ຫວຽດນາມ ແລະ ບັນດາພື້ນຖານເສດຖະກິດສະມາຊິກ APEC ແກ້ໄຂບັນດາສິ່ງທ້າທາຍເພື່ອການເຕີບໂຕ ແລະ ຮ່ວມສຳພັນ

(VOVWORLD) -ໃນສະພາບການເສດຖະກິດພາກພື້ນ ຍັງມີການຜັນແປຫລາຍຢ່າງ, ບັນດາພື້ນຖານເສດຖະກິດສະມາຊິກ APEC ຢືນຢັນຄວາມຕັດສິນໃຈຮັກສາທ່ວງທ່າການຮ່ວມມື ແລະ ຮ່ວມສຳພັນຂອງ APEC. ມີຫລາຍມາດຕະການລະອຽດ ໄດ້ຍົກອອກມາປຶກສາຫາລືໃນຂອບເຂດສັບປະດາຂັ້ນສູງ APEC 2017 ເພື່ອແນໃສ່ຊຸກຍູ້ການຄ້າເສລີ, ຫັນການລົງທຶນພາກພື້ນເປັນສະດວກ, ເອົາໃຈໃສ່ເຖິງການຍົກສູງກຳລັງຄວາມສາມາດຂອງບັນດາສະມາຊິກ.
ຫວຽດນາມ ແລະ ບັນດາພື້ນຖານເສດຖະກິດສະມາຊິກ APEC ແກ້ໄຂບັນດາສິ່ງທ້າທາຍເພື່ອການເຕີບໂຕ ແລະ ຮ່ວມສຳພັນ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກແລະ ຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ  Philipp Rosler. (VOV)

 ກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25 ດຳເນີນໃນສະພາບການພາກພື້ນ ອາຊີ - ປາຊີຟິກ ພວມກ້າວເຂົ້າສູ່ໄລຍະພັດທະນາໃຫມ່ ດ້ວຍການປ່ຽນແປງໂດຍພື້ນຖານ, ວ່ອງໄວ ແລະ ສັບສົນ.

ຄາດຄະເນໄດ້ບັນດາສິ່ງທ້າທາຍ

APEC ໄດ້ຮັບຖືວ່າແມ່ນພາກພື້ນນຳຫນ້າໃນການຊຸກຍູ້ການຄ້າເສລີ ແລະ ການລົງທຶນ, ສວມບົດບາດຕັ້ງຫນ້າໃນບັນດາບັນຫາຢູ່ ອາຊີ - ປາຊີຟິກ ແຕ່ກໍ່ພວມປະເຊີນຫນ້າກັບບັນດາສິ່ງທ້າທາຍໃຫຍ່ຕໍ່ຫນ້າບັນດາການຜັນແປຢ່າງແຮງຂອງພາກພື້ນ ແລະ ຢູ່ໃນໂລກ.

ຄວາມຈິງ, ສະພາບການໂລກາພິວັດ, ການຄ້າເສລີ ໄດ້ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ຫລາຍພື້ນຖານເສດຖະກິດ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບບັນດາກາລະໂອກາດ, ບັນດາພື້ນຖານເສດຖະກິດ ກໍ່ພວມປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງ. ສິ່ງທ້າທາຍທຳອິດ ຊື່ງ APEC ຕ້ອງປະເຊີນຫນ້າປະຈຸບັນ ແມ່ນການຟື້ນຕົວຂອງລັດທິອາລັກຂາ ແລະ ທ່າອ່ຽງຕ້ານຄືນການຮ່ວມມືດ້ານການຄ້າຫລາຍຝ່າຍ. ຄຽງຄູ່ກັນນັ້ນແມ່ນທ່າອ່ຽງການເຈລະຈາ, ການລົງນາມໃນສັນຍາການຄ້າສອງຝ່າຍລະຫວ່າງບັນດາພື້ນຖານເສດຖະກິດ, ແທນໃຫ້ການເຈລະຈາບັນດາກົນໄກຫລາຍຝ່າຍໃຫຍ່ກວ່າ. ເມື່ອເຕື້ອງເຖິງລັດທິອາລັກຂາພວມພົ້ນເດັ່ນຂຶ້ນຢູ່ຫລາຍພື້ນຖານເສດຖະກິດ, ປອ Philipp Rosler, ຜູ້ອຳນວຍການຝ່າຍບໍລິຫານ, ສະມາຊິກສະພາຄຸ້ມຄອງເວທີປາໄສເສດຖະກິດໂລກ (WEF) ຖືວ່າ:

        “ພວກເຮົາໄດ້ເຫັນວ່າ ມີບັນດາການກະທຳອາລັກຂາໃນຂອບຂະຫນາດທົ່ວໂລກ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຍັງຄົງເຊື່ອໝັ້ນວ່າ ແນວຄວາມຄິດກ່ຽວກັບການຕະຫລາດເປີດ, ການຄ້າເສລີ ຍັງຄົງນຳມາເຊິ່ງຜົນປະໂຫຍດຫລາຍກວ່າໃຫ້ແກ່ທຸກຄົນຄືໃນຕະຫລອດທົດສະວັດຜ່ານມາ. ການຄ້າທົ່ວໂລກນຳມາເຊິ່ງ ວຽກເຮັດງານທຳ ຫາກບໍ່ແມ່ນການອາລັກຂາ. ຫນ້າທີ່ປະຈຸບັນແມ່ນຂຶ້ນກັບບັນດານັກການເມືອງ, ການນຳວິສາຫະກິດ ຕ້ອງອະທິບາຍເບິ່ງວ່າ ຜົນປະໂຫຍດໃຫ້ແກ່ທຸກຄົນແມ່ນຢູ່ບ່ອນໃດ, ຈາກບັນດາສ່ວນບຸກຄົນຕະຫລອດຮອດທົ່ວສັງຄົມ ເຂົາເຈົ້າໄດ້ຊົມໃຊ້ຜົນປະໂຫຍດໃດແດ່ຈາກການຄ້າທົ່ວໂລກ.”

        APEC 2017 ຊຸກຍູ້ການຮ່ວມສຳພັນ, ການເຊື່ອມໂຍງ

ໃນສະພາບການນັ້ນ, APEC  2017 ວາງຈຸດສຸມຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ; ຍູ້ແຮງການຮ່ວມສຳພັນດ້ານເສດຖະກິດເລິກເຊິ່ງກວ້າງຂວາງ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ມີຫົວຄິດປະດິດສ້າງຂອງບັນດາວິສາຫະກິດຂະຫນາດນ້ອຍສຸດ, ນ້ອຍ ແລະ ກາງ ໃນສັງກາດດີຈີຕອນ, ເພີ່ມທະວິການຄ້ຳປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ເນື້ອໃນ APEC 2017 ເບື້ອງຕົ້ນແມ່ນສ້າງກຳລັງຫນູນໃຫມ່ເພື່ອໃຫ້ບັນດາປະເທດພ້ອມກັນມານະພະຍາຍາມມຸ່ງໄປເຖິງ. ທ່ານ Alan Bolard ຜູ້ອຳນວຍການຝ່າຍບໍລິຫານ ຄະນະເລຂາ APEC  ຖືວ່າ:

        “ພວກຂ້າພະເຈົ້າມີຄວາມເພິ່ງພໍໃຈ. ປີນີ້ ບໍ່ແມ່ນປີທີ່ງ່າຍດ່າຍຂອງ APEC, ຕ້ອງປະເຊີນຫນ້າກັບໂລກາພິວັດ. ຫວຽດນາມ ເຮັດໄດ້ຫລາຍວຽກໃນຂົງເຂດນີ້ ນັບແຕ່ກອງປະຊຸມ Som 1  ຢູ່ ຍາຈາງ ພວກຂ້າພະເຈົ້າ ມີຄວາມເຂົ້າໃຈບັນດາການບຸລິມະສິດຂອງຫວຽດນາມ, ຂໍ້ລິເລີ່ມຂອງຫວຽດນາມ. ຫວຽດນາມ ໄດ້ຫນູນຊ່ວຍຫລາຍຢ່າງໃຫ້ແກ່ ປີ APEC  2017.”

        ມາຮອດປະຈຸບັນ, ມີຂໍ້ລິເລີ່ມສຳຄັນຫລາຍຢ່າງ, ມີຄວາມໝາຍແທດຈິງໃນປີ APEC 2017 ໄດ້ຮັບການຮັບຮອງເອົາ. ເປັນຫນ້າສົນໃຈແມ່ນເອກະສານ 4 ສະບັບ: ຂອບເຂດຫັນການຄ້າເອເລັກໂຕນິກຂ້າມຊາຍແດນເປັນສະດວກ, ຍຸດທະສາດ APEC ກ່ຽວກັບບັນດາວິສາຫະກິດຂະຫນາດນ້ອຍສຸດ, ນ້ອຍ ແລະ ກາງ, ແຜນການດຳເນີນງານໃນຫລາຍປີກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ ແລະ ການປ່ຽນແປງຂອງດິນຟ້າອາກາດໄລຍະ 2018-2020 ແລະ ໂຄງການດຳເນີນງານກ່ຽວກັບການພັດທະນາຊົນນະບົດ - ເຂດຕົວເມືອງ, ຫາກໍ່ໄດ້ຮັບຮອງເອົາຈາກບັນດາລັດຖະມົນຕີ ຢູ່ AMM 29. ກ່ອນທີ່ຍື່ນສະເຫນີບັນດາເອກະສານດັ່ງກ່າວຕໍ່ບັນດາການນຳເສດຖະກິດ APEC, ທ່ານ ເຈີນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ທັງເປັນປະທານ AMM 29 ໃຫ້ຮູ້ວ່າ:

        “ພວກເຮົາບໍ່ພຽງແຕ່ຕີລາຄາຄາດໝາຍ, ໝາກຜົນທີ່ບັນລຸໄດ້, ແຜນການປີ 2017 ເປັນຕົ້ນແມ່ນເປົ້າໝາຍ Bogor 2020 ເທົ່ານັ້ນ ຫາກຍັງສືບຕໍ່ຮັບຮອງເອົາບັນດາກົນໄກ, ຂໍ້ລິເລີ່ມສຳຄັນເພື່ອສືບຕໍ່ເປົ້າໝາຍຂອງ Bogor ຫລັງປີ 2020 ແລະ ໄລຍະໄກກວ່າອີກ.”

        ເພື່ອຮັກສາບົດບາດທີ່ຂາດບໍ່ໄດ້ໃນໂຄງສ້າງພາກພື້ນຫລາຍຂັ້ນ, ຮັກສາ ແລະ ເສີມຂະຫຍາຍບົດບາດຂອງ ອາຊີ - ປາຊີຟິກ ແມ່ນກຳລັງຫນູນການເຕີບໂຕ, ຮ່ວມສຳພັນທົ່ວໂລກ, ບັນດາຄວາມມານະພະຍາຍາມ ແລະ ຄວາມເຫັນດີເຫັນພ້ອມຂອງບັນດາພື້ນຖານເສດຖະກິດສະມາຊິກ ແມ່ນມີຄວາມຈຳເປັນທີ່ສຸດ. ບັນດາໝາກຜົນທີ່ບັນລຸໄດ້ໃນສັບປະດາຂັ້ນສູງ APEC 2017 ໄດ້ ແລະ ພວມສ້າງຂີດໝາຍຢ່າງເລິກເຊິ່ງໃນວິວັດທະນາການຮ່ວມມືຂອງAPEC , ກະກຽມໃຫ້ APEC ກ້າວເຂົ້າສູ່ທົດສະວັດພັດທະນາຄັ້ງທີ 4, ຊ່ວຍໃຫ້ APEC ບັນລຸໄດ້ເປົ້າໝາຍລວມພັດທະນາແບບຍືນຍົງ, ກວມລວມ. 

ຕອບກັບ

ຂ່າວ/ບົດ​ອື່ນ