ຫວຽດ​ນາມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ໃຫ້​ແກ່​ພາ​ລະ​ກຳ​ມະ​ນຸດ​ສະ​ທຳ

(VOVWORLD) -  ແຕ່ວັນທີ 20  23 ພະຈິກ 2023, ກອງປະຊຸມສະພາກາແດງ ແລະ ຊິກວົງເດືອນແດງສາກົນ ພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11 (AP 11) ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. ນີ້ເປັນຄັ້ງທີ 2 ທີ່ສະພາກາແດງ ຫວຽດນາມ ເປັນກຽດໄດ້ເປັນເຈົ້າພາບຈັດກອງປະຊຸມ. ການເປັນເຈົ້າພາບຈັດກອງປະຊຸມ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງໜ້າຂອງສະພາກາແດງ ຫວຽດນາມ ໃນການແກ້ໄຂບັນດາບັນຫາມະນຸດສະທຳທີ່ມີລັກສະນະທົ່ວໂລກ, ໂຄສະນາບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບມືກັບບັນດາໄພພິບັດ, ວຽກງານມະນຸດສະທຳໃນໄລຍະຜ່ານມາ ກໍຄືສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວມະນຸດສະທຳສາກົນ.

ດ້ວຍຫົວຂໍ້ “ອາຊີ - ປາຊີຟິກ: ກຽມພ້ອມຮັບມືກັບໄພພິບັດ”, ສະພາກາແດງ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວໃນສະພາບການທີ່ທີ່ຕັ້ງບົດບາດຂອງ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນ, ພ້ອມກັບຫຼາຍບັນຫາມະນຸດສະທຳທີ່ພວມວາງອອກ, ໂດຍສະເພາະແມ່ນບັນຫາການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດ. ກອງປະຊຸມກໍຢັ້ງຢືນຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ແລະ ຄວາມຮັບຜິດຊອບການເຄື່ອນໄຫວຂອງບັນດາສະພາກາແດງ - ຊິກວົງເດືອນແດງພາກພື້ນ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດ.

