ຫວຽດນາມຈະແມ່ນສະມາຊິກທີ່ດີ ຂອງສະພາສິດທິມະນຸດສະຫະປະຊາຊາດ

(vovworld)-  ​ຫວຽດນາມ ​​ໄດ້ກາຍ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ ສປຊ ​ແລະ ຈະ​ເລິ່ມຕົ້ນອາຍຸ​ການ 2014-2016 ​ໃນ​ວັນ​ທີ 1/1/2014. ​ເລື່ອງ​ຫວຽດນາມ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ສະພາ​ສິດທິ​ມະນຸດ ສປຊ ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນສູງ​ກວ່າ​ໝູ່​ໃນ​ການ​ເລືອກ​ຕັ້ງຂອງ ສປຊ ​ເມື່ອ​ວັນ​ທີ 12/11/2013 ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນຂອງ​ປະຊາ​ຄົມ​ໂລກ ຕໍ່​ບັນດາ​ຜົນງານ​ດ້ານ​ສິດທິ​ມະນຸດ​ຂອງ​ຫວຽດນາມ ພ້ອມ​ທັງ​ນຳ​​ເອົາກາລະ​ໂອກາດ​ຍູ້​ແຮງ​ຄວາມ​ມານະ​ພະຍາຍາມ​ຮັບປະກັນ​ສິດທິ​ມະນຸດ​ໃນ​ທົ່ວ​ໂລກມາໃຫ້​ຫວຽດນາມ.

ຫວຽດນາມຈະແມ່ນສະມາຊິກທີ່ດີ ຂອງສະພາສິດທິມະນຸດສະຫະປະຊາຊາດ - ảnh 1

ສຳນັກງານ ສປຊ ຢູ່​ນິວຢ​ອກ

(ພາບ: Vietnam+)

​ ເປັນຄັ້ງທຳ​ອິດ​ທີ່​ຫວຽ​ດນາມ ກາຍ​ເປັນສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ ສປຊ,  ​ນີ້ແມ່ນ​ຄວາມ​ເປັນ​ກຽດ​ອັນ​ໃຫ່ຍຫຼວງ​ຂອງ​ຫວຽດນາມ. ໝາກຜົນ​ການ​ປ່ອນ​ບັດ​ສະ​ແດງ​ໃຫ້​ເຫັນ​ວ່າ: ປະຊາ​ຄົມ​ໂລກ​ໄດ້​ຕັ້ງຄວາມ​ເຊື່ອໝັ້ນຕໍ່​ຫວຽດນາມ, ​ເລີ່​ມຈາກ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮັບປະກັນ​ສິດທິ​ມະນຸດ​ຊື່​ງຫວຽດນາມ ​ຍຶດໝັ້ນປະຕິບັດ​ໃນ​ໄລຍະ​ຜ່ານ​ມາ.

ຜົນງານ​ດ້ານ​ສິດທິ​ມະນຸດ​ໄດ້​ຮັບ​ການ​ຮັບ​ຮູ້

​  ​ ເຖິງ​ວ່າ​ແມ່ນ​ປ​ະ​ເທດພວມ​ພັດທະນາ ​ແລະ ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ຫຼາຍ​ຢ່າງກໍ່ຕາມ​ແຕ່ທັງ​ລະບົບ​ການ​ເມືອງ, ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດ ຊອບຕະຫຼອດ​ຮອດ​ແຕ່​ລະ​ສ່ວນ​ບຸກ​ຄົນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ລ້ວນ​ແຕ່​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ສ້າງສາ​ປະ​ເທດ​​ໃຫ້​ເຕີບ​ໂຕ​ດ້ານ​ເສດຖະກິດ, ມີ​ຄວາມກ້າວໜ້າ ​ແລະ ມີ​ຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ, ທັງ​ຮັບປະກັນ ສິດທິ​ມະນຸດ.

