ຫວຽດນາມຊຸກຍູ້ການປະຕິບັດໂຄງການດຳເນີນງານ2030ກ່ຽວກັບການພັດທະນາແບບຍືນຍົງ

(vovworld)-  ກອງ​ປະ​ຊຸມ​ຂັ້ນ​ສູງ ສ​ປ​ຊ ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ​ລະ​ຫວ່າງ​ບັນ​ດາປະ​ເທດບໍ່​ມີ​ທະ​ເລ ແລະ ປະ​ເທດ​ທາງ​ຜ່ານ​ ເພື່ອສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂດຍ​ຫວຽດ​ນາມ ຈັດ​ຕັ້ງ​ໄດ້​ສິ້ນ​ສຸດ​ໃນ​ວັນ​ທີ 9/3 ຢູ່ ຮ່າ​ໂນ້ຍ ພາຍ​ຫລັງ​ດຳ​ເນີນ​ມາ​ເປັນ​ເວ​ລາ 3 ວັນ. ກອງ​ປະ​ຊຸມ​ອີກ​ຄັ້ງ​ຫນຶ່ງ​ໄດ້​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດາມ ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ, ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ສຳ​ເລັດ​ຜົນບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂຄງ​ການດ​ຳ​ເນີນ​ງານ 2030 ຊື່ງໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ
ສ​ປ​ຊ .

ຫວຽດນາມຊຸກຍູ້ການປະຕິບັດໂຄງການດຳເນີນງານ2030ກ່ຽວກັບການພັດທະນາແບບຍືນຍົງ - ảnh 1
ບັນ​ດາ​ຜູ້​ແທ​ນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:

        ໂດຍ​ມີ​ການ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍຂອງ​ຜ​ູ້​ແທນ ກວ່າ 200 ທ່ານທີ່​ມາ​ຈາກ 40 ປະ​ເທດ ແລະ 29 ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ຕໍ່ ແລະ​ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ​, ໃນ​ນັ້ນ ມີ​ການ​ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດບໍ່​ມີ​ທະ​ເລ ແລະ ບັນ​ດາ​ປະ​ເທດ​ທາງ​ຜ່ານ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ສຳ​ເລັດ​ຜົນ. ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ ມີ​ການ​ຜັນ​ແປ​ທີ່ສັບ​ສົນ​ຫລາຍ​ຢ່າງ ແລະ ບັນ​ດາ​ປະ​ເທດ​ກ້າວ​ເຂົ້າ​ປີ​ທີ 2 ແຫ່ງ​ການ​ປະ​ຕິ​ບັດໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍື​ນຍົງ, ເລື່ອງ​ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ສືບ​ຕໍ່​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ແລະ ຊຸກ​ຍູ​້​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ສຳ​ເລັດ​ຜົນ.

ຊຸກ​ຍູ້​ໂຄງ​ການ​ດຳ​ເນີນ​ງານ 2030 ຜ່ານ​ການ​ຫັນ​ການ​ຄ້າ​ເປັນ​ເສ​ລີ

       ບັນ​ດາ​ເອ​ກະ​ສານ​ຂອງ ສ​ປ​ຊ ຄື: ໂຄງ​ການ​​ເຄື່ອນ​ໄຫວ ວຽນ, ໂຄງ​ການດຳ​ເນີນ​ງານ​ເພື່ອ​ການ​ພັດ​ທະ​ນາ​ແບ​ບ​ຍືນ​ຍົງ 2030 ແລະ ໂຄ​ງ​ການ​ເຄື່ອນ​ໄຫວ Addis Ababa ລ້ວນ​ແຕ່​ຢືນ​ຢັນ​ວ່າ: ດ້ານ​ການ​ຄ້າ​ແມ່ນ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ພ້ອມ​ທັງ​ຮັບ​ຮູ້​ບັນ​ດາ​ສິ່ງ​ທ້າ​ທາຍ ແລະ ຄວາມ​ຕ້ອງ​ການ​ພິ​ເສດ​ຂອງ​ບັນ​ດາ​ປະ​ເທດບໍ່​ມີ​ທະ​ເລ. ສະ​ນັ້ນ ການ​ຮ່ວມ​ມື​ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດບໍ່​ມີ​ທະ​ເລ ແລະ ປະ​ເທດ​ທາງ​ຜ່ານ​ ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງ​ເຂົ້າ​ໃນ​ບັນ​ດາ​ລະ​ບົບ​ມູນ​ຄ່າ​ຂອງ​ພາກ​ພື້ນ ແລະ ທົ່ວ​ໂລກ, ຮັບ​ປະ​ກັນ​ບໍ່​ປະ​ໃຫ້​ປະ​ເທດ​ໃດ​ຖືກ​ປະ​ຢູ່​ທາງ​ຫລັງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ສັດ​ຕະ​ວັດ​ທີ 21, ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ​ຂອງ​ໂຄງ​ການ​ດຳ​ເນີນ​ງານ 2030 ຊື່ງ ສ​ປ​ຊ ໄດ້​ຮັບ​ຮອງ​ເອົາ. ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Gyan Chandra Acharya ຢືນ​ຢັນ​ວ່າ:

