ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດ ຂອງເວທີປາໄສເສດຖະກິດ ອາຊີຕາເວັນອອກ


(vovworld)  - ພ້ອມ​ກັບ​ຜູ້ແທນ​ປະ​ມານ 450 ຄົນເຊີ່​ງແມ່ນ​ບັນ​ດາປະ​ມຸດລັດ​​ ນັກ​ການ​ເມືອງຂອງ​ປະ​ເທດ​ຕ່າງໆ, ຜູ້​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ໃຫຍ່, ບັນ​ດາ​ອົງ​ການ​ສາ​ກົນ, ອົງ​ການ​ສັງ​ຄົມ​ພາຍ​ໃນ ແລະ ນອກ​ພາກ​ພື້ນ. ວັນ​ທີ 21/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ໋ນ​ຢູ້ງ ເຂົ້າ​ຮ່ວມເວ​ທີ​ປາ​ໄສ​ເສດ​ຖະ​ກິດ ອາ​ຊີ​ຕາ​ເວັນ​ອອກ (WEF ອາ​ຊີ​ຕາວັນ​ອອກ) 2014, ເຊີ່ງ​ໄດ້​ຈັດ​ຕັ້ງ​ຂຶ້ນຢູ່​ຟີ​ລິບ​ປິນ. ນີ້ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເວ​ທີ​ປ​ໄສ​ທີ່ມີອິດ​ທິ​ພົນ​ຊື່ສຽງເຊີ່ງ​ຖືກ​ຈັດ​ຕັ້ງ​ແຕ່​ລະ​ປີ, WEF ອາ​ຊີ​ຕເວັນ​ອອກແມ່ນ​ໂອ​ກາເພື່ອ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​​​ຊຸກ​ຍູ້ບັນ​ດາ​ຂໍ້​ລິ​ເລີ່ມ, ຂອບ​ເຂດ​ການ​ຮ່ວມ​ມື, ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ, ກໍ່​ຄື​ຊຸກ​ຍູ້ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ສະ​ມາ​ຊິກ WEF.

ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດ ຂອງເວທີປາໄສເສດຖະກິດ ອາຊີຕາເວັນອອກ - ảnh 1
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ​ຢ່າງສົມກຽດ ເນື່ອງໃນໂອກາດທ່ານໄປຢ້ຽມຢາມຟິລິບປິນ ເຂົ້າຮ່ວມ WEF ອາຊີຕາເວັນອອກ 2014
(ພາບ:http://dangcongsan.vn)


      ໃນ​ສະ​ພາບ​ການເສດຖະກິດໂລກ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າທາຍ​ບາງ​ຢ່າງ​, ພິ​ເສດ​ແມ່ນລະດັບການ​ຟື້ນ​ຟູ​ເສດ​ຖະ​ກິດ​ຍັງ​ຂາດ​ຄວາມ​ໝັ້ນ​ຄົງ ແລະ ດຸ່ນ​ດ່ຽງ, ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ ແລະ ພວມ​ພັດ​ທະ​ນາເຕີບ​ໂຕ​ຊັກຊ້າລົງ​ຄືນ​ໃໝ່​ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ກ່ອນ​ວິ​ກິດ​ການ, ຄາດ​ວ່າ​ບັນ​ລຸ​ໄດ້ 4,9% ​ໃນປີ 2014 ແລະ 5,3% ​ໃນປີ 2015, ອາ​ຊີ​ຕາເວັນ​ອອກ ພວມ​ໄດ້​ຮັບຖື​ວ່າ​ເປັນ​ພາກ​ພື້ນ​ນຳ​ໜ້າ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ. ດັ່ງ​ນັ້ນ, ເວ​ທີ​ປາ​ໄສ​ເສດ​ຖະ​ກິດໂລກ​ກ່ຽວ​ກັບ ອາ​ຊີ​ຕາ​ເວັນ​ອອກ​ ປີນີ້​ມີ​ຫົວ​ຂໍ້ວ່າ “​ຊຸກ​ຍູ້ການ​ເຕີບ​ໂຕ​ເພື່ອ​ຄວາມກ້າວ​ໜ້າຢ່າງສະໝ່ຳ​ສະ​ເໝີ​”, ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ຫົວ​​ເລື່ອງ​ຫຼັກ​ຄື:  ເຕີບ​ໂຕ​ເພື່ອ​ຄວາມກ້າວ​ໜ້າຢ່າງສະໝ່ຳ​ສະ​ເໝີ, ມຸ່ງ​ໄປ​ເຖີ​ງ​ການ​ພັດ​ທະ​ນາ​ແບ​ບຍືນ​ຍົງ ແລະ ເຊື່ອມ​ຈອດພາກ​ພື້ນ.

