ຫວຽດນາມ ເປັນເຈົ້າການພ້ອມກັບອາຊຽນສ້າງພາກພື້ນເຂັ້ມແຂງດ້ວຍຕົນເອງແລະປະດິດຄິດສ້າງ

(VOVWORLD) -ພາຍຫຼັງດຳເນີນກອງປະຊຸມມາເປັນເວລາເກືອບ 4 ວັນຢ່າງລຽນຕິດ ດ້ວຍການເຄື່ອນໄຫວນັບສິບໆຢ່າງ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 51 (AMM - 51) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ສິ້ນສຸດລົງໃນທ້າຍອາທິດຜ່ານມາຢູ່ສິງກະໂປ.
ຫວຽດນາມ ເປັນເຈົ້າການພ້ອມກັບອາຊຽນສ້າງພາກພື້ນເຂັ້ມແຂງດ້ວຍຕົນເອງແລະປະດິດຄິດສ້າງ - ảnh 1(ພາບປະກອບ: TTXVN)

ມີຂໍ້ຕົກລົງຫຼາຍສະບັບເຊິ່ງບັນດາລັດຖະມົນຕີການຕ່າງປະເທດອາຊຽນ ແລະ ບັນດາລັດຖະມົນຕີບັນດາປະເທດຄູ່ຮ່ວມມືຮັບຮອງເອົາ ແລະ ເຫັນດີ ບົນພື້ນຖານຖືອາຊຽນ ເປັນໃຈກາງ, ພັດທະນາພາກພື້ນອາຊີ - ປາຊີຟິກ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງວັດທະນາຖາວອນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ນຳໜ້າຄະນະຫວຽດນາມ ເຂົ້າຮ່ວມ ແລະ ມີບັນດາການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນທີ່ກອງປະຊຸມຄັ້ງນີ້.

        ດ້ວຍຫົວຂໍ້ວ່າ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ”, ກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ຄັ້ງທີ 51 (AMM - 51) ໄດ້ເປັນເອກະພາບກັນຫຼາຍເນື້ອໃນສຳຄັນ. ຕາມນັ້ນແລ້ວ, ອາຊຽນ ໄດ້ສຸມໃສ່ຍູ້ແຮງການເຊື່ອມຕໍ່ໃນພາກພື້ນ, ສະແດງໃຫ້ເຫັນຄຸນນະທາດໝັ້ນຄົງເຂັ້ມແຂງ ໃນການຮັບມືກັບບັນດາບັນຫາຢູ່ພາກພື້ນຢ່າງມີປະສິດທິຜົນ, ສືບຕໍ່ຮັກສາໄດ້ບົດບາດໃຈກາງໃນການປະສານສົມທົບການພົວພັນກັບບັນດາຄູ່ຮ່ວມມື. ພິເສດ, ອາຊຽນ ແລະ ບັນດາຄູ່ຮ່ວມມືບັນລຸໄດ້ຄວາມເຫັນດີເຫັນພ້ອມສູງກ່ຽວກັບຄຳໝັ້ນສັນຍາສະໜັບສະໜູນ ແລະ ຊຸກຍູ້ລະບົບຫຼາຍຝ່າຍສາກົນ ໂດຍອີງໃສ່ກົດໝາຍ, ຮັກສາການເຊື່ອມຕໍ່ທາງດ້ານເສດຖະກິດ, ຫັນການຄ້າ ແລະ ການລົງທຶນເປັນເສລີ ໃນສະພາບທ່າອ່ຽງອາລັກຂາ ແລະ ຕ້ານການຫັນເປັນໂລກາພິວັດພວມເພີ່ມຂຶ້ນ.

AMM 51 ສາມັກຄີ, ເປັນເອກະພາບໃນບັນດາບັນຫາລວມ

        ດ້ວຍການເຄື່ອນໄຫວປະມານ 30 ຄັ້ງ, AMM – 51 ຖືກດຳເນີນໃນບັນຍາກາດຕັ້ງໜ້າ ແລະ ສະດວກ. ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ຫງວຽນກວັກຢຸງ, ໃຫ້ຂໍ້ສັງເກດວ່າ.