        “ໂຄງ​ການ​ດຳ​ເນີນ​ງານ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ແມ່ນ​ຮັບ​ຮູ້​ບັນ​ດາ​ສິ່ງ​ທ້າ​ທາຍນີ້ ແລະ ປະ​ຊາ​ຄົມ​ສາ​ກົນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊ່ວຍ​ບັນ​ດາ​ປະ​ເທດບໍ່​ມີ​ທະ​ເລ​ເພື່​ອ​ແກ້​ໄຂ​ບັນ​ດາ​ຂໍ້​ຈຳ​ກັດ​ນີ້. ບ​ັນ​ດາ​ຂົງ​ເຂດ​ຮ່ວມ​ມື​ຈະ​ສຸມ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ການ​ເຊື່ອມ​ໂຍງ​ພາກ​ພື້ນ ເພື່ອ​ແນ​ໃສ່​ຍົກ​ລະ​ດັບ​ພື້ນ​ຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ບັນ​ດາ​ຂໍ້​ລິ​ເລິ່ມ​ເຊື່ອມ​ຕໍ່, ປັບ​ປຸງ​ກອບ​ກົດ​ໝາຍ, ສ້າງ​ລະ​ບຽບ​ການ​ດ້ານ​ພາ​ສີ​ໃຫ້​ມີ​ຄວາມ​ກົມ​ກຽວ, ຕັ້ງ​ຫນ້າ​ປະ​ຕິ​ບັດ​ສັນ​ຍາ​ຫັນ​ການ​ຄ້າ​ເປັນ​ເສ​ລີ​ຂອງ ອົງ​ການ​ການ​ຄ້າ​ໂລກ WTO, ເພີ່ມ​ທະ​ວີ​ການ​ລົງ​ທຶນ.”

        ສຳ​ລັບ​ຫວຽດ​ນາມ, ຈາກ​ບົດ​ຮຽນ​ໃນ​ໄລ​ຍະ​ກວ່າ 30 ປີ​ແຫ່ງ​ການ​ປ່ຽນ​ໃຫມ່ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຫວຽດ​ນາມ ມີ​ຄວາມ​ຮັບ​ຮູ້​ ຢ່າງ​ຈະ​ແຈ້ງ​ ບົດ​ບາດ​ສຳ​ຄັນຂອງ​ເລື່ອງ​ຫັນ​ການ​ຄ້າ ແລະ ການ​ລົງ​ທຶນ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ລົບ​ລ້າງ​ຄວ​າມ​ທຸກ​ຍາກເປັນ​ສະ​ດວກ. ສະ​ນັ້ນ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຫລາຍ​ຝ່າຍ ແລະ ພາກ​ພື້ນ​ຢ່າງ​ຕັ້ງ​ຫນ້າ​ຄື: WTO, ASEAN, APEC, ASEM, ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ​ຫລາຍ​ປະ​ເທດ​ຄູ່​ຮ່ວມ​ມື. ຫວຽດ​ນາມ ກໍ​ເປັນ​ເຈົ້າ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ ແລະ ເສດ​ຖະ​ກິດ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ພ​ິ​ເສດ​ແມ່ນ​ສຳ​ລັບ ລາວ, ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ບໍ່​ມີ​ທະ​ເລ, ນັບ​ທັງ​ໃນ​ຂອບ​ເຂດ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ. ສິ່ງ​ດັ່ງ​ກ່າວ​ໂດຍ​ແມ່ນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ຢັ້ງ​ຢືນ:

        “ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ໃຫ້​ບຸ​ລິ​ມະ​ສິດ​ສູ​ດ​ສຸດ​ ແກ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ພິ​ເສດ​ແມ່ນ​ການ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ​ຢ່າງ​ແຫນ້ນ​ແຟ້ນ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ຜົນ​ສຳ​ເລັດ ແລະ ວັດ​ທ​ະ​ນາ​ຖາ​ວອນ​ຂອງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຈະ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ເຖິງ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ແລະ ຊ່ວຍ​ພວກ​ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ພາກ​ພື້ນ. ຫວຽດ​ນາມ ໄດ້​ມີ​ບາດ​ກ້າວ​ລະ​ອຽດ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ເຂດ​ລຸ່ມແມ່​ນ້ຳ​ຂອງ ເພື່ອ​ເຊື່ອມ​ຕໍ່​ແລວ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ບັນ​ດາ​ພາກ​ພື້ນ​ທີ່​ຫ່າງ​ໄກ​ກັບ​ທ່າ​ກຳ​ປັ່ນ​ທະ​ເລ​ສາ​ກົນ.”

