ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີທາງສື່ມວນຊົນເປັນຢ່າງດີ

(VOVWORLD) - ມາດຕາ 19, ICCPR ຢັ້ງຢືນວ່າ: “ເລື່ອງປະຕິບັດບັນດາສິດທີ່ໄດ້ກຳນົດທີ່ຂໍ້ 2 ມາດຕານີ້ ຄັດຕິດບັນດາພັນທະ ແລະ ຄວາມຮັບຜິດຊອບພິເສດ, ໄດ້ກຳນົດໃນກົດໝາຍ ແມ່ນຈຳເປັນ

ນັບແຕ່ກ່ອນມາຮອດປັດຈຸບັນ, ພັກ, ລັດ ຫວຽດນາມ ຍາມໃດກໍ່ເຄົາລົບ, ຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ, ໃນນັ້ນ ມີສິດເສລີໃນການເຄື່ອນໄຫວສື່ມວນຊົນ, ຖືກຕາມບັນດາຄຳໝັ້ນສັນຍາສາກົນ ຊຶ່ງ ຫວຽດນາມ ໄດ້ເຂົ້າຮ່ວມ. ການພັດທະນາຂອງສື່ມວນຊົນ ຫວຽດນາມ ໃນຊຸມປີຜ່ານມາ ໄດ້ສະແດງໃຫ້ເຫັນບັນດານະໂຍບາຍກ່ຽວກັບຄວາມເສລີໃນການເຄື່ອນໄຫວສື່ມວນຊົນຂອງ ຫວຽດນາມ ຊຶ່ງໄດ້ປະຕິບັດໃນຕົວຈິງຢ່າງມີປະສິດທິຜົນ. ບົດຂຽນຂອງບັນນາທິການ ທູຮວາ “ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີໃນການເຄື່ອນໄຫວສື່ມວນຊົນເປັນຢ່າງດີ.”

ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີທາງສື່ມວນຊົນເປັນຢ່າງດີ - ảnh 1 ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີທາງສື່ມວນຊົນເປັນຢ່າງດີ (ພາບ: TTXVN)

        ທາງດ້ານສາກົນ, ສິດເສລີທາງສື່ມວນຊົນໄດ້ກຳນົດຢ່າງລະອຽດໃນກົດໝາຍສາກົນ. ມາດຕາ 19, ສົນທິສັນຍາສາກົນກ່ຽວກັບສິດທາງແພ່ງ, ການເມືອງປີ 1966 (ICCPR) ໄດ້ຢັ້ງຢືນວ່າ: ທຸກຄົນມີສິດເສລີໃນການປາກເວົ້າ; ສິດດັ່ງກ່າວ ລວມມີຄວາມເສລີໃນການຊອກຫາ, ສຳຜັດ ແລະ ເຜີຍແຜ່ຂໍ້ມູນຂ່າວ, ຄຳຄິດເຫັນທຸກຢ່າງ, ບໍ່ຈຳແນກຂົງເຂດ, ຮູບການໂຄສະນາ ໂດຍບໍ່ວ່າຜ່ານພາຫະນະສື່ມວນຊົນໃດໆ. ເຖິງຢ່າງໃດກໍ່ຕາມ, ສິດດັ່ງກ່າວ ອາດຈະຖືກຈຳກັດຢ່າງແນ່ນອນ.

