ຫວຽດນາມ ແລະ ສາທາລະນະລັດ ເກົາຫລີ: ໄລຍະທາງ 25 ປີແຫ່ງການຮ່ວມມືປະສົບຜົນສຳເລັດ

(VOVWORLD) -ວັນທີ 22/12/1992, ຫວຽດນາມ ແລະ ສເກົາຫລີ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ນີ້ແມ່ນຂີດໝາຍສຳຄັນ, ສ້າງຂອບເຂດໃຫ້ແກ່ການພົວພັນລະຫວ່າງສອງປະເທດ. 25 ປີຜ່ານມາ, ຫວຽດນາມ ແລະ ສເກົາຫລີ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ ແລະ ບັນລຸໄດ້ຜົນງານໃຫຍ່ຫລວງໃນທຸກຂົງເຂດ. ບົດຂຽນຂອງນັກຂ່າວ ລານເຟືອງ ກ່ຽວກັບການພັດທະນາກະໂດດຂັ້ນໃນການພົວພັນລະຫວ່າງຫວຽດນາມ ແລະ ສເກົາຫລີ.

ຫວຽດນາມ ແລະ ສາທາລະນະລັດ ເກົາຫລີ: ໄລຍະທາງ 25 ປີແຫ່ງການຮ່ວມມືປະສົບຜົນສຳເລັດ - ảnh 1ທ່ານ ຫງວຽນຫວູຕູ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສເກົາຫລີ 

ພາບ:vietnam+

25 ປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ແລະ ສເກົາຫລີ ໄດ້ພັດທະນາຢ່າງວ່ອງໄວ, ໝັ້ນຄົງ, ແທດຈິງ ແລະ ຮອບດ້ານໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ການຮ່ວມມືພັດທະນາ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ. ຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງສາຍພົວພັນສອງຝ່າຍ ນັ້ນແມ່ນ ຍົກລະດັບຂອບເຂດການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຮອບດ້ານເມື່ອປີ 2001 ແລະ ຄູ່ຮ່ວມມືຍຸດທະສາດເມື່ອປີ 2009. ບັນດາການຢ້ຽມຢາມ ແລະ ພົບປະລະຫວ່າງການນຳຂັ້ນສູງສອງປະເທດກໍ່ຄືທຸກຂັ້ນ ໄດ້ດຳເນີນເປັນປະຈຳ ແລະ ມີຫລາຍກົນໄກຮ່ວມມືສອງຝ່າຍໄດ້ສ້າງຕັ້ງຂຶ້ນ.

ການຮ່ວມມືເສດຖະກິດແມ່ນຈຸດເດັ່ນ

        ພ້ອມກັບການພົວພັນດ້ານການເມືອງ, ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດກໍ່ເຕີບໂຕຢ່າງແຮງ, ເປັນຕົ້ນໃນບັນດາຂົງເຂດການຄ້າ, ການລົງທຶນ, ການຊ່ວຍເຫລືອພັດທະນາ, ການທ່ອງທ່ຽວ, ແຮງງານ. ມາຮອດປະຈຸບັນ, ສເກົາຫລີ ໄດ້ບືນຂຶ້ນກາຍເປັນຫນຶ່ງໃນບັນດາຄູ່ຮ່ວມມືດ້ານເສດຖະກິດສຳຄັນແຖວຫນ້າຂອງຫວຽດນາມ. ຫວຽດນາມ ນັບມື້ນັບກາຍເປັນຄູ່ຮ່ວມມືສຳຄັນຂອງ ສເກົາຫລີ. ປະຈຸບັນ, ສເກົາຫລີ ແມ່ນນັກລົງທຶນຕ່າງປະເທດໃຫຍ່ຢູ່ ຫວຽດນາມ ດ້ວຍ 5.500 ໂຄງການ, ສ້າງວຽກເຮັດງານທຳໃຫ້ຄົນງານປະມານ 700.000 ຄົນ. ສອງປະເທດ ພວມມານະພະຍາຍາມສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 100 ຕື້ USD ໃນປີ 2020. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫວູຮົ່ງນາມ ຖືວ່າ:

        “ໃນຊຸມປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສເກົາຫລີ ມີບັນດາບາດກ້າວພັດທະນາຢ່າງແຮງ. ສອງປະເທດໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງກັນໃນທຸກຂັ້ນ ນັບແຕ່ການພົບປະຂັ້ນສູງຕະຫລອດຮອດການພົບປະແລະປ່ຽນປະຊາຊົນ. ໄລ່ຮອດເດືອນກັນຍາປີ 2017, ຍອດທຶນຈົດທະບຽນຂອງບັນດານັກລົງທຶນ ສເກົາຫລີ ຢູ່ ຫວຽດນາມ ບັນລຸ 55,8 ຕື້ USD ແມ່ນຕົວເລກເປັນຫນ້າປະທັບໃຈ ນຳສເກົາຫລີ ກາຍເປັນປະເທດລົງທຶນອັນດັບຫນຶ່ງຢູ່ຫວຽດນາມ.  ນັ້ນເປັນການພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດໃນການພົວພັນສອງຝ່າຍພວມພັດທະນານັບມື້ນັບດີງາມ.”

        ທ່ານ Yong- sun Choi, ປະທານບໍລິສັດກໍ່ສ້າງ Hanshin ຂອງ ສເກົາຫລີໃຫ້ຮູ້ວ່າ: ບໍລິສັດໄດ້ລົງທຶນ, ຮ່ວມມືດຳເນີນທຸລະກິດຢູ່ ຫວຽດນາມ ດ້ວຍຫລາຍໂຄງການກິດຈະກຳກໍ່ສ້າງຂົວ, ຖະຫນົນຫົນທາງ. ທ່ານ Yong- sun Choi ຖືວ່າ: ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ດີສົມຄວນ.