ອາຊີ - ປາຊີຟິກ ກຽມພ້ອມຮັບມືກັບໄພພິບັດ

        ດ້ວຍຜູ້ແທນກວ່າ 300 ທ່ານ ຕາງໜ້າໃຫ້ກວ່າ 60 ປະເທດ ຢູ່ ອາຊີ - ປາຊີຟິກ, ຕາເວັນອອກກາງ, ອາຟະລິກາເໜືອ ໄດ້ເຂົ້າຮ່ວມກອງປະຊຸມ. ກອງປະຊຸມແມ່ນໂອກາດເພື່ອໃຫ້ສະພາກາແດງຂອງບັນດາປະເທດແບ່ງປັນບົດຮຽນ, ປະສົບການກ່ຽວກັບການຮັບມືກັບບັນດາໄພພິບັດ ແລະ ວິກິດການກ່ຽວຂ້ອງເຖິງບັນຫາສຸຂະພາບ; ກຳນົດບັນດາການເຄື່ອນໄຫວລະອຽດ ແນໃສ່ຍົກສູງຄວາມສາມາດກະກຽມ ແລະ ຮັບມືກັບໄພພິບັດຢູ່ພາກພື້ນ; ປຶກສາຫາລືກ່ຽວກັບຄວາມສຳຄັນຂອງວຽກງານສົມທົບ, ຮ່ວມມືໃນການກະກຽມຄວາມພ້ອມຮັບມືຂອງສະພາກາແດງບັນດາປະເທດ. ເມື່ອແບ່ງປັນກ່ຽວກັບຫົວຂໍ້ຂອງກອງປະຊຸມຄັ້ງນີ້, ທ່ານນາງ ບຸ່ຍທິຮວ່າ, ປະທານສູນກາງສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຕັ້ງຫົວຂໍ້ກອງປະຊຸມຄັ້ງນີ້ວ່າ “ອາຊີ - ປາຊີຟິກ ກຽມພ້ອມຮັບມືກັບໄພພິບັດ”. ຍ້ອນວ່າ ພວກເຮົາລ້ວນແຕ່ຮູ້ນຳກັນດີວ່າ ອາຊີ - ປາຊີຟິກ ແມ່ນພາກພື້ນທີ່ຂະຫຍັນຂັນເຄື່ອນ, ແຕ່ກໍແມ່ນພາກພື້ນທີ່ຖືກຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ບັນຫາສິ່ງແວດລ້ອມຢ່າງໜັກໜ່ວງ. ບັນດາຜົນກະທົບຈາກໄພພິບັດທຳມະຊາດ, ໂລກລະບາດຢູ່ພາກພື້ນໄດ້ສົ່ງຜົນເສຍຫາຍຢ່າງໃຫຍ່ຫຼວງ ເມື່ອທຽບໃສ່ທະວີບອື່ນ. ເພາະສະນັ້ນ, ຫົວຂໍ້ຄັ້ງນີ້ຈະສຸມໃສ່ບັນຫາກຽມຄວາມພ້ອມຂອງສະພາກາແດງບັນດາປະເທດໃນການຮັບມືກັບໄພທຳມະຊາດ, ໄພພິບັດຄືແນວໃດ. ກຽມພ້ອມຮ່ວມສຳພັນ, ສົມທົບກັນ ເພື່ອສ້າງແຫຼ່ງກຳລັງສາມາດຕອບສະໜອງໄດ້ຄວາມຕ້ອງການມະນຸດສະທຳໄດ້ເປັນຢ່າງດີທີ່ສຸດ”.

        ດ້ວຍຖານະເປັນປະເທດເຈົ້າພາບ, ໃນຫຼາຍເດືອນຜ່ານມາ, ສະພາກາແດງ ຫວຽດນາມ ໄດ້ຕັ້ງໜ້າສົມທົບກັບຜູ້ຕາງໜ້າສະຫະສະພາກາແດງຢູ່ພາກພື້ນ ກະກຽມເນື້ອໃນຕ່າງໆໃຫ້ແກ່ວາລະປືກສາຫາລືຢູ່ທີ່ກອງປະຊຸມ.

ຫວຽດນາມ ແລະ ບັນດາການປະກອບສ່ວນຕັ້ງໜ້າໃຫ້ແກ່ຂະບວນການມະນຸດສະທຳສາກົນ

       ໄລຍະຜ່ານມາ, ສະພາກາແດງ ຫວຽດນາມ ແມ່ນໜຶ່ງໃນຈຳນວນ 192 ປະເທດສະມາຊິກຂອງສະພາກາແດງ, ຊິກວົງເດືອນແດງສາກົນ, ດ້ວຍຄວາມຮັບຜິດຊອບຂອງຕົນ, ໄດ້ຕັ້ງໜ້າ, ເປັນເຈົ້າການຕອບສະໜອງບັນດາຂະບວນການມະນຸດສະທຳໃຫ້ເປັນຢ່າງດີທີ່ສຸດ.