ບົດບາດຂອງເສດຖະກິດອາຊີຕາເວັນອອກໃນພື້ນຖານເສດຖະກິດໂລກ.

  ຕາມທ່ານດອກເຕີ ຫງວຽນດຶກແທ່ງ, ຜູ້ອຳນວຍການສູນຄົ້ນຄ້ວາ ເສດຖະກິດ ແລະ ນະໂຍບາຍ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​​ໂນ້ຍ, ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສວມ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ພື້ນຖານ​ເສດຖະກິດ​ໂລກ, ມັນສະ​ແດງ​ໃຫ້​ເຫັນ​ຜ່ານ​ລັກສະນະ​ຂອບ​ຂະໜາດ ​ແລະ ລັກສະນະ​ຂະຫຍັນ​ຂັນ​ເຄື່ອນຂອງ​ພາກ​ພື້ນ​ນີ້. ພິຈາລະນາ​ກ່ຽວ​ກັບ​ຂອບ​ຂະໜາດ​ແລ້ວ, ຍອດ​ປະລິມານ​ຂອງ​ເສດຖະກິດ​ພາກ​ພື້ນອາຊີຕາເວັນອອກກວມ​ເອົາ 30% ປະລິມານ​ເສດຖະກິດ​ໂລກ, ​ໃນ​ນັ້ນ​ມີ​ຫຼາຍ​ພື້ນຖານ​ເສດ​ຖະກິດ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ປະຈຸ​ບັນ​ຄື​: ຍີ​ປຸ່ນ, ຈີ​ນ, ສ.​ເກົາຫຼີ. ນອກຈາກ​ນັ້ນ​ຍັງ​ມີ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ​ອື່ນໆ​ຄື : ​ໄຕ້​ຫວັນ, ຮົງ​ກົງ, ສິງກະ​ໂປ. ສ່ວນພິຈາລະນາ​ກ່ຽວ​ກັບ​ຂອບ​ຂະໜາດການ​ຄ້າ​ແລ້ວ, ອາຊີຕາເວັນອອກກໍ​ກວມ​ເອົາ​ປະມານ 30% ຍອດ​ມູນ​ຄ່າການ​ຄ້າ​ທົ່ວ​ໂລກ. ທ່ານດອກເຕີ ຫງວຽນດຶກແທ່ງ, ຜູ້ອຳນວຍການ ສູນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​​ໂນ້ຍ​ໃຫ້​ຮູ້​ວ່າ :

   “ ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ໃນ​ໄລຍະ​ຍາວ​ນານ, ບໍ່​ພຽງ​ແຕ່​ໃນ​ໄລຍະ​​ເກີດວິ​ກິດ​ການ​ເມື່ອ​ມໍ່ໆ​ມາ​ນີ້, ອາຊີຕາເວັນອອກລວມທັງອາຊີຕາເວັນອອກ​ສ່ຽງ​ເໜືອ ​ແລະ ອາຊີຕາເວັນອອກສ່ຽງ​ໃຕ້ ລ້ວນ​ແຕ່​ແມ່ນ​ບັນດາ​ພາກ​ພື້ນ​ທີ່​ມີ​ລະດັບ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​​ໄວ ​ແລະ ຕໍ່​ເນື່ອງ​ໃນ​ໄລຍະ​ຍາວ. ​ແລະ​ນີ້​ກໍ​ແມ່ນ​ບັນດາ​ພາກ​ພື້ນ​ທີ່​ມີ​ຄວາມ​ສາມາດ​ຟື້ນຟູ​ໄວ​ພາຍຫຼັງ​ວິ​ກິດ​ການ ​ແລະ ການ​ເຕີບ​ໂຕ​ກັບ​ຕ່າວ​ຄືນ. ດັ່ງ​ນັ້ນ, ນີ້​ແມ່ນ​ຈຸດ​ທີ່​ສະຫວ່າງ​ສະ​ໄຫວ​ຂອງ​ເສດຖະກິດ​ໂລກ ​ແລະ ພວມ​ດຶງ​ດູດ​ແຫຼ່ງທຶນ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ຢ່າງ​ແຂງ​ແຮງ ”

   ​ແຕ່​ໜຶ່ງ​​ໃນ​ບັນດາ​ສິ່ງ​ທ້າ​ທາຍ​ຂອງອາຊີຕາເວັນອອກ​ປະຈຸ​ບັນ ​ແມ່ນ​ບັນດາ​ພື້ນຖານ​ເສດຖະກິດ​ອາ​ໄສ​ຫຼາຍ​ທີ່​ສຸດ​ຕໍ່​ການ​ສົ່ງ​ອອກ. ຄວາມ​ຈິງ​ແລ້ວ, ບັນດາ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ ​ແມ່ນ​ເລີ່​ມມາ​ຈາກ​ອາ​ເມ​ລິ​ກາ, ​ເອີ​ລົບ​ຕາ​ເວັນ​ຕົກ​ໃນ​ຊຸມ​ປີ​ທີ່​ຜ່າ​ນມາ, ອັນ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ໜ້ອຍ​ເຖິງ​ເສດຖະກິດ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ດັ່ງ​ນັ້ນ, ອາຊີຕາເວັນອອກ, ຍິ່ງ​ກ່ວາ​ເວລາ​ໃດ​ໝົດ ພວມ​ຍູ້​ແຮງ​ການ​ພິຈາລະນາ​ຄືນ​ກ່ຽວ​ກັບ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ​ຂອງ​ຕົນ. ພ້ອມ​ກັບ​ການ​ຮັບ​ເອົາ​​ແຫຼ່ງ​ເງິນ​ລົງທຶນ​ກ້ອນ​ໃຫຍ່​ຈາກ​ບັນດາ​ປະ​ເທດ​ໃນ​ໂລກ​ນັ້ນ, ບັນດາ​ປະ​ເທດອາຊີຕາເວັນອອກ​ພວມ​ມີ​ບັນດາ​ການ​ກຳນົດ​ທິດ​ຈະ​ແຈ້ງຄື ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ພາຍຫຼັງ​ວິ​ກິດ​ການ, ​ເປີດ​ກ້ວາງ​ຕະຫຼາດ​ພາຍ​ໃນ, ຍົກ​ສູງ​ກຳລັງ​ແກ່ງ​ແຍງ​ຂອງ​ພື້ນຖານ​ເສດຖະກິດ.

          ສ້າງກາລະ​ໂອກາດ​ໃນ​ວິວັດ​ການ​ເຊື່ອງ​ໂຍງ​ເຂົ້າ​ກັບ​ສາກົນ

 ​ໃນ​ສະພາວະ​ເສດຖະກິດ​ໂລກທີ່​ພວມ​ຄ່ອຍໆ​ຟື້ນ​ຕົວ, ບັນດາ​ນັກ​ລົງທຶນ​ຈະ​ຊອກ​ຫາ​ບັນດາ​ຕະຫຼາດ​ເປັນ​ປົກ​ກະຕິ ​ແລະ ມີ​ຄວາມ​ສາມາດ​ບົມ​ຊ້ອນ​ພັດທະນາ​ເພື່ອ​ເປີດ​ກ້ວາງ​ການ​ລົງທຶນ, ອາຊີຕາເວັນອອກຍັງ​ຄົງພວມພົ້ນເດັ່ນຂຶ້ນແມ່ນ ພາກພື້ນທີ່ມີຄວາມສາມາດບົມຊ້ອນຫຼາຍຢ່າງ, ດຶງດູດການລົງທຶນຢ່າງ ແຂງແຮງ.

   ​ເພື່ອ​ຍາດ​ແຍ່ງ​ກາລະ​ໂອກາດ​ນີ້, ຫວຽດນາມ​ກໍ​ພວມ​ເຊື່ອມ​​ໂຍງ​ເຂົ້າພາກ​ພື້ນ​ຢ່ງ​ແຂງ​ແຮງຄວາມ​ມານະ​ພະຍາຍາມ​ພ້ອມ​ກັບ​ອາ​ຊຽນ​ເພື່ອ​ກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ​ຮ່ວມ​ໃຫ້​ສຳ​ເລັດ​ຜົນ​ໃນ​ປີ 2015. ​ໂດຍ​ຜ່ານ​ບັນດາ​ກົນ​ໄກ​ຮ່ວມ​ມື​ຂອງ​ອາຊຽນກໍ​ຄື WEF ອາຊີຕາເວັນອອກ  ຫວຽດນາມ​ຕັ້ງໜ້າ​ໂຄສະນາພາບ​ພົດ​ກ່ຽວ​ກັບປະ​ເທດ​ໜຶ່ງ​ພວມ​ເຊື່ອມ​ໂຍງ​ຢ່າງຮອບດ້ານ ​ແລະ ພັດທະນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ກະ​ກິດ​ຫວຽດນາມ​ເປີດ​ກ້ວາງ​ກາລະ​​ໂອກາດ​ໄດ້​ແລກປ່ຽນ​ຄ້າຂາຍ. ພ້ອມ​ກັນນັ້ນ, ຫວຽດນາມ​ກໍ​ພວມ​ຄ່ອຍໆ​ສ້າງ​ຕັ້ງ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ກຳ​ລັງ​ແຮງ​ ​ແລະ ກຳລັງ​ແກ່ງ​​ແຍ້​ງຢ່າງ​ພຽງພໍ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ປະຈຸ​ບັນ, ຫວຽດນາມ​ມີ 13 ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແມ່ນ​ສະມາຊິກ​ຂອງ WEF, ​ໃນ​ນັ້ນມີ ກຸ່ມ​ບໍລິສັດນ້ຳມັນ​ອາຍ​ແກັສຫວຽດນາມ, ກຸ່ມ​ບໍລິສັດ FPT, ກຸ່ມ​ບໍລິສັດ VinGroup ​ແລະ VinaCapital... ທ່ານດອກເຕີ ຫງວຽນດຶກແທ່ງ ຖື​ວ່າ :

    “ ຫວຽດນາມ​ມີ​ທີ່​ຕັ້ງ​ສະດວກ​ໃນ​ການ​ເຊື່ອມ​ຈອດ​ອາ​ຊຽນ ​ແລະ ອາຊີຕາເວັນອອກສ່ຽງ​​ເໜືອ. ​ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ການ​ຕິດ​ຕໍ່​ພົວພັນ​ແລກປ່ຽນ​ຂອງ​ມະນຸດກໍ​ຫຼຸດ​ລົງ, ອະນຸຍາດ​ໃຫ້​ເຊື່ອມ​ຈອດ​ບັນດາ​ແຫ່ງ​ທີ່ຢູ່​ໄກ​ກັນ​ໄດ້​ຢ່າງ​ງາຍ​ດາຍ. ການ​ຜະລິດ, ການ​ສົ່ງ​ອອກ​ຂອງ​ວິ​ສາ​ຫະກິດ​ຄວມຕ້ອງການ​ມີ​ລັກສະນະ​ລົງ​ເລິກ​ຕ່າງຫາກ. ຖ້າ​ຫາກ​ເຮົາ​​ໄປ​ສູ່​ບັນດາ​ຂະ​ແໜງ​ເກົ່າ​, ແລ້ວກໍ​ສ້າງ​ເຄືອ​ຂ່າຍ​ຜະລິດ ກໍ​ເປັນ​ການ​ຍາກ​ທີ່​ຫວຽດນາມ​ຕ້ອງການມີ​ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ທ່າ​ໄດ້​ປຽບ​ຂອງ​ຕົນ”

   ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ເວ​ທີ​ປາ​ໄສ​ເສດຖະກິດອາຊີ ຕາເວັນອອກ

   ຊຸມ​ປີ​ມໍ່​ມາ​ນີ້, ຫວຽດນາມ​ຕັ້ງໜ້າ​ເຂົ້າ​ຮ່ວມ WEF ອາຊີຕາເວັນອອກ, ຖື​ນີ້​ແມ່ນ​ກົນ​ໄກ​ຮ່ວມ​ມືສຳຄັນ​ໃນວິວັດ​ການປະຕິບັດ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ປີ 2010, ​ໄດ້​ຈັດ​ຕັ້ງ WEF ອາຊີຕາເວັນອອກຢູ່​ນະ​ຄອນ​ໂຮ​່ຈິ​ມິນຢ່າງ​ສຳ​ເລັດ​ຜົນ. ປີ 2012-2013 ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ​ເຂົ້າ​ຮ່ວມ WEF ອາຊີຕາເວັນອອກຢູ່​ໄທ ​ແລະ ມຽນມາ. ທີ່​ບັນດາ​ເວ​ທີ່​ປາ​ໄສ​ນີ້, ຫວຽດນາມ​ຍາມ​ໃດ​ກໍ​ຢືນຢັນ​ຄວາມ​ຕັ້ງ​ຕັ້ງໜ້າ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ຊຸກຍູ້​ຂໍ້​ລິ​ເລີ່​ມປ່ຽນ​ໃໝ່​ເສດຖະກິດ, ​ເຊື່ອມ​ໂຍງ ​ແລະ ຮ່ວມ​ສຳພັນ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕໍ່​ການ​ພັດທະນາ. ຕາມ​ການ​ກຳນົດ​ທິດ​ດັ່ງ​ກ່າວ, ການ​ເຂົ້າ​ຮ່ວມ​ WEF ອາຊີຕາເວັນອອກ 2014 ຢູ່ຟີ​ລິບ​ປີນ ​ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ​ຄັ້ງ​ນີ້ ອີກ​ເທື່ອ​ໜຶ່ງ​ເປັນ​ການ​ຢັ້ງຢືນ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຂອງ​ຫວຽດນາມ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ ​ແລະ ພາບ​ພົດ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