ສິດເສລີທາງສື່ມວນຊົນຜ່ານການສັງເກດຈາກກົດໝາຍສາກົນ

        ມາດຕາ 19, ICCPR ຢັ້ງຢືນວ່າ: “ເລື່ອງປະຕິບັດບັນດາສິດທີ່ໄດ້ກຳນົດທີ່ຂໍ້ 2 ມາດຕານີ້ ຄັດຕິດບັນດາພັນທະ ແລະ ຄວາມຮັບຜິດຊອບພິເສດ, ໄດ້ກຳນົດໃນກົດໝາຍ ແມ່ນຈຳເປັນ ເພື່ອ: a) ເຄົາລົບສິດຕ່າງໆ ຫຼື ອິດທິພົນຊື່ສຽງຂອງຜູ້ອື່ນ; b) ປົກປັກຮັກສາຄວາມສະຫງົບແຫ່ງຊາດ ຫຼື ຄວາມເປັນລະບຽບຮຽບຮ້ອຍຢູ່ສະຖານທີ່ສາທາລະນະ, ສຸຂະພາບ ຫຼື ຄຸນສົມບັດທາງສັງຄົມ”. ມາດຕາ 29, ຖະແຫຼງການສິດທິມະນຸດໂລກກໍ່ເນັ້ນໜັກວ່າ: “ໃນຂະນະທີ່ມີສິດຕ່າງໆ ແລະ ຄວາມເສລີບຸກຄົນ, ຕ້ອງຖືກບັນດາຄວາມຈຳກັດໂດຍກົດໝາຍກຳນົດ ເພື່ອແນໃສ່ຈຸດປະສົງໜຶ່ງດຽວ ນັ້ນແມ່ນ ຮັບປະກັນການຮັບຮູ້ ແລະ ເຄົາລົບຕໍ່ບັນດາສິດ ແລະ ຄວາມເສລີຂອງຜູ້ອື່ນ ແລະ ເໝາະສົມກັບຄວາມຮຽກຮ້ອງອັນຊອບທຳກ່ຽວກັບຄຸນສົມບັດ, ຄວາມເປັນລະບຽບຮຽບຮ້ອຍຢູ່ສະຖານທີ່ສາທາລະນະ ແລະ ສະຫວັດດີການຮ່ວມ”.

        ກົດໝາຍຂອງບັນດາປະເທດກໍ່ກຳນົດລະອຽດກ່ຽວກັບສິດເສລີທາງສື່ມວນຊົນ, ຕາມນັ້ນແລ້ວ, ການປະຕິບັດສິດດັ່ງກ່າວ ຕ້ອງນອນໃນຂອບເຂດຂອງກົດໝາຍ. ມາດຕາ 5, ລັດຖະທຳມະນູນ ເຢຍລະມັນ ກຳນົດວ່າ ທຸກຄົນມີສິດສະແດງທັດສະນະຂອງຕົນໂດຍຜ່ານຮູບຖ່າຍ, ຄຳເວົ້າ, ບົດຂຽນໃນປື້ມ, ໜັງສືພິມ ຫຼື ເຜີຍແຜ່ຜ່ານທາງລາຍການກະຈາຍສຽງ, ໂທລະພາບ. ເຖິງຢ່າງໃດກໍ່ຕາມ, ມາດຕາ 18, ລັດຖະທຳມະນູນ ເຢຍລະມັນ ກໍ່ເນັ້ນໜັກວ່າ: “ຜູ້ໃດສວຍໃຊ້ບັນດາສິດເສລີໃນການປາກເວົ້າ, ພິເສດແມ່ນສິດເສລີທາງສື່ມວນຊົນ, ໂຄສະນາ…ເປັນເຄື່ອງມືທີ່ຕ້ານຄືນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມປະຊາທິປະໄຕເສລີ ຈະຖືກປົດສິດເປັນພົນລະເມືອງ”.

