ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຜົນສຳເລັດຂອງAMM49


ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຜົນສຳເລັດຂອງAMM49 - ảnh 1
ທ່ານ​ຮອງນ​າ​ຍົກ​ລັ​ດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ
ຟ້າມ​ບີງ​ມິງ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມ
ກອງ​ປະ​ຊຸມ
ພາບ:TTXVN

(vovworld)- ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 49 (AMM -49) ແລະ ບັນດາ​ກອງ​ປະ​ຊຸມ​ປີ່ນ​ອ້ອມໄດ້​ອັດ​ລົງ​ໃນ​ວັນ​ທີ 26/7 ຢູ່ ວຽງ​ຈັນ ປະ​ເທດ​ລາວ. ບັນ​ດາ​ຜົນ​ງານ​ບັນ​ລຸ​ໄດ້​ຈາກ​ບັນ​ດາ​ກອງ​ປະ​ຊຸມຄັ້ງນີ້ ມີ​ຄວາມ​ໝາຍ​ສ​ຳ​ຄັນ, ຢັ້​ງ​ຢືນ​ວ່າ ບັນ​ດາ​ປະ​ເທດ ອ​າ​ຊຽນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບບັນ​ດາ​ມາດ​ຕະ​ການ​ລະ​ອຽດ ເພື່ອ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ການ​ພົວ​ພັນ​ຂອງ​ປະ​ຊາ​ຄົມ, ຊ່ວຍ​ໃຫ້ ອາ​ຊຽນ ​ໄດ້​ຮັບການ​ສະ​ຫນັບ​ສະ​ຫນູນ​ນັບ​ທັງ​ດ້ານ​ການ​ເມືອງ​ ແລະເສດ​ຖະ​ກິດ​ຈາກ ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື. ໃນ​ຜ​ົນ​ສຳ​ເລັດ​ນັ້ນ, ມີ​ການ​ປະ​ກອບ​ສ່ວນ​ຢ່າງຕັ້ງ​ຫນ້າ​ຂອງ​ຄະ​ນະ​ຜູ້​ແທນຫວຽດ​ນາມ.

        ໃນ​ຂອບ​ເຂດ AMM 49 ແລະ ບັນ​ດາ​ກອງ​ປະ​ຊຸມ ​ປິ່ນ​ອ້ອມ ມີ​ປະ​ມານ 16 ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ, ຄື ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ +1 ກັບ 10 ປະ​ເທດ​ຄູ່​ຮ່ວມ​ມື, ຄູ່​ເຈ​ລະ​ຈາ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ອື່ນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ (EAS), ເວ​ທີ​ປາ​ໄສ ພາກ​ພື້ນ ອາ​ຊຽນ (ARF). ມີ​ຫລາຍ​ຫົວ​ເລື່ອງ​ໄດ້​ຍົກ​ອອກ​ມາ​ປຶກ​ສາ​ຫາ​ລື, ໃນ​ນັ້ນ ພົ້ນ​ເດັ່ນ ແມ່ນ​ຕີ​ລາ​ຄາ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ການ ແລະ ວາງ​ອອກ​ແຜນ​ການ​ໃນ​ໄລ​ຍະ​ຈະ​ມາ​ເຖິງ; ແລກ​ປ່ຽນ​ເພື່ອ​ພ້ອມ​ກັນ​ສ້າງ​ບັນ​ດາ​ຂອບ​ເຂດ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ​ຂອງ ອາ​ຊຽນ; ຕີ​ລາ​ຄາ ແລະ ຮັບ​ຮອງ​ເອົາ​ບັນ​ດາ​ເອ​ກະ​ສານ, ໃນ​ນັ້ນ ມີ​ຖະ​ແຫລງ​ການ​ຮ່ວ​ມ​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ຂອງ ອາ​ຊຽນ​ຕໍ່​ບັນ​ດາ​ບັນ​ຫາ​ສາ​ກົນ, ພາກ​ພື້ນ ຢ່າງ​ຈະ​ແຈ້ງ.

ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ

        ບັນ​ດາ​ປະ​ເທດ ອາ​ຊຽນ ພ້ອມ​ກັນ​ຕີ​ລາ​ຄາ​ໝາກ​ຜົນ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ການ​ວາງ​ອອກ​ເມື່ອ ອາ​ຊຽນ ກາຍ​ເປັນ​ປະ​ຊ​າ​ຄົມ​ໃນ​ທ້າຍ​ປີ 2015. ເຖິງວ່າ ພ​ຽງ​ກວ່າ​ເຄິ່ງ​ປີ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ຢ່າງ​ເປັນ​ທາງ​ການ ອາ​ຊຽນບັນ​ລຸ​ໄດ້​ຄວາມ​ຄືບ​ຫນ້າ​ທີ່​ໄດ້​ວາງ​ອອກ. ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ອາ​ຊຽນ ພວມ​ປຶກ​ສາ​ຫາ​ລື​ເພື່ອ​ມີ​ການ​ເຈ​ລະ​ຈາ​ໃຫມ່​ກ່ຽວ​ຂ້ອງ​ເຖິງ​ປະ​ຊາ​ຄົມ​ເສດ​ຖະ​ກິດ. ໝາກ​ຜົນ​ບັນ​ລຸ​ໄດ້​ໃນ​ບັນ​ດາ​ຄາດ​ໝາຍ​​ທີ່ວາງ​ອອກ ແມ່ນ​ດີ​ພໍ​ສົມ​ຄວນ. ບັນ​ດາ​ປະ​ເທດ ກໍ​ເຫັນ​ດີ​ກ່ຽວ​ກັບ​​ທຸກແຜນ​ການ​ຜັນ​ຂະ​ຫຍາຍໃນ​ໄລ​ຍະ​ຈະ​ມາ​ເຖິງ ເພື່​ອ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ ແລະ ບົດ​ບາດ​ຂອງ ປະ​ຊາ​ຄົມ ອາ​ຊຽນ.

        ສິ່ງທີ່​ເປັນ​ຫນ້າ​ສົນ​ໃຈ​ທີ2 ນັ້​ນ​ແມ່ນ​ເພີ່​ມ​ທະ​ວີ​ສາຍ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື. ຜ່ານກອງ​ປະ​ຊຸມ​ຄັ້ງ​ນີ້, ປະ​ຊາ​ຄົມ​ສາ​ກົນ​ສືບ​ຕໍ່​ປາດ​ຖະ​ຫນາ​ຢາກ​ເປີດກວ້າງ​ການ​ພົວ​ພັນ​ກັບ ອາ​ຊຽນ ພ້ອມ​ກັນ​ນັ້ນ ບັນ​ດາ​ປະ​ເທດ​ກໍ​ມີ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ກ່ຽວ​ກັບ​ໂຄງ​ການ​ຮ່ວມ​ມື​ກັບ ອາ​ຊຽນ ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຕົວ​ຢ່າງ​ຄື: ໃນ​ຂອບ​ເຂດ ອາ​ຊຽນ +3 (ອາ​ຊຽນ ກັບ​ຍີ່​ປຸ່ນ, ສ​ເກົາ​ຫລີ, ຈີນ), ບັນ​ດາ​ປະ​ເທດ​ເຫັນ​ດີ​ຍົກ​ສູງ​ປະ​ສິດ​ທິ​ຜົນ ແລະ ເປີດກວ້າງ​ຂອບ​ເຂດ​ຂອງກອງ​ທຶນ​ສະ​ສົມ​​ສະ​ບຽງ​ອ​າ​ຫານ​ເພື່ອ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ຫລື ການ​ຫນູນ​ຊ່ວຍ​ກັນ​ກ່​ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ໃນການ​ຜະ​ລິດ. ທີ​ສາມ ບັນ​ດາ​ປະ​ເທດໄດ້​ພ້ອມ​ກັນ​ແລກ​ປ່ຽນ, ຕີ​ລາ​ຄາ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ. ຜ່ານນັ້ນ ຊ່ວຍ​ແບ່ງ​ປັນ​ບັນ​ດາ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ໄດ້​ວາງ​ອອກ​ສຳ​ລັບ​ບັນ​ດາ​ປະ​ເທດ ອາ​ຊຽນ ກໍ​ຄື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ ອາ​ຊຽນ.

ຜົນ​ສຳ​ເລັດ​ຫນຶ່ງ​ອີກ​ຂອງ AMM 49 ນັ້ນ​ແມ່​ນ ອາ​ຊຽນ ໄດ້ອອກ​ຖະ​ແຫລງ​ການ​ຮ່ວມ ຢັ້ງ​ຢືນ​ຫລັກ​ໝັ້ນ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່ ເພື່ອ​ພ້ອມ​ກັນ​ຮ່ວມ​ມື​ພັດ​ທະ​ນາ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຮ​ວ່າຍ​ຈູງ ເນັ້ນ​ຫນັກ​ວ່າ:

        “ເລື່ອງ ອາ​ຊຽນ ອອກ​ຖະ​ແຫລງ​ການ​ຮ່ວມຢັ້ງ​ຢືນ​ຫລັກ​ໝັ້ນ​ສຳ​ຄັນ​ທີ່​ສຸດ​ຂອງ ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ໃຫຍ່, ບັນ​ຫາ​ສຳ​ຄັນ, ໃນ​ນັ້ນ ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ເຫັນ​ໄດ້​​ວ່າ ມີ​ ຜົນ​ປະ​ໂຫຍດ​ຮ່ວມຫລາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ຂອງ ອາ​ຊຽນ. ນອກ​ຈາກ ອອກ​ຖະ​ແຫລງ​ການ​ຮ່ວມ ແລະ ບັນ​ດາ​ເອ​ກະ​ສານອື່ນ​ທີ່​ແຕກ​ຕ່າງ​ກັນ ບັນ​ຫາ​ສຳ​ຄັນ ນັ້ນ​ແມ່ນ​ ຜ່ານວິ​ວັດ​ການ​ພ້ອມ​ກັນເຮັດ​ວຽກ ເພື່ອ​ບັນ​ລຸ​ໄດ້​ສິ່ງນັ້ນ ບັນ​ດາ​ປະ​ເທດ ອາ​ຊຽນ ຍິ່ງ​ເຫັນ​ແຈ້ງກວ່າ ນັ້ນ​ແມ່​ນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ພ້ອມ​ກັນ​ເພີ່ມ​ທະ​ວີ​ບົດ​ບາດ​ໃຈ​ກາງ, ເພີ່​ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ບໍ່​ພຽງ​ແຕ່​ສະ​ເພາະ​ທີ່ກອງ​ປະ​ຊຸມ​ຄັ້ງນີ້​ເທົ່າ​ນັ້ນ ຫາກ​​ຢູ່ບັນ​ດາ​ກອງ​ປະ​ຊຸມ​ອື່ນໃນ​ໄລ​ຍະ​ຈະ​ມາ​ເຖິງ​ອີກ​ດ້ວຍ.”

       ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ ອາ​ຊຽນ

ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າ​ມ​ບີງ​ມີງ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ເພື່ອ​ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ ພາ​ຍ​ຫລັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ພ້ອມ​ທັງ​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫລາຍ​ຮູບ​ຫລາຍ​ແບບ​ຫລາຍ​ຝ່າຍ. ສຳ​ລັບ ອາ​ຊຽນ, ຫວຽດ​ນາມ ປາດ​ຖະ​ຫ​ນາ​ຢາກ​ປະ​ກອບ​ສ່ວນ​ເພື່ອ​ກໍ່ສ້າງ​ປະ​ຊາ​ຄົມ ອາ​ຊຽນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເລ​ຮ່​ວາຍ​ຈູງ ໃຫ້​ຮູ້​ວ່າ:

        “ຢູ່​ເວ​ທີ​ປາ​ໄສ​ທັງ​ໝົດ​ຂອງກອງ​ປະ​ຊຸມ, ຫວຽດ​ນາມ ລ້ວນ​ແຕ່​ມີ​ບັນ​ດາ​ບົດ​ປະ​ກອບ​ຄຳ​ເຫັນ, ໃນ​ນັ້ນ ຍົກ​ອອກ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ ພ້ອມ​ທັງ​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເຫນີ​ແນະ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ເພື່ອ​ພ້ອມ​ກັນ​ຮັບ​ມື ພິ​ເສດ ແມ່ນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເຮັດ​ແນວ​ໃດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ ອາ​ຊຽນ​ໄດ້. ທີ​ສອງ ນັ້ນ​ແມ່ນ ຫວຽດ​ນາມ ກໍ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ບັນ​ດາ​ຄຳ​ຕັດ​ສິນ, ຖະ​ແຫລງ​ການ ເພື່ອ​ຍົກ​ສູ​ງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ກົນ​ໄກ​ຂອງ ອາ​ຊຽນ ຫລື ເພື່ອ​ແນ​ໃສ່​ປະ​ຕິ​ບັດ​​ບັ​ນ​ດາ​ແຜນ​ການ​ຂອງ ອາ​ຊຽນໃຫ້​ດີກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ຍົກ​ອອກ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ ຊື່ງ​ພວກ​ເຮົາ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ ມີ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ພັດ​ທະ​ນາ, ບັນ​ຫາ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ. ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ ແມ່ນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ກອງ​ປະ​ຊຸມ​ດ້ວຍ​ຫລາຍ​ຮູບ​ການ​ແຕກ​ຕ່າງ​ກັນ.”

        ອາ​ຊຽນ ເຂັ້ມ​ແຂງ ຈະ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ສັນ​ຕິ​ພາບ, ການ​ຮ່ວມ​ມື​ຂອງ​ພາກ​ພື້ນ ແລະ ໃນ​ໂລກ. ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ຫວຽດ​ນາມ ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ ກອງ​ປະ​ຊຸມ AMM 49 ແລະ ບັນ​ດາ​ກອງ​ປະ​ຊຸມ​ ປິ່ນ​ອ້ອມ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ ອາ​ຊຽນ ເຂັ້ມ​ແຂງ ແລະ ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື.

ຕອບກັບ

ຂ່າວ/ບົດ​ອື່ນ