   ລັດຖະທຳ​ມະນູນ​ຫວຽດນາມ ​ໄດ້​ລະບຸ​ບັນດາສິດທິ​ມະນຸດດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ ​ແລະ ການ​ເມືອງ, ພົນລະ​ເຮືອນ…ຢ່າງ​ຄົບ​ຖ້ວນ ​ແລະ ຮອບດ້ານ. ​ເນື້ອ​ໃນ​ບັນດາ​ສິດ​ພື້ນຖານຂອງ​ມະນຸດ​ໄດ້​ຮັບ​ການ​ຫັນ​ເປັນ​ລະອຽດ ​ແລະ ສົມ​ບູນ​ແບບຢ່າງ​ບໍ່​ຢຸດ​ຢັ້ງ, ສອດຄ່ອງ​ກັບ​​ເນື້ອ​ໃນຈິດ​ໃຈ ​ແລະ ບັນດາມາດຖາ​ນ​ທີ່​ລະບຸ​ໄວ້​ໃນ​ຖະ​ແຫຼ​ງການສິດທິ​ມະນຸດ​ໂລກ ​ແລະ ບັນດາ​ສົນທິສັນຍາ​ສາກົນ​ຂອງ ສປຊ ກ່ຽວ​ກັບ ສິດທິ​ມະນຸດ.

   ​ໃນ​ 5 ປີຜ່ານມາ, ການ​ເຕີບ​ໂຕ​ເສດຖະກິດ ​ແລະ ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຮັກສາ​ໃນ​ລະດັບ​ປະມານ 6% ຊື່​ງ​ແມ່ນ​ລະດັບ​ສູງ​ພໍ​ສົມຄວນ​ໃນ​ພາກ​ພື້ນ. ຫວຽດນາມ ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ​ໃຫ້ 8 ລ້ານ​ຄົນ, ຫລຸດ​ອັດຕາ​ຄອບ​ຄົວ​ທຸກ​ຍາກ​ລົງ​ເຫຼືອ​ພຽງ 9,5%, ດັດຊະນີ​ພັດທະນາ​ມະນຸດ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຫວຽດນາມ ​ໄດ້​ປະຕິບັດ​ຫຼາຍຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ກ່ອນ​ກຳນົດ​ເວລາ, ກາຍ​ເປັນໜຶ່ງ​ໃນ​ບັນດາ​ແບບຢ່າງ​ດີ​ເດັ່ນ​ຂອງ ສປຊ ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ.

ຫວຽດນາມຈະແມ່ນສະມາຊິກທີ່ດີ ຂອງສະພາສິດທິມະນຸດສະຫະປະຊາຊາດ - ảnh 2

ວາລະ​ປະຊຸມ​ຄັ້ງໜຶ່ງ​ຂອງ​ສະພາ​ສິດທິ​ມະນຸດ ສປຊ

(ພາບ: http://dantri.com.vn)

   ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ

  ຫວຽ​ດນາມ​ແມ່ນ​ປະ​ເທດ​ສັງ​ເກດ​ການ​ຂອງ​ສະພາ​ສິດທິ​ມະນຸດ ສປຊ ນັບ​ແຕ່​ອົງການ​ນີ້​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ເມື​ອ່ປີ 2006 ມາ​ຮອດ​ປະຈຸ​ບັນ. ​ໃນ​ໄລຍະ​ເວລາ​ນີ້, ຫວຽ​ດນາມ ຖື​ເປັນ​ສຳຄັນ​ພິ​ເສດ ​ແລະ ​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ການ​ເຄື​ອ່ນ​ໄຫວ​ຂອງ​ສະພາ ສິດທິ​ມະນຸດ, ຕີ​ລາຄາ​ສູງ​ກົນ​ໄກ​ສຳ​ຫຼວດກວດກາ​ທົ່ວ​ປະ​ເທດປະຈຳ​ໃນ​ທົ່ວ​ໂລກ. ຖື​ວ່າ, ນີ້​ແມ່ນ​ກົນ​ໄກ​ທີ່​ມີ​ປະສິດທິຜົນ​ເພື່ອ​​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ, ​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ​ລະຫວ່າງ​ປະ​ເທດ​ຕ່າງໆ, ຜ່ານ​ນັ້ນຊຸກຍູ້ ​ແລະ ຮັບປະກັນບັນດາສິດທິ​ມະນຸດ​ໃຫ້​ດີ​ກ່ວາ​ອີກ.