        ນັບທັງຢູ່ປະເທດ ອາເມລິກາ, ຊຶ່ງແມ່ນປະເທດທີ່ໄດ້ຮັບຖືວ່າ “ແມ່ນປະເທດຂອງຄວາມເສລີທາງສື່ມວນຊົນ”, ມາດຕາ 2358 ປະມວນກົດໝາຍວ່າດ້ວຍອາຍາ ອາເມລິກາ ໄດ້ຫ້າມ: “ການພິມ, ການພິມຈຳໜ່າຍ, ການຮຽບຮຽງບັນນາທິການ, ກະຈາຍສຽງ, ໂຄສະນາເຜີຍແຜ່, ການຄ້າຂາຍ, ການແຈກຢາຍ ຫຼື ການວາງສະແດງໂດຍບໍ່ວ່າເອກະສານຂຽນ ຫຼື ພິມໃດໆຢ່າງເປີດເຜີຍໃຫ້ຮູ້ ທີີ່ມີເນື້ອໃນຂົນຂວາຍ, ຈອບອອຍປຸກປັນຍຸແຍ່ ຫຼື ອະທິບາຍກ່ຽວກັບຄວາມຮັບຜິດຂອບ, ຄວາມຈຳເປັນມັກໃຫຍ່ໄຝ່ສູງ ຫຼື ລັກສະນະຖືກຕ້ອງຂອງການກະທຳໂຄ່ນລົ້ມ ຫຼື ດັບສູນໂດຍບໍ່ວ່າອຳນາດການປົກຄອງຂັ້ນໃດໆຂອງ ອາເມລິກາ ດ້ວຍກຳລັງອາວຸດ ຫຼື ການໃຊ້ຄວາມຮຸນແຮງ”.

        ໃນລັດຖະທຳມະນູນ ຫວຽດນາມ 2013, ສິດເສລີໃມການປາກເວົ້າ, ສື່ມວນຊົນກໍ່ໄດ້ກຳນົດຢ່າງເໝາະສົມກັບສົນທິສັນຍາສາກົນກ່ຽວກັບບັນດາສິດທາງແພ່ງ, ການເມືອງ. ນັ້ນແມ່ນ: “ພົນລະເມືອງມີສິດເສລີໃນການປາກເວົ້າ, ສິດເສລີທາງສື່ມວນຊົນ, ສຳຜັດກັບຂໍ້ມູນຂ່າວສານ, ປະຊຸມ, ສ້າງຕັ້ງສະມາຄົມ, ແຫ່ຂະບວນປະທ້ວງ. ການປະຕິບັດບັນດາສິດນີ້ ໂດຍກົດໝາຍກຳນົດ” (ມາດຕາ 25). ພ້ອມກັນນັ້ນ, ບັນດາຂໍ້ກຳນົດໃນກົດໝາຍວ່າດ້ວຍສື່ມວນຊົນຂອງ ຫວຽດນາມ ກ່ຽວກັບສິດເສລີໃນການປາກເວົ້າຂອງພົນລະເມືອງ; ກ່ຽວກັບພັນທະຂອງອົງການສື່ມວນຊົນ ກໍ່ເໝາະສົມກັບບັນດາເອກະສານສາກົນກ່ຽວກັບສິດທິມະນຸດ.

ກົດໝາຍ ຫວຽດນາມ ຮັບປະກັນໃຫ້ສື່ມວນຊົນພັດທະນາຢ່າງແຮງ    

        ໂດຍອີງໃສ່ລະບົບກົດໝາຍຢ່າງຖືກຕ້ອງ ແລະ ເໝາະສົມກັບບັນດາກົດໝາຍສາກົນ ດັ່ງນັ້ນ ສື່ມວນຊົນ ຫວຽດນາມ ມີການພັດທະນາກະໂດດຂັ້ນ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີອົງການສຳນັກງານໜັງສືພິມ 859ແຫ່ງ; ອົງການສຳນັກງານສື່ເອເລັກໂນນິກ 135 ແຫ່ງ; ເວັບໄຊຂໍ້ມູນຂ່າວເອເລັກໂຕນິກສັງລວມ 258 ເວັບໄຊ; ສະຖານີກະຈາຍສຽງ, ໂທລະພາບ 67 ແຫ່ງ. ບໍ່ພຽງແຕ່ພົນລະເມືອງ ຫວຽດນາມ ເທົ່ານັ້ນ ຫາກຍັງມີຊາວຕ່າງປະເທດພວມດຳລົງຊີສິດ, ເຮັດວຽກຢູ່ ຫວຽດນາມ ກໍ່ໄດ້ຮັບຂໍ້ມູນຂ່າວຢ່າງຄົບຖ້ວນຈາກບັນດາສຳນັກຂ່າວສານໃຫຍ່ອີກດ້ວຍ. ອົງການສື່ມວນຊົນຕ່າງປະເທດກ່ວາ 20 ແຫ່ງມີນັກຂ່າວປະຈຳ ຫວຽດນາມ, ບັນດາໜັງສືພິມ, ວາລະສານໄດ້ພິມດ້ວຍພາສາຕ່າງປະເທດໄດ້ຈຳໜ່າຍຢ່າງກ້ວາງຂວາງ. ໂດຍຜ່ານທາງອິນເຕີແນັດ, ຊາວ ຫວຽດນາມ ສາມາດສຳຜັດກັບຂໍ້ມູນຂ່າວສານຈາກບັນດາສຳນັກຂ່າວສານໃຫຍ່ໃນໂລກ.

