ຫວຽດນາມຕັດສິນໃຈພ້ອມກັບອາຊຽນຫັນປະຊາຄົມໃຫ້ປະກົດຜົນເປັນຈິງ

(VOVWORLD) -ປະຊາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະຈຸບັນ  ໄດ້ຜ່ານໄປກວ່າເຄິ່ງສັດຕະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ. ໃນກວ່າ 50 ປີນັ້ນ, ອາຊຽນ ບັນລຸໄດ້ຜົນງານຫລາຍຢ່າງ, ນຳມາໃຫ້ບັນດາປະເທດສະມາຊິກບັນດາຜົນປະໂຫຍດອັນໃຫຍ່ຫລວງຂອງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອການພັດທະນາ, ເຂດຮ່ວມມືທີ່ເປີດກວ້າງ ນັ້ນໄດ້ເຕົ້າໂຮມບັນດາປະເທດມະຫາອຳນາດຢູ່ພາຍໃນ ແລະ ຕ່າງປະເທດເກືອບທັງໝົດ. ໃນການເຕີບໃຫຍ່ຢ່າງບໍ່ຢຸດຢັ້ງນັ້ນ, ຫວຽດນາມ ມີຄວາມເອກອ້າງທະນົງໃຈໄດ້ມີການປະກອບສ່ວນບໍ່ແມ່ນຫນ້ອຍ ແລະ ປະຈຸບັນ ດ້ວຍແນວທາງການຕ່າງປະເທດເປີດກວ້າງ, ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ເປົ້າໝາຍສ້າງປະຊາຄົມອາຊຽນທົ່ວໂລກ ແລະ ປະຕິບັດວິໄສທັດ ອາຊຽນ ຮອດປີ 2025 ສຳເລັດຜົນ.

ປີ 2018 ແມ່ນປີທຳອິດ ທີ່ອາຊຽນ ກ້າວເຂົ້າສູ່ໄລຍະທາງໃຫມ່ ພາຍຫລັງ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ. ອາຊຽນ ບັນລຸໄດ້ບັນດາຜົນງານເປັນຫນ້າເອກອ້າງທະນົງໃຈ, ຢືນຢັນທີ່ຕັ້ງບົດບາດຂອງອົງການຫນຶ່ງທີ່ເຂັ້ມແຂງ,  ຮ່ວມສຳພັນຢ່າງເລິກເຊິ່ງກວ້າງຂວາງ ແລະ ແມ່ນຄູ່ຮ່ວມມືທີ່ຂາດບໍ່ໄດ້ຂອງບັນດາປະເທດໃນໂລກ.

ປີ 2018 ເປັນການສ້າງຂີດໝາຍອາຊຽນໃນການພັດທະນາເສດຖະກິດ ແລະ ຢືນຢັນທີ່ຕັ້ງບົດບາດ

ປີ 2018 ການເຕີບໂຕ GDP ທົ່ວກຸ່ມສືບຕໍ່ຮັກສາສະຖຽນລະພາບຢູ່ໃນລະດັບກວ່າ 5%. ເປັນຫນ້າສົນໃຈ, ທົ່ວກຸ່ມ ໄດ້ກຽມພ້ອມໃຫ້ແກ່ການປະຕິວັດເຕັກໂນໂລຊີຄັ້ງທີ 4. ຫນຶ່ງໃນບັນດາຜົນງານເປັນຫນ້າສົນໃຈຂອງການປ່ຽນໃຫມ່ ແລະ ເຕັກໂນໂລຊີ ນັ້ນແມ່ນບັນດາປະເທດ ອາຊຽນ ໄດ້ເຫັນດີສ້າງຕັ້ງເຄືອຂ່າຍຕົວເມືອງອັດສະລິຍະ ອາຊຽນ, ເຊື່ອມຕໍ່ 26 ຕົວເມືອງທົດລອງ. ການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ບັນລຸໄດ້ຄວາມຄືບຫນ້າດີພໍສົມຄວນ, ສົ່ງສານຢ່າງແຮງ ແລະ ຈະແຈ້ງກ່ຽວກັບຄຳໝັ້ນສັນຍາສຳລັບດ້ານການຄ້າຫລາຍຝ່າຍຂອງ ອາຊຽນ ໃນສະພາບການໂລກາພິວັດນັບມື້ນັບເພີ່ມຂຶ້ນ.

ປີ 2018 ອາຊຽນ ກໍ່ສະແດງໃຫ້ເຫັນບົດບາດເປັນໃຈກາງຢ່າງຈະແຈ້ງໃນບັນດາຂອບເຂດການພົວພັນຄູ່ຮ່ວມມືທີ່ແຕກຕ່າງກັນ ລະຫວ່າງ ອາຊຽນ ກັບບັນດາປະເທດ ແລະ ອົງການຈັດຕັ້ງໃນພາກພື້ນອື່ນ, ສວມບົດບາດເປັນຜູ້ໄກ່ເກ່ຍ, ສ້າງເວທີປາໄສເພື່ອໃຫ້ບັນດາຝ່າຍດຳເນີນການເຈລະຈາ, ຍົກສູງບົດບາດ ແລະ ທີ່ຕັ້ງຂອງຕົນ. ທ່ານ ຫວູໂຮ່ ຫົວຫນ້າກົມອາຊຽນ ຖືວ່າ:

“ປະຊາຄົມ ອາຊຽນ ໄດ້ນຳມາເຊິ່ງສະພາບແວດລ້ອມໃຫ້ບັນດາປະເທດໃຫຍ່ ມາປຶກສາຫາລື, ແລກປ່ຽນກ່ຽວກັບທຸກບັນຫາຊື່ງບັນດາປະເທດໃຫຍ່ພວມປະເຊີນຫນ້າ. ອາດຈະເຫັນໄດ້ຢ່າງຈະແຈ້ງວ່າ ອາຊຽນ ໄດ້ກາຍເປັນສະຖານທີ່ເພື່ອໃຫ້ບັນດາປະເທດຊອກມາຫາ ແລກປ່ຽນແກ້ໄຂບັນດາບັນຫາທົ່ວໂລກ. ຫລາຍປີຜ່ານມາ ອາຊຽນ ຍັງຄົງພະຍາຍາມສ້າງໂຄງສ້າງພາກພື້ນໂດຍອີງໃສ່ກົດໝາຍ. ນີ້ແມ່ນການເຄົາລົບກົດໝາຍສາກົນ, ຖືຄຸນຄ່າຂອງກົດໝາຍສາກົນເປັນສຳຄັນ ແລະ ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການແລກປ່ຽນຂອງ ອາຊຽນ ກັບພາຍນອກ. ນັ້ນແມ່ນການສ້າງ COC ນອກຈາກເລື່ອງຮັກສາສັນຕິພາບ, ສະຖຽນລະພາບແລ້ວ ອາຊຽນຍັງປະກອບສ່ວນເຂົ້າໃນການຄຸ້ມຄອງການປະທະກັນ ຄວາມຂັດແຍ້ງກັນໃນພາກພື້ນ, ນີ້ແມ່ນການປະກອບສວ່ນໃຫ້ແກ່ກົດໝາຍສາກົນ.”

ປະຈຸບັນ ອາຊຽນ ໄດ້ສ້າງວິໄສທັດຂອງປະຊາຄົມ ອາຊຽນ ໂດຍອີງໃສ່ 3 ແຜນການດຳເນີນງານໃຫຍ່. ນັ້ນແມ່ນແຜນການດຳເນີນງານກ່ຽວກັບການເມືອງ ຄວາມໝັ້ນຄົງ, ວັດທະນະທຳສັງຄົມ, ເສດຖະກິດ. 3 ແຜນການນີ້    ແມ່ນເຂັມຊີ້ທິດເພື່ອຮັບປະກັນວ່າ ບັນດາປະເທດ ລ້ວນແຕ່ຖືນັ້ນແມ່ນເປົ້າໝາຍ, ວິທີເຄື່ອນໄຫວເພື່ອໃຫ້ຈາກນັ້ນ ສ້າງສະພາບແວດລ້ອມການເຈລະຈາ ແລະ ການຮ່ວມມື, ສ້າງຈຸດຢືນ, ສ້າງກຳລັງຫນູນເພື່ອໃຫ້ອາຊຽນສືບຕໍ່ພັດທະນາແຕ່ນີ້ຮອດຫລັງປີ 2025.

ຫວຽດນາມຕັ້ງໜ້າປະກອບສ່ວນສ້າງປະຊາຄົມ ອາຊຽນ

        ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງ ອາຊຽນ ມາເປັນເວລາ 24 ປີ, ຫວຽດນາມ ຍາມໃດກໍກໍານົດ ອາຊຽນ ແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການພົວພັນຕ່່າງປະເທດຂອງຕົນ.  ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XII ອີກຄັ້ງໜຶ່ງ ໄດ້ຢັ້ງຢືນວ່າ ແຜນນະໂຍບາຍ ແລະ ທິດນໍາ “ເປັນເຈົ້າການ, ຕັ້ງໜ້າ ແລະ ມີໜ້າທີ່ຄວາມຮັບຜິດຊອບ ພ້ອມກັບບັນດາປະເທດ ອາຊຽນ ສ້າງປະຊາຄົມ ໃຫ້ໝັ້ນຄົງເຂັ້ມແຂງ”. ຜົນສໍາເລັດຂອງ ອາຊຽນ ໃນປີຜ່ານມາ ແມ່ນມີການປະກອບສ່ວນຈາກ ຫວຽດນາມ ຫຼາຍພໍສົມຄວນ, ເຊິ່ງໄດ້ສະແດງໃຫ້ເຫັນຢູ່ເກືອບທຸກການເຄື່ອນໄຫວຮ່ວມມື ອາຊຽນ. ພົ້ນເດັ່ນທີ່ສຸດ ແມ່ນການເປັນປະເທດເຈົ້າພາບຈັດຕັ້ງ ເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ (WEF – ASEAN), ອັນໄດ້ປະກອບສ່ວນສ້າງກໍາລັງໜູນຊຸກຍູ້ການເຕີບໂຕເສດຖະກິດຂອງພາກພື້ນ.

        ປີ 2020, ຫວຽດນາມ ຈະຮັບດໍາລົງຕໍາແໜ່ງເປັນປະເທດປະທານ ອາຊຽນ. ນີ້ແມ່ນກາລະໂອກາດ ເພື່ອໃຫ້ຫວຽດນາມ ຊຸກຍູ້ການສ້າງປະຊາຄົມໃຫ້ໝັ້ນຄົງເຂັ້ມແຂງກວ່າ. ພ້ອມທັງ ແມ່ນໜ້າທີ່ເພື່ອນໍາພາ ອາຊຽນ ບໍ່ພຽງແຕ່ມີຄວາມໝັ້ນຄົງເຂັ້ມແຂງຢູ່ພາຍໃນເທົ່່ານັ້ນ, ຫາກຍັງຕ້ອງເພີ່ມອິດທິພົນຊື່ສຽງ, ບົດບາດໜ້າທີ່ຢູ່ໃນພາກພື້ນ ກໍຄື ປະກອບສ່ວນເຂົ້າໃນວິວັດທະນາການ, ຄວາມສົນໃຈຈາກທົ່ວໂລກອີກດ້ວຍ. ທີ່ກອງປະຊຸມສ້າງຕັ້ງຄະນະກໍາມະການແຫ່ງຊາດ ອາຊຽນ ໃນທ້າຍເດືອນ ທັນວາ 2018, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ:

        “ເລື່ອງຈັດຕັ້ງສໍາເລັດປີປະທານອາຊຽນ 2020 ຈະມີຄວາມໝາຍສໍາຄັນທີ່ສຸດ, ແມ່ນຈຸດເວລາ ເພື່ອໃຫ້ ອາຊຽນ ຕີລາຄາກາງສະໄໝ ແລະ ຕັດສິນບັນດາບາດກ້າວເດີີນຕໍ່ໄປໃນເສັ້ນທາງໄປຮອດເສັ້ນໄຊ ເພື່ອປະຕິບັດເປົ້າໝາຍສ້າງປະຊາຄົມ ອາຊຽນ  ປະສົບຜົນສໍາເລັດໃນປີ 2025. ເຫດການດັ່ງກ່າວ ຈະສ້າງສະພາບການໃໝ່ ເພື່ອເສີມຂະຫຍາຍທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຂອງປະເທດຊາດໃຫ້ດີທີ່ສຸດ ເພື່ອຍົກສູງທີ່ຕັ້ງບົດບາດ, ພາບພົດຂອງຫວຽດນາມ. ຂ້າພະເຈົ້າຂໍຢັ້ງຢືນວ່າ, ຫວຽດນາມຖືເປັນສໍາຄັນ, ພວມລໍຄອຍ ແລະ ພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ປີປະທານອາຊຽນ 2020 ປະສົບຜົນສໍາເລັດ”.

        ເພື່ອພ້ອມກັນປະຕິບັດວິໄສທັດ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງນັ້ນ, ຫວຽດນາມ ພວມສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໃຫ້ດີກວ່າອີກ, ຍູ້ແຮງບັນດາຂົງເຂດຮ່ວມມືຢ່າງແທດຈິງ, ນໍາມາເຊິ່ງຜົນປະໂຫຍດລະອຽດໃຫ້ແກ່ປະຊາຊົນແຕ່ລະປະເທດສະມາຊິກ. ກ່ອນອື່ນໝົດ, ຫວຽດນາມ ຍາມໃດກໍເຊີດຊູນໍ້າໃຈສາມັກຄີ, ເປັນເອກະພາບ ແລະ ບັນດາຫຼັກການ ທີ່ມີຄຸນຄ່ານັ້ນ ໄດ້ສ້າງເປັນສີສັນ ແລະ ເປັນຜົນສໍາເລັດຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