ຫວຽດນາມ ແລະ ເລື່ອງຜັນຂະຫຍາຍການປະຕິບັດບັນດາສັນຍາການຄ້າເສລີ (FTA) ໃນປີ 2016

(vovworld)- ປີ 2016 ແມ່ນ​ປີ​ ຊື່ງຫວຽດ​ນາມ​ສືບ​ຕໍ່​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ສອງ​ຝ່າຍ, ຫລາຍ​ຝ່າຍ ແລະ ກໍ​ແມ່ນ​ປີ​ທີ່​ FTA ບາ​ງ​ສະ​ບັບ​ມ​ີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ. ໃນ​ປີ​ຜ່ານ​ມາ, ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ ກໍ​ຄື​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ໄດ້​ຜັນ​ຂະ​ຫຍາຍ​ຫລາຍ​ບາດ​ກ້າວ​ເພື່ອ​ປະ​ຕິ​ບັດ, ຍາດ​ແຍ່ງ​ບັນ​ດາ​ທ່າ​ໄດ້​ປຽບ​ຊື່ງ FTA ນຳ​ມາ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ.

ຫວຽດນາມ ແລະ ເລື່ອງຜັນຂະຫຍາຍການປະຕິບັດບັນດາສັນຍາການຄ້າເສລີ (FTA) ໃນປີ 2016 - ảnh 1


        ຮອດ​ປີ 2016, ຫວຽດ​ນາມ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ​ຫລາຍ​ສະ​ບັບ, ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ແລະ ​ສະ​ຫະ​ພາບ​ເອີ​ລົບ ເຊິ່ງ​ປະ​ຈຸ​ບັນ​ພວມ​ຜັນ​ຂະ​ຫຍາຍ​ການ​ເຈ​ລ​ະ​ຈາ​ສັນ​ຍາຄູ່​ຮ່ວມ​ມື​ຮອບ​ດ້ານ​ພາກ​ພື້ນ (RCEP), ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອນ, ຫວຽດ​ນາມ ແລະ ກູ​ບາ, ອາ​ຊຽນ ແລະ ຮົ່ງ​ກົງ…. ປີ 2016 ກໍ​ແມ່ນ​ປີ​ທຳ​ອິດ​ຫວຽດ​ນາມ ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ຢ່າງ​ເປັນ​ທາງ​ການ (ນັບແຕ່​ວັນ​ທີ 1/1/2016), FTA ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ​ເລີ່ມ​ມີ​ຜົນ​ສັກ​ສິດ. ຂອບ​ເຂດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ​ຈາກ​ດ້ານ​ການ​ຄ້າ​ສິນ​ຄ້າ​ໄປ​ສູ່ການ​ຄ້າ​ບໍ​ລິ​ການ, ໃນ​ນັ້ນ ມີບໍ​ລິ​ການ​ການ​ເງິນ, ການ​ລົງ​ທຶນ, ລັດວິ​ສາ​ຫະ​ກິດ​, ການ​ຊື້​​ເຄື່ອງ​ຂອງຂອງ​ລັດ​ຖະ​ບານ.

ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດຈາກ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ

​        ໃນ​ການ​ເຊື່ອມ​ໂຍງ​ດ້ານ​ການ​ເງິນ, ກະ​ຊວງ​ການ​ເງິນ ໄດ້​ຍື່ນ​ສະ​ເຫນີ​ຕໍ່​ລັດ​ຖະ​ບານເພື່ອ​ປະ​ກາດ​ໃຊ້ ຕາ​ຕະ​ລາງ​​​ພາ​ສີສິນ​ຄ້າ​ນຳ​ເຂົ້າ​ບຸ​ລິ​ມະ​ສິດ​ພິ​ເສດ 10 ສະ​ບັບນັບ​ແຕ່​ວັນ​ທີ 1/9/2016. ຄ​ຽງ​ຄູ່​ກັນ​ນັ້ນ, ການ​ຮ່ວມ​ມື​ດ້ານ​ການ​ເງິນ​ໃນ​ປີ 2016 ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ ດ້ວຍ​ເລື່ອງ ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ ອາ​ຊຽນ ໄດ້​ຮັບ​ຮອງ​ເອົາ​ແຜນ​ການ​ດຳ​ເນີນ​ງານ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ດ້ານ​ການ​ເງິນ ອາ​ຊຽນ​ຮອດ​ປີ 2025. ປີ 2016, ກະ​ຊວງ​ການ​ເງິນ​ກໍ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ພາ​ສີ​ນຳ​ເຂົ້າ​. ຕາມ​ບົດ​ແນະ​ນຳ​ທີ່​ໄດ້​ປະ​ກາດ​ໃຊ້​ບັນ​ດາ​ຕາ​ຕະ​ລາງ FTA, ສ້າງ​ຂັ້ນ​ຕອນ​ການ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ກ່ຽວ​ກັບ​ພາ​ສີ​ນຳ​ເຂົ້າ ສົ່ງ​ອອກ. ໃນ​ຂົງ​ເຂດ​​ການ​ຄ້າ, ເພື່ອ​ໃຫ້​ເໝາະ​ສົມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ FTA, ທ່ານ​ເຈີນ​ຕວນ​ແອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໃຫ້​ຮູ້​ວ່າ:

        “ໃນ​ໄລ​ຍະ​ຜ່ານ​ມາ ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ແຜນ​ຮ່າງ​ໃຫຍ່​ຫລາຍ​ສະ​ບັບ​ກໍ​ຄື​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເຊື່ອມ​ໂຍງ. ກ່ຽວ​ກັບ​ຫລັກ​ການ ພວກ​ເຮົາ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເປີດ​ປະ​ຕູ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນ​ຂົງ​ເຂດ​ຂາຍ​ຍ່ອຍ, ຄຽງ​ຄູ່​ກັນ​ນັ້ນ ພວກ​ເຮົາ​ກໍ​ມີ​ເຄື່ອງ​ມື ເພື່ອ​ດັດ​ປັບ​ໃຫ້ເໝາະ​ສົມ​ກັບ​ບັນ​ດາ​ຕະ​ຫລາດ​ຂາຍ​ຍ່ອຍ​ພາຍ​ໃນ​ປະ​ເທດ. ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ພວມ​ສ້າງ​ແຜນ​ຮ່າງ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂາຍ​ຍ່ອຍ​ປີ 2017 ແລະ ວິ​ໄສ​ທັດ​ຮອດ​ປີ 2025. ນອກນັ້ນ ເລື່ອງ​ຮີບ​ເຮັ່ງ​ສ້າງ ແລະ ປັບ​ປຸງ​ລະ​ບົບ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ​ໃຫ້​ສຳ​ເລັດ​ເພື່ອ​ປົກ​ປ້ອງບັນ​ດາ​ຜະ​ລິດ​ຕະ​ພັນ​​ທີ່​ໄດ້​ຮັບ​ການ​ຜະ​ລິດຢູ່​ພາຍ​ໃນ​ປະ​ເທດ ແລະ ຕະ​ຫລາດ​ພາຍ​ໃນ​ປະ​ເທດ​ຢ່າງ​ເໝາະ​ສົມ​ກັບ​ຄຳ​ໝັ້ນ​ສັນ​ຍາ​ເຊື່ອມ​ໂຍງ.”

        ໃນ​ຂະ​ນະ​ນັ້ນ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ ໄດ້​ສຸມ​ໃສ່​ແກ້​ໄຂ​ຮົ້ວ​ກີດ​ຂວາງ​ກ່ຽວ​ກັ​ບ​ລະ​ບອບ​ລະ​ບຽບ​ການ, ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ຫນອງ​ຂໍ້​ມູນ​ຂ່າ​ວ​ສານ, ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຊອກ​ຫາ​ຕະ​ຫລາດ, ຄູ່​ຮ່ວມ​ມື, ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ.

