ຫວຽດນາມ ເປັນເຈົ້າການຍາດແຍ່ງກາລະໂອກາດ ຈາກການເຊື່ອມໂຍງເສດຖະກິດສາກົນ

​ເຂົ້າ​ຮ່ວມ​ງານ​ລ້ຽງ​ຂຳ່ນັບ​ຊົ​ມ​ເຊີ​ຍ​ເວທີ​ປາ​ໄສ​ລະ​ດູ​ບານ​ໃໝ່ 2017 ​ໂດຍ​ສະພາ​ທຸລະ​ກິດ​ອາຊີ ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 23/02 ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ ເວື​ອງດີງ​ເຫວ້ ຢືນຢັນ​ວ່າລັດຖະບານ ຫວຽດນາມ ກຳນົດ​ການ​ເຊື່ອ​ມ​ໂຍງ​ເສດຖະກິດ​ເຂົ້າ​ກັບ​ສາກົນ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ຂອງ ຫວຽດນາມ, ຫວຽດນາມ ພວມ​ມານະ​ພະຍາຍາມ ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດ​ຖະກິດ, ຕັ້ງໜ້າ​ຫັນປ່ຽນ​ຮູບ​ແບບ​ພັດທະນາ​ເສດຖະກິດ ​ໂດຍ​ອີງໃສ່​ການ​ປະດິດ​ຄິດ​ສ້າງ, ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ ​ເພື່ອ​ພັດທະນາ.

 

ຫວຽດນາມ ເປັນເຈົ້າການຍາດແຍ່ງກາລະໂອກາດ ຈາກການເຊື່ອມໂຍງເສດຖະກິດສາກົນ - ảnh 1
ເອກ​ອັກຄະ​ລັດຖະທູດຫວຽດນາມປະຈຳເຢຍລະ​ມັນດ່ວານ​ຊວນ​ຮຶງ

             ຫວຽດ​ນາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດ​ຖະ​ກິດສາ​ກົນ​ດ້ວຍ​ຫຼາຍ​ລະ​ດັບ​ຄື​ສັນ​ຍາ​ການ​ຄ້າ​ບຸ​ລິ​ມະ​ສິດ, ສັນ​ຍາ​ການ​ຄ້າເສ​ລີ, ສະ​ຫະ​ພັນ​ພາ​ສີ, ຕະຫຼາດ​ຮ່ວມ, ສັນ​ຍາ​ການ​ຄ້າເສ​ລີ​ຮຸ່​ນ​ໃໝ່….ປະ​ຈຸ​ບັນ​ຫວຽດ​ນາມ​ໄດ້​ສ້າງ ສັນ​ຍາ​ການ​ຄ້າ​ເສ​ລີ FTA ຫຼາຍ​ສະ​ບັບ​ກັບ 56 ປະ​ເທດ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ໂລກ​ຄື WTO, AFTA, ອາ​ຊຽນ-ອົດ​ສະ​ຕາ​ລີ-ນິວ​ຊີ​ແລນ, ອາ​ຊຽນ-ອີນ​ເດຍ, ຫວຽດ​ນາມ-ຍີ​ປຸ່ນ, ຫວຽດ​ນາມ-EU , ຫວຽດ​ນາມ-ສະ​ຫະ​ພັນ​ເສດ​ຖະ​ກິດ​ອາ​ຊີ-ເອີ​ລົບ, ຫວຽດ​ນາມ-ສ.ເກົາຫຼີ…ຫວຽດ​ນາມ​ກໍ​ສຳ​ເລັດ​ການ​ເຈ​ລະ​ຈາ​ເພື່ອ​ລົງ​ນາມ​ສັນ​ຍາ TPP ແລະ ພ​ວມ​ຊຸກ​ຍູ້​ເພື່ອຮັບ​ຮອງ​ເອົາ ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ 10 ປະ​ເທດ​ອາ​ຊຽນ ແລະ 6 ປະ​ເທດ​ຊຶ່ງ​ອາ​ຊຽນ​ໄດ້​ລົງ​ນາມ​ໃນ ສັນ​ຍາ​ການ​ຄ້າ​ເສ​ລີ RCEP, ຫວຽດ​ນາມ-ອິດ​ສະ​ຣາ​ແອນ.

     ວິ​ວັດ​ການເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດ​ຖະ​ກິດສາ​ກົນ​ໄດ້​ເປີດ​ບັນ​ຍາ​ກາດ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ, ເປີດ​ກ້​ວາງ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ກ້​ວາງ​ເລິກ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ອາດ​ຈະ​ເວົ້າ​ວ່າ ການ ເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດ​ຖະ​ກິດສາ​ກົນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຂງ​ແຮງເຖິງ​ການ​ເຕີບ​ໂຕ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ຍົກ​ສູງ​ຄວາມ​ສາ​ມາດ​ຜະ​ລິດ, ເປີດ​ກ້​ວາງ​ຕະຫຼາດ, ຊຸກ​ຍູ້​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ພິ​ເສດ​ແມ່ນ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ການ​ຜະ​ລິດ​ຕ​າມ​ທິດ​ຕັ້ງ​ໜ້າ, ສອດ​ຄ່ອງ​ກັບ​ແຜນ​ນະ​ໂຍ​ບາຍ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ຕ​າມ​ທິດ​ທັນ​ສະ​ໄໝ, ດຶງ​ດູດ​ທຶນ FDI  ແລະ ເປີດ​ກ້​ວາງ​ການ​ຮ່ວມ​ມື​ພັດ​ທະ​ນາ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ເຢຍລະ​ມັນ ດ່ວານ​ຊວນ​ຮຶງ ຢືນຢັນ​ວ່າ:

        “ມີ​​ເພື່ອນ ​ເຢຍລະ​ມັນ ຫລາຍ​ຄົນ​ໄດ້​ແບ່ງປັນ​ກັບ​ຂ້າພະ​ເຈົ້າ​ວ່າ ​ເຂົາ​ເຈົ້າ​ເຫັນ ຫວຽດນາມ ​ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ເປີດ​ປະຕູ​ຕະຫລາດ​ຢ່າງ​ແທ້​ຈິງ. ນີ້​ແມ່ນ​ກາລະ​ໂອກາດ​ອັນ​ໃຫຍ່​ຫລວງ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ແຊກ​ຊຶມ​ເຂົ້າ​ຕະຫລາດ ຫວຽດນາມ ​ແລະ ພວກ​ເຮົາ​ຕ້ອງ​ຮັບ​ເອົ​າ​ໂອກາດ​ນັ້ນ, ພ້ອມ​ກັນ​ນັ້ນ ກໍ່​ເຊື່ອ​ມຕໍ່​ລະຫວ່າງ 2 ຝ່າຍ”.

        ​ສ່ວນ​ເອກ​ອັກຄະ​ລັດຖະທູດ ​ແດນ​ມາກ ປະຈຳ ຫວຽດນາມ ທ່ານ​ນາງ Laursen ໃຫ້​ຂໍ້ສັງ​ເຫດ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ຫວຽດນາມ ພວມ​ຍູ້​ແຮງ​ວິວັດ​ການ​ເຊື່ອມ​​ໂຍງ​ສາກົນ​ເທື່​ອລະ​ກ້າວ, ພິ​ເສດ​ໃນ​ຂົງ​ເຂດ​ເສດຖະກິດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ດ້ວຍ​ບັນດາ​ແຜນ​ການ​ຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ນັ້ນ, ຫວຽດນາມ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ຢ່າງ ຈາກ​ສັນຍາ​ເຫຼົ່າ​ນີ້ ”.

    ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ຍ້ອນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ນຳ​ມາ​ໃຫ້

     ຫວຽດ​ນາມ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ເພື່ອ ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ຍ້ອນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ນຳ​ມາ​ໃຫ້ ພ້ອມ​ທັງ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ຢູ່​ພາຍ​ໃນ​ປະ​ເທດ, ຍົກ​ສູງ​ຄຸ​ນະ​ພາບ​ການ​ເຕີບ​ໂຕ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້​ນ​ສະ​ເໝີ​ປາຍ ແລະ ທະ​ລຸ​ລົງ. ເນັ້ນ​ໜັກ​ເຖິງ​ປັດ​ໄຈ​ມະ​ນຸດ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ​ຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ ໄດ້​ຢ້ຳ​ຄືນ​ເຖິງ​ທັດ​ສະ​ນະ​ເລືອກ​ເອົາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ເພື່ອ​ນູນ​ຊ່ວຍ​ແກ່​ການ​ເຄື່ອນ​ໄຫວ​ລົງ​ທຶນ, ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ… ເພື່ອ​ປົວ​ແປງ​ສະ​ພາບ​ແວ​ລ້ອມ​ແຫ່ງ​ການ ດຳ​ເນີນ​ທຸ​ລະ​ກ​ິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ, ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ຍ້ອນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ນຳ​ມາ​ໃຫ້, ຕົ້ນ​ເດືອນ 2/2017, ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ປະ​ກ​າດ​ໃຊ້​ມະ​ຕິ 19 ປີ 2017, ເຕື້ອງ​ເຖິງ​ບັນ​ດາ​ໜ້າ​ທີ່, ວິ​ທີ​ການ​ແກ້​ໄຂ​ຕົ້ນ​ຕໍ່ຊຶ່ງ​ຫວຽດ​ນາມ​ຈະ​ປະ​ຕິ​ບັດ. ກ່ຽວ​ກັບ​ບັນ​ຫານີ້, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ ​ໃຫ້​ຮູ້​ວ່າ:

        “ມະຕິ​ຖືກ​ສ້າງ​ຕາມ​ມາດຖານ​ສາກົນ, ດ້ວຍ​ບັນດາ​ຕົວ​ເລກ, ຄາດໝາຍ, ດັດ​ຊະນີຖືກ​ຍົກ​ອອກ​ມາ​ໃນ​ບົດ​ລາຍ​ງານ​ກ່ຽວກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ທະນາ ຄານ ໂລກ,ບົດ​ລາຍ​ງານ​ຄວາມ​ສາມາດ​ແກ່ງ​ແຍ້​ງທົ່ວ​ໂລກ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ອັນ​ໄດ້​ວາງ​ອອກ​ວິທີ​ສັງ​ເກດ​ທີ່​ສອດຄ​່ອງກັບ​ຄວາມ​ຮຽກຮ້ອງ​ຕ້ອງການ, ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ຮູບ​ພາບ, ທີ່​ຕັ້ງ​ບົດບາດ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ ຫາກຍັງ​ແມ່ນ​ທ່າ​ແຮງ​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ, ການ​​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ, ​ໃນ​ການ​ເຈລະຈາ​ບັນດາ​ຄຳ​ໝັ້ນ​ສັນຍາ​ການ​ຄ້າ​ສາກົນ .

             ການເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດ​ຖະ​ກິດສາ​ກົນແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີຕົ້ນ​ສະ​ເໝີ​ປາຍ ແລະ ແມ່ນ​ເນື້ອ​ໃນ​ຈຸດ​ສຸມ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ເສດ​ຖະ​ກິດ​ສາ​ກົນ​ຂອງ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ. ການຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ຍ້ອນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ນຳ​ມາ​ໃຫ້ ໄດ້, ພວມ ແລະ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມຂອງ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ

ຕອບກັບ

ຂ່າວ/ບົດ​ອື່ນ