ຫວຽດ​ນາມ​ສືບ​ຕໍ່​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ສ​ປ​ຊ

ຄຽງ​ຂ້າງ​ການ​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ກໍ​ຄື​ການ​ເຊື່ອມ​ໂຍງ​ເຂົ້າ​ກັບພາກ​ພື້ນ ພາ​ຍ​ຫລັງກວ່າ 30 ປີ​ແຫ່ງ​ການ​ດຳ​ເນີນ​ກິດ​ຈະ​ການ​ປ່ຽນ​ໃຫມ່, ຫວຽດ​ນາມ ກໍ​ສະ​ເຫນີ​ບັນ​ດາ​ຂໍ້​ສະ​ເຫນີ​ແນະ​ເພື່ອ​ເພີ່ມ​ທະ​ວີ​ການ​ລະ​ດົມ​ແຫລ່ງ​ກຳ​ລັງ​ຈາກ​ບັນ​ດາ​ອົງ​ການ​ການ​ເງິນ​ສາ​ກົນ ແລະ ພາກ​ເອ​ກະ​ຊົນ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ທາງ​ຜ່ານ, ສ້າງ​ຄວາມ​ສະ​ດວກ​ໃຫ້​ດ້ານການ​ຄ້າ ແລະ ການ​ລົງ​ທຶນ.

ໂຄງ​ການ​ດຳ​ເນ​ີນ​ງານ 2030 ຊື່ງ ສ​ປ​ຊ ຮັບ​ຮອງ​ເອົາ​ເມື່ອ​ປີ 2015 ໄດ້​ວາງ​ອອກ 17 ຄາດ​ໝາຍ ແລະ 169 ມາດ​ຖານ​ລະ​ອຽດ ໄດ້​ຮັບ​ຖື​ວ່າ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ການ​ນຳ​ສົ່ງ​ເຖິງ​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ໃນ​ໂລກວ່າ: ປະ​ເທດ​ທັງ​ໝົດ​ຈະ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ໂລກ​ໃຫ້​ດີ​ງາມກວ່າ. ໃນ​ໄລ​ຍະ​ແຕ່ນີ້​ຮອດ​ປີ 2030, ບັນ​ດາ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ ຄວນ​ມາ​ນະ​ພະ​ຍາ​ຍາມ​ສູງ​ທົບ​ສອງ​ເທົ່າ​ເພື່ອ​ສ້າງ​ອະ​ນາ​ຄົດ​ດີ​ງາມກວ່າໃຫ້​ແກ່​ປະ​ຊ​າ​ຊົນ​ໃນ​ໂລກ, ເພື່ອ​ໃຫ້​ທຸກໆ​ປະ​ເທດ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ວມ​ມື, ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ. ໂດຍ​ແມ່​ນ​ສະ​ມາ​ຊິກ​ຕັ້ງ​ຫນ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ, ຫວຽດ​ນາມ ຍາມ​ໃດ​ກໍ່​ເຂົ້າ​ຮ່ວມ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ອົງ​ການນີ້ຢ່າງ​ຕັ້ງ​ຫນ້າ ເພື່ອ​ແນ​ໃສ່​ສ້າງ​ໂລກ​ສັນ​ຕິ​ພາບ​ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. ບັນ​ດາ​ການ​ເຄື່ອນ​ໄຫວ​ໂດຍ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ ກໍ່​ແມ່ນ​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍນັ້ນ, ພິ​ເສດ​ຍິ່ງ​ມີ​ຄວາມ​ໝາຍກວ່າ ປີນີ້​ແມ່ນ​ຂີດ​ໝາຍ 40 ປີ​ແຫ່ງວັນ​ຫວຽດ​ນາມ ເຂົ້າ​ຮ່ວມ ສ​ປ​ຊ ແລະ ແມ່ນ​ປີ​ທີ 2 ຫວຽດ​ນາມ ຮັບ​ຜິດ​ຊອບ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ ສ​ປ​ຊ ອາ​ຍຸ​ການ 2016-2018.


ຕອບກັບ

ຂ່າວ/ບົດ​ອື່ນ