        ມາຮອດປັດຈຸບັນ, ຫວຽດນາມ ໄດ້ຮັບຖືວ່າ ແມ່ນປະເທດທີ່ມີລະດັບການພັດທະນາອິນເຕີແນັດ ແລະ ສື່ສັງຄົມໄວ ແຖວໜ້າຂອງພາກພື້ນ. ຕາມຕົວເລກສະຖິຕິແລ້ວ, ສະເພາະແຕ່ Facebook,  ຫວຽດນາມ ໄດ້ມີ 35 ລ້ານຄົນທີ່ມີບັນຊີ Facebook ເທົ່າກັບ 1/3 ຈຳນວນປະຊາກອນ (92 ລ້ານຄົນ).

ສື່ມວນຊົນແມ່ນກຳລັງໜູນໃຫ້ແກ່ການພັດທະນາຂອງສັງຄົມ

        ສື່ມວນຊົນຢູ່ ຫວຽດນາມ ພໍ່ພຽງແຕ່ໄດ້ຮັບຄວາມເສລີພັດທະນາເທົ່ານັ້ນ ຫາກຍັງເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນພາລະກິດສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ, ຕ້ານຄືນປະກົດການເສື່ອມທາດຂາດຄຸນກ່ຽວກັບແນວຄິດດ້ານການເມືອງ ແລະ ຄຸນສົມບັດ, ວິຖີຊີວິດ, “ຜັນແປເອງ”, “ຫັນປ່ຽນເອງ” ໃນສັງຄົມ. ໃນໄລຍະຜ່ານມາ, ສື່ມວນຊົນ ປະກອບສ່ວນຢ່າງບໍ່ໜ້ອຍເຂົ້າໃນຜົນສຳເລັດຂອງພາລະກິດຕ້ານການສໍ້ລາດບັງຫລວງຢູ່ ຫວຽດນາມ. ດັ່ງນັ້ນ ຄວາມເສລີທາງສື່ມວນຊົນ ແມ່ນເງື່ອນໄຂເພື່ອການພັດທະນາຂອງສັງຄົມ.

        ສຳລັບພັກ ແລະ ລັດ ຫວຽດນາມ, ສິດເສລີໃນການປາກເວົ້າ, ສື່ມວນຊົນ ບໍ່ພຽງແຕ່ແມ່ນສິດຈຳເປັນ ຕ້ອງຮັບປະກັນກ່ວາອີກ ຫາກຍັງໄດ້ຖືວ່າ ແມ່ນກຳລັງໜູນໃຫ້ແກ່ການພັດທະນາຂອງສັງຄົມອີກດ້ວຍ. ການພັດທະນາເສດຖະກິດສັງຄົມຮອບດ້ານຂອງ ຫວຽດນາມ ໃນໄລຍະຜ່ານມາ ສະແດງໃຫ້ເຫັນວ່າ ບັນດາຄຳກ່າວຫາ ຫວຽດນາມ ບໍ່ເຄົາລົບສິດທິມະນຸດ, ຂາດຄວາມເສລີທາງສື່ມວນຊົນພຽງແມ່ນໄຮ້ເຫດຜົນເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