        “ບໍລິສັດກໍ່ໄດ້ເຂົ້າຮ່ວມຫລາຍໂຄງການກໍ່ສ້າງ ບູລະນະພື້ນຖານໂຄງລ່າງຢູ່ ຫວຽດນາມ. ບໍລິສັດພວກຂ້າພະເຈົ້າໄດ້ມີ 16 ໂຄງການປະຕິບັດຢູ່ຫວຽດນາມຄື: ກໍ່ສ້າງຂົວ, ສະພານລອຍ, ບັນດາຕຶກອາຄານ. ພວກຂ້າພະເຈົ້າຫວັງວ່າ ຈະສືບຕໍ່ຮ່ວມມືກັບຫວຽດນາມ ເພື່ອປະຕິບັດຫລາຍໂຄງການມີຄວາມໝາຍຢູ່ທີ່ນີ້.”

       ການຮ່ວມມືພົບປະແລກປ່ຽນປະຊາຊົນ, ພົວພັນແລກປ່ຽນດ້ານວັດທະນະທຳທີ່ຟົດຟື້ນ

       ການທ່ອງທ່ຽວກໍ່ແມ່ນຂົງເຂດຫນຶ່ງຊື່ງສອງປະເທດບັນລຸໄດ້ບັນດາໝາກຜົນອັນດີງາມ. ໃນປີ 2016, ການແລກປ່ຽນນັກທ່ອງທ່ຽວລະຫວ່າງສອງປະເທດບັນລຸເກືອບ 1,8 ລ້ານເທື່ອຄົນ. ມີຊາວຫວຽດນາມ ເກືອບ 150.000 ຄົນພວມດຳລົງຊີວິດ,ຮ່ຳຮຽນ ແລະ ເຮັດວຽກຢູ່ ສເກົາຫລີ ໄດ້ ແລະ ພວມແມ່ນຂົວຕໍ່ສຳຄັນ ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງສອງຝ່າຍ.

        ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດແມ່ນຟົດຟື້ນທີ່ສຸດ ຂະນະທີ່ນັບມື້ນັບມີຊາວຫວຽດນາມຫລາຍຄົນ, ພິເສດແມ່ນລຸ້ນຫນຸ່ມ ໄປຍັງສເກົາຫລີ ເພື່ອຊອກຮູ້ກ່ຽວກັບວັດທະນະທຳ ແລະ ພາສາ ສເກົາຫລີ, ກົງກັນຂ້າມ ຫວຽດນາມ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ຊື່ງຊາວ ສເກົາຫລີ ເລືອກເຟັ້ນ. ທ່ານ ຫງວຽນຫວູຕູ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສເກົາຫລີ ຖືວ່າ:

        “ພ້ອມກັບການພັດທະນາອັນດີງາມລະຫວ່າງ ຫວຽດນາມ ແລະ ສເກົາຫລີ ພາຍຫລັງ 25 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ພວກເຮົາກໍ່ໄດ້ເຫັນປະຈັກຕາການເຕີບໂຕກະໂດດຂັ້ນຂອງຂະບວນການນັກສຶກສາຫວຽດນາມ ຢູ່ ສເກົາຫລີ. ຄຽງຄູ່ບັນດາຜົນງານການຮ່ຳຮຽນ, ບັນດານັກສຶກສາຫວຽດນາມ ຢູ່ທົ່ວທຸກແຂວງ ນະຄອນ ຂອງ ສເກົາຫລີ ໄດ້ຮ່ວມແຮງຮ່ວມໃຈກັບສະຖານທູດຫວຽດນາມປະຈຳ ສເກົາຫລີ ແລະ ສະມາຄົມ ຊາວຫວຽດນາມ ອາໄສຢູ່ ສເກົາຫລີ ຈັດຕັ້ງການເຄື່ອນໄຫວແທດຈິງຫລາຍຢ່າງເພື່ອເຊື່ອມຕໍ່ວົງຄະນາຍາດ, ໂຄສະນາພາບພົດປະເທດຊາດ, ຊາວຫວຽດນາມ ຢູ່ ສເກົາຫລີ.”

        ບັນດາການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບຖືກຈັດຂຶ້ນເປັນປະຈຳ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນສອງປະເທດ. ມີກວ່າ 40 ແຂວງ, ນະຄອນ, ທ້ອງຖິ່ນຂອງສອງປະເທດ ໄດ້ລົງນາມ ແລະ ພວມຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືກ່ຽວກັບຫລາຍຂົງເຂດຢ່າງມີປະສິດທິຜົນ.

        ອາດຈະເຫັນໄດ້ວ່າ ໃນຕະຫລອດ 25 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ແລະ ສເກົາຫລີ ນັບມື້ນັບແຫນ້ນແຟ້ນ, ບັນລຸໄດ້ຫລາຍໝາກຜົນອັນດີງາມ. ການສະເຫລີມສະຫລອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແມ່ນໂອກາດເພື່ອໃຫ້ສອງປະເທດຫວນຄືນໄລຍະທາງຜ່ານມາ ແລະ ສືບຕໍ່ມີບັນດາມາດຕະການມີປະສິດທິຜົນເພື່ອຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຂຶ້ນສູ່ລະດັບສູງໃຫມ່, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