        “ກອງປະຊຸມຄັ້ງນີ້ໄດ້ດຳເນີນໃນສະພາບການທີ່ສາກົນມີການຜັນແປຫຼາຍຢ່າງ, ໃນນັ້ນມີບັນດາການປ່ຽນແປ່ງທາງດ້ານຂອບເຂດເສດຖະກິດ, ການເມືອງຢ່າງວອງໄວ, ຄວາມແຕກຕ່າງທາງດ້ານກຳລັງລະຫວ່າງບັນດາປະເທດ, ພິເສດແມ່ນບັນດາປະເທດໃຫຍ່. ແນ່ນອນວ່າ, ອາຊຽນ ດ້ວຍທີ່ຕັ້ງຍຸດທະສາດສຳຄັນຈະຖືກຜົນກະທົບຢ່າງຫຼວງຫຼາຍ. ສະນັ້ນ, ພາຍໃນອາຊຽນ ເອງກໍ່ກຳນົດວ່າຕ້ອງມີຄວາມສາມັກຄີ ແລະ ເປັນເອກະພາບນຳກັນກ່ຽວກັບວິທີສຳພັດກັບບັນດາບັນຫານັ້ນ”.

        ອາຊຽນ ໄດ້ເຫັນດີຕ້ອງມີຫຼັກໝັ້ນເອກະພາບຕໍ່ບັນດາຂໍ້ລິເລີມໃໝ່ໃນພາກພື້ນຄື ຂໍ້ລິເລີ່ມເສັ້ນທາງອອມຮອບ, ຂໍ້ລິເລີ່ມມະຫາສະມຸດອິນເດຍ - ມະຫາສະມຸດປາຊີຟິກ, ຂໍ້ລິເລີ່ມເຊື່ອມຕໍ່ພື້ນຖານໂຄງລ່າງແບບຍືນຍົງ… ອາຊຽນ ກໍ່ຢືດໝັ້ນຮັກສາຫຼັກການກ່ຽວກັບບັນດາບັນຫາສຳຄັນທີ່ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນຄືທະເລຕາເວັນອອກ. ເຖິງວ່າລະດັບຄວາມສົນໃຈມີຄວາມແຕກຕ່າງກັນກໍ່ຕາມ, ແຕ່ບັນດາປະເທດລ້ວນແຕ່ເຫັນດີຕໍ່ບັນດາຫຼັກການພື້ນຖານ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ, ເຄົາລົບກົດໝາຍສາກົນ, ພ້ອມກັນປຶກສາຫາລືກ່ຽວກັບທັດສະນະຕໍ່ບັນດາບັນຫາຕົວຈິງໃນພາກພື້ນ ກໍຄືເຈລະຈາກ່ຽວກັບກົດແຫ່ງການປະພຶດໃນທະເລຕາເວັນອອກ (COC).

        ນອກນັ້ນ, ອາຊຽນ ກໍ່ບັນລຸໄດ້ຜົນງານທີ່ໃຫຍ່ຫຼວງໃນການຜັນຂະຫຍາຍຫົວຂໍ້ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ”, ເພີ່ມທະວີກຳລັງແຮງສັງລວມທາງດ້ານເສດຖະກິດ ແລະ ການພັດທະນາ, ໃນນັ້ນມີແຜນການສັງລວມກ່ຽວກັບການເຊື່ອມຕໍ່ຂອງອາຊຽນ ກັບແຜນການພັດທະນາເຂດ ກໍຄືບັນດາແຜນການພັດທະນາການເຊື່ອມຕໍ່ລະຫວ່າງພາກພື້ນ, ເພີ່ມທະວີການພັດທະນາແບບຍືນຍົງ, ເພີ່ມລັກສະນະປະດິດຄິດສ້າງປ່ຽນແປງໃໝ່ ເພື່ອນຳໃຊ້ບັນດາຜົນງານດ້ານວິທະຍາສາດເຕັກໂນໂລຊີ, ໝາກຜົນຂອງການປະຕິວັດອຸດສາຫະກຳ 4.0, ເສດຖະກິດດີຈີຕອນ… ອາຊຽນ ໄດ້ຮັບມືກັບບັນດາບັນຫາທີ່ຫາກໍ່ເກີດຂຶ້ນຢ່າງມີປະສິດທິຜົນຄື ໄພທຳມະຊາດຢູ່ລາວ ດ້ວຍບັນດາການເຄື່ອນໄຫວຂອງບັນດາປະເທດສະມາຊິກ ກໍຄືຜ່ານບັນດາອົງການຈັດຕັ້ງໜູນຊ່ວຍມະນຸດສະທຳຂອງອາຊຽນ. ພິເສດ, ອາຊຽນ ແລະ ບັນດາຄູ່ຮ່ວມມືບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງກ່ຽວກັບຄຳໝັ້ນສັນຍາສະໜັບສະໜູນ ແລະ ຊຸກຍູ້ລະບົບຫຼາຍຝ່າຍສາກົນ. ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ຫງວຽນກວັກຢຸງ, ໃຫ້ຮູ້ວ່າ.

