະກິດ - ສັງຄົມ (2016 - 2018), ສະມັດຊາບໍລິຫານງານ UNESCO (2015 - 2019), ກໍ່ຄືໃນຂອບເຂດບັນດາກົນໄກຂອງ ອາຊຽນ, ແນໃສ່ກ້າວໄປເຖິງປະຊາຄົມ ອາຊຽນ ມຸ່ງໄປເຖິງມະນຸດ ແລະ ຖືມະນຸດເປັນໃຈກາງ.

ຕອບກັບ

ຂ່າວ/ບົດ​ອື່ນ