ເປັ​ນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ

       ມີ​ສັນ​ຍາ FTA ລຸ້ນ​ໃຫມ່​ຫລາຍ​ສະ​ບັບ ດ້ວຍ​ຂອບ​ເຂດ​ຄຳ​ໝັ້ນ​ສັນ​ຍາ​ເປີດກວ້າ, ລະ​ດັບ​ຄຳ​ໝັ້ນ​ສັນ​ຍາ​ເລິກ​ເຊິ່ງ, ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍທີ່​ໄດ້ວາງ​ອອກສຳ​ລັບ​ວິ​ສາ​ຫະ​ກິດ​ແມ່ນ​ໃຫຍ່​ຫລວງ. ໝາກ​ຜົນ​ສຳ​ຫລວດ​ວິ​ສາ​ຫະ​ກິດ 1.500 ແຫ່ງ ໂດຍ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ປະ​ກາດ​ໃນ​ປີ 2016 ສະ​ແດງ​ໃຫ້​ເຫັນ​ວ່າ: 88% ຈຳ​ນວນວິ​ສາ​ຫະ​ກິດ​ມີແຜນ​ການ​ປັບ​ປຸງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ຜະ​ລິດ​ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ບັນ​ດາ​ສັນ​ຍາ FTA. ຕ​າມ​ທ່ານ​ນາງ ຫງວຽນ​ທິ​ທູ​ຈາງ, ຜູ້​ອຳ​ນວຍ​ການ​ສູນ WTO ຂຶ້ນ​ກັບ VCCI, ​ບັນ​ດາ​ວິ​ສາ​ຫະ​ກິດ​ ສ່ວນ​ຫລາຍ​ມີ​ຄວາມກຽມ​ພ້ອມກ່​ວາ​ໃຫ້​ແກ່​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ເມື່ອ​ທຽບ​ໃສ່​​ໄລ​ຍະ​ກ່ອນນີ້. ການ​ເປັນ​ເຈົ້າ​ການກວ່າ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ມີ​ສະ​ຕິ​ຈະ​ແຈ້ງກວ່າ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ​ຂອງ​ຕົນ​ຖ້າ​ຫາກ​ມີ​ການ​ຫັນ​ປ່ຽນ​ເອງ​ໃນ​ການ​ຜະ​ລິດ, ປ່ຽນ​ແປງ​ອົງ​ປະ​ກອບ​ປະ​ເພດ​ສິນ​ຄ້າ, ຊອກ​ຫາ ແລະ ກຳ​ແຫນ້ນ​ຂໍ້​ມູນ​ຂ່າວ​ສານ​ໃຫມ່​ກ່ຽວ​ກັບ​ບັນ​ດາ​ຕະ​ຫລາດ​ສົ່ງ​ອອກ ເມື່ອ FTA ມີ​ຜົນ​ສັກ​ສິດ. ຕາມ​ນັ້ນ​ແລ້ວ, ບັນ​ດາ​ບັນ​ຫາ​ໂດຍ​ວິ​ສາ​ຫະ​ກິດ​ກະ​ກຽມ​ຫລາຍ​ສຸດ​ໃຫ້​ແກ່​ບັນ​ດາ FTA ລວມ​ມີ: ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ຍາດ​ແຍ່ງ​ເຕັກ​ໂນ​ໂລ​ຊີ ແລະ ສຳ​ພັດ​ກັບ​ບັນ​ດາ​ຕະ​ຫລາດ​ໃຫມ່. ເຖິງ​ຢ່າງ​ໃດ​ກໍ​ຕາມ ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ຍັງ​ບໍ່​ທັນ​ກຽມພ້ອມ​ ຢ່າງ​ພຽງ​ພໍຍ້ອນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ FTA ແມ່ນ​ສັບ​ສົນ​ທີ່​ສຸດ. ຄວາມ​ເຂົ້າ​ໃຈ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ກຳ​ນົດ​ໃນ​ບັນ​ດາ​ສັນ​ຍາ FTA ແລະ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ການ​ແກ້ງ​ແຍ້ງ ແມ່​ນ​ເງື່ອນ​ໄຂ​ທຳ​ອິດ​ເພື່ອ​ໃຫ້ ວິ​ສາ​ຫະ​ກິດ ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ກໍ​ຄື​ແກ້​ໄຂ​ບັນ​ດາ​ຄວາ​ມ​ສ່ຽງ, ສິ່ງ​ທ້າ​ທາຍ​ຈາກ​ບັນ​ດາ​ສັນ​ຍາ FTA. ສະ​ນັ້ນ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທຳ​ອິດ ນັ້ນ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ເອງ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ແທ້​ຈິງ​ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ​ນາງ ຟ້າມ​ຈີ​ລານ ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຖື​ວ່າ:

        “ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ, ຫວຽດ​ນາມ ພວມ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງກວ່າ​ເວ​ລາ​ໃດ​ໝົດ ນັ້ນ​ແມ່ນ​ຢາກ​ພັດ​ທະ​ນາ​ຕ້ອງ​ອີງ​ໃສ່​ກຳ​ລັງ​ແຮງ​ພາຍ​ໃນ, ສຸມ​ໃສ່​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ພາຍ​ໃນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ນັບ​ທັງ​ກຳ​ລັງ​ແຮງ​ພາຍ​ໃນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເພາະ​ວ່າ ບໍ່​ມີ​ປະ​ເທດ​ໃດ​ພັດ​ທະ​ນາ​ໄດ້ ຖ້າ​ຫາກ​ອີງ​ໃສ່​ແຫລ່ງ​ກຳ​ລັງ​​ຈາກພາຍນອກ. ການ​ເຊື່ອມ​ໂຍງ​ແມ່ນ​ສຳ​ຄັນແທ້​ ​ແຕ່​​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຕ້ອງ​ບັນ​ລຸ​ໄດ້ ພ້ອມ​ກັນ​ນັ້ນ ຄາດ​ໝາຍ​ແມ່ນ​ເພີ່ມ​ທະ​ວີ​ກາ​ລັງ​ແຮງ​ພາຍ​ໃນ​ຂອງ​ປະ​ເທດ​ຊາດ, ເຮັດ​ໃຫ້​ຫວຽດ​ນາມ ເຂັ້ມ​ແຂງກວ່າ, ມີ​​ກຳ​ລັງ​ແກ້ງ​ແຍ້ງ​ໃນ​ໂລກກວ່າ ການ​ເຊື່ອມ​ໂຍງ​ນັ້ນ​ຈຶ່ງ​ມີ​ຄຸນ​ຄ່າ.”

        ປີ 2016 ຫວຽດ​ນາມ ເລີ່ມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້ນ​ໃຫມ່, ມີ​ລະ​ດັບ​ຫັນ​ເປັນ​ເສ​ລີ​ເລິກ​ເຊິ່ງ, ຂອບ​ເຂດກວ້າງ​ຂວາງກວ່າ. ເລື່ອງ​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະ​ຫຍາຍ ແລະ ຍາດ​ແຍ່ງ​ບັນ​ດາ​ທ່າ​ໄດ້​ປຽບ​ຊື່ງ​ບັນ​ດາ​ສັນ​ຍາ FTA ນຳ​ມາ​ໃຫ້​ເປັນ​ຢ່າງ​ດີກວ່າ, ປະ​ກອບ​ສ່ວນ​ເປີດ​ຊ່ອງ​ທາງ​ເຊື່ອມ​ໂຍງ​ຢ່າງ​ສະ​ດວກກວ່າ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ກໍ​ຄ​ື​ທົ່ວ​ພື້ນ​ຖານ​ເສດ​ຖະ​ກິດ. ພ້ອມ​ກັນ​ນັ້ນ ຜ່ານ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ຂອງ FTA, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຫວຽດ​ນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ. 


ຕອບກັບ

ຂ່າວ/ບົດ​ອື່ນ