        “ບັນດາລັດຖະມົນຕີໄດ້ເຫັນດີໃນການຍູ້ໄວວິວັດການເຈລະຈາສັນຍາການຄ້າເສລີພາກພື້ນອາຊຽນ (RCEP) ກໍ່ຄືປາດຖະໜາວ່າ ບັນດາປະເທດຈະໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໂດຍໄວ. ບັນດາປະເທດອາຊຽນ ກໍຢາກພັດທະນາບັນດາເຂດການຄ້າເສລີຕື່ມອີກ, ພິເສດແມ່ນກັບ EU ແລະ ການາດາ”.

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າຢູ່ AMM 51

        ໂດຍເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງອາຊຽນ ໃນຫຼາຍປີຜ່ານມາ, ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ເຂົ້າຮ່ວມດ້ວຍຈິດໃຈຕັ້ງໜ້າສະໜັບສະໜູນບັນດາບຸລິມະສິດ ໂດຍປະເທດເປັນປະທານສິງກະໂປ ສະເໜີ.

        “ບັນດາຄວາມເອົາໃຈໃສ່, ບຸລິມະສິດຂອງຫວຽດນາມ ກໍ່ເຊັ່ນດຽວກັນກັບບັນດາເນື້ອໃນທີ່ມີຄວາມເອົາໃຈໃສ່, ໃຫ້ບຸລິມະສິດຂອງກອງປະຊຸມ. ສະນັ້ນ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມຢ່າງຖືກທິດ ແລະ ມີປະສິດທິຜົນ. ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການຊຸກຍູ້ລັກສະນະເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງຂອງອາຊຽນ, ຕັ້ງໜ້າເຂົ້າຮ່ວມເຄືອຂ່າຍບັນດານະຄອນອັດສະລິຍະ, ຊຸກຍູ້ການເຊື່ອມຕໍ່ພາກພື້ນ, ຮັດແຄບຄວາມແຕກໂຕນໃນການພັດທະນາ, ແລກປ່ຽນບັນດາທັດສະນະຢ່າງກົງໄປກົງມາ ນຳມາເຊິ່ງຄວາມຮັບຮູ້ລວມໃນບັນດາບັນຫາພາກພື້ນ ແລະ ສາກົນ, ພິເສດແມ່ນບັນຫາທະເລຕາເວັນອອກ. ທັດສະນະຂອງຫວຽດນາມ ໄດ້ປະກອບສ່ວນນຳມາເຊິ່ງຄວາມເປັນເອກະພາບ, ຄວາມສາມັກຄີໃນອາຊຽນ”.

        ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ຮັບບົດບາດເປັນຜູ້ປະສານງານການພົວພັນອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021 ຢ່າງເປັນທາງການ, ພາຍຫຼັງປະຕິບັດສຳເລັດໜ້າທີ່ເປັນຜູ້ປະສານງານການພົວພັນຄູ່ຮ່ວມມືອາຊຽນ - ອິນເດຍ ເປັນເວລາ 3 ປີ (ເດືອນ ສິງຫາ 2015 - ສິງຫາ 2018).

        ບັນດາການປະກອບສ່ວນຂອງຫວຽດນາມ ທີ່ກອງປະຊຸມຄັ້ງນີ້ ໄດ້ສືບຕໍ່ຢືນຢັນທັດສະນະຂອງຫວຽດນາມ ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງອາຊຽນ, ນັ້ນແມ່ນມານະພະຍາຍາມຢ່າງບໍ່ຢຸດຢັ້ງພ້ອມກັບບັນດາປະເທດສະມາຊິກສ້າງຊາຍຄາລວມອາຊຽນ ເພື່ອສັນຕິພາບ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