ຫວຽດ​ນາມ ແລະ ບັນ​ດາ​ຂີດ​ໝາຍ​ໃນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ 2020

(VOVWORLD) -ຕອນບ່າຍວັນທີ 15 ພະຈິກ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ອັດລົງຢູ່ຮ່າໂນ້ຍ ພາຍຫຼັງໄດ້ເຮັດວຽກມາເປັນເວລາ 4 ວັນ. ບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມສຸດຍອດຄັ້ງນີ້ ພ້ອມກັບຜົນງານຂອງທັງປີ 2020 ໄດ້ຍົກໃຫ້ເຫັນນ້ຳໃຈສະໜິດຕິດພັນ, ເປັນເຈົ້າການຮັບມືຂອງຫວຽດນາມ ກໍ່ຄືບັນດາປະເທດອາຊຽນ ໃນສະພາບການໂລກມີການຜັນແປ ຍ້ອນການແກ່ງແຍ້ງທາງດ້ານຍຸດທະສາດລະຫວ່າງບັນດາປະເທດໃຫ່ຍ ກໍ່ຄືການກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ 19.
ຫວຽດ​ນາມ ແລະ ບັນ​ດາ​ຂີດ​ໝາຍ​ໃນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ 2020 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ທີ່ພິທີອັດ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ (ພາບ:  nhandan.com.vn)

    ຜົນງານຂອງອາຊຽນປີ 2020 ແມ່ນຄວາມມານະພະຍາຍາມລວມຂອງທັງປະຊາຄົມອາຊຽນ ພ້ອມທັງສະແດງໃຫ້ເຫັນບົດບາດນຳພາຂອງຫວຽດນາມ ໃນຖານະຕຳແໜ່ງເປັນປະທານ. ດ້ວຍຮູບການທາງອອນລາຍ, ປີ 2020, ຫວຽດນາມ ໄດ້ຈັດຕັ້ງບັນດາກອງປະຊຸມຂັ້ນສູງ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແລະ ກອງປະຊຸມອາຊຽນ ກັບບັນດາຄູ່ຮ່ວມມືໃຫ່ຍ, ບັນດາອົງການຈັດຕັ້ງສາກົນສຳເລັດຜົນ. ພິເສດ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໄດ້ສິ້ນສຸດປີປະທານຂອງຫວຽດນາມ, ມີກ່ວາ 20 ການເຄື່ອນໄຫວຂັ້ນສູງ, ຮັບຮອງເອົາ, ຮັບຮູ້, ປະກາດເອກະສານກ່ວາ 80 ສະບັບ ຊື່ງເປັນຈຳນວນຫຼາຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ.

ສະເໜີ, ຜັນຂະຫຍາຍປະຕິບັດຫຼາຍຂໍ້ລິເລີ່ມຢ່າງທັນການ

  ທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ການນຳບັນດາປະເທດໄດ້ເຫັນດີເປັນເອກະສັນຫຼາຍມາດຕະການທີ່ຂ້ຽວຂາດ ຍູ້ແຮງການຮ່ວມມືຮັບມື ແລະ ຜ່ານຜ່ານບັນດາສິ່ງທ້າທາຍຊື່ງອາຊຽນຕອ້ງປະເຊີນໜ້າ, ໃນນັ້ນມີໂລກລະບາດໂຄວິດ 19. ຜົນສຳເລັດທີ່ສຳຄັນທີ່ສຸດ ນັ້ນແມ່ນການສ້າງຕັ້ງກອງທຶນປະຊາຄົມອາຊຽນ ເພື່ອຮັບມືກັບ ໂລກລະບາດໂຄວິດ 19. ບັນດາຂໍ້ສະເໜີນີ້ສະແດງໃຫ້ເຫັນວິໄສທັດ, ການກະທຳຢ່າງເປັນເອກະພາບຂອງອາຊຽນ ຕໍ່ໜ້າບັນດາສິ່ງອທ້າທາຍດ້ານຄວາມໝັ້ນຄົງແບບໃໝ່.

  ໂດຍພາຍໃຕ້ບົດບາດເປັນປະທານຂອງຫວຽດນາມ, ທີ່ກອງປະຊຸມຄັ້ງນີ້, ອາຊຽນໄດ້ແກ້ໄຂບັນດາບັນຫາພື້ນຖານ, ຫຼັກແຫຼ່ງ, ຍາວນານຂອງພາກພື້ນຄື: ປະກາດບົດລາຍງານຕີລາຄາກາງສະໄໝ ການຜັນຂະຫຍາຍແຜນການສັງລວມວິໄສທັດປະຊາຄົມອາຊຽນ 2025; ແຜນການສັງລວມເຊື່ອມຕໍ່ອາຊຽນ 2025; ປະກາດແຜນຮ່າງຟື້ນຟູສັງລວມອາຊຽນ ແລະ ແຜນການຜັນຂະຫຍາຍ; ຊຸກຍູ້ການຟື້ນຟູລະບົບສະໜອງພາກພື້ນ ແລະ ໂລກ… ດ້ວຍບັນດາເອກະສານນີ້, ການນຳອາຊຽນ ໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມມານະພະຍາຍາມຊຸກຍູ້ການຮ່ວມມື, ຮັດແຄບຊ່ອງວ່າງລະຫວ່າງເຂດພາກ, ປະເທດ, ຍົກລະດັບການຮ່ວມມືລະຫວ່າງບັນດາອະນຸພາກພື້ນ.

   ໃນການພົວພັນກັບບັນດາຄູ່ຮ່ວມມື, ການນຳຂັ້ນສູງອາຊຽນ ສືບຕໍ່ຢືນຢັນບົດບາດໃຈກາງຂອງອາຊຽນ, ພິເສດແມ່ນໃນການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ທ່ານຫວໍ້ຈີແທັງ ຜູ້ຊ່ຽວຊານດ້ານເສດຖະກິ ຕີລາຄາວ່າ:

   ນີ້ແມ່ນສັນຍາໄດ້ຮັບການເຈລະຈາໃນໄລຍະເວລາຍາວນານທີ່ສຸດ ຊື່ງສະແດງໃຫ້ເຫັນວິວັດການເຈລະຈາທີ່ບໍ່ງ່າຍດາຍ, ສັບສົນພໍ່ສົມຄວນ ໃນສະພາບການໂລກທີ່ມີການຜັນແປຫຼາຍຢ່າງ. ເຖິງແນວນັ້ນກໍ່ຕາມ, ນິ້ກໍ່ແມ່ນຂ່າວທີ່ຕັ້ງໜ້າສຳລັບວິວັດການຮ່ວມມືພັດທະນາ ແລະ ຮ່ວມສຳພັນຂອງອາຊຽນ, ພິເສດແມ່ນຂອງອາຊຽນ ກັບບັນດາປະເທດຄູ່ຮ່ວມມື, ຊ້ຳບໍ່ໜຳແມ່ນມີຄວາມໝາຍສຳລັບທົ່ວໂລກອີກດ້ວຍ.

  ກ່ຽວກັບບັນຫາທະເລຕາເວັນອອກ, ອາຊຽນ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈສ້າງທະເລຕາເວັນອອກ ກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ໝັ້ນຄົງ, ປອດໄພໃຫ້ແກ່ການຈໍລະຈອນສິນຄ້າ. ເມື່ອຕີລາຄາສັງລວມກ່ຽວກັບ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢູງ ໃຫ້້ສັງເກດວ່າ:

     ພວກເຮົາບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກແລ້ວ, ໃນນັ້ນ, ອາດເວົ້າໄດ້ວ່າ, ທຸກຂໍ້ລິເລີມ, ຂໍ້ສະເໜີ ກໍ່ຄືບຸລິມະສິດຂອງທັງປີ ລ້ວນແຕ່ໄດ່ສະແດງອອກໃນກອງປະຊຸມຄັ້ງນີ້ ຂອງບັນດາທ່ານຜູ້ນຳ ແລະ ໄດ້ຮັບການຮັບຮອງເອົາ, ໃຫ້ສັດຕະຍາບັນຈາກບັນດາທ່ານຜູ້ນຳ. ນັ້ນແມ່ນສິ່ງທີ່ໜ້າພາກພູໃຈທີ່ສຸດ ນັບທັງໃນຂົງເຂດກ່ຽວກັບການສ້າງປະຊາຄົມ ກໍ່ຄືໃນການຮັບມືກັບໂລກລະບາດໂຄວິດ 19 ແລະ ມຸ່ງໄປເຖິງການຟື້ນຟູກັບບັນດາປະເທດອາຊຽນ.

ຫວຽດ​ນາມ ແລະ ບັນ​ດາ​ຂີດ​ໝາຍ​ໃນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ 2020 - ảnh 2

ທ່ານນາງ Cartlin Wiesen, ຜູ້ອຳນວຍການແຫ່ງຊາດ ໂຄງການພັດທະນາ ສປຊ (UNDP)  ປະຈຳຫວຽດນາມ (ພາບ: baoquocte.vn)     

ບົດບາດສຳຄັນຂອງ ຫວຽດນາມ

        ໂດຍປະຕິບັດທິດນຳທີ່ວ່າ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ຫວຽດນາມໄດ້ມີຄວາມໄຫວພິບໃນການເປັນເຈົ້າການຫັນສິ່ງທ້າທາຍ ກາຍເປັນກາລະໂອກາດ ໃນປີເປັນປະທານອາຊຽນ. ຫວຽດນາມໄດ້ເສີມຂະຫຍາຍບົດບາດເປັນໃຈກາງຂອງຄວາມສາມັກຄີ, ເພີ່ມທະວີຄວາມສະໜິດຕິດພັນໃນປະຊາຄົມ, ນຳພາ, ເຊື່ອມຕໍ່, ຮ່ວມມືກັບບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືເພື່ອຜັນຂະຫຍາຍຫຼາຍກອງປະຊຸມທາງອອນລາຍຢ່າງສຳເລັດ, ຮັບປະກັນການປະຕິບັດຕາມບັນດາໂຄງການ, ແຜນການຢ່າງຖືກຕ້ອງແລະ ມີຄຸນນະພາບ, ປະຕິບັດສຳເລັດວຽກງານທີ່ບັນລຸລະດັບສະຖິຕິໃນປີໜຶ່ງ. ທ່ານ Haji Hassanal Bolkiah ເຈົ້າຊີວິດ ບຣູໄນ ໃຫ້ຮູ້ວ່າ:

        ບຣູໄນຈະສືບຕໍ່ປະຕິບັດ ໃນບັນດາພື້ນຖານທີ່ ຫວຽດນາມສ້າງຂຶ້ນໃນປີ2020ເພື່ອ ບັນດາຄວາມານະພະຍາຍາມຟື້ນຟູພາກພື້ນ ແລະ ສ້າງປະຊາຄົມ. ດ້ວຍຖານະເປັນປະທານໃນປີ 2021, ບຣູໄນຈະຊຸກຍູ້ 3 ຂົງເຂດພື້ນຖານ ທີ່ນຳມາຈາກປະຫວັດສາດແຫ່ງການພັດທະນາທີ່ມີແຕ່ດົນນານຂອງ ອາຊຽນ.

ສ່ວນທ່ານນາງ Cartlin Wiesen, ຜູ້ອຳນວຍການແຫ່ງຊາດໂຄງການພັດທະນາ ສປຊ ປະຈຳ ຫວຽດນາມ ຕີລາຄາວ່າ:

ກອງປະຊຸມສຸດຍອດ ການລົງທຶນ, ດຳເນີນທຸລະກິດ ອາຊຽນໂດຍຫວຽດນາມ ຈັດຕັ້ງ ໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງການພ້ອມກັນເຂົ້າຮ່ວມເພື່ອ ຮັດແຄບຊ່ອງວ່າງ, ການແບ່ງແຍກກັນໃນອາຊຽນ, ເພື່ອພ້ອມກັນກາຍເປັນຄູ່ຮ່ວມມື ໃນວິວັດທະນາການຟື້ນຟູ ຈາກ ໂລກລະບາດໂຄວິດ - 19. ເພາະສະນັ້ນ, ຂ້າພະເຈົ້າ ຄິດວ່າ ກອງປະຊຸມມີຫົວຄິດປະດິດສ້າງທີ່ສຸດ, ມີການປ່ຽນແປງໃໝ່ທີ່ສຸດ, ແລະ ກອງປະຊຸມໄດ້ປະຕິບັດດ້ວຍຄວາມສາມັກຄີດີທີ່ສຸດ ແລະ ກໍ່ແມ່ນການພິສູດໃຫ້ເຫັນຄວາມອຸດົມສົນບູນທີ່ມີຢູ່ແລ້ວໃນອາຊຽນ.

ພາຍຫຼັງໄດ້ຮັບການສ້າງຕັ້ງ ແລະ ພັດທະນາ ມາເປັນເວລາ ກ່ວາ 50 ປີ, ອາຊຽນສືບຕໍ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີ, ຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມາດໃນການຮັບມືກັບບັນດາສິ່ງທ້າທາຍຢ່າງໄຫວພິບ. ດ້ວຍການຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢ່າງສຳເລັດ, ພ້ອມກັບບັນດາຜົນງານທີ່ບັນລຸໄດ້ໃນປີ 2020, ຫວຽດນາມ ໄດ້ພິສູດໃຫ້ເຫັນວ່າ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບແລະ ສວມບົດບາດນຳພາໃນບັນດາບັນຫາສຳຄັນຂອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