ຫວຽດນາມ-ບຸນກາຣີ: ຈາກເພື່ອນມິດທີ່ເປັນມູນເຊື້ອເຖິງການຮ່ວມມື ແທດຈິງກວ່າ

(vovworld)- ວັນ​ທີ 7/4, ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ບຸ​ນກາ​ຣີ Plamen Oresharski ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດຢູ່ ຮ່າ​ໂນ້ຍ ​​ເປັນ​ການເປີດ​ສາກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ Plamen Oresharski. ການ​ຢ້ຽມຢາມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ຊຸກຍູ້​ບັນດາ​ລາຍການ,ໂຄງການ ລະອຽດ, ນຳ​ການ​ພົວພັນ​ເພື່ອນ​ມິດ​ທີ່ໝັ້ນຄົງໃຫ້ມີປະສິດທິຜົນ ​ແລະ ນຳ​ມາ​ເຊິ່ງຜົນປະໂຫຍດ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ.

ຫວຽດນາມ-ບຸນກາຣີ: ຈາກເພື່ອນມິດທີ່ເປັນມູນເຊື້ອເຖິງການຮ່ວມມື ແທດຈິງກວ່າ - ảnh 1
ທ່ານ​ນາຍົກລັດຖະມົນຕີ ບຸ​ນກາ​ຣີ Plamen Oresharski
photo:qdnd.vn

        ບຸ​ນກາຣີ ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 10 ປະ​ເທດ​ທຳ​ອິດ​ໃນ​ໂລກ ຮັບ​ຮູ້ ​ແລະ ສ້າງ​ຕັ້ງການ​ພົວພັນ​ດ້ານ​ການ​ທູດກັບ​ຫວຽດນາມ (​ເມື່ອ​ວັນທີ 8/2/1950), ​ເລີ່​ມຕົ້ນ​ໃຫ້​ແກ່​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ກາ​ນຮ່ວມ​ມື​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ. ຍາມ​ໃດ​ຫວຽດນາມ ກໍ​ຈົດ​ຈຳ່ບັນດາ​ການ​ຊ່ວຍ​ເຫລືອ​ອັນ​ລຳ້​ຄ່າ​ຂອງ ບຸນ​ກາຣີ ທີ່​ສະຫງວນ​ໃຫ້​ແກ່​ຫວຽດນາມ ນັບ​ທັງທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ ໄລຍະ​ມໍ່ໆ​ມາ​ນີ້, ​ໃນ​ນະ​ໂຍບາຍ​ເປີດ​ກວ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ຢູ່​ພາກ​ພື້ນ ອາຊີ, ບຸ​ນກາຣີ ​ເອົາ​​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ. ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ເພື່ອນ​ມິດ​ໃນ​ໄລຍະ​ກວ່າ 64 ປີ ຜ່ານ​ມາ, ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຮັກສາ​ຢູ່​​ໃນ​ລະດັບ​ສູງ, ດ້ວຍ​ການ​ຢ້ຽມຢາມ​ສອງ​ຝ່າຍ​ເຊ​ິ່ງກັນ ​ແລະ ກັນ ​ແລະ ການ​ປະສານ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນທີ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

        ພື້ນຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ ຫວຽດນາມ - ບຸນ​ກາຣີ

        ຕາມ​ທ່ານ​​ເລ​ດືກລື​ວ, ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ບຸ​ນກາຣີ ​ແລ້ວ, ມີ 3 ຈຸດ​ທີ່​ຄ້າຍຄື​ກັນ​ໄດ້​ສ້າງ​ເປັນ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ບຸນ​ກາຣີ ​ໃນ​ອະດີດຕະການ, ໃນປະຈຸ​ບັນ ​ແລະ ໃນອະນາຄົດ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ດືກລື​ວ ​ໃຫ້​ຮູ້​ວ່າ:

        “ກ່ອນ​ອື່ນ​ໝົດ, ສອງ​ປະ​ເທດ ຫວຽດນາມ ​ແລະ ບຸນ​ກາຣີ ລ້ວນ​ແຕ່​ມີ​ທີ່​ຕັ້ງ​ພູມສາດ​ການເມືອງສຳຄັນ​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ເອີ​ລົບ​ຕາ​ເວັນ​ອອກສຽງ​ໃຕ້. ທີ່ຕັ້ງນັ້ນເຮັດໃຫ້ຫວຽດນາມ ກາຍເປັນປະຕູເພື່ອບຸກກາຣີ ຊຸກຍູ້ການພົວພັນກັບອາຊີ. ສ່ວນ ບຸ​ນກາຣີ ສາມາດ​​ເປີດປະຕູ​ເພື່ອ​ໃຫ້​ຫວຽດນາມ ​​ແຊກ​ຊືມ​ເຂົ້າ​ຕະຫລາດ​ເອີ​ລົບ, ພິ​ເສດ ບັນດາ​ປະ​ເທດ Balkan. ທີ​ສອງ, ລັດຖະບານ​ສອງ​ປະ​ເທດ ​ໄດ້​ຜ່ານ​ຜ່າ​ໄລຍະ​ປະຫວັດສາດ​ ລ້ວນ​ແຕ່​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ​ແລະ ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ການ​ພັດທະນາ. ລັດຖະ​ບານ​ບຸນ​ກາ​ຣີ ຢາກ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ແລະ ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ.​ ທີ​ສາມ, ສອງ​ປະ​ເທດ​ລ້ວນ​ແຕ່​ປາດ​ຖະຫນາ​ຢາກ​ເປັນ​ເຈົ້າ​ການ​ຕັ້ງຫນ້າ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ລ້ວນ​ແຕ່​ປາດ​ຖະຫນາ​ຢາກມີສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ. ”

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ​, ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ອັນ​ດີງາມ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຍັງ​ຄົງ​ໄດ້​ຮັບ​ຖື​ວ່າ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ປະ​ເທດ ​ແລະ ບໍ່ທັນ​ຂຸດ​ຄົ້ນ​ໝົດ​ເທື່ອ.  ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ ​ເອີ​ລົບ ກ່ອນ​ການ​​ໄປ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ Plamen Oresharski ຢືນຢັນ: ບຸນ​ກາຣີ ຫວັງວ່າ ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້ ​ເພື່ອ​ນຳ​ການ​ພົວພັນ​ສອງ​ຝ່າຍ ຫວຽດນາມ ​ແລະ          ບຸ​ນກາຣີ ຈະມີ​ປະສິດທິ​ຜົນ​ ​ແລະ ​ແທດ​ຈິງ​ກວ່າ ​ແລະ ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບຸລິມະສິດ​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ ບຸນ​ກາຣີ ປະຈຸ​ບັນ. ທ່ານ​ນາຍົກລັດຖະມົນຕີ Plamen Oresharski ​ໃຫ້​ຮູ້​ວ່າ:

        “​ຮ່ວມ​ເດີນທາງ​ພ້ອມ​ກັບ​ຂ້າພະ​ເຈົ້າ ມີ​ທ່ານ​ລັດຖະມົນຕີ ກະຊວງ​ກະສິກຳ, ລັດຖະມົນຕີ ກະຊວງ​ວັດທະນະທຳ, ລັດຖະມົນຕີ ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ຮອງ​ລັດຖະມົນຕີ​ກະຊວງ​ເສດຖະກິດ. ລັດຖະມົນຕີ​ບາງ​ທ່ານ ຈະ​ລົງ​ນາມ​ໃນ​ບັນດາ​ເອກະສານ​ສຳຄັນ​ກັບ​ບັນດາ​ກະຊວງ​ກ່ຽວ​ຂ້ອງ​ຂອງ​ຫວຽດນາມ. ນອກ​ນັ້ນ ​ເຂົ້າ​ຮ່ວມ​ຄະນະ​ຜູ້​ແທນ ບຸ​ນກາຣີ ຄັ້ງ​ນີ້ ຍັງ​ມີ​ຜູ້​ຕາງຫນ້າ​ຂອງ​ວິ​ສາ​ຫະກິດ​ ບຸນ​ກາຣີ ຫລາຍ​ແຫ່ງ​ມີ​ຄວາມສົນ​ໃຈ​ເຖິງການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ກັບ​ບັນດາ​ຄູ່​ຮ່ວມ​ມື ​ຫວຽດນາມ. ​ ຫວັງ​ວ່າ ການ​ຢ້ຽມຢາມ​ຫວຽດນາມ ຂອງ​ຂ້າພະ​ເຈົ້າ​ບໍ່​ພຽງ​ແຕ່​ເພື່ອ​ຈຸດປະສົງ​ເຮັດ​ໃຫ້ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເລິກ​ເຊິ່ງຂຶ້ນ​ຕື່ມ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ສ້າງ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ ພວກ​​ເຮົາ​ ອີກ​ດ​້ວຍ.”

        ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ

        ປະຈຸ​ບັນ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ລະ​ຫວ່າງ​ຫວຽດນາມ - ບຸນ​ກາຣີ ບັນລຸ 70-80 ລ້ານ USD/ປີ. ສອງ​ປະ​ເທດ​ພວມ​ຕັ້ງຫນ້າ​ຄົ້ນ​ຄ້ວາ​ຜັນ​ຂະຫຍາຍ​ “ຮູບ​ແບບຮ່ວມ​ມື​ເສດຖະກິດ​ໃຫມ່” ບົນ​ພື້ນຖານ​ຍາດ​ແຍ່ງທ່າ​ແຮງ​ຂອງ​ແຕ່​ລະ​ປະ​ເທດ.

        ບຸ​ນກາຣີ ມີ​ທ່າ​ແຮງ​ໃນ​ຂະ​ແຫນງ​ຈຳນວນ​ຫນຶ່ງ​ຄື​: ປະດິດສ້າງ, ສະຫນອງ ​ແລະ ອອກ​ແບບ​ລະບົບ​ຫົດ​ນ​ຳ້ ​ແລະ ບັນດາ​ຜະລິດ​ຕະພັນ​ເຕັກນິກ​ກະສິກຳ, ປຸງ​ແຕ່ງອາ​ຫານ, ອຸດສາຫະກຳ​ເຄມີ, ຜະລິດກົນ​ຈັກ, ກາ​ນຢາ. ​ເປັນ​ຫນ້າ​ສົນ​ໃຈ, ​​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ, ​ແຕ່ລະ​ປີ ບຸ​ນກາຣີ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ ຈາກ 8- 10 ລ້ານ​ເທື່ອ​ຄົນ. ບຸນ​ກາຣີ ສາມາດ​ຊ່ວຍ​ບຳລຸງ​ສ້າງ​ພະນັກງານ​ທ່ອງ​ທ່ຽວ​ບັນລຸ​ມາ​ດຕະການ ​ເອີ​ລົບຫລາຍ​ຄົນ​ໃຫ້​ແກ່ ຫວຽດນາມ. ນອກ​ນັ້ນ, ​ໃນ​ຂົງ​ເຂດ​ການ​ສຶກສາ, ຫວຽດນາມ ສາມາດ​ໝຸນ​ໃຊ້​ລະບົບ​ການ​ສຶກສາ​ຄຸນ​ນະພາ​ບສູງ, ບັນລຸ​ມາດຖານ ​ເອີ​ລົບ ຢູ່           ບຸ​ນກາຣີ ​ເພື່ອ​ສ່ົງ​ພະນັກງານ​ໄປ​ຮຳ່ຮຽນ ຫລື ຊຸກຍູ້​ບັນດາ​ລາຍການ​ຮຳ່ຮຽນ​ຢູ່ ບຸນ​ກາຣີ.

        ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ການ​ພົວພັນ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ບັນລຸ​ປະສິດທິ​ຜົນ​ ​ແລະ ​ແທ​ດຈິງ​ກວ່າ ນັ້ນ​ແມ່ນ​ຄຳ​ຖາມ​ຊື່​ງການ​ນຳ​ສອງ​ປະ​ເທດ ພວມ​ຕັ້ງ​ມາ ​ແລະ ມາ​ນະພະ​ຍາ​ຍາມ​ຊອກ​ຄຳ​ຕອບ. ​ເລື່ອງ​ທ່ານ​ນາຍົກລັດຖະມົນຕີ ບຸ​ນກາຣີ Plamen Oresharski ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ສະແດງໃຫ້ເຫັນ ຄວາມຕັດສິນໃຈ ແລະ ຄວາມປາດຖະຫນາຂອງສອງປະເທດ ​ແມ່ນ​ຢາກ​ຊຸກຍູ້​ ການ​ພົວພັນ​ມິດຕະພາບ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