        ສະພາກາແດງ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຄົບຖ້ວນ ແລະ ວາງອອກບັນດາຂໍ້ລິເລີ່ມ, ຄື: ສະເໜີຈັດບັນດາເວທີປາໄສ, ກອງປະຊຸມສຳມະນາພາກພື້ນ ແລະ ລະຫວ່າງພາກພື້ນກັບບັນດາປະເທດທີ່ກ່ຽວຂ້ອງ ເພື່ອພ້ອມກັນແລກປ່ຽນບັນດາບັນຫາການເຄື່ອນໄຫວຂອງສະພາກາແດງ ແລະ ຊິກວົງເດືອນແດງສາກົນ. ສະພາກາແກງ ຫວຽດນາມ ກໍ່ໄດ້ສະໜອງບັນດາຮູບແບບ, ຂໍ້ລິເລີ່ມໃນສະພາບການຕົວຈິງ ເພື່ອໃຫ້ບັນດາປະເທດໃນພາກພື້ນອາດສາມາດແລກປ່ຽນ, ແບ່ງປັນ, ຮ່ຳຮຽນເອົາບົດຮຽນຂອງກັນ, ເພື່ອຕອບສະໜອງຄວາມຕ້ອງການດ້ານມະນຸດສະທຳໃນປະຈຸບັນຂອງແຕ່ລະປະເທດ ກໍ່ຄືຂອງພາກພື້ນໃຫ້ດີທີ່ສຸດ. ທ່ານນາງ ບຸ່ຍທິຮ່ວາ, ປະທານສູນກາງສະພາກາແດງ ຫວຽດນາມ, ຢັ້ງຢືນວ່າ:

“ພວກຂ້າພະເຈົ້າເຂົ້າຮ່ວມຢ່າງເປັນເຈົ້າການ ແລະ ຕັ້ງໜ້າ, ຕອບສະອງບັນດາຄຳຮຽກຮ້ອງຂອງສະຫະສະພາກາແດງ, ຊິກວົງເດືອນແດງສາກົນ ເມື່ອບັນດາປະເທດໃນໂລກປະສົບກັບໄພພິບັດທຳມະຊາດ, ວິນາດຊະກຳ. ພວກຂ້າພະເຈົ້າກໍສຸມໃສ່ບັນດາການເຄື່ອນໄຫວໂຄສະນາກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ. ຫວຽດນາມ ໄດ້ປະຕິບັດສຳເລັດບັນດາໜ້າທີ່ດ້ວຍຄວາມຮັບຜິດຊອບອັນຕັ້ງໜ້າຂອງຕົນ, ປະກອບສ່ວນເຂົ້າຂະບວນການລວມ ແລະ ບັນດາປະເທດໃນພາກພື້ນ ກໍຄືສະຫະສະພາກາແດງ, ຊີກວົງເດືອນແດງສາກົນ ຕີລາຄາສູງ ແລະ ຮັບຮູ້ບັນດາຂໍ້ລິເລີ່ມນັ້ນ”.

ເລື່ອງສະພາກາແດງ ຫວຽດນາມ ສະເໜີຂໍ້ລິເລີ່ມ ແລະ ໄດ້ຮັບການຄັດເລືອກເປັນປະເທດເຈົ້າພາບຈັດກອງປະຊຸມ AP11 ໄດ້ຢັ້ງຢືນການເຂົ້າຮ່ວມທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບກັບປະຊາຄົມສາກົນ, ເວົ້າລວມແມ່ນສຳລັບຂະບວນການກາແດງ ແລະ ຊິກວົງເດືອນແດງສາກົນ ແລະ ເວົ້າສະເພາະແມ່ນສຳລັບບັນດາການເຄື່ອນໄຫວມະນຸດສະທຳທີ່ພວມວາງອອກໃນປະຈຸບັນ ພິເສດແມ່ນບັນຫາການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດ, ວິນາດຊະກຳ, ໂລກລະບາດ. ນີ້ກໍແມ່ນໂອກາດເພື່ອໃຫ້ ຫວຽດນາມ ແນະນຳເຖິງເພື່ອນມິດສາກົນກ່ຽວກັບບັນດາຈຸດຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກສະເພາະ, ເຂັ້ມຂົ້ນໄປດ້ວຍສີສັນຂອງປະເທດຊາດ, ປະຊາຊົນ ຫວຽດນາມ; ບັນດາຄວາມມານະພະຍາຍາມຂອງສະພາກາແດງ ຫວຽດນາມ ໃນຂົງເຂດປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບໄພພິບັດ, ຊ່ວຍເຫຼືອມະນຸດສະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