ຫວຽດນາມ ແລະ ອາຊຽນ ຮັບປະກັນຊີວິດສັງຄົມຕໍ່ການປະຕິວັດ 4.0

(VOVWORLD) - ລະບົບໜູນຊ່ວຍສັງຄົມໃນພາກພື້ນ ອາຊຽນ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຍ້ອນມີການກະທົບຈາກການປະຕິວັດອຸດສາຫະກຳ 4.0 ແລະ ວິວັດການເຄື່ອນຍ້າຍແຮງງານໃນພາກພື້ນຢ່າງເສລີ.

 ສິ່ງດັ່ງກ່າວ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ອາຊຽນ, ໃນນັ້ນມີ ຫວຽດນາມ, ຕ້ອງມີວິທີສຳພັດຢ່າງມີຫົວຄິດປະດິດສ້າງ, ມີວິໄສທັດໄລຍະຍາວ ພ້ອມທັງຮ່ວມສຳພັນຢ່າງມີປະສິດທິຜົນ, ສ້າງເປັນກຳລັງແຮງສັງລວມຂອງທັງ ອາຊຽນ ເພື່ອພາລະກິດໜູນຊ່ວຍສັງຄົມໃຫ້ທຸກຄົນຢ່າງໝັ້ນຄົງ.

ຫວຽດນາມ ແລະ ອາຊຽນ ຮັບປະກັນຊີວິດສັງຄົມຕໍ່ການປະຕິວັດ 4.0 - ảnh 1ກອງປະຊຸມສຳມະນາກ່ຽວກັບຫົວຂໍ້ "ກາລະໂອກາດ ແລະ ສິ່ງທ້າທາຍຂອງບັນດາລະບົບໜູນຊ່ວຍສັງຄົມພາກພື້ນ ອາຊຽນ ໃນສະພາບການປະຕິວັດອຸດສາຫະກຳ 4.0 ແລະ ການເຄື່ອນຍ້າຍແຮງງານຢ່າງເສລີ" (ພາບອິນເຕີເນັດ)

 ການປະຕິວັດ 4.0 ນຳມາເຊິ່ງບັນດາກາລະໂອກາດ ແລະ ສິ່ງທ້າທາຍຢ່າງໃຫຍ່ຫລວງ ໃຫ້ແກ່ໂລກເວົ້າລວມ ແລະ ບັນດາປະເທດ ອາຊຽນ ເວົ້າສະເພາະ. ໜ້າທີ່ວາງອອກ ແມ່ນຕ້ອງເຮັດໃຫ້ການປ່ຽນແປງນັ້ນ ໄປຕາມທິດທາງອັນດີງາມກ່ວາ.

ແບ່ງປັນ, ຮ່ວມມືເພື່ອຜ່ານຜ່າສິ່ງທ້າທາຍ

      ຕາມການຄາດຄະເນແລ້ວ, ໃນ 20 ປີຈະມາເຖິງ, ແຮງງານ 56% ຢູ່ 5 ປະເທດ ອາຊຽນ, ໃນນັ້ນມີ ຫວຽດນາມ, ຈະປະເຊີນໜ້າຕໍ່ກັບໄພຫວ່າງງານ. ທ່ານ Jens Schremmer, ຫົວໜ້າຫ້ອງການເລຂາທິການໃຫຍ່ສະຫະສະມາຄົມໜູນຊ່ວຍສັງຄົມສາກົນ (ISSA) ຖືວ່າ: ພື້ນຖານເສດຖະກິດດີຈີຕອນໄດ້ກໍ່ໃຫ້ເກີດວຽກເຮັດງານທຳຫລາຍຢ່າງ, ສົ່ງຜົນກະທົບເຖິງແຮງງານທີ່ເປັນມູນເຊື້ອ, ສ້າງຊ່ອງວ່າງກ່ຽວກັບການຄຸ້ມຄອງໃນການໜູນຊ່ວຍ ສັງຄົມກໍ່ຄືເລື່ອງຮັກສາຄວາມລັບຂໍ້ມູນ, ຄວາມໝັ້ນຄົງທາງອິນເຕີເນັດ…ນີ້ບໍ່ພຽງແຕ່ແມ່ນບັນຫາທີ່ມີລັກສະນະອະນາຄົດເທົ່ານັ້ນ ຫາກມັນຍັງພວມປະກົດອອກໃນສະເພາະໜ້າອີກດ້ວຍ. ດັ່ງນັ້ນ ເລື່ອງໝູນໃຊ້ກາລະໂອກາດຢ່າງສຸດຂີດ, ຜ່ານຜ່າບັນດາສິ່ງທ້າທາຍຢ່າງວ່ອງໄວນັ້ນ ແມ່ນຕ້ອງການມຄວາມມີໄຫວພິກ, ມີເນື້ແທ້. ໃນໄລຍະຈະມາເຖິງ, ຄວນເພີ່ມທະວີການຮ່ວມມື, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນສະຫະສະມາຄົມໜູນຊ່ວຍສັງຄົມ ອາຊຽນ ໂດຍຜ່ານການແບ່ງປັນບົດຮຽນລະຫວ່າງບັນດາປະເທດສະມາຊິກກັບບັນດາອົງການໜູນຊ່ວຍສັງຄົມໃນພາກພື້ນ ແລະ  ໃນໂລກ. ເຫັນດີເຫັນພ້ອມກັບທັດສະນະນີ້, ທ່ານ ສຸຣະດີ ວະລີຕິກຸນ ເລຂາທິການໃຫຍ່ສະຫະສະມາຄົມໜູນຊ່ວຍສັງຄົມປະເທດ ໄທ ໃຫ້ຂໍ້ສະເໜີວ່າ:

       ໝາກຜົນຂອງການຫັນປ່ຽນສັງຄົມ ຮຽກຮ້ອງບັນດາລັດຖະບານຕ້ອງມີບັນດາມາດຕາກ່ຽວກັບການໜູນຊ່ວຍສັງຄົມ ຄວນໄດ້ຮັບການຮັບປະກັນໃຫ້ແກ່ບັນດາແຮງງານ ພິເສດແມ່ນບັນດາແຮງງານເຄື່ອນຍ້າຍ. ໃນອະນາຄົດມີສິ່ງທ້າທາຍຫລາຍຢ່າງທີ່ສຸດ ສະນັ້ນ ເລື່ອງແບ່ງປັນຄວາມຮູ້ແມ່ນຈຳເປັນທີ່ສຸດ ເພື່ອສາມາດມຸ່ງໄປເຖິງເປົ້າໝາຍລວມໃນພາກພື້ນ ອາຊຽນ ໃຫ້ເປັນເອກະພາບ.

ຄວາມມານະພະຍາຍາມຂອງ ຫວຽດນາມ

       ສຳລັບ ຫວຽດນາມ ແລ້ວ, ຂອບຂະໜາດກຳລັງແຮງງານໄດ້ເພີ່ມຂຶ້ນແຕ່ເກືອບ 56 ລ້ານຄົນ (ປີ 2016) ເຖິງ 62 ລ້ານຄົນ (ປີ 2025). ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການວຽກເຮັດງານທຳໃຫ້ຊາວຜູ້ອອກແຮງງານນັ້ນ, ແຕ່ລະປີ, ພື້ນຖານເສດຖະກິດຄວນສ້າງວຽກເຮັດງານທຳຕື່ມອີກປະມານ 650.000 ວຽກ ແລະ ຫັນປ່ຽນໂຄງປະກອບແຮງງານ. ເຖິງຢ່າງໃດກໍ່ຕາມ, ໂຄງປະກອບແຮງງານທີ່ຜ່ານການບຳລຸງສ້າງຍັງບໍ່ທັນເໝາະສົມກັບຄວາມຕ້ອງການຕົວຈິງ, ຍັງບໍ່ທັນດຸ່ນດ່ຽງລະຫວ່າງບັນດາຂະແໜງບຳລຸງສ້າງເທື່ອ.

       ວຽກຄວນເຮັດໃນປັດຈຸບັນສຳລັບຊາວຜູ້ອອກແຮງງານນັ້ນ ຕ້ອງກໍ່ສ້າງສີມືແຮງງານ ຫຼື ຊອກອາຊີບດ້ວຍຕົນເອງໂດຍໄວເພື່ອສາມາດເຮັດວຽກງານໄດ້ດົນ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶດດາມ ເນັ້ນໜັກວ່າ:

       ສິ່ງສຳຄັນພິເສດ ແມ່ນຕ້ອງສຸມໃສ່ແຫຼ່ງກຳລັງພັດທະນາມະນຸດ. ພວກເຮົາໄດ້ເວົ້າເຖິງການບຳລຸງສ້າງ, ການປອງດອງ ຫຼື ການຮັບຮອງໃບປະກາດ, ໃບຢັ້ງຢືນເຊິ່ງກັນ ແລະ ກັນໃນພາກພື້ນ ແລະ ໃນໂລກເປັນຫລາຍຄັ້ງແລ້ວ, ພິເສດ ຕ້ອງເນັ້ນໜັກເຖິງບົດບາດຂອງປະຊາຄົມວິສາຫະກິດພ້ອມກັບລັດ, ບັນດາອົງການຈັດຕັ້ງສັງຄົມ, ຜູ້ອອກແຮງງານຕ້ອງເຮັດແນວໃດເພື່ອໃຫ້ລະບົບກໍ່ສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດມີບັນດາການປ່ຽນແປງພື້ນຖານ, ເຮັດແນວໃດໃຫ້ຜູ້ອອກແຮງງານ ເຖິງວ່າແມ່ນແຮງງານເປັນທຳມະດາ ຫຼື ແຮງງານທີ່ຕ້ອງການມີສີມື ລ້ວນແຕ່ກຽມພ້ອມຍົກສູງລະດັບຄວາມຮູ້ຕົນ, ມີທັກສະໃໝ່ຫລາຍຢ່າງ.

       ນອກຈາກການກໍ່ສ້າງວິຊາແລ້ວ, ບັນຫາທີ 2 ແມ່ນລະບົບໜູນຊ່ວຍສັງຄົມຕ້ອງມີການເຄື່ອນໄຫວໃຫ້ດີກ່ວາ, ມີປະສິດທິຜົນກ່ວາ, ເປັນຕົ້ນແມ່ນການປະກັນສັງຄົມ, ປະກັນການຫວ່າງງານ ເພື່ອໃຫ້ຊາວຜູ້ອອກແຮງງານທີ່ຖືກຫວ່າງງານນັ້ນ ສາມາດໄປຮຽນອາຊີບໃໝ່ ເພື່ອເບິ່ງແຍງຊີວິດຂອງຕົນ. ທ່ານນາງ ຫງວຽນທິມິງ ຮອງລັດຖະມົນຕີກະຊວງການເງິນ, ຜູ້ອຳນວຍການໃຫຍ່ອົງການປະກັນສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

       ຄະນະບໍລິຫານງານສູນກາງພັກ ໄດ້ຮັບຮອງເອົາມະຕິປະຕິຮູບນະໂຍບາຍປະກັນສັງຄົມ, ລັດຖະບານພວມຜັນຂະຫຍາຍໂຄງການດຳເນີນງານ ແລະ ຫວ່າງແລ້ວນີ້ ແມ່ນລັດຖະບານໄດ້ສ້າງຕັ້ງຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ. ສິ່ງນີ້ດີທີ່ສຸດໃຫ້ແກ່ການປະກັນສັງຄົມ. ໃນມະຕິສູນກາງພັກ ກໍ່ຄືໂຄງການດຳເນີນງານຂອງລັດຖະບານ, ພວກຂ້າພະເຈົ້າຈະເປັນເສນາທິການສະເໜີການສ້າງນະໂຍບາຍການປະກັນໄພຫລາຍຮູບຫລາຍແບບ, ມີໄຫວພິກ ເພື່ອໃຫ້ປະຊາຊົນທຸກຄົນສາມາດເຂົ້າຮ່ວມໄດ້.

       ການໜູນຊ່ວຍສັງຄົມແມ່ນນະໂຍບາຍສັງຄົມ, ມຸ່ງໄປເຖິງຈຸດໝາຍພັດທະນາມະນຸດ, ຊຸກຍູ້ຄວາມຍຸຕິທຳ ແລະ ຄວາມກ້າວໜ້າ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໂດຍພື້ນຖານ. ດັ່ງນັ້ນ, ເລື່ອງບັນດາປະເທດ ອາຊຽນ ຮັບຮູ້, ຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍສັງຄົມຢ່າງແຮງນັ້ນ ຈະຊ່ວຍປະຕິບັດເປົ້າໝາຍທັງໝົດໃຫ້ປະສົບຜົນສຳເລັດ ເພື່ອຖືເອົາມະນຸດເປັນໃຈກາງ ແລະ ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫລັງ./.

ຕອບກັບ

ຂ່າວ/ບົດ​ອື່ນ