  ​ເລື່ອງ​ຫວຽດນາມ ​ໄດ້​ຮັບ​ການ​ເລືອກ​ຕັ້ງ, ກາຍເປັນ​ສະ​ມາ​ຊິກ​ຂອງ​ສະພາສິດທິ​ມະນຸດ ສປຊ ​ແມ່ນ​ການ​ຮັບ​ຮູ້​ຂອງ​ປະຊາ​ຄົມ​ໂລກ ​ແລະ ​ແມ່ນ​ການ​ພິສູດ​ຢ່າງ​ຈະ​ແຈ້ງ​ທີ່ສຸດ​ກ່ຽວ​ກັບ​ບັນດາ​ຜົນງານ​ດ້ານສິດທິ​ມະນຸດ ຂອງ​ຫວຽດນາມ. ສິ່ງ​ດັ່ງກ່າວສະ​ແດງໃຫ້​ເຫັນ​ວ່າ: ບັນດາ​ຖ້ອຍ​ທຳນອງ​ຕຳນິຕິ​ຕຽນ​ຫວຽດນາມ ​ໃນ​ບັນ​ຫາສິດທິ​ມະນຸດ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ແມ່ນ​ບໍ່​ມີ​ຄຸນຄ່າ.

ຫວຽດນາມ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັບປະກັນສິດທິ​ມະນຸດ​ຂອງ​ໂລກ

  ຫວຽດນາມ ຈະ​ແມ່ນໜຶ່ງໃນບັນດາ​ຜູ້ຕາງໜ້າ​ຂອງ​ອາຊີ​ ໃນ​ສະພາ ສິດທິ​ມະນຸດ ສປຊ ​ໃນ​ອາຍຸ​ການ​ສອງ​ປີ​ຂ້າງ​ໜ້າ. ​ດ້ວຍ​ບົດບາດ​ນີ້, ຫວຽນາມ ຈະ​ປະກອບ​ສຽງ​ເວົ້າທີ່​ມີ​ສີສັນ​ອາຊີ ​ເຂົ້າ​ໃນ​ວິວັດ​ການ​ຍົກ​ອອກ​ຂໍ້​ລິ​ເລີ່​ມ ຫຼື​ປະກອບ​ຄຳ​ເຫັນ​​ໃຫ້​ແກ່​ການສ້າງ​ບັນດາ​ມະຕິ​ກ່ຽວ​ກັບສິດທິ​ມະນຸດ.

  ​ແນ່ນອນ​ວ່າ, ຫວຽດນາມ ຈະ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ, ນະ​ໂຍບາຍ ​ແລະ ​ແຫຼ່ງກຳລັງ​ເພື່ອ​ແນ​ໃສ່​ຮັບປະກັນ​ທຸກໆສິດອັນ​ເປັນ​ພື້ນຖານ​ຂອງ​ມະນຸດ​ຄື: ​ເສດຖະກິດ, ສັງຄົມ, ວັດທະນະທຳ ​ແລະ ພົນລະ​ເຮືອນ, ການ​ເມືອງ​ຕາມ​ມາດຖານ​ສາກົນ​ກ່ຽວ​ກັບສິດທິ​ມະນຸດ. ຫວຽດນາມ ​ຈະ​ສືບ​ຕໍ່​ປັບປຸງ ​ແລະ ສ້າງ​ລະບົບ​ກົດໝາຍ, ຕຸລາການ​ໃຫ້​ສົມບູນ​ແບບ, ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ​ແລະ ​ເພີ່ມ​ທະວີ​ບັນດາ​ ລະບຽບກົດໝາຍ​ແຫ່ງ​ຊາດ ກ່ອຽວກັບ​ການ​ປົກ​ປ້ອງສິດທິ​ມະນຸດ, ​ໃນ​ນັ້ນມີ​ການຄົ້ນຄ້ວາ​ຄວາມ​ສາມາດ​ສ້າງ​ຕັ້ງອົງການສິດທິ​ມະນຸດ​ແຫ່ງ​ຊາດ.

   ຍ້ອນ​ເຫດ​ນັ້ນ, ການ​ເຂົ້າຮ່ວມ​ສະພາສິດທິ​ມະນຸດ ສປຊ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ສາມາດ​ແລກປ່ຽນ, ​ແບ່ງປັນ ​ແລະ ທະວີຄູນ​ບັນດາ​ຄຸນຄ່າ​ຊື່​ງຫວຽດນາມ​ ບັນລຸ​ໄດ້​ໃນ​ຄວາມ​ມານະ​ພະຍາຍາມ​ຮັບປະກັນສິດທິ​ມະນຸດ​ໃນ​ປະ​ເທດ​ຕົນ​ກັບ​ເພື່ອນ​ມິດສາ​ກົນ./.

 


ຕອບກັບ

ຂ່າວ/ບົດ​ອື່ນ