ຫວຽດນາມ ແມ່ນຈຸດນັດພົບສັນຕິພາບຂອງບັນດາການດຳເນີນຊີວິດທາງດ້ານສາສະໜາສາກົນ

(VOVWORLD) -ວັນທີ 12 ພຶດສະພາ ຈະມາເຖິງ, ຫວຽດນາມ ຈະຕ້ອນຮັບຜູ້ແທນພຸດທະສາສະໜາໃນໂລກກວ່າ 1.600 ທ່ານ, ໃນນັ້ນມີທັງການນຳຂອງບາງປະເທດເຂົ້າຮ່ວມວັນບຸນວິສາຂະບູຊາ ຂອງສະຫະປະຊາຊາດ 2019 (Vesak).
ຫວຽດນາມ ແມ່ນຈຸດນັດພົບສັນຕິພາບຂອງບັນດາການດຳເນີນຊີວິດທາງດ້ານສາສະໜາສາກົນ - ảnh 1 (ພາບປະກອບ)

ສະພາບຕົວຈິງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ບັນດາຖ້ອຍທຳນອງຂອງຄະນະກຳມະການຄວາມເສລີທາງດ້ານສາສະໜາສາກົນອາເມລິກາ, ໃນບົດລາຍງານປະຈຳປີກ່ຽວກັບສະພາບການຄວາມເສລີທາງດ້ານສາສະໜາໂລກ, ໃນນັ້ນມີສະພາບການສາສະໜາຢູ່ຫວຽດນາມ ຫວ່າງແລ້ວນີ້, ພຽງແຕ່ແມ່ນບັນດາການຕີລາຄາອັດຕະວະວິໄສ, ພຽງຝ່າຍດຽວ, ຂາດເຈດຕະນາດີຕໍ່ຫວຽດນາມ.

        ຫວຽດນາມ ແມ່ນປະເທດມີການເຫຼື້ອມໃສເຊື່ອຖືສາສະໜາຕ່າງໆ. ໃນແຕ່ລະໄລຍະປະຫວັດສາດຂອງຫວຽດນາມ, ບັນດາການເຫຼື້ອມໃສເຊື່ອຖືສາສະໜາ ຍາມໃດກໍ່ມີຊີວິດຢູ່ຮ່ວມກັນຢ່າງມີຄວາມປອງດອງ, ມີຄວາມສະໜິດຕິດພັນກັບຊາດຫວຽດນາມ. ມີ 95% ຈຳນວນພົນລະເມືອງຫວຽດນາມ ເຊື່ອຖືສາສະໜາ, ໃນນັ້ນມີສາສະນິກກະຊົນກວ່າ 24,3 ລ້ານຄົນແມ່ນເຊື່ອຖືສາສະໜາແຕກຕ່າງກັນ, ກວມເອົາ 27% ຂອງຈຳນວນພົນລະເມືອງ; ມີຜູ້ມີຍົດສັກຕຳແໜ່ງເກືອບ 53.000 ຄົນ, ມີຜູ້ເຮັດວຽກທາງດ້ານສາສະໜາ 134.000 ຄົນ, ມີຮາກຖານບູຊາ 28.000 ແຫ່ງ. ການດຳເນີນຊີວິດທາງດ້ານສາສະໜາມີຄວາມອຸດົມສົມບູນ ດ້ວຍພິທີກຳ, ເທດສະການເຫຼື້ອມໃສເຊື່ອຖືສາສະໜາຫຼາຍກວ່າ 8.000 ເທດສະການໃນແຕ່ລະປີ. ບັນດາຕົວເລກດັ່ງກ່າວແມ່ນສິ່ງພິສູດໃຫ້ເຫັນຢ່າງຈະແຈ້ງໃຫ້ແກ່ສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຢູ່ຫວຽດນາມ ເຊິ່ງຍາມໃດກໍ່ໄດ້ຮັບການຮັບປະກັນໂດຍອີງຕາມສະພາບຕົວຈິງ.

ທັດສະນະຢ່າງຈະແຈ້ງກ່ຽວກັບການເຫຼື້ອມໃສເຊື່ອຖືສາສະໜາ

        ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາ ແລະ ສິດເສລີໃນການບໍ່ເຫຼື້ອມໃສເຊື່ອຖືສາສະໜາຂອງພົນລະເມືອງ. ສິ່ງດັ່ງກ່າວໄດ້ລະບຸຢ່າງຈະຈ້ງໃນລັດຖະທຳມະນູນ, ກົດໝາຍຂອງຫວຽດນາມ ແລະ ໄດ້ຮັບການຮັບປະກັນ, ເຄົາລົບໃນສະພາບຕົວຈິງ.

        ກ່ອນອື່ນໝົດ, ນັ້ນແມ່ນການສ້າງລະບົບກົດໝາຍ, ນະໂຍບາຍກ່ຽວກັບການເຫຼື້ອມໃສເຊື່ອຖືສາສະໜາໃຫ້ສົມບູນແບບ,  ພິເສດແມ່ນການປະກາດໃຊ້ກົດໝາຍວ່າດ້ວຍການເຫຼື້ອມໃສເຊື່ອຖືສາສະໜາປີ 2016 (ມີຜົນສັດສິດຢ່າງເປັນທາງການນັບແຕ່ເດືອນມັງກອນ 2018) ແລະ ບັນດາດຳລັດວ່າດ້ວຍການແນະນຳການປະຕິບັດກົດໝາຍວ່າດ້ວຍການເຫຼື້ອມໃສເຊື່ອຖືສາສະໜາໃນໄລຍະຜ່ານມາ. ກົດໝາຍວ່າດ້ວຍການເຫຼື້ອມໃສເຊື່ອຖືສາສະໜາປີ 2016 ໄດ້ຢືນຢັນວ່າ: “ທຸກໆຄົນມີສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາ, ເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາໃດ; ແຕ່ລະຄົນມີສິດສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ການເຫຼື້ອມໃສເຊື່ອຖືສາສະໜາ; ປະຕິບັດການທຳພິທີກຳໃນການເຫຼື້ອມໃສເຊື່ອຖືສາສະໜາ; ເຂົ້າຮ່ວມບັນດາເທດສະການ; ຮ່ຳຮຽນ ແລະ ປະຕິບັດຄຳສອນ, ຫຼັກສິນທຳສາສະໜາ”. ກ່ອນໜ້ານັ້ນ, ລັດຖະທຳມະນູນປີ 1992 ກໍ່ກຳນົດວ່າ “ພົນລະເມືອງມີສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາ, ເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາໃດ. ບັນດາສາສະໜາລ້ວນແຕ່ມີຄວາມສະເໝີພາບຕໍ່ກົດໝາຍ. ບັນດາສະຖານທີ່ບູຊາຂອງການເຫຼື້ອມໃສເຊື່ອຖືສາສະໜາລ້ວນແຕ່ໄດ້ຮັບການປົກປ້ອງຈາກກົດໝາຍ. ບໍ່ມີຜູ້ໃດມີສິດລະເມີດຄວາມເສລີໃນການເຫຼື້ອມໃສເຊື່ອຖືສາສະໜາ ຫຼື ສວຍໃຊ້ການເຫຼື້ອມໃສເຊື່ອຖືສາສະໜາເພື່ອລະເມີດກົດໝາຍ ແລະ ນະໂຍບາຍຂອງລັດ”…

        ບັນດາພື້ນຖານດ້ານກົດໝາຍທີ່ໄດ້ຍົກອອກມາຄືດັ່ງກ່າວໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບເລື່ອງຮັບປະກັນ ແລະ ເຄົາລົບຄວາມເສລີທາງດ້ານສາສະໜາ, ຄວາມສາມັກຄີຂອງຊົນຊາດຊົນເຜົ່າ ໄດ້ກາຍເປັນຫຼັກການແຖວໜ້າ ແລະ ເປັນທັດສະນະສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ.

ຫວຽດນາມ - ຈຸດນັດພົບສັນຕິພາບຂອງບັນດາອົງການສາສະໜາສາກົນ

        ໃນຕົວຈິງ, ບັນດາວັນບຸນສຳຄັນຂອງສາສະໜາຕ່າງໆຢູ່ຫວຽດນາມ ຍາມໃດກໍ່ດຳເນີນໄປຢ່າງສົມກຽດ ຖືກຕາມພິທີກຳທາງສາສະໜາ, ດຶງດູດການເຂົ້າຮ່ວມຂອງສາສະນິກກະຊົນເປັນຈຳນວນຫຼວງຫຼາຍ. ຫວ່າງມໍ່ໆມານີ້, ບຸນປີໃໝ່ Chol Chnam Thmay ຂອງປະຊາຊົນເຜົ່າຂະແມ ເມື່ອກາງເດືອນ ເມສາ (ເດືອນ ມີນາ ໄລ່ຕາມຈັນທະປະຕິທິນ), ໄດ້ຈັດການເຄື່ອນໄຫວດຳເນີນຊີວິດທາງດ້ານສາສະໜາຢ່າງອຸດົມສົມບູນ. ມີຫຼາຍພິທີກຳທີ່ເປັນມູນເຊື້ອໄດ້ຮັບການປະຕິບັດຄື: ພິທີອວຍພອນປີໃໝ່, ພິທີຖະຫວາຍເຂົ້າຂຶ້ນວັດ, ພິທີຫົດສົງພະພຸດທະເຈົ້າ, ພິທີສວດມົນພາວະນາ… ເຊິ່ງໄດ້ດຳເນີນຕົ້ນຕໍຢູ່ບັນດາວັດ ນິກາຍນິຣະຍານຂະແມ, ໂດຍໄດ້ຮັບຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຈາກອຳນາດການປົກຄອງທ້ອງຖິ່ນ ກໍຄືການນຳພັກ, ລັດຫວຽດນາມ. ຄ້າຍຄືກັນນັ້ນ, ໃນໂອກາດວັນບຸນຄຼິດສະມາດ ຂອງຊາວຄຼິດ, ການນຳພັກ, ລັດ, ລັດຖະບານ, ແນວໂຮມປະເທດຊາດຫວຽດນາມ, ກໍ່ລ້ວນແຕ່ມີບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ອວຍພອນພໍ່ແມ່ຊາວຄຼິດ. ພໍ່ແມ່ຊາວຄຼິດ ໃນທົ່ວທຸກແຫ່ງຢູ່ຫວຽດນາມ ລ້ວນແຕ່ໄດ້ຈັດວັນບຸນຢ່າງສົມກຽດ ໃນທ່າມກາງບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ.

        ນັບແຕ່ກ່ອນມາຮອດປະຈຸບັນ, ບັນດາອົງການສາສະໜາຢູ່ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການພົບປະແລກປ່ຽນ, ຮ່ວມມືສາກົນ, ເຮັດໃຫ້ຊີວິດທາງດ້ານການເຫຼື້ອມໃສເຊື່ອຖືສາສະໜາຂອງບັນດາສາສະນິກກະຊົນນັບມື້ນັບອຸດົມສົມບູນກວ່າເກົ່າ. ໃນຊຸມວັນນີ້, ວັນບຸນວິສາຂະບູຊາ 2019 (Vesak 2019) ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ, ໄດ້ນຳຫວຽດນາມ ໃຫ້ກາຍເປັນຈຸດນັດພົບຂອງການດຳເນີນຊີວິດທາງດ້ານສາສະໜາສາກົນຢ່າງແທ້ຈິງ. ມີຜູ້ແທນສາກົນ 1.650 ທ່ານທີ່ມາຈາກ 112 ປະເທດ, ເຂດແຄ້ວນ, ພ້ອມກັບຄະນະຜູ້ແທນສາກົນ 570 ຄະນະ, ໃນນັ້ນມີຮອງເລຂາທິການໃຫຍ່ສະຫະປະຊາຊາດ, ປະທານາທິບໍດີມຽນມາ, ນາຍົກລັດຖະມົນຕີ ເນປານ, ປະທານສະພາສູງອິນເດຍ… ໄດ້ເຂົ້າຮ່ວມ ຊຶ່ງແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດ ວ່າ ຫວຽດນາມ ແມ່ນຈຸດນັດພົບສັນຕິພາບໃຫ້ບັນດາການດຳເນີນຊີວິດທາງດ້ານສາສະໜາສາກົນ. ກ່ອນໜ້ານັ້ນ, ຫວຽດນາມ ກໍ່ໄດ້ຈັດຕັ້ງສຳເລັດວັນບຸນວິສາຂະບູຊາສະຫະປະຊາຊາດ ເມື່ອປີ 2008 ແລະ 2014. ປີ 2017, ຫວຽດນາມ ກໍ່ເປັນເຈົ້າພາບຈັດຕັ້ງສຳເລັດພິທີສະເຫຼີມສະຫຼອງ 500 ປີແຫ່ງວັນຟື້ນຟູສາສະໜາໂປແຕັກຕັງ. ບັນດາເຫດການສາສະໜາສາກົນຖືກດຳເນີນຢູ່ຫວຽດນາມ ລ້ວນແຕ່ສ້າງຫາງສຽງທີ່ດີກ່ຽວກັບການດຳເນີນຊີວິດທາງດ້ານສາສະໜາຂອງຫວຽດນາມ ຕໍ່ເພື່ອນມິດສາກົນ.

        ບັນດາສະພາບຕົວຈິງທີ່ໄດ້ກ່າວມາຂ້າງເທິງນັ້ນ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງການດຳເນີນຊີວິດທາງສາສະໜາຢ່າງອຸດົມສົມບູນຢູ່ຫວຽດນາມ, ພ້ອມທັງແມ່ນການຮັບຮູ້ຂອງປະຊາຄົມສາກົນກ່ຽວກັບບັນດາຜົນງານຂອງຫວຽດນາມ ໃນການປະຕິບັດແຜນນະໂຍບາຍ, ນະໂຍບາຍກ່ຽວກັບຄວາມເສລີໃນການເຫຼື້ອມໃສເຊື່ອຖືສາສະໜາ. ເພາະສະນັ້ນ, ບັນດາຖ້ອຍທຳນອງທີ່ວ່າ ຫວຽດນາມ ລະເມີດຄວາມເສລີໃນການເຫື້ຼອມໃສເຊື່ອຖືສາສະໜາ ພຽງແຕ່ແມ່ນບັນດາການຕີລາຄາທີ່ຂາດພາວະວິໄສ, ພຽງຝ່າຍດຽວ, ຫຼ້າສະໄໝ ແລະ ບໍ່ສາມາດເຮັດໃຫ້ພາບພົດກ່ຽວກັບການເຫຼື້ອມໃສເຊື່ອຖືສາສະໜາທີ່ມີຊີວີດຊີວາຢູ່ຫວຽດນາມ ຖືກມົວໝອງໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