ຫວຽດນາມ ແລະ ກຳປູເຈຍ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ

ຫວຽດນາມ ແລະ ກຳປູເຈຍ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ - ảnh 1
(ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ປັບປຸງ​ສາ​ຍພົວພັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​
ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ການ​ນຳ​ຫວຽດນາມ​ ກັບ​ກະສັດ ​ໂນ​ໂຣດົມ ສີຫະ​ໂມ​ນີ)

(vovworld) - ວັນ​ທີ 23/12, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ກຳປູ​ເຈຍ ​ໃນ​ລະຫວ່າງ​ວັນ​ທີ 23 ​ແລະ 24/12, ຕາມ​ຄຳ​ເຊີນ​ຂອງ​ພະ​ບາດ​ສົມ​​ເດັດ ພະ​ບໍລົມ​ມະ​ນຽດ ສີຫະ​ໂມ​ນີ, ກະສັດ​ແຫ່ງ​ລາຊະ​ນາ​ຈັກ​ກຳປູ​ເຈຍ. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ປັບປຸງ​ສາ​ຍພົວພັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ການ​ນຳ​ຫວຽດນາມ​ ກັບ​ກະສັດ ​ໂນ​ໂຣດົມ ສີຫະ​ໂມ​ນີ, ​ແມ່ນ​ກຳລັງ​ໜູນ​​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ​ມີ​ບາດກ້າວ​ພັດທະນາ​ໃໝ່, ຮັບ​ໃຊ້​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

ຫວຽດນາມ ​ແລະ ກຳປູ​ເຈຍ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ​ເຊິ່ງ​ໄດ້ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ນັບ​ແຕ່​ວັນ​ທີ 24/6/1967. ​ໃນປະຫວັດສາດ, ປະຊາຊົນສອງ​ປະ​ເທດ​ໄດ້​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທຸກ​ຢ່າງ, ​ເພື່ອ​ເອກະລາດ​ແຫ່ງ​ຊາດ ​ແລະ ອິດ​ສະຫລະ​ພາບຂອງ​ແຕ່ລະ​ປະ​ເທດ. ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ນີ້​ ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ອັນ​ລຳ້​ຄ່າ, ​ທີ່ໄດ້ ​ແລະ ຈະ​ປະກອບສ່ວນ​ຮັກສາ, ກໍ່​ຄືສືບ​ທອດ​ໃຫ້​​ລຸ້ນຕໍ່ໆ​ໄປ.

ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ຕາມ​ການ​ເວລາ

ບົນ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃນ​ເຊິ່ງກັນ ​ແລະ ກັນ, ສາຍ​ພົວພັນ​ທາງ​ດ້ານ​ການ​ເມືອງ - ການ​ຕ່າງປະ​ເທດ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບໄດ້​ຮັບ​ການ​ປັບປຸງ​ຢ່າງ​ເລິກ​ເຊິ່ງ. ສອງ​ຝ່າຍ​ຮັກສາ​ການແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​, ການ​ພົບ​ປະ​ຂັ້ນ​ສູງ ​ແລະ ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ລະຫວ່າງ​ສອງ​ປະ​ເທດເປັນ​ປະຈຳ. ​ໃນ​ຊຸມ​ປີຜ່ານມາ, ​ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໄປ​ຢ້ຽມຢາມ​ກຳປູ​ເຈຍ. ສ່ວນ​ທາງ​ຝ່າຍ ກຳປູ​ເຈຍ, ກະສັດ​ໂນ​ໂຣດົມ ສີ​ຫະ​ໂມ​ນີ, ທ່ານ​ນາຍົກລັດຖະມົນຕີ  ຮຸນ​ແຊນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຮັງ​ຊຳຣີ ກໍ່​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ. ຜ່ານ​ການ​ຢ້ຽມຢາມ​ເຫຼົ່າ​ນັ້ນ, ການ​ນຳ​ສອງ​ປະ​ເທດ​ລ້ວນ​ແຕ່​ສະ​ແດງ​ຄວາມ​ຕັດສິນ​ໃຈ ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ, ການ​ລົງທຶນ ​ແມ່ນ​ຂົງ​ເຂດ​ທີ່​ໄດ້​ຮັບ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ຫວຽດນາມ - ກຳປູ​ເຈຍ. ການ​ພັດທະນາ​ສາຍ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ ​ໄດ້​ຮັບ​ການສະ​ແດງ​ອອກ​ຜ່ານລະດັບການ​ແລກປ່ຽນການ​ຄ້າສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີຜ່ານມາ: ຈາກ 1.8 ຕື້ USD ​ໃນ​ປີ 2010 ຂຶ້ນ 3,34 ຕື້ USD ​ໃນ​ປີ 2013. ສອງ​ປະ​ເທດ​ພວມ​ພະຍາຍາມ​ຊຸກຍູ້​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ບັນລຸ 5 ຕື້​ກວ່າ USD ​ໃນ​ປີ 2015. ກ່ຽວ​ກັບ​ການ​ລົງທຶນ, ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ພວມ​ມີ 128 ​ໂຄງການ​ລົງທຶນ​ເຂົ້າກຳ​ປູ​ເຈຍ, ດ້ວຍ​ຍອດ​ຈຳນວນ​ທຶນ​ແມ່ນ 3,36 ຕື້ USD, ຢືນ​ອັນ​ດັບ 5 ​ໃນ​ຈຳນວນ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ທີ່​ລົງທຶນ​ເຂົ້າກຳ​ປູ​ເຈຍ. ບັນດາ​​ໂຄງການ​ເຫຼົ່າ​ນັ້ນ, ສ່ວນ​ຫຼາຍ​ແມ່ນ​ຂົງ​ເຂດ​ທີ່​ສຳຄັນ​ໃນ​ໂຄງການ​ພັດທະນາ​ຂອງ​ກຳປູ​ເຈຍ, ຕົວຢ່າງ​ຄື​ການ​ປູກ​ຕົ້ນ​ໄມ້​ອຸດສາຫະກຳ, ​ໂທລະ​ຄົມ, ການ​ເງິນ, ທະນາຄານ, ຝຸ່ນ, ສາທາລະນະ​ສຸກ… ຜູ້​ຮັກສາການ​ລັດຖະມົນຕີ​ວ່າການກະຊວງ​ການ​ຄ້າ​ກຳປູ​ເຈຍ, ທ່ານ ກິມສີ​ທອນ ຕີ​ລາຄາ​ວ່າ, ວົງເງິນ​ການ​ຄ້າ​ສອງ​ຝ່າຍ ​ໄດ້​ປະກອບສ່ວນ​ປະຕິບັດ​ນະ​ໂຍບາຍ​ພັດທະນາ​ຂອງ​​ແຕ່ລະ​ປະ​ເທດ​ຢ່າງ​ມີ​ໄຊ.

“ກຳປູ​ເຈຍ​ ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ສອງ​ຝ່າຍ​ທີ່​ສຳຄັນ​ໃນ​ພາກ​ພື້ນ. ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ກ່ຽວ​ກັບ​ມູນ​ຄ່າ​ການ​ຄ້າ,​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນຄົງ​ໃນ​ການ​ພົວພັນ​ດ້ານ​ກ້ານ​ຄ້າ, ນຳ້​ໃຈ​ມິດຕະພາບ​ອັນ​ຍາວ​ນານ​ລະຫວ່າງ​ກຳປູ​ເຈ​ຍ - ຫວຽດນາມ“.

​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ກອງ​ທັງ ​ແລະ ປະຊາຊົນ​ສອງ​ປະ​ເທດ​ສືບ​ຕໍ່​ຮ່ວມ​ມື​ຊອກ​ຫາ, ນຳ​ອັດຖິ​ນັກຮົບ​ອາສາ​ສະໝັກ​ຫວຽດນາມ​ ທີ່​ໄດ້​ເສຍສະຫຼະ​ຊີວິດ​​ໃນ​ປາງ​ສົງຄາມຢູ່ກຳ​ປູ​ເຈຍກັບ​ເມືອ​ປະ​ເທດ. ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກຳລັງ​ປະກອບ​ອາວຸດ​ຫວຽດນາມ - ກຳປູ​ເຈຍ ​ໄດ້​ປະກອບສ່ວນ​ສຳ​ຄັນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ຂອງ​ແຕ່ລະ​ປະ​ເທດ ​ແລະ ຊີວິດ​ສະຫງົບ​ສຸກ​ຂອງ​ປະຊາຊົນ. ພົນ​ຕີ ດັ້ງ​ແອ​ງຢຸງ, ຜູ້​ບັນຊາ​ການ​ພົນ​ລະ​ພາກ​ຫຼວງ 15, ​ແມ່ນ​ໜຶ່ງ​ໃນ​ບັນດາ​ກົມ​ກອງ​ທີ່​ມີ​ການ​ເຄື່ອນ​ໄຫວ​ລົງທຶນ​ພັດທະນາ​ເສດຖະກິດ, ສັງຄົມ​ຢ່າງ​ຕັ້ງໜ້າ​ຢູ່​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ກຳປູ​ເຈຍ, ຕີ​ລາຄາ​ວ່າ:

ສອງ​ປະ​ເທດ​ຫວຽດນາມ ​ແລະ ກຳປູ​ເຈຍ ກໍ່​ຄືກ​ອງທັບ​ສອງ​ປະ​ເທດ​ເຄີຍ​ສະໜິດຕິດ​ພັນ​ເລືອດ​ເນື້ອ​ນຳ​ກັນ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ຍາດ​ເອົາ​ເອກະລາດ, ອິດສະຫຼະພາບ​ໃຫ້​ແກ່​ປະ​ເທດ​ຊາດ. ມີຜູ້ດີ​ເດັ່ນ​ນັບ​ໝື່ນ​ຄົນ​ຂອງ​ສອງ​ປະ​ເທດ​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ພາລະກິດ​ອັນ​ຍິ່ງ​ໃຫຍ່​. ປະຈຸ​ບັນ, ສອງ​ປະ​ເທດ, ພ້ອມ​ກັບ​ກອງທັບ​ຂອງ​ຕົນ​ສືບ​ຕໍ່​ສະໜິດຕິດ​ພັນດ້ວຍ​ນຳ້​ໃຈ​ມິດ​ຕະພາບ, ຈົ່ງ​ຮັກ​ພັກດີ, ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ວັດທະນາ​ຖາວອນ“.

ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກສາ - ບຳລຸງ​ສ້າງ, ສາທາ​ລະຍະ​ສຸກ ກໍ່​ໄດ້​ຮັບ​ການ​ປ່ຽນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ນັບ​ທັງ​ດ້ານ​ເນື້ອ​ໃນ ​ແລະ ມາດ​ຕະການ​ປະຕິບັດ. ​ແຕ່ລະ​ປີ, ລັດຖະບານ​ສອງ​ປະ​ເທດ​ໄດ້​ມອບ​ທຶນ​ສຶກສາ​ໃຫ້​ນັກຮຽນ​, ນັກ​ສຶກສາ, ​ເຈົ້າ​ໜ້າ​ທີ່​ນັບ​ຮ້ອຍ​ຄົນຢູ່​ບັນດາ​ອົງການ, ຂະ​ແໜງ​ການຂອງ​ສອງ​ປະ​ເທດ. ຫວຽດນາມ ​ໄດ້​ຈັດ​ຫຼາຍ​ຄະນະ​ພະນັກງານ​ການ​ແພດ​ໄປ​ກວດ​ພະຍາດ ​ແລະ ​ແຈກ​ຢາຍ​ຢາ ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ຄົນ​ເຈ​ບຢູ່ກຳ​ປູ​ເຈຍ, ພິ​ເສດ​ແມ່ນ​ຢູ່​ບັນດາ​ແຂວງ​ຕິດ​ກັບຊາຍ​ແດນ​​ຫວຽດນາມ - ກຳປູ​ເຈຍ.

ການ​ພົວພັນ​ສອງ​ຝ່າຍ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາຢ່າງ​ມີ​ປະສິດທິ​ຜົນ

ການ​ນຳ​ສອງ​ປະ​ເທດ​ກຳນົດ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ສືບ​ຕໍ່​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ເພື່ອ​ແນ​ໃສ່​ຍຸກ​ຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກວ່າ​ອີກ. ສອງ​ປະ​ເທດ​ກໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການທ່ອງທ່ຽວ, ​ໂທລະ​ຄົມ, ທະນາຄານ, ນຳ້ມັນ​ອາຍ​ແກ​ສ, ອຸດສາຫະກຳ, ກະ​ສີ​ກຳ. ​ກ່ອນ​ອື່ນ​ໝົດ​ແມ່ນ​ປັບປຸງ​ລະບົບ​ກົດໝາຍ​ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລົງທຶນ, ດຳ​ເນີນ​ທຸລະ​ກິດ, ​ເຮັດ​ໃຫ້ສົນທິສັນຍາ​ສະບັບ​ປັບປຸງ​ຂອງ​ສັນຍາ​ກ່ຽວ​ກັບ​ການ​ສົ່ງ​ເສີມ ​ແລະ ອາລັກຂາ​ແກ່​ການ​ລົງທຶນມີ​ຜົນ​ສັກສິດ, ດຳ​ເນີນ​ການ​ເຈລະຈາ, ລົງ​ນາມ​ໃນ​ສັນຍາ​ຫຼີກ​ລ້ຽງ​ການ​ເກັບ​ພາສີ​ຊ້ອນ​ລະຫວ່າງ​ສອງ​ປະ​ເທດ​ໂດຍ​ໄວ. ຫວຽດນາມ ​ແລະ ກຳປູ​ເຈຍ ​ກໍ່​ກຳນົດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ ​ເພື່ອ​ກໍ່ສ້າງ​ເປັນ​ເສັ້ນທາງ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພັດທະນາ.

ຫວຽດນາມ ​ແລະ ກຳປູ​ເຈຍ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ສາມາດ​ຊ່ວຍ​ເຫຼືອ​ໃຫ້​ກັນ. ບົນ​ພືນ​ຖານ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ດ້ວຍ​ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ, ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ທັງ​ສອງ​ຝ່າຍ​. ພິ​ເສດ​ແມ່ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ກຳປູ​ເຈຍ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຄັ້ງ​ນີ້, ຈະ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ມີ​ບາດກ້າວ​ພັດທະນາ​ໃໝ່​ຢ່າງ​ແຮງ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